ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ພົບການໃຊ້ຈ່າຍເງິນບໍຣິຈາກ-ເງິນຊົດເຊີຍ ຜູ້ຖືກຜົລກະທົບ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ບໍ່ຖືກຕ້ອງ, ທາງການລາວ ອາຈຕັ້ງ ຫ້ອງການໄອຍະການ ປະຊາຊົນ ໃນເຂດເສຖກິຈ ພິເສດສາມ ຫລ່ຽມຄໍາ, ທະນາຄານໂລກ ແນະນໍາໃຫ້ ສປປ ລາວ ຫລຸດໜີ້ ສາທາຣະນະ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ "ເງິນບໍຣິຈາກ-ເງິນຊົດເຊີຍ ຜູ້ຖືກຜົລກະທົບ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ບໍ່ຖືກຕ້ອງ"
“ໂກງໂພດໂກງເຫລືອເນາະ! ຄຸນະທັມຈັນຍາບັນ ຄວາມມີນໍ້າໃຈ ຄວາມຮັກເຊື້ອແພງຊາດ ຄວາມອີ່ດູຕົນສົງສານ ໃນໃຈ ຄືຊີບໍ່ມີເລີຍ ແມ່ນແຕ່ຫນ້ອຍ, ຂະຫນາດ ເງິນ ແລະ ຊັບສິນ ຂອງຄົນອື່ນ ເອົາໄປຊ່ອຍ ຜູ້ປະສົບໄພ ເດືອດຮ້ອນ ແທ້ໆ ຍັງສໍ້ໂກງ ເກີນຈະ ພັນລະນາ ອີຫລີ…”
( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!