ເມືອງຫຼວງພຣະບາງ ຍັງຂຶ້ນເປັນບັນຊີ ມໍຣະດົກໂລກຢູ່: ມາຟັງ ນຳກັນ

ການກໍ່ສ້າງຂົວຂ້າມແມ່ນ້ຳ ຂອງໂຄງການ ສ້າງເຂື່ອນໄຟຟ້າ ຫຼວງພຣບາງ, ວັນທີ 27 ເດືອນສິງຫາ ປີ 2022.
ການກໍ່ສ້າງຂົວຂ້າມແມ່ນ້ຳ ຂອງໂຄງການ ສ້າງເຂື່ອນໄຟຟ້າ ຫຼວງພຣບາງ, ວັນທີ 27 ເດືອນສິງຫາ ປີ 2022. (Photo: RFA)

0:00 / 0:00

ກົມມໍຣະດົກໂລກ ຢືນຢັນວ່າ ອົງການຢູເນສໂກ ບໍ່ໄດ້ຖອນ ເມືອງຫຼວງພຣະບາງ ອອກຈາກບັນຊີ ມໍຣະດົກໂລກ, ໂດຍໄດ້ເໜັ້ນວ່າ ຂ່າວທີ່ວ່າ ຈະມີການຖອດຖອນ ແມ່ນບໍ່ມີມູນຄວາມຈິງ ເປັນຂ່າວປອມ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ ຣາຍການ “ມາຟັງນໍາກັນ”, ສັປດານີ້ມາຕິດຕາມ ເຣື່ອງກົມມໍຣະດົກ ຢືນຢັນ ເມືອງຫຼວງພຣະບາງ ຍັງຂຶ້ນເປັນ ບັນຊີ ມໍຣະດົກໂລກ. ຜ່ານມາມີບາງສຳນັກຂ່າວ ໄດ້ອອກມາເວົ້າເຖິງ ການຖອນອອກຈາກ ການເປັນມໍຣະດົກໂລກ ຂອງແຂວງຫຼວງພຣະບາງນັ້ນ ໄດ້ສ້າງຄວາມຕື່ນຕົກ​ໃຈ ໄປທົ່ວປະເທດລາວ. ຈົນເປັນເຫດໃຫ້ ຜູ້ຊ່ຽວຊານ ທີ່ກ່ຽວຂ້ອງ ກັບວຽກງານນີ້ ຕ້ອງໄດ້ອອກມາ ຊີ້ແຈງ ໂດຍໄດ້ ປະຕິເສດວ່າ ເຣື່ອງດັ່ງກ່າວ ບໍ່ມີມູນຄວາມຈິງ ເປັນຂ່າວປອມ ທີ່ສ້າງຄວາມເຊື່ອມເສັຍ ໃຫ້ຫຼວງພຣະບາງ.

ທ່ານຜູ້ຟັງ ທ່ານຕ້ອງການ ເຂົ້າຮ່ວມ ໃນຣາຍການ ດ້ວຍການສັມພາດ ກັບພວກເຮົາ ກະຣຸນາ ຕິດຕໍ່ຫາພວກເຮົາ ໄດ້ງ່າຍທີ່ສຸດ ກໍຄື ຝາກເບີຕິດຕໍ່ໄວ້ ທີ່ຄອມເມັ້ນເພຈ ຂອງພວກເຮົາ ແລ້ວພວກ​ເຮົາ ຈະຕິດຕໍ່ຫາ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ. ສະບາຍດີ ໄຊຍາ… ມັນມີທີ່ມາ ແນວໃດເປັນຫຍັງ ຂ່າວດັ່ງກ່າວ ຈຶ່ງມີ ສື່ສັງຄົມອ໋ອນລາຍ ມານໍາສເນີວ່າ ຈະຖອນ ຫຼວງພຣະບາງ ອອກຈາກບັນຊີ ມໍຣະດົກໂລກ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ແລະ ໄມຊູລີ… ເຣື່ອງທີ່ວ່ານີ້ ມັນມີທີ່ມາແນວໃດ ຕາມທີ່ ໄດ້ຕິດຕາມຂ່າວສາເຫດ ກໍມາຈາກ ການສ້າງເຂື່ອນ ຫຼວງພຣະບາງ ເຊິ່ງທີ່ຕັ້ງ ຂອງເຂື່ອນຫຼວງພຣະບາງນັ້ນ ຢູ່ຫ່າງຈາກນະຄອນຫຼວງພຣະບາງ ກໍປະມານ 30 ກິໂລແມັດ. ຈາກສະພາບດັ່ງກ່າວ ຈຶ່ງເຮັດໃຫ້ ອົງການ ຢູເນສໂກ ມີຄວາມກັງວົນວ່າ ຈະກະທົບ ຕໍ່ເມືອງມໍຣະດົກໂລກ ໄລຍະຍາວ. ໂດຍ ສູນຂ່າວ ພລັງງານແລະ ບໍ່ແຮ່ ໄດ້ຣາຍງານວ່າ ໂຄງການເຂື່ອນ ຫຼວງພຣະບາງ ຕັ້ງຢູ່ບ້ານຫ້ວຍຍໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ຫ່າງຈາກ ເມືຶອງປາກອູ ແຂວງຫຼວງພຣະບາງ ປະມານ 1.5 ກິໂລແມັດ. ໂດຍໂຄງການໄດ້ເຣີມລົງມື ກໍ່ສ້າງມາ ຕັ້ງແຕ່ ປີ 2020. ເຂື່ອນໄຟຟ້າ ຫຼວງພຣະບາງ ເປັນໂຄງການ ເຂື່ອນກັ້ນນໍ້າຂອງແຫ່ງທີ 3 ຕໍ່ຈາກ ເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ ທີ່ສ້າງສຳເຣັດແລ້ວ.

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)