ດ່ານສາກົລບໍ່ເຕັນ ບໍ່ປ່ອຍໃຫ້ແມ່ຍິງລາວ ທີ່ມີວີຊ້າຈີນ ອອກໄປຈີນ

ຈຳປາທອງ
2024.01.25
ດ່ານສາກົລບໍ່ເຕັນ ບໍ່ປ່ອຍໃຫ້ແມ່ຍິງລາວ ທີ່ມີວີຊ້າຈີນ ອອກໄປຈີນ ນີ້ເປັນພຽງຮູບພາບ ຂອງເຈົ້າໜ້າທີ່ຕຳຣວດ ດ່ານສາກົລບໍ່ເຕັນ ທີ່ກຳລັງປະຕິບັດໜ້າທີ່ ໃນໄລຍະທີ່ 2 ປະເທດ ລາວ-ຈີນ ປິດຊາຍແດນ ເນື່ອງຈາກ ການຣະບາດ ຂອງໂຄວິດ-19. ແຂວງຫຼວງນ້ຳທາ ເດືອນກໍຣະກະດາ ປີ 2022.
RFA

ເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ດ່ານສາກົລບໍ່ເຕັນ ແຂວງຫຼວງນໍ້າທາ ກວດກາເຂັ້ມງວດ ຖ້າເຫັນວ່າ ຍິງສາວຊາວລາວ ທີ່ອາດຕົກເປັນເຫຍື່ອ ຂອງການຄ້າມະນຸສ ຈະບໍ່ໄດ້ຮັບອະນຸຍາດໃຫ້ຜ່ານອອກໄປຈີນ. ສະເພາະຍິງສາວລາວ ທີ່ຈະເດີນທາງໄປປະເທດຈີນ ຕ້ອງມີຜູ້ຄໍ້າປະກັນຢູ່ຈີນ, ມີຈຸດປະສົງຂອງການໄປຄັກແນ່ ບໍ່ດັ່ງນັ້ນ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ຜ່ານດ່ານ ເພື່ອສະກັດກັ້ນຫລາຍບັນຫາ ຮວມທັງການຖືກຄ້າມະນຸສນໍາດ້ວຍ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນາງນຶ່ງ ຢູ່ແຂວງຫຼວງນ້ຳທາ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ມົກກະຣານີ້ວ່າ ແມ່ຍິງລາວ ທີ່ຈະເດີນທາງໄປປະເທດຈີນ ຜ່ານດ່ານສາກົລບໍ່ເຕັນ ໂດຍສະເພາະຜູ້ທີ່ຈະເດີນທາງກາຍເມືອງຊຽງຮຸ່ງ ຂຶ້ນໄປ ຄວນກະກຽມເອກະສານເດີນທາງ, ແຜນການເດີນທາງ ແລະເອກະສານການເງິນ ຢ່າງລະອຽດ ລວມທັງ ຕ້ອງມີເອກະສານຢັ້ງຢືນ ຜູ້ຄ້ຳປະກັນ ຢູ່ປະເທດຈີນນຳດ້ວຍ.

ດັ່ງທີ່ນາງເວົ້າວ່າ:

ແມ່ນແຫຼະໆ ເຂົາຢາກຈຳກັດໜ້ອຍນຶ່ງຫັ້ນນ່າ. ອັ່ນຜູ້ຍິງບໍ່ທີ່ໄດ້ເຂົາໄປຫັ້ນ. ເຮົາຕ້ອງໄດ້ມີຜູ້ຄ້ຳປະກັນຢູ່ທາງພຸ້ນແດ່ຫັ້ນນ່າເນາະ ແລະກໍຈຸດປະ ສົງເນາະ. ເຮົາໄປຫຍັງ ອິຫຍັງຫັ້ນນ່າ. ໄດ້ເຮັດລະອຽດຫັ້ນ. ໂອ້! ຄັນວ່າເຮົາກາຍໄປອັ່ນ ກາຍຊຽງຮຸ່ງໄປຮອດຄຸນໝິງລະ ເຂົາຕ້ອງກວດລະອຽດຫັ້ນນ່າ.

ກ່ຽວກັບເຣື່ອງນີ້ ຜູ້ໃຊ້ສື່ສັງຄົມອອນລາຍນ໌ ຄົນແຂວງຜົ້ງສາລີ ນາງນຶ່ງ ທີ່ຈະເດີນທາງໄປຈີນ ເວົ້າໃນຕົ້ນສັບປະດານີ້ວ່າ ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ດ່ານສາກົລບໍ່ເຕັນ ບໍ່ຈ້ຳກາປະທັບ ໜັງສືຜ່ານແດນໃຫ້ນາງ ເພື່ອອອກໄປປະເທດຈີນ ໂດຍບໍ່ຊາບສາເຫດ ທັງໆທີ່ນາງ ໄດ້ວີຊ້າຈາກທາງສະຖານກົງ ສູນຈີນ ຢູ່ແຂວງຫຼວງພຣະບາງ ຢ່າງຖືກຕ້ອງແລ້ວ, ເຮັດໃຫ້ນາງ ຕ້ອງໄດ້ເສັຽເງິນຄ່າເດີນທາງ, ຄ່າແລ່ນເອກະສານຂໍວີຊ້າຈີນ ຕື່ມອີກ ແລະເສັຽເວລາໄປລ້າໆ.

ນາງເວົ້າວ່າ ເຈົ້າໜ້າທີ່ຕຳຣວດ ໄດ້ຮຽກເອົາເງິນ ສຳລັບຈ້ຳກາປະທັບ ຜູ້ລະ 5,000-7,000 ຢວນ ນຳດ້ວຍ.

ຂ້ອຍຈ້າງຣົຖ ຕັ້ງແຕ່ນ້ຳທາ. ເໝົາຣົຖມາຮອດພີ້ 800,000 (ກີບ). ຂ້ອຍຈ້າງອັ່ນ ໄປເຮັດວີຊ້າ 6 ລ້ານປາຍ (ກີບ). ມາຮອດຢູ່ພີ້, ເຂົາບໍ່ປ່ອຍ, ບໍ່ໃຫ້ເມືອ. ເຂົາຄິດວ່າ ແຕ່ລະຄົນ, ຄົນລາວເຮົານ່າ ເຂົ້າໄປຈີນນ່າ ໄປເອົາຜົວໝົດ. ຕໍ່ໃຫ້ເຮົາເອົາເງິນໃຫ້ ເຂົາກໍບໍ່ປ່ອຍໄປ. ຄັນວ່າເງິນທີ່ເຮົາໃຫ້ເຂົາຫັ້ນ 5,000, 6,000, 7,000 (ຢວນ) ເຂົາປ່ອຍໄປເລີຍ. ເພາະສະນັ້ນເຂົາຈະຢາກໄດ້ເງິນ ລະເຂົາເຮັດທຸກວິຖີທາງ ກວ່າທີ່ເຂົາຊິປ່ອຍເຮົາໄປ.

ນາງເວົ້າຕຶ່ມວ່າ ນ້ອງສາວຂອງນາງ ເຄີຍຖືກເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ບໍ່ຈ້ຳກາໜັງສືຜ່ານແດນໃຫ້ຄືກັນ, ເຖິງແມ່ນນາງຈະມີເອກະສານການເດີນທາງ ຖືກຕ້ອງແລ້ວກໍຕາມ.

ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງຊາວລາວ ຈຳນວນນຶ່ງ ໃນມື້ວັນທີ 25 ມົກກະຣານີ້ ຊຶ່ງຜູ້ທີ່ຮູ້ເຣື່ອງນີ້ ຄົນນຶ່ງ ທີີບໍ່ປະສົງອອກຊື່ ເວົ້າວ່າ ສາເຫດທີ່ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ບໍ່ຈ້ຳກາໃຫ້ຜູ້ເດີນທາງນາງນີ້ ອາດຈະແມ່ນຍ້ອນ ໜັງສືຜ່ານແດນຂອງນາງ ເປັນຫົວໃໝ່ ຍັງບໍ່ເຄີຍໃຊ້ເດີນທາງ ໄປຕ່າງປະເທດຈັກເທື່ອ ແລະນາງ ອາດຈະຕອບຄຳຖາມເຈົ້າໜ້າທີ່ ບໍ່ລະອຽດຈະແຈ້ງ ພຽງພໍ ຊຶ່ງອາດເຮັດໃຫ້ເຈົ້າໜ້າທີ່ ບໍ່ເຊື່ອກ່ຽວກັບເຣື່ອງຈຸດປະສົງການເດີນທາງ ຂອງນາງ.

ດັ່ງທີ່ທ່ານກ່າວວ່າ:

ສາວເສື້ອຂາວຫັ້ນນ່າ. ລາວອັ່ນໜ້າຈະແມ່ນປື້ມພາສປອດຫົວໃໝ່ຕິບໍ່. ພາສປອດຫົວໃໝ່ ບໍ່ມີການຈ້ຳອອກໄປປະເທດໃດເທື່ອ. ເຂົາອາດຈະຖາມວ່າ ເຈົ້າຊິໄປໃສ. ແລ້ວເຈົ້າຊິໄປເບິ່ງຫິມະຢູ່ຈີນ. ແລ້ວເຂົາຢາກຮູ້ວ່າ ເຈົ້າຊິໄປແຂວງໃດ. ເມືອງໃດ. ມື້ໃດກັບ. ເຖິງເຈົ້າຊິມີປີ້ກັບກະຢ່າ ແຕ່ຂ້ອຍຢາກຮູ້ວ່າເຈົ້າຊິໄປເມືອງໃດແດ່. ບາງເທື່ອ ບາງຄົນເຂົາເຈົ້າຕອບບໍ່ໄດ້ເດ. ເຂົາເຈົ້າຖາມວ່າຊິໄປໃສ. ເຮົາຕ້ອງຕອບວ່າ ໄປຄຸນໝິງ.

ທ່ານກ່າວຕໍ່ໄປວ່າ ໃນປັດຈຸບັນ, ທາງການລາວ ແລະຈີນ ໄດ້ສຸມໃສ່ເຝົ້າລະວັງ ການເດີນທາງ ເຂົ້າປະເທດຈີນ ຂອງແມ່ຍິງລາວ ຫຼາຍຂຶ້ນ. ຍ້ອນທີ່ຜ່ານມາ, ມີແມ່ຍິງລາວຈຳນວນນຶ່ງ ທີ່ເຂົ້າໄປສ້າງຄອບຄົວກັບຄົນຈີນ ຫຼືໄປເຮັດວຽກ ແບບບໍ່ໄດ້ຮັບອະນຸຍາດ ຫຼືໄປຂາຍບໍຣິການທາງເພດ ແລ້ວຕົກເປັນເຫຍື່ອ ຂອງ ຂບວນການຄ້າມະນຸສ ກໍມີ ຫລືບໍ່ກໍມີການຮັບຈ້າງ ສົ່ງຢາເສບຕິດ ຫຼືຢາພື້ນ ເມືອງລາວບາງຊະນິດ ທີ່ທາງການຈີນ ບໍ່ອະນຸຍາດ.

ປະຊາຊົນລາວ ອີກນາງນຶ່ງ ເວົ້າວ່າ ເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງຂອງລາວ ຈະເອົາໃຈໃສ່ຖາມຄົນເດີນທາງ ທີ່ເປັນແມ່ຍິງ ເປັນປະຈຳ ຊຶ່ງສ່ວນນຶ່ງ ອາດເປັນການຄັດກອງ ແລະປົກປ້ອງ ແມ່ຍິງລາວ ບໍ່ໃຫ້ຕົກເປັນເຫຍື່ອ ຂອງຂະບວນການຄ້າມະນຸສ. ແຕ່ອີກດ້ານນຶ່ງ ເຈົ້າໜ້າທີ່ ອາດຈະສຸ່ມຖາມ ນັກເດີນທາງ ເພື່ອຊອກຫາຜົລປໂຢດ ຈາກການຮຽກເອົາເງິນ ໃນການຈ້ຳການັ້ນ ເຖິງແມ່ນຈະມີເອກະສານຢັ້ງຢືນຄົບຖ້ວນແລ້ວກໍຕາມ. ດັ່ງນັ້ນ ນາງຈຶ່ງແນະນຳ ແມ່ຍິງລາວ ທີ່ຈະເດີນທາງໄປຈີນຄົນດຽວ ໃຫ້ໄປຂຶ້ນຍົນຢູ່ໄທຍ ຈະສະດວກກວ່າ.

ດັ່ງທີ່ນາງເວົ້າວ່າ:

ຕມ. ເຂົາສຸ່ມຖາມຢູ່ແລ້ວ. ຄັນຊິງ່າຍກະໄປທາງໄທຍດີກ່ອນ ເພາະວ່າ ຕມ. ລາວ ເຂົາໜ້າເງິນ. ແມ່ນ, ບໍ່ຜ່ານ. ຫຼາຍເພາະວ່າອັ່ນນັ້ນ ນຶ່ງມາເຂົາເຈົ້າກໍເອົາຢາກໄດ້ເງິນແນ່, ສອງມາລະແມ່ນເຂົາເຈົ້າ ກໍສະກັດກັ້ນ ເພາະວ່າຄົນລາວຖືກຕົວະໄປຂາຍຫຼາຍແນ່. ຫຼາຍຄົນແຮ່ງທີ່ແບບບໍ່ຜ່ານ ຕມ. ຫັ້ນນ່າ. ຄັນໄປເປັນກຸ່ມເປັນໝູ່ອິຫຍັງຊີ້ຫັ້ນນ່າ ກະໄປໄດ້. ແຕ່ວ່າຄັນແບບໄປແບບດ່ຽວໆ ອິຫຍັງຈັ່ງຊີ້ຫັ້ນນ່າ ແມ່ນບໍ່ຢາກແນະນຳ ໃຫ້ມາທາງລາວ ເພາະວ່າມີເອກະສານຄົບ ບາງເທື່ອເຂົາບໍ່ໃຫ້ຜ່ານກະມີ.

ທີ່ຜ່ານມາ, ດ່ານສາກົລບໍ່ເຕັນ ເປັນຈຸດນຶ່ງ ທີ່ທາງການລາວ ກວດພົບການສໍ້ຣາສບັງຫຼວງ, ຮຽກເອົາຜົລປໂຢດ ທັງຈາກຜູ້ເດີນທາງຄົນລາວ ແລະຊາວຈີນ. ໃນວັນທີ 7 ມິຖຸນາ 2023, ກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫຼວງນ້ຳທາ ໄດ້ປະຕິບັດວິໄນ ນາຍ ແລະພົນຕຳຣວດ ທີ່ປະຈຳຢູ່ດ່ານສາກົລບໍ່ເຕັນ ທັງໝົດ 78 ຄົນ. ໃນນັ້ນມີ 5 ຄົນ ຖືກໃຫ້ອອກຈາກພັກ, ປະຕິບັດວິໄນ, ໄລ່ອອກຈາກກຳລັງປ້ອງກັນຄວາມສງົບ ໂດຍທີ່ບໍ່ໄດ້ຮັບນະໂຍບາຍໃດໆ ຍ້ອນພວກເຂົາເຈົ້າ ຮັບເງິນສິນບົນ ແລະສວຍໃຊ້ຕຳແໜ່ງ ໜ້າທີ່ ອຳນວຍຄວາມສະດວກ ໃຫ້ຄົນຈີນ ທີ່ເຮັດວຽກ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ແລະກາສິໂນ ຄິງສ໌ໂຣມັນສ໌ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເດີນທາງເຂົ້າ-ອອກ ປະເທດລາວ ໂດຍບໍ່ຕ້ອງສແດງໂຕ ແລະເຮັດໜັງສືຜ່ານແດນ ຫລືວີຊ້າ ຕາມທີ່ລະບຽບກົດໝາຍກໍານົດ.

ນອກຈາກນີ້ແລ້ວ, ແຂວງຫຼວງນ້ຳທາ ຍັງເປັນຈຸດຫລໍ່ແຫຼມ ທີ່ກ່ຽວຂ້ອງກັບການຄ້າມະນຸສ ຂ້າມຊາຕ ຍ້ອນມີກຸ່ມຄົນເຄື່ອນໄຫວ, ຕົວະຍົວະແມ່ຍິງລາວ ໃນຫຼາຍຮູບການ ເປັນຕົ້ນ ການແຕ່ງດອງແອບແຝງ ກັບຄົນຈີນ, ການຖືພາໃຫ້ຄົນຈີນ ແບບບໍ່ຖືກຕ້ອງ ຫຼືທີ່ຮູ້ກັນວ່າ ການອູ້ມບຸນ ແລະການສົ່ງແມ່ຍິງລາວ ໄປຂາຍບໍຣິການ ທາງເພດ ຢູ່ຈີນນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

John
Jan 27, 2024 10:29 AM

police did the right thing.
Chinese escape law of Laos ,take lao women go to China because in China marry women lao easy, don't need documents.
Laos'effort to prevent human trafficking are compromised.
I knew a Chinese man came lao pay money take a Laos-girl, this girl simply applied a touring visa went China,she is 19, then lives in China,even Chinese police don't bother to intervene.
Why ? Because in Laos needs a lot of documents to marry a Laos girl,this is the measure of Laos government to protect lao women from harm of human trafficking by Chinese, now Chinese found out how to use the loop-hole to avoid those measures.