ເຊັນສັນຍາ ໂຄງການເຂດໂລຈິສຕິກ ຢູ່ນະຄອນຫຼວງວຽງຈັນ ໄລຍະ 2
2024.01.25

ເມື່ອວັນທີ 10 ມົກກະຣາ ທີ່ຜ່ານມາ ໄດ້ມີພິທີເຊັນສັນຍາ ຮັບເໝົາອອກແບບ ແລະ ກໍ່ສ້າງເຂດໂລຈິສຕິກ ນະຄອນຫລວງວຽງຈັນ ໄລຍະທີ 2 ລະຫວ່າງ ບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ ກັບ ບໍຣິສັດ China Construction Science and Industry Corporation ຈາກປະເທດຈີນ ແລະ ເຈົ້າໜ້າທີ່ທາງການລາວ ເຂົ້າຮ່ວມເປັນພິຍານ ເຊິ່ງເປັນສັນຍານວ່າ ໂຄງການດັ່ງກ່າວ ໃນໄລຍະທີສອງ ຈະເຣີ່ມລົງມືກໍ່ສ້າງ ໃນອີກບໍ່ດົນນີ້ ຕັ້ງແຕ່ເຂດບ້ານຊຽງດາ ໄປຈົນຮອດເຂດນາຄວາຍໃຕ້, ອີງຕາມການຣາຍງານຂອງໜັງສືພິມ ເສຖກິຈການຄ້າ ໃນວັນທີ 18 ມົກກະຣາ 2024.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ ນາງນຶ່ງ ໄດ້ກ່າວວ່າ ສໍາລັບໂຄງການເຂດໂລຈິສຕິກ ໄລຍະທີສອງ ນີ້ ກໍກໍາລັງຢູ່ໃນຕັ້ນຕອນບຸກເບີກເນື້ອທີ່ ແລະ ດໍາເນີນການຂັ້ນຕອນການຊົດເຊີຍ ໃຫ້ແກ່ຊາວບ້ານ ເຊິ່ງຄາດວ່າ ຈະເຣີ່ມກໍ່ສ້າ ງພາຍໃນອີກບໍ່ດົນນີ້ ແຕ່ຍັງບໍ່ລະບຸຢ່າງຄັກແນ່.
ດັ່ງຍານາງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 25 ມົກກະຣາ ວ່າ:
“ໂຄງການໄລຍະສອງຫັ້ນເບາະ ເພິ່ນກໍາລັງປັບໜ້າດິນ ເຮັດເປັນໂຊນໄວ້ ເພື່ອໃຫ້ນັກລົງທຶນມາເຊົ່າ ເພື່ອເຮັດໂຮງງານແມ່ນຫຍັງຕ່າງໆ. ເຈົ້າໄລຍະນຶ່ງ ເຮົາເຮັດແລ້ວ ແລ້ວເດ້ ໂຕທ່າບົກ-ທ່ານາແລ້ວ ເດ້ເຈົ້າ.”
ໃນຂະນະທີ່ຊາວບ້ານ ຢູ່ເຂດບ້ານຊຽງດາ ເມືອງໄຊເສດຖາ ຈໍານວນຫຼາຍຄອບຄົວ ທີ່ນອນຢູ່ໃນແຜນຂອງໂຄງການດັ່ງກ່າວນັ້ນ ກໍຍັງບໍ່ທັນໄດ້ຮັບເງິນຄ່າຊົດເຊີຍ ແລະ ບໍ່ທັນມີພາກສ່ວນໃດມາຕົກລົງເລື່ອງຄ່າຊົດເຊີຍເທື່ອ ມີແຕ່ແຈ້ງໃຫ້ຊາວບ້ານໄປເປີດບັນຊີທະນາຄານ ເພື່ອລໍຖ້າໂອນເງິນຄ່າຊົດເຊີຍໃຫ້ ແລະ ກໍບໍ່ມີຫຍັງຄືບໜ້າເທື່ອ ແຕ່ ໃນຂະນະທີ່ທາງໂຄງການ ກໍໄດ້ມີການບຸກເບີກເນື້ອທີ່ຢູ່ເລື້ອຍໆ.
ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:
“ເພິ່ນດໍາເນີນການຫັ້ນ ແຕ່ວ່າ ກະບໍ່ຮູ້ວ່າ ເພິ່ນເຮັດຕົກລົງກັນແນວໃດ ຍັງບໍ່ມີໃຜໄດ້ເງິນນ່າ ເຂົາດຸດມາທາງຫຼັງດິນຂ້ອຍຫັ້ນລະ. ເພິ່ນກະບອກແຈ້ງເປີດບັນຊີຢູ່ ກະບໍ່ມີໃຜໄປເປີດເດ້ ຫຼາຍຄົນກະຍັງບໍ່ຕົກລົງລາຄາ ກັນໄດ້ ເທື່ອວ່າ ຊິອົາລາຄາໃດ ເພິ່ນຊົດເຊີຍແນວໃດໆ ຫັ້ນນ່າ.”
ສ່ວນຊາວບ້ານຊຽງດາ ອີກທ່ານນຶ່ງ ກໍຢາກໃຫ້ໂຄງການດັ່ງກ່າວ ມີການເລັ່ງຊັ້ນຕອນດໍາເນີນການຊົດເຊີຍ ແບບໄວທີ່ສຸດ ເພື່ອທີ່ຊາວບ້ານຫຼາຍຄອບຄົວ ຄວນຍອມຍົກທີ່ດິນໃຫ້ ແລ້ວເອົາເງິນໄປບຸກເຮືອນຢູ່ບ່ອນອື່ນແທນ ແຕ່ກໍເຫັນວ່າ ໃນໄລຍະນີ້ການຊົດເຊີຍກໍຍັງມິດງຽບ ແລະ ຫຼ້າຊ້າຫຼາຍ.
ດັ່ງທ່ານກ່າວວ່າ:
“ມາໄວໆ ແຫຼະ ຢາກໄດ້ເງິນໄປສ້າງສາບ່ອນອື່ນແລ້ວ ຢາກໄດ້້ເງິນຢາກໄປຢູ່ບ່ອນອື່ນແຫຼະ ບໍ່ເຫັນຄືບໜ້າຂ່າວ.”
ສ່ວນຊາວບ້ານ ອີກທ່ານນຶ່ງ ທີ່ມີດິນຢູ່ບ້ານຊຽງດາ ກ່າວວ່າ ເຖິງແມ່ນວ່າ ຊາວບ້ານຫຼາຍຄອບຄົວ ຈະຖືພຽງສິດໃຊ້ທີ່ດິນກໍຕາມ ແຕ່ກໍຕ້ອງໄດ້ຮັບເງິນຄ່າຊົດເຊີຍ ຢ່າງເໝາະສົມ ແລະ ພໍໃຈ ເນື່ອງຈາກວ່າ ຫຼາຍຄົນລ້ວນແຕ່ໄດ້ເສັຽພາສີ ທີ່ດິນຢູ່ທຸກປີ ດັ່ງນັ້ນ ທາງໂຄງການຈຶ່ງບໍ່ສາມາດເອົາດິນໄປ ແບບລ້າໆໄດ້.
ດັ່ງທ່ານກ່າວວ່າ:
“ຄືເພິ່ນກ່າວຫາວ່າໄທເຮົາມາບຸກລຸກດິນຣັຖ ຄືກົດໝາຍເພິ່ນວ່າຢູ່ໄດ້ 20 ປີD ກະຖືວ່າ ອອກສິດອັນນັ້ນໄດ້ຖາວອນ ແຕ່ວ່າ ການໃຊ້ທົດແທນຫັ້ນ ຢາກໃຫ້ເພິ່ນໃຊ້ລາຄາ ທ້ອງຕລາດຄັນຊິເຮັດ, ຊິສ້າງສາພັທນານັ້ນແທ້.”
ທາງດ້ານຊາວບ້ານ ໃກ້ກັບເຂດດັ່ງກ່າວ ທີ່ຖືໃບຕາດິນຂອງທອງ ກໍບໍ່ໄດ້ຖືກໂຄງການ ດັ່ງກ່າວ ກວມເອົາທີ່ດິນ ແຕ່ຢ່າງໃດ ເນື່ອງຈາກວ່າ ຄັນກວມເອົາທີ່ດິນ ທີ່ມີໃບຕາດິນ ແລ້ວ ກໍຈະຕ້ອງໄດ້ເສັຽເງິນຄ່າຊົດເຊີຍ ໃນລາຄາສູງ ດັ່ງນັ້ນໄປກວມເອົາດິນ ຂອງຜູ້ທີ່ຖືສິດນໍາໃຊ້ທີ່ດິນ.
ດັ່ງຊາວບ້ານໃກ້ຄຽງ ນາງນຶ່ງກ່າວວ່າ:
“ສ່ວນຫຼາຍເຂົາເຈົ້າຈະເອົາເປັນດິນນໍາໃຊ້ ແລ້ວກໍດິນຈັດສັນ, ດິນເຮົາມັນຂຶ້ນກັບ ບ້ານເມືອງນ້ອຍ ດິນເຮົາມັນເປັນໃບຕາດິນຂອງທອງ.”
ສໍາລັງໂຄງການ ເຂດໂລຈິສຕິກ ນະຄອນຫລວງວຽງຈັນ ໃນໄລຍະທີນຶ່ງ ກໍໄດ້ເປີດໃຊ້ແບບເປັນທາງການແລ້ວ ຕັ້ງແຕ່ປີ 2021 ເຊິ່ງໂຄງການທັງໄລຍະທີ 1 ແລະ ທີ 2 ຄາດວ່າ ຈະໃຊ້ມູນຄ່າ ກໍ່ສ້າງທັງໝົດປະມານ 500 ໂດລ້າຣ໌ ມີເນື້ອທີ່ທັງໝົດ 327 ເຮັກຕ້າ ເຣີ່ມຈາກສຖານນີໄຟຟ້າດົງໂພສີ ເມືອງຫາດຊາຍຟອງ ລຽບຕາມເສັ້ນທາງບ້ານດົງໂພສີ ຫາ ບ້ານຊຽງດາ ຈົນເຖິງທາງຕັດໃໝ່ ໃນເຂດບ້ານນາຄວາຍໃຕ້ ເມືອງໄຊເສດຖາ.
ໃນໂຄງການເຂດໂລຈິສຕິກ ນະຄອນຫລວງວຽງຈັນ ໄດ້ຖືກແບບເປັນ 7 ເຂດ ປະກອບດ້ວຍ ເຂດກັກກັນພືດ ແລະ ສັດຂນາດ 20 ເຮັກຕ້າຣ໌, ເຂດສ້າງນໍ້າມັນຂນາດ 6 ເຮັກຕ້າຣ໌, ເຂດຜລິດ ແລະ ປຸງແຕ່ງສິນຄ້າ ສົ່ງອອກຂນາດ 136 ເຮັກຕ້າຣ໌, ເຂດໂລຈິສຕິກ ພາກ ຂນາດ 44 ເຮັກຕ້າຣ໌, ເຂດພື້ນທີ່ປອດພາສີ ຂນາດ 45 ເຮັກຕ້າຣ໌, ເຂດເທັກໂນໂລຈີ ແລະ ອຸດສາຫະກັມແປຮູບສິນຄ້າຮາລານ ຂນາດ 49 ເຮັກຕ້າຣ໌ ແລະ ເຂດພື້ນທີ່ບໍຣິຫານ ແລະ ຜູ້ກໍ່ຕັ້ງບໍຣິສັດ PTL Holding ຈໍາກັດ ແລະ ປະທານບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ.