ພົບຄົນຈີນ ກ່ຽວຂ້ອງກັບການຄ້າມະນຸສ ໃນລາວ ຫຼາຍກໍຣະນີ
2024.01.26

ປີ 2023 ມີຄະດີຄ້າມະນຸສເກີດຂຶ້ນ ໃນວຽກງານຂອງຄະນະກັມມະການ ຕ້ານການຄ້າມະນຸສລະດັບຊາຕ ທັງໝົດ 24 ເຣື່ອງ ໃນນັ້ນ ຈັບຜູ້ຖືກກ່າວຫາຊາວຈີນ ທີ່ປອມແປງເອກກະສານທາງການລາວ ໃຫ້ເດັກນ້ອຍແມ່ຍິງລາວ ອາຍຸບໍ່ເຖິງ 18 ປີ ໄດ້ນໍາດ້ວຍ ແລະຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສໄດ້ອີກ 53 ຄົນ ໃນນັ້ນ ເປັນເດັກນ້ອຍແມ່ຍິງລາວ ອາຍຸບໍ່ຮອດກະສຽນ 18 ປີ ຮຽນຈົບພຽງ ລະດັບຊັ້ນມັທຍົມສຶກສາຕອນຕົ້ນ ຫຼືຕອນປາຍ ແລະມີຖານະທຸກຍາກ ຖືກຕົວະໃຫ້ແຕ່ງດອງກັບຜູ້ຊາຍຈີນ, ຖືກຕົວະໄປເຮັດວຽກໄດ້ຄ່າຕອບແທນສູງ ຢູ່ໄທຍ ແລະສມັກໃຈ ໄປເຮັດວຽກເປັນສາວຂາຍບໍຣິການທາງເພດ ຢູ່ໂຕເມືອງນະຄອນຫຼວງວຽງຈັນ.
ເວົ້າສະເພາະ ໃນສ່ວນຂອງວຽກງານ ຂອງຄະນະກັມມະການ ຕ້ານການຄ້າມະນຸສລະດັບຊາຕ ພົບວ່າ ປີ 2023 ມີຄະດີຄ້າມະນຸສເກີດຂຶ້ນ ທັງໝົດ 24 ເຣື່ອງ ມີຜູ້ຖືກກ່າວຫາທັງໝົົດ 65 ຄົນ ໃນນັ້ນ ເປັນຄົນຕ່າງປະເທດ 29 ຄົນ ແລະມີຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ 53 ຄົນ ໃນນັ້ນ ເປັນເດັກນ້ອຍອາຍຸບໍ່ຮອດກະສຽນ 18 ປີ 38 ຄົນ, ອີງຕາມຄວາມເວົ້າ ຂອງພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ຫົວໜ້າກົມໃຫຍ່ຕໍາຣວດ ຮອງປະທານຄະນະກັມມະການ ຕ້ານການຄ້າມະນຸສລະດັບຊາຕ ກ່າວໃນກອງປະຊຸມ ບົດສລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ຕ້ານການຄ້າມະນຸສ ປະຈໍາປີ 2023 ໃນວັນທີ 14 ທັນວາ 2023 ທີ່ຜ່ານມາ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນກອງປະຊຸມດັ່ງກ່າວ ຜູ້ທີ 1 ໄດ້ຂຍາຍຄວາມ ຕໍ່ວິທຍຸເອເຊັຽເສຣີ ວ່າ ໃນຄະດີຄ້າມະນຸສທີ່ເກີດຂຶ້ນ ມີຜູ້ຖືກກ່າວຫາເປັນຄົນຈີນ ຫຼາຍກວ່າໝູ່ ໂດຍສະເພາະຜູ້ຊາຍຈີນ ເຂົ້າມາປະເທດລາວ ແລ້ວຕົວະແຕ່ງດອງ ໃຫ້ຄ່າດອງ 70 ລ້ານ ເຖິງ 100 ລ້ານກີບ ພ້ອມປອມແປງເອກກະສານທາງການລາວ ເປັນຕົ້ນ ສັມມະໂນຄົວ, ບັດປະຈໍາໂຕ, ປ່ຽນອາຍຸຂອງເດັກນ້ອຍແມ່ຍິງລາວ ຈາກອາຍຸ 14 ປີ ເປັນ 20 ປີ ແລ້ວຕົວະວ່າ ຈະພາໄປແລ່ນເອກກະສານແຕ່ງດອງ ຢູ່ຈີນ ແຕ່ເຈົ້າໜ້າທີ່ລາວສະກັດກັ້ນ ກ່ອນຈະຂ້າມໄປຈີນ ຢູ່ເທິງຣົຖໄຟລາວ-ຈິີນ ໄດ້ກ່ອນ ຍ້ອນແນມເບິ່ງໜ້າຂອງເດັກນ້ອຍແມ່ຍິງລາວແລ້ວ ເບິ່ງອອກເລີຍວ່າ ໃບໜ້າຂອງລາວ ບໍ່ທັນຮອດອາຍຸກະສຽນ 18 ປີ ແນ່ນອນ, ດັ່ງທ່ານກ່າວວ່າ:
“ຕ່າງປະເທດນີ້ ສ່ວນຫຼາຍ ກໍເປັນຄົນຈີນມາຕົວະ ຕົວະແຕ່ງງານ ລັກສະນະແບບແຕ່ງງ່ານແອບແຝງ ໝາຍຄວາມໝາຍວ່າ ພໍ່ແມ່ ພໍແມ່ພໍໃຈນ່າຂັ້ນພື້ນຖານ ແຕ່ອີງໃສ່ ຫຼັກການທາງດ້ານກົດໝາຍ ມັນບໍ່ສອດຄ່ອງເນາະ ປອມອາຍຸເດັກນ້ອຍຂຶ້ນ 18 ເປັນ 20 ປີ ອາຍຸອາຈຢູ່ 16 ປີ 14 ປີ ຊິນ່າ ພາຍຫຼັງຂໍແລ້ວ ເຂົາວ່າຊິໄປແລ່ນເອກກະສານແຕ່ງດອງ ຖືກຕ້ອງຢູ່ຈີນເນາະ ແລ້ວກໍໄປຂຶ້ນສະຖານີຣົຖໄຟ ກວດພໍ້ ກໍເບິ່ງເດັກຫັ້ນ ໂອ້ມັນບໍ່ສົມອາຍຸ ໄປແຈ້ງເຮົາ ໄປເອົາມາ.”
ຂະນະທີ່ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນກອງປະຊຸມດັ່ງກ່າວ ຜູ້ທີ 2 ກ່າວເຖິງຣາຍລະອຽດ ທີ່ເຈົ້າໜ້າທີ່ຕັ້ງຂໍ້ຫາວ່າ ຄ້າມະນຸສນໍາຄົນຈີນ ທັ້ງໆທີ່ສະພາບໂຕຈິງ ເດັກນ້ອຍແມ່ຍິງລາວ ຍັງບໍ່ທັນຮອດຈີນ ແລະສມັກໃຈ ແຕ່ດອງກັບຄົນຈີນ ກໍຍ້ອນວ່າ ຄົນຈີນ ມີພຶດຕິກັມ ການປອມແປງເອກກະສານ ຂອງທາງການລາວ ອີກທັງ ເດັກນ້ອຍແມ່ຍິງລາວ ຍັງບໍ່ທັນຮອດອາຍຸກະສຽນ 18 ປີ ມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອການຄ້າມະນຸສ ຢູ່ຈີນ, ດັ່ງທ່ານກ່າວວ່າ:
“ຄົນຢູ່ຜົ້ງສາລີ ແມ່ນບໍ ມາຂໍກັນຢູ່ບ້ານຫ້ວຍຫົງ (ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ) ທັ້ງໆທີ່ວ່າ ບໍ່ແມ່ນບ້ານໂຕເອງ ແລ້ວກໍ ບໍ່ແມ່ນບ້ານພີ່ ບ້ານນ້ອງ ຄວາມໝາຍວ່າ ຫາກເອົາມາຈ້າງຂຶ້ນ ຢູ່ນໍາຜູ້ນັ້ນ ຜູ້ນີ້ ຢູ່ແຖວຫ້ວຍຫົງ ເພາະສະນັ້ນ ເອກກະສານທັງໝົດຫັ້ນ ມັນເປັນການປອມ ມັນບໍ່ຖືກຕ້ອງ ຕາມປວັດທີ່ຜ່ານມາ ເປັນຕົ້ນ ວັນ, ເດືອນ, ປີເກີດ ຊື່ນາມສະກຸນ ມິຫຍັງຕ່າງໆ ແລ້ວເພາະສະນັ້ນ ມັນມີຄວາມສ່ຽງ ຈະໄປຖືກ ໄປຖືກຂູດຮີດໃນປາຍທາງໃດ໋ ແລ້ວມາບວກໃສ່ອາຍຸ ຍັງບໍ່ເຖິງສະສຽນ ທາງອາຍາອີກ ເຮົາແນມເບິ່ງໜ້າເດັກນ້ອຍ ເຮົາກະບໍ່ຮູ້ເດ້ ແມ່ນບໍ່ ອ້າວຊິໄປໃສນ້ອຍ ຊິໄປບ່ອນນັ້ນ ບ່ອນນີ້ ອ້າວ ເປັນຫຍັງກັນ ເປັນຜົວເມັຍ ເດັກນ້ອຍມັນບໍ່ຮູ້ຕົວະເດ້ ມັນມີສະພາບເສຖກິຈບ້ານເຮົາ ປັດຈຸບັນນີ້ ມັນຫຍຸ້ງຍາກເນາະ ມັນຫຍຸ້ງຍາກ ມັນຂາດແຄນ ຣາຍຮັບບ້ານເຮົາມັນຕໍ່າ ຣາຍຮັບບ້ານເຂົາມັນສູງ ອ້າວ ຜັກດັນລູກເອົາ ບາງເທື່ອໄດ້ລໍ່າໄດ້ລວຍ ໄດ້ຜົວຕ່າງປະເທດເດ້ ແນວຄິດເຂົາຊື່ສັດ ຢູ່ທ້ອງຖິ່ນ ບໍ່ເຄີຍເຫັນເງິນ 10 ລ້ານ (ກີບ) 20 ລ້ານ (ກີບ).”
ສໍາລັບຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ທີ່ຊ່ອຍມາໄດ້ 53 ຄົນ ໃນນັ້ນ ຍັງລວມ ຊ່ອຍເດັກນ້ອຍແມ່ຍິງລາວ ອາຍຸບໍ່ທັນເຖິງກະສຽນ 18 ປີ ທີີ່ມາເຮັດວຽກເປັນສາວຂາຍບໍຣິການທາງເພດ ດ້ວຍຄວາມສມັກໃຈ ຢູ່ຮ້ານບັນເທີງພາຍໃນນະຄອນຫຼວງວຽງຈັນ ນໍາດ້ວຍ ໂດຍເຈົ້າໜ້າທີ່ຕໍາຣວດ ຕີລາຄາວ່າ ເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຍ້ອນວ່າ ກົດໝາຍຄ້າມະນຸສ ລະບຸວ່າ ສມັກໃຈເຮັດວຽກ ເປັນສາວຂາຍບໍຣິການທາງເພດ ຫຼືບໍ່ນັ້ນ ກໍຈະເຂົ້າຂ່າຍຄ້າມະນຸສ ຍ້ອນອາຍຸທັນເຖິງກະສຽນ 18 ປີ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນກອງປະຊຸມ ຜູ້ທີ 2 ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ຖືວ່າ ກໍຣະນີໃດກໍຕາມ ຖືວ່າ ເດັກນ້ອຍພໍໃຈກໍ ກໍຜິດຄືເກົ່າ ຍ້ອນຫຍັງ ກົດໝາຍກໍານົດໄວ້ແນວນັ້ນ ຜູ້ເຈົ້າຂອງກິຈການຕ້ອງກວດກາ ຕ້ອງກວດກາວ່າ ຄົນທີ່ເຈົ້າຈະເອົາມາເປັນໂສເພນີຫັ້ນນ່າ ການເປັນໂສເພນີ ມັນກໍຜິດກົດໝາຍຢູ່ແລ້ວ ເມື່ອຜິດມາ ຍິ່ງເປັນເດັກອີກ ເຈົ້າຍິ່ງກວດກາອີກ ເຈົ້າຍິ່ງຜິດໜັກກວ່າເກົ່າອີກ ເພາະສະນັ້ນ ນໍ້າໜັກ ຄວາມຜິດ ມັນຈະໜັກຂຶ້ນ ໜັກຂຶ້ນເລື້ອຍໆ ເຈົ້າຊິໄປວ່າ ບໍ່ຮູ້ຈັກ ເຂົາມາເອງ ເປັນໂສເພນີລ້າໆ ເຈົ້າກໍຜິດຢູ່ແລ້ວ ເພາະວ່າ ບ້ານເຮົາຫັ້ນນ່າ ການຄ້າໂສເພນີເນາະ ການເປັນໂສເພນີ ມັນຜິດກົດໝາຍຢູ່ແລ້ວ ຕ່າງແຕ່ວ່າ ຍິ່ງການຄ້າໂສເພນີ ເປັນເດັກບໍ່ເຖິງອາຍຸກະສຽນ ມັນເຂົ້າຂ່າຍຄ້າມະນຸສໃດ໋ ຢູ່ບ້ານເຮົາ.”
ລວມໄປເຖິງ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ ທີ່ຊ່ອຍມາໄດ້ 53 ຄົນ ໃນນັ້ນ ຍັງລວມເອົາເດັກນ້ອຍແມ່ຍິງລາວ ທີ່ອາຍຸບໍ່ທັນເຖິງກະສຽນ 18 ປີ ຖືກຕົວະຈາກນາຍໜ້າວ່າ ຈະພາໄປເຮັດວຽກເປັນສາວຮ້ານ ໄດ້ຄ່າຕອບແທນສູງ ບໍ່ໄດ້ຂາຍບໍຣິການທາງເພດຢູ່ໄທຍນໍາດ້ວຍ ແຕ່ພໍໄປຮອດໄທຍ ພັດບັງຄັບໃຫ້ຂາຍບໍຣິການທາງເພດ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫຼວງວຽງຈັນ ກ່າວວ່າ:
“ດ້ານການຄ້າມະນຸສນີ້ ສ່ວນຫຼາຍ ເຂົາຕົວະຍົວະໄປຂາຍ ບ່ອນນັ້ນ ບ່ອນນີ້ຫັ້ນນ່າ ເອົາໄປທອກໄປໄທຍ ຫຼືວ່າ ບັງຄັບໄປເຮັດຮັບຂອກຮັບແຂກ ຂາຍເຂົ້າຊ່ອງ ບ່ອນຫັ້ນ ບ່ອນນີ້ຫັນນ່າ ຄ້າມະນຸສ ຄັນວ່າ ເບິ່ງພາບລວມ ໄປແລ້ວນີ້ແຫຼະ ດ້ານການເງິນຮ້ານນີ້ແຫຼະ ຂາດເຂີນຂອງຄອບຄົວ ຄວາມຮູ້ເທົ່າບໍ່ເຖິງການ ຂອງປະຊາຊົນເຮົາແດ່ ໂຄສະນາເຮົາກໍ ບໍ່ທົ່ວເຖິງ ໂອ້ຍ ສ່ວນຫຼາຍ ເດັກນ້ອຍນັກຮຽນເຮົານີ້ ບໍ່ຈົບຮອດມັທຍົມ 13 ປິ ມັນກໍ ອັນນັ້ນລະໃດ໋.”
ພ້ອມດຽວກັນນີ້ ໃນປີ 2023 ໃນວຽກງານ ຂອງສູນກາງສະຫະພັນແມ່ຍິງ ຂອງສູນໃຫ້ຄໍາປອກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ໃຫ້ການຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ທັງໝົດ 135 ຄົນ ໃນນັ້ນ ເປັນຕ່າງປະເທດ 8 ຄົນ, ອີງຕາມຄວາມເວົ້າ ຂອງ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ໃນກອງປະຊຸມດັ່ງກ່າວຂ້າງຕົ້ນ.
ໂດຍວຽກງານການສຸມໃສ່ ການປົກປ້ອງ ແລະຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ແລະກຸ່ມສ່ຽງ ຈາກການຄ້າມະນຸສ ຈະຊ່ອຍເຫຼືອສະຖານທີ່ພັກເຊົ່າ ປອດພັຍຊົ່ວຄາວ, ອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍອັນຈໍາເປັນ, ການບໍາບັດຟື້ນຟູທາງດ້ານແນວຄິດ ຈິດໃຈ, ດ້ານກົດໝາຍ, ການສຶກສາ ແລະການຝຶກອົບຮົມວິຊາຊີບ, ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ກ່າວວ່າ:
“ຄົນລາວ ຄົນຕ່າງປະເທດຊ່ວຍໝົດເຈົ້າ ທີ່ວ່າ ເປັນຜູ້ຖືກເຄາະຮ້າຍ ຢູ່ປະເທດລາວ ກໍມີຫຼາຍອັນເນາະ ມີຫຼາຍ ເພິ່ນຊ່ອຍເຫຼືອ 6 ດ້ານ ການກິນຢູ່ພັກເຊົາ ລະກະ ຊ່ອຍດ້ານການແພດ, ດ້ານກົດໝາຍ ແລ້ວກໍ ຝຶກອົບຮົມອາວິຊາອາຊີບ.”
ຜູ້ຖືກເຄາະຮ້າຍ ແລະກຸ່ມສ່ຽງຈາກການຄ້າມະນຸສ ທີ່ເຂົ້າມາບໍາບັດຟື້ນຟູ ຢູ່ສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ-ເດັກນ້ອຍ ທັງໝົດ 135 ຄົນນັ້ນ ມີແມ່ຍິງ ແລະເດັກນ້ອຍ ແມ່ຍິງ ທີ່ບໍ່ທັນຮອດອາຍຸກະສຽນ 18 ປີ ຈາກເມືອງທ່າໂທມ ແຂວງໄຊສົມບູນ ທັງໝົດ 6 ຄົນ ພາຍຫຼັງເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສ ຄ້າໂສເພນີ ຢູ່ສະຖານບັນເທີງ ນະຄອນຫຼວງວຽງຈັນ, ທາງເຈົ້າໜ້າທີ່ຫ້ອງການແມ່ຍິງ ແຂວງໄຊສົມບູນ ແລະເມືອງທ່າໂທມ ກໍໄດ້ສຶກສາອົບຮົມ ແລະບໍາບັດຈິດໃຈ ກ່ອນສົ່ງພວກເຂົາເຈົ້າ ກັບຄືນສູ່ຄອບຄົວຢ່າງປອດພັຍ ພ້ອມຕິດຕາມພວກເຂົາເຈົ້າຢ່າງໃກ້ຊິດ ແຕ່ວ່າ ເຣື່ອງສົ່ງພວກເຂົາເຈົ້າ ໄປຝຶກອົບຮົມອາຊີບ ເພື່ອໃຫ້ມີອາຊີບ ຢູ່ສູນກາງສະຫະພັນແມ່ຍິງນັ້ນ ຍັງບໍ່ທັນສົ່ງພວກເຂົາເຈົ້າໄປເທື່ອ ຍ້ອນພວກເຂົາເຈົ້າ ຍັງມີຄວາມຢ້ານກົວ ກ່ຽວກັບພື້ນທີ່ນະຄອນຫຼວງວຽງຈັນ ເຊິ່ງເປັນພື້ນທີ່ ທີ່ພວກເຂົາເຈົ້າເຄີຍຖືກຄ້າມະນຸສ ຄ້າໂສເພນີ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງໄຊສົມບູນ ເຄີຍກ່່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ພຶສຈິກາ ປີ 2023 ທີ່ຜ່ານມາວ່າ:
“ກໍໄດ້ອັນນ່າ ເຮັດວຽກງານ ສຶກສາອົບຮົມ ໃຫ້ເຂົາເຈົ້າຫັ້ນແຫຼະ ບໍ່ໃຫ້ເຂົາເຈົ້າ ໄປເຮັດແນວນັ້ນຕື່ມນ່າ ພວກເຮົາກໍໄດ້ມີການ ຊິເອົາເຂົາເຈົ້າໄປຝຶກອົບຮົມຫັ້ນແຫຼະ ແຕ່ເຂົາເຈົ້າກໍບໍ່ສະດວກໄປ ຄວາມພ້ອມຂອງເຂົາເຈົ້າ ບໍ່ທັນສະດວກປານໃດ ອາຈຄິດວ່າ ຢ້ານໄປວຽງ ຢ້ານຖືກອີກ ບໍ່ຢາກໄປ ອາທິດທີ່ແລ້ວພວກເຮົາໄປ ຖາມຂໍ້ມູນ ແລ້ວເຂົາເຈົ້າວ່າ ຢູ່ບ້ານຫັ້ນແຫຼະວ່າຊັ້ນ ເຂົາເຈົ້າໄປໄຮ່ ໄປສວນ ນໍາພໍ່ແມ່ປົກກະຕິ ເຂົາເຈົ້າຊ່ວຍວຽກ ພໍ່ແມ່ຢູ່ບ້ານ.”
ສໍາລັບ ປີ 2022 ມີຄະດີຄ້າມະນຸສ ເກີດຂຶ້ນທັງໝົດ 11 ເຣື່ອງ ມີຜູ້ຖືກກ່າວຫາ ທັງໝົດ 16 ຄົນ ໃນນັ້ນ ເປັນຄົນຕ່າງປະເທດ 1 ຄົນ ແລະມີຜູ້ຖືກເຄາະຮ້າຍ 21 ຄົນ ໃນນັ້ນ ເປັນເດັກນ້ອຍອາຍຸຕໍ່າກວ່າ 18 ປີ 11 ຄົນ, ອີງຕາມຄວາມເວົ້າ ຂອງພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ຫົວໜ້າກົມໃຫຍ່ຕໍາຣວດ ຮອງປະທານ ຄະນະກັມມະການ ຕ້ານການຄ້າມະນຸສລະດັບຊາຕ ກ່າວນກອງປະຊຸມ ບົດສລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ຕ້ານການຄ້າມະນຸສ ປະຈໍາປີ 2023.
ກ່ຽວກັບເຣື່ອງນີ້ ຈະເຫັນວ່າ ເມື່ອທຽບຄະດີຄ້າມະນຸສ ໃນປີ 2022 ຜ່ານມາ ຈະພົບວ່າ ປີ 2023 ມີຄະດີຄ້າມະນຸສເພີ່ມຂຶ້ນ ເຖິງ 24 ເຣື່ອງ ຂະນະທີ່ ປີ 2022 ມີຄະດີຄ້າມະນຸສ 11 ເຣື່ອງ ເປັນເຊັ່ນນີ້ ກໍຍ້ອນວ່າ ຂບວນການຄ້າມະນຸສ ປ່ຽນວິທີການຕົວະຍົວະເອົາເດັກນ້ອຍແມ່ຍິງລາວ ທີ່ມີອາຍຸບໍ່ທັນເຖິງກະສຽນ 18 ປີ ໄປເປັນເມັຍຢູ່ຈີນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນກອງປະຊຸມດັ່ງກ່າວ ຜູ້ທີ 2 ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ເຮົາແກ້ໄຂໄປຈັ່ງຊີ້ ເຈົ້າໜ້າທີ່ນ່າ ເຂົາຈະມີວິທີການແບບເໜືອ ກວ່າເຮົາ ອີກໄປເລື້ອຍໆ ແຕ່ວ່າເຮົາ ເຮົາກໍນໍາໄປເລື້ອຍໆ ເພາະວ່າ ເຮົາເຫັນມັນເກີດ ລະເຮົາແກ້ສ່ວນໃຫຍ່ ການທີ່ວ່າ ສະກັດກັ້ນ ຫ້າມໄປກ່ອນຫັ້ນນ່າ ເຮົາກໍຍັງບໍ່ເຮັດໄດ້ດີພໍປານໃດ ເວົ້າລະກະແລ້ວ ຄືໂຕຢ່າງ ອ້າວ ການແຕ່ງງານແອບແຝງ ເມື່ອກ່ອນນີ້ນ່າ ເຂົາມາຊື້ເອົາ ແມ່ນບໍ່ ເອົາເງິນໄປໃຫ້ 100 ລ້ານ (ກີບ) 30 ລ້ານ (ກີບ) 50 ລ້ານ (ກີບ) ແຕ່ນາຍໜ້າເອົາເງິນໄປໂປະໃຫ້ ບາງຄົນ ບໍ່ຮຽນຮອດບົດບັນທຶກ ແລ້ວເອົາຜູ້ສາວຂຶ້ນຣົຖໄປເລີຍ ເຈົ້າໜ້າທີ່ເຮົາກະສະກັດກັ້ນ ເຮົາກໍຈັບດໍາເນີນຄະດີຕ່່າງໆ ແຕ່ວ່າບາດນີ້ ເມື່ອມັນເປັນແນວນັ້ນປຸ໊ຍ ໂອ້ ບໍ່ໄດ້ ເຮົາຕ້ອງໄປສູ່ຂໍ ເຮົາຕ້ອງປະກອບເອກກະສານ ເຮົາຕ້ອງໄປເຮັດພາສປອດແມ່ນບໍ່ ມັນກໍໄດ້ປ່ຽນວິທີການວ່າ ເມື່ອມັນຮູ້ວ່າ ເຮົາຈັບຊ່ອງວ່າງ ມັນໄດ້ຈຸດນີ້ ມັນຊິເປັນໄປແນວໃດນີ້ ເຮົາຍັງບໍ່ຮູ້ ແມ່ນບໍ່.”
ສໍາລັບຄະດີການຄ້າມະນຸສ, ຄະນະກັມມະການ ຕ້ານການຄ້າມະນຸສລະດັບຊາຕ ກໍມີທິດທາງແຜນການ ປີ 2024 ເພື່ອດໍາເນີນຄະດີ ແລະບັງຄັບໃຊ້ກົດໝາຍ ສຸມໃສ່ຄະດີຄ້າງ ມາແຕ່ປີ 2022 ຈົນເຖິງ ປັດຈຸບັນ ປີ 2024 ນີ້ ພວມຈະດໍາເນີນຄະດີຄ້າມະນຸສ 11 ເຣື່ອງ, ອີງຕາມຂໍ້ມູນຈາກກອງປະຊຸມ ບົດສລຸບຕີລາຄາ ການຈັດຕັ້ງປະຕິບັດ ວຽກງານຕ້ານການຄ້າມະນຸສ ປະຈໍາປີ 2023.
ແລະເວົ້າສະເພາະ ຄະດີຄ້າມະນຸສ ຢູ່ນະຄອນຫຼວງວຽງຈັນ ກໍມີຄະດີຄ້າມະນຸສ ພວມຈະດໍາເນີນຄະດີ ໃນປີ 2024 ເຖິງ 8 ເຣື່ອງ ໂດຍເນັ້ນໃສ່ທັງຄົນລາວ, ຄົນວຽດນາມ ແລະຄົນຈີນ ທີ່ຈະສືບຕໍ່ນໍາໂຕເຂົ້າມາດໍາເນີນຄະດີຕາມກົດໝາຍຕໍ່ໄປ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນກອງປະຊຸມດັ່ງກ່າວ ຜູ້ທີ 1 ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“8 ເຣືຶ່ອງ ສືບຕໍ່ດໍາເນີນ ມັນຈະມີທັງຄົນລາວ, ຄົນວຽດ, ຄົນລາວ ກໍເປັນນາຍໜ້າ ຮູບການ ລັກສະນະຮູບການ ຂາຍປະເວນີ ນໍາຄົນອື່ນ ແຕ່ເປັນເດັກອາຍຸ ຕໍ່າຫັ້ນນ່າ ອີງໃສ່ກົດໝາຍເຮົາ ກໍຖືວ່າ ເປັນຄ້າມະນຸສ ຄົນວຽດກໍຄືກັນ ຄົນຈີນ ກໍມີລັກສະນະ ທີ່ຕົວະໄປແຕ່ງດອງຫັ້ນແຫຼະ.”
ເຖິງຢ່າງໃດກໍຕາມ ໃນວັນທີ 14 ທັນວາ 2023 ທີ່ຜ່ານມາ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກັມມະການກົມການເມືອງສູນກາງພັກ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງ ປກສ ປະທານຄະນະກັມມະການ ຕ້ານການຄ້າມະນຸສ ລະດັບຊາຕ, ໄດ້ເນັ້ນໃຫ້ ຄະນະກັມມະການ ຕ້ານການຄ້າມະນຸສ ແຕ່ລະຂັ້ນ ສຸມໃສ່ແຜນງານແຫ່ງຊາຕ ວ່າດ້ວຍການຕ້ານການຄ້າມະນຸສ 9 ຂໍ້ສໍາຄັນ ປະກອບດ້ວຍ ການສຸມໃສ່ວຽກງານໂຄສະນາ ຜົລຮ້າຍຂອງການຄ້າມະນຸສ, ວຽກງານກວດກາ ການເຂົ້າ-ອອກປະເທດ ຢູ່ບັນດາຊາຍແດນ ແລະກຸ່ມສ່ຽງ ຢູ່ພື້ນທີ່ຫຼໍ່ແຫຼມ, ສືບຕໍ່ ດໍາເນີນຄະດີຜູ້ກະທໍາຜິດ ໃຫ້ເຂັ້ມງວດ ເດັດຂາດ, ສືບຕໍ່ສັງລວມສະຖິຕິຄະດີຄ້າມະນຸສ, ພ້ອມໃຫ້ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ລວມເຖິງ ພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ ເພື່ອຊ່ອຍເຫຼືອຜູ້ຖິືກເຄາະຮ້າຍໃຫ້ທ່ວງທັນ ແລະອື່ນໆ.