ກະຊວງໂຍທາ ໄດ້ອຳນາດຄຸມຄອງ-ນຳໃຊ້ດິນ ຂອບເຂດສະຖານີຣົຖໄຟ ລາວ-ຈີນ

ຜູ້ໂດຍສານກຳລັງໃຊ້ບໍຣິການຣົຖຕູ້ ສະຖານີຣົຖໄຟລາວ-ຈີນ. ແຂວງຫຼວງພຣະບາງ ເດືອນສິງຫາ ປີ 2022.
ຜູ້ໂດຍສານກຳລັງໃຊ້ບໍຣິການຣົຖຕູ້ ສະຖານີຣົຖໄຟລາວ-ຈີນ. ແຂວງຫຼວງພຣະບາງ ເດືອນສິງຫາ ປີ 2022. (RFA)

0:00 / 0:00

ວັນທີ 03 ມົກກະຣາ ທີ່ຜ່ານມານີ້ ກະຊວງຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໄດ້ມອບທີ່ດິນຂອງຣັຖ ພ້ອມໃບຕາດິນ ຈຳນວນ 51 ຕອນ ລວມເນື້ອທີ່ທັງໝົດ 850 ເຮັກຕ້າຣ໌ ແລະ 3,871 ຕາແມັດ ທີ່ຢູ່ໃນເຂດສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ ໃຫ້ກະຊວງໂຍທາທິການ ແລະຂົນສົ່ງ ເປັນຜູ້ຄຸ້ມຄອງ ເພື່ອນຳໃຊ້ເປັນບ່ອນສຳລັບ ກໍ່ສ້າງໂຄງການຕ່າງໆ ໃນສະຖານີຣົຖໄຟ ລາວ-ຈີນ ແຕ່ລະແຫ່ງ. ອີງຕາມການຣາຍງານ ຂອງໜັງສືພີມລາວພັທນາ ເມື່ອວັນທີ 15 ມົກກະຣາ ທີ່ຜ່ານມາ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກະຊວງຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກ ໃຫ້ຂໍ້ມູນເພີ່ມຕື່ມ.

ຊາວບ້ານ ໃນນະຄອນຫຼວງວຽງຈັນ ທີ່ຢູ່ໃກ້ກັບສະຖານີຣົຖໄຟ ນະຄອນຫຼວງວຽງຈັນ ເຊື່ອວ່າທີ່ດິນຂອງຣັຖ ຈຳນວນດັ່ງກ່າວ ທີ່ຢູ່ເຂດສະຖານີຣົຖໄຟ ລາວ-ຈີນ ໃຫ້ກະຊວງໂຍທາທິການ ແລະຂົນສົ່ງ ຄຸ້ມຄອງນັ້ນ ໜ້າຈະເປັນທີ່ດິນເພື່ອສງວນໄວ້ ໃຫ້ນັກລົງທຶນ ໂດຍສະເພາະນັກລົງທຶນຈີນ ເຂົ້າມາສັມປະທານເພື່ອກໍ່ສ້າງ ໂຄງການຕ່າງໆ ໃນຂອບເຂດສະຖານີຣົຖໄຟ ເປັນຕົ້ນສາງເກັບເຄື່ອງ, ໂຮງແຮມ, ເຮືອນພັກ, ສູນການຄ້າ ແລະ ອື່ນໆ.

ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມົກຣາ ນີ້ວ່າ:

“ອໍ, ໂຄງການເປັນຫ້າງຊັບພະສິນຄ້າ ເປັນຕຶກ, ເປັນອາຄານ, ເປັນບ້ານພັກ-ໂຮງແຮມໃຫຍ່ ໄດ໋ ດິນທີ່ເຂົາເຈົ້າມອບໃຫ້ ກັບໂຄງການໂຕນີ້ ມັນຢູ່ໃກ້ກັບດິນຂອງຜູ້ໃຫຍ່ ຂອງຣັຖບານເຮົາ ຢູ່ຄົນລະຝັ່ງກັນຈະບໍ່ຖືກໂຄງການ.”

ຊາວບ້ານ ຢູ່ແຂວງຫຼວງພຣະບາງ ທີ່ຢູ່ໃກ້ສະຖານີຣົຖໄຟ ແຂວງຫຼວງພຣະບາງກ່າວວ່າ ຈາກການທີ່ໄດ້ຍີນຂ່າວໃນເບື້ອງຕົ້ນ ພາກສ່ວນທີກ່ຽວຂ້ອງ ມີແຜນຈະໃຊ້ທີ່ດິນດັ່ງກ່າວ ທີ່ຢູ່ໃນເຂດສະຖານີຣົຖໄຟຫຼວງພຣະບາງ ໃຫ້ກາຍເປັນເຂດສຳລັບ ກໍ່ສ້າງສິ່ງອໍານວຍຄວາມສະດວກຕ່າງໆ ໃນສະຖານີຮົຖໄຟເປັນຕົ້ນໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ ແທນທີ່ເຊິ່ງຈະກວມເອົາດິນຂອງຊາວບ້ານ ໃກ້ຄຽງເພີ່ມຕື່ມ.

ດັ່ງທ່ານກ່າວວ່າ:

“ແມ່ນມີໝົດແຫຼະ. ມີເຮືອນພັກ, ໂຮງແຮມ, ຣີສອດ. ແມ່ນຫຍັງຄົບວົງຈອນ ແຖວຫັ້ນ ໃກ້ໆກັນແຫຼະເຂດດຽວກັນ ແຖວຫັ້ນມີໂຄງການໝົດແຫຼະ. ມັນມີສະຖານີຂົນສົ່ງສິນຄ້າ ທາງໜ້າຫັ້ນນ່າ. ແຖວຫັ້ນຈະມີເກີດໃໝ່ບັກຫຼາຍໆນ່າ. ແຖວຫັ້ນ ແຖວນີ້ມັນຈະບໍ່ແມ່ນຖືກໂຄງການ ຂອງຣັຖເປັນດິນບຸກຄົນ.”

ແມ່ຄ້າທີ່ເປີດຮ້ານອາຫານ ຢູ່ໜ້າສະຖານີຣົຖໄຟ ຫຼວງພຣະບາງກ່າວວ່າ ມາອດຮອດປັດຈຸບັນ ບໍຣິເວນສະຖານີຫຼວງພຣະບາງ ຍັງບໍ່ທັນມີໂຄງການກໍ່ສ້າງຫຍັງເພີ່ມຕື່ມເທື່ອ ມີພຽງແຕ່ຮ້ານອາຫານ ຈຳນວນ 8 ຮ້ານ ທີ່ເປັນຮ້ານແບບມຸງສັງກະສີ ທີ່ເປີດຂາຍຢູ່ດ້ານໜ້າ ສະຖານີຣົຖໄຟ ແລະ ພາຍໃນໂຕອາຄານໂດຍສານ ຂອງສະຖານີຣົຖໄຟ ຍັງບໍ່ມີຮ້ານຄ້າ ແລະຮ້ານອາຫານ ແບບຄົບວົງຈອນ.

ດັ່ງນາງກ່າວວ່າ:

“ຍັງບໍ່ໄດ້ສ້າງຫຍັງເທື່ອ ທາງແຄມທາງຫຼວງພຸ້ນແທ້ ມີເຂົາເຈົ້າສ້າງຢູ່ໜ້າ ຄັນມີແທ້ໆ ມັນຍັງບໍ່ສົມບູນເທື່ອ ເປັນຄືເກົ່າຫັ້ນແຫຼະ ມຸງສັງກະສີຫຍັງສື່ໆ. ສະຖານີບໍ່ມີຮ້ານອາຫານ ແຕ່ວ່າເຣື່ອງເຄື່ອງດື່ມ ພວກໝີ່ແຫ້ງຫຍັງເອົາເຂົ້າແລ້ວ.”

ສໍາລັບທີ່ດິນ ໃນຂອບເຂດສະຖານີຣົຖໄຟ ລາວ-ຈີນ ທີ່ເປັນເປົ້າໝາຍ ເຂົ້າມາລົງທຶນ ຂອງນັກລົງທຶນຈີນນັ້ນກໍອາດຢູ່ ແຕ່ສະເພາະສະຖານີຣົຖໄຟ ບາງແຫ່ງ ທີ່ມີຜູ້ໂດຍສານໜາແໜ້ນ ເທົ່ານັ້ນ ເປັນຕົ້ນຢູ່ສະຖານີ ນະຄອນຫຼວງວຽງຈັນ, ສະຖານີຫຼວງພຣະບາງ ແລະສະຖານີວັງວຽງ ສ່ວນຢູ່ສະຖານີຣົຖໄຟນ້ອຍໆ ທີ່ມີຜູ້ໂດຍສານ ບໍ່ຫຼາຍອາດບໍ່ເປັນທີ່ສົນໃຈ ຂອງນັກລົງທຶນຈີນ ແລະກໍຍັງບໍ່ທັນມີການກໍ່ສ້າງຫຍັງເກີດຂຶ້ນ ໃນຂອບເຂດສະຖານີເທື່ອ.

ດັ່ງຊາວບ້ານທີ່ຢູ່ໃກ້ ກັບສະຖານີນາເຕີຍ ແຂວງຫຼວງນໍ້າທາ ກ່າວວ່າ:

“ບໍ່ມີໆ ຢູ່ນາເຕີຍນີ້ບໍ່ມີຄົນຈີນນ່າ ຄືເກົ່າ ຄືເດີມຫັ້ນແຫຼະ. ສ່ວນຫຼາຍເຂົາໄປວຽງພຸ້ນແຫຼະ ເຂົາໄປເຮັດວຽກຢູ່ພຸ້ນ ຢູ່ນາເຕີຍນີ້ ມັນບ່ອນນ້ອຍໆ ຄົນບໍ່ຫຼາຍ ບໍ່ມີໃຜມາລົງທຶນ ເຮັດຫຍັງນ່າ.”

ເຈົ້າໜ້າທີ່ບໍຣິສັດທາງຣົຖໄຟ ລາວ-ຈີນ ຈໍາກັດ ກ່າວວ່າ ສໍາລັບທີ່ດິນຈໍານວນລວມ 850 ເຮັກຕ້າຣ໌ ແລະ 3,871 ຕາແມັດ ດັ່ງກ່າວນັ້ນ ກໍຍັງບໍ່ມີແຜນທີ່ຈະໃຫ້ນັກລົງທຶນ ເຂົ້າມາສັມປະທານ ເພື່ອເຮັດໂຄງການຕ່າງໆເທື່ອ ຍັງຕ້ອງລໍການຊີ້ນໍາ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ວ່າຈະໃຫ້ມີການພັທນາ ແນວໃດຢູ່ຕອນດິນດັ່ງກ່າວ ແລະຢູ່ບໍຣິເວນສະຖານີຣົຖໄຟ ລາວ-ຈີນ ສະຖານີຕ່າງໆ ກໍຍັງມີແຕ່ຜູ້ປະກອບການຣາຍຍ່ອຍ ທີ່ມາເປີດຮ້ານຂາຍເຄື່ອງ ແບບຊົ່ວຄາວ.

ດັ່ງຍານາງກ່າວວ່າ:

“ໂອ ອັນນີ້ແທ້ ຍັງບໍ່ໄດ້ຍິນໄດ໋. ບໍ່ໄດ້ຍິນເຂົາເຈົ້າເວົ້າຫຍັງ. ໂຄງການກໍ່ສ້າງ ແມ່ນຫຍັງດຽວນີ້ຫັ້ນ ມີແຕ່ວ່າ ມັນຈະເປັນຮ້ານນ້ອຍໆ. ມັນບໍ່ແມ່ນຮ້ານທີ່ວ່າໃຫຍ່ ມັນແມ່ນເຂົາເຈົ້າຂາຍເຄື່ອງທົ່ວໄປ ແມ່ນຫຍັງປະມານນັ້ນ.”

ກ່ອນໜ້ານີ້ ເມື່ອປີ 2022 ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ໄດ້ເປີດປະມູນຈັດຊື້ໂຄງການ ເຊົ່າຮ້ານຄ້າ 165 ຮ້ານ ຢູ່ສະຖານີຣົຖໄຟ ລາວ-ຈີນ ຫຼາຍແຫ່ງໃນລາວ ເຊິ່ງໄດ້ຂາຍຊອງປະມູນ ຊອງລະ 2 ລ້ານກີບ ແລະເປີດການປະມູນໄປແລ້ວ ໂດຍເປີດໂອກາດ ໃຫ້ທັງຜູ້ປະກອບການ ຄົນລາວ ແລະ ຄົນຈີນ ທີ່ມີເງິນລົງທຶນ ຈົດທະບຽນບໍ່ຫຼຸດ 1 ຕື້ກີບ ເຂົ້າຮ່ວມການປະມູນດັ່ງກ່າວ. ມາຮອດປັດຈຸບັນ ຢູ່ໃນອາຄານໂດຍສານ ຂອງສະຖານີຣົຖໄຟ ລາວ-ຈີນ ຫຼາຍແຫ່ງ ຍັງບໍ່ທັນມີຮ້ານອາຫານ ແລະ ຮ້ານຄ້າ ທີ່ພາກັນເປີດເປັນຈຳນວນຫຼາຍ ແຕ່່ຢ່າງໃດ.