ລາວກູ້ຢືມເງິນ 28 ຕື້ກີບ ຕິດຕັ້ງໄຟສັນຍານຈາຣະຈອນ ທົ່ວນະຄອນຫຼວງ

ໄຊຍາ
2024.01.24
ລາວກູ້ຢືມເງິນ 28 ຕື້ກີບ ຕິດຕັ້ງໄຟສັນຍານຈາຣະຈອນ ທົ່ວນະຄອນຫຼວງ ຮູບປະກອບ: ໄຟຈາຣະຈອນ ຢູ່ຕໍ່ໜ້າຫໍປະຊຸມແຫ່ງຊາຕ ນະຄອນຫຼວງວຽງຈັນ. ເດືອນມີນາ ປີ 2023.
Photo: RFA

ວັນທີ 05 ມົກກະຣາ 2024 ຜ່ານມາ ທະນາຄານພັທນາເອເຊັຽ ຫຼື ADB ອະນຸມັດເງິນກູ້ຢືມ ຈຳນວນ 1,382,696 ໂດລ້າຣ໌ ສະຫະຣັຖ ຫຼື 28 ຕື້ປາຍກີບໃຫ້ແກ່ ກະຊວງໂຍທາທິການ ແລະ ຂົນສົ່ງເພື່ອຈັດຕັ້ງໂຄງການ ກໍ່ສ້າງໄຟສັນຍານຈາຣະຈອນ ແບບຍືນຍົງໃນໂຕເມືອງ ນະຄອນຫຼວງວຽງຈັນ. ໃນນັ້ນນຶ່ງການຕິດຕັ້ງໄຟສັນຍານຈາຣະຈອນ 41 ຈຸດໃນເຂດ ໂຄງການ ແລະເຂດໃກ້ຄຽງ ປະກອບມີຈຸດລະບົບໄຟສັນຍານ ບູລິມະສິດ (Pre-emptive) ໃໝ່ 28 ຈຸດ, ລະບົບສັນຍາໄຟປົກກະຕິ (Non-preemptive) ໃໝ່ 8 ຈຸດ, ລະບົບສັນຍາໄຟປົກກະຕິເກົ່າ 5 ຈຸດ, ສອງຕິດຕັ້ງອຸປະກອນ ຄວບຄຸມລະບົບ ເຊັ່ນຕູ້ຄວບຄຸມເຄື່ອງ Magnetic Loop ໃສ່ພື້ນທາງ ແລະ ສາມຕິດຕັ້ງເສົາ, ດອກໄຟ ສາຍໄຟ ແລະ ອື່ນໆ.

ໂຄງການດັ່ງກ່າວເຄີຍ ມີການຣາຍງານໃນກອງປະຊຸມ ຂອງການພັທນາ ແລະບໍຣິການໂຕເມືອງວຽງຈັນເພື່ອຂຶ້ນແຜນປັບປຸງ ໄຟສັນຍານຈາຣະຈອນ ແລະເພື່ອຫຼຸດຜ່ອນ ຄວາມສ່ຽງຕໍ່ການເກີດອຸປັດຕິເຫດ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ນະຄອນຫຼວງວຽວຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ມົກຣາ ນີ້ວ່າ:

ມັນກໍເປັນອົງປະກອບນຶ່ງທີ່ວ່າ ພາໃຫ້ເຮັດເກີດອຸປັດຕິເຫດ ເພາະວ່າລະບົບໄຟອໍານາດ ສົມມຸດວ່າໄຟແດງ ສເມີກັນຈັ່ງຊີ້ ມັນກໍລະບົບການສັນຈອນ. ມັນກໍບໍ່ຮູ້ຈະທິດທາງໃດນໍ້ນັກຂັບຂີ່ຫັ້ນນ່າ ສ່ວນຫຼາຍນັກຂັບຂີ່ຈະແລ່ນແບບວ່າ ທາງຊ້າຍກໍໄປທາງຂວາ ກໍໄປມາຫຍັງນ່າ. ມັນກໍເປັນປັດໄຈນຶ່ງ ທີ່ພາໃຫ້ເກີດອຸປັດຕິເຫດຫາກເຮົາມີລະບົບໄຟ ແມ່ນເຮົາຈະປ່ອຍເປັນເລນເນາະ. ສົມມຸດທິດນີ້ໄປປ່ອຍທິດນີ້ແລ້ວກໍ 30ວິນາທີ. ໄຟແດງຈະບໍ່ໃຫ້ມັນກໍຫຼຸດຜອ່ນ ວ່າຊັ້ນສາການເກີດອຸປັດຕິເຫດ ຄືວ່າໄດ້ຍີນຢູ່ວ່າເພິ່ນຂຶ້ນແຜນປັບປຸງ ແມ່ນຫຍັງຫັ້ນນ່າ.”

ຜູ້ໃຊ້ຣົຖໃຊ້ຖນົນກ່າວເຖິງ ບັນຫາທີ່ໄຟສັນຍານຈາຣະຈອນ ເປ່ເພວ່າ ປັດຈຸບັນຍັງພົບເຫັນໄຟສັນຍານຈາຣະຈອນ ເປ່ເພ ບໍ່ໄດ້ຮັບການສ້ອມແປງ ຢູ່ບາງເຂດເຮັດໃຫ້ການສັນຈອນໄປ-ມາ ມີຄວາມຫຍຸ້ງຍາກສັບສົນ ບໍ່ມີຄາມເປັນລະບຽບຮຽບຮ້ອຍ ໂດຍສະເພາະຊົ່ວໂມງເລັ່ງດ່ວນ ແລະສ່ຽງຕໍ່ການເກີດອຸປັດຕິເຫດ.

ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:

ໄຟແດງ ສີ່ແຍກ ສີດໍາດວນ ໂຕນັ້ນເຂົາເຈົ້າບໍ່ເຫັນສ້ອມແປງ ມີຈຸດດຽວຫັ້ນແຫຼະ. ເຫັນໝາຍຄວາມວ່າມັນຕາຍ. ມັນບໍ່ຂຽວ ບໍ່ແດງ ບໍ່ເຫຼືອງ ບໍ່ມີໄຟ. ເຣື່ອງໄຟອຳນາດນີ້ ມັນກໍກຳນົດທິດທາງ ຂອງນັກຂັບຂີ່ແຫຼະເນາະ. ຜູ້ແລ່ນທາງເອກ ທາງຫຼັກ ຈັ່ງຊີ້ ຫຼືວ່າທາງພົບທາງແຍກ ທາງນ້ອຍຊິໄປທາງໃຫຍ່ ຈັ່ງຊີ້ນ່າ. ມັນກໍໄດ້ລໍຖ້າ ກັນຢູ່ຫັ້ນຊົ່ວໂມງເລັ່ງດ່ວນ ບໍ່ຈັ່ງຊີ້. ຕອນຊິໄປການບໍ່ ຫຼືວ່າເລີກການຈັ່ງຊີ້ນ່າ. ຕອນເຊົ້າ, ຕອນແລງ ຢາກມີບັນຫາແຫຼະຣົຖຕິດ.”

ປະມານປາຍເດືອນສິງຫາ ປີ 2023 ທີ່ຜ່ານມາ ເຄີຍເກີດອຸປັດຕິເຫດ ຢູ່ສີ່ແຍກໄຟແດງສີບຸນເຮືອງ ເມືອງຈັນທະບູຣີ ເຮັດໃຫ້ຣົຖໃຫຍ່ຕຳແມ່ມານ ໂດຍສາເຫດສ່ວນນຶ່ງ ກໍຍ້ອນໄຟສັນຍານຈາຣະຈອນ ເປ່ເພ, ບໍ່ສາມາດໃຊ້ໄດ້.

ດັ່ງຜູ້ໃຊ້ຣົຖໃຊ້ຖນົນອີກທ່ານນຶ່ງ ກ່າວເຖິງໄຟສັນຍາຈາຣະຈອນ ຢູ່ສີ່ແຍກໄຟແດງ ສີບຸນເຮືອງວ່າ ມັນເປ່ເພ ບໍ່ສາມາດໃຊ້ງານໄດ້ ແບບຖາວອນ.

ດັ່ງທ່ານກ່າວ ໃນມື້ດຽວກັນວ່າ:

ມັນຈະມີບາງຈຸດ ທີ່ເສັຍຫາຍ ແຕ່ເຂົາຍັງບໍ່ທັນໄດ້ສ້ອມ ກໍມີຫຼາຍຈຸດ ຢູ່ແຖວສີບຸນເຮືອງ ກໍມີບາງຄັ້ງກໍສ້ອມແລ້ວ. ບາງຄັ້ງເຂົາກໍບໍ່ທັນໄດ້ສ້ອມ ບາງເທື່ອກໍມີມີດເລີຍ ກໍເປີດເປັນໄຟມາບ, ມາບ, ມາບ ໄວ້.”

ຊາວບ້ານ ໃນນະຄອນຫຼວງວຽງຈັນ ກ່າວວ່າ ພາກສ່ວນທີ່ກ່ຽວຂ້ອງ ມີແຜນປັບປຸງໄຟ ສັນຍານຈາຣະຈອນ ເປັນເຣື່ອງທີ່ດີ ເພາະໂຕເອງ ຢາກເຫັນໄຟສັນຍານຈາຣະຈອນ ເຮັດວຽກປົກກະຕິໄດ້ມາຕຖານ ແຕ່ເວົ້າສະເພາະເຣື່ອງອຸປັດຕິເຫດ ຕາມທ້ອງຖນົນ ເກີດຈາກໄຟສັນຍານ ຈາຣະຈອນເປ່ເພ ກໍບໍ່ສາມາດເວົ້າໄດ້ທັງໝົດ, ບາງເທື່ອອຸປັດຕິເຫດ ເກີດຂຶ້ນຍ້ອນຄົນບໍ່ມີວິໄນ ເປັນຕົ້ນເມົາແລ້ວຂັບ.

ດັ່ງທ່ານໄດ້ກ່າວ ໃນມື້ດຽວກັນນີ້ວ່າ:

ດີຫັ້ນແຫຼະ ມັນເວິກ ມັນກໍດີໝົດຫັ້ນແຫຼະ. ຖ້າວ່າໄດ້ເຮັດໃໝ່ ເຮັດຫ້ມັນຄັກ ລະບົບມັນອັນດຽວກັນ ໃຫ້ມັນມາຕຖານ. ສະດວກສະບາຍ ບໍ່ມີຫາງສຽງ. ເຮົາມີງົບປະມານ ເຮົາເຮັດໄດ້ມັນກໍດີ ມັນກໍມີຫຼາຍ ປະເດັນ ໄຟດີ ຄົນບໍ່ມີວິໄນ ກໍຄືກັນ.”

ເມື່ອວັນທີ 17 ມົກກະຣາ 2024 ທີ່ຜ່ານມາ ປະຊາຊົນສ່ອງແສງ ຜ່ານໜັງສືພີມລາວ ພັທນາວ່າໄຟສັນຍານຈາຣະຈອນ 4 ແຍກທົ່ງຂັນຄຳ ເມືອງຈັນທະບູຣີ ເປ່ເພ ເຮັດໃຫ້ການສັນຈອນ ແອອັດແລະຫຍຸ້ງຍາກ ສັບສົນ.

ເມື່ອປີ 2022 ໜັງສືພີມລາວພັທນາ ຣາຍງານວ່າ ໄຟສັນຍານຈາຣະຈອນຢູ່ 4 ແຍກທາດດຳ ເມືອງຈັນທະບູຣີ ແລະ 4 ແຍກໜອງດ້ວງ ເມືອງສີໂຄດຕະບອງ ມີລັກສະນະຫຼຸດອອກຈາກເສົາ ບໍ່ສາມາດໃຊ້ການໄດ້ ລວມໄປເຖິງໄຟສັນຍານຈາຣະຈອນ ຢູ່ 3 ແຍກດົງປະແຫຼບ, 4 ແຍກສີບຸນເຮືອງ, 4 ແຍກໂຮງກາຍຍະສິນ ແລະ 4 ແຍກຮ່ອງໄກ່ແກ້ວ ເມືອງຈັນທະບູຣີ ເປ່ເພດົນກ່ວາ 3 ເດືອນ. ອີກທັງໄຟສັນຍານຈາຣະຈອນ 4 ແຍກຫໍປະຊຸມແຫ່ງຊາຕ ເມືອງໄຊເສດຖາ ແລະ 4 ແຍກໜອງດ້ວງ ເມືອງສີໂຄດຕະບອງກໍເປ່ເພ ເຊັ່ນກັນ.

ສໍາລັບໂຄງການກໍ່ສ້າງ ໄຟສັນຍານຈາຣະຈອນ ແບບຍືນຍົງໃນໂຕເມືອງ ນະຄອນຫຼວງວຽງຈັນ ນີ້ ຈະໃຊ້ເວລາໃນການກໍ່ສ້າງ 10 ເດືອນ ເຊິງໃນເບື້ອງຕົ້ນ ບໍຣິສັດ ຮັບເໝົາກໍຄືບໍຣິສັດຮຸ້ນສ່ວນ Tapaco ວຽດນາມ ຕ້ອງໄດ້ສຳຣວດຄືນ ພື້ນທີ່ ແລະຈຸດທີ່ກໍ່ສ້າງ ແລ້ວອອກແບບ ເພື່ອນຳສເນີໂຄງການ ຮັບຮອງພາຍໃນ 60 ວັນ ຫຼັງຈາກເຊັນສັນຍາ ເມື່ອວັນທີ 18 ມົກກະຣາ 2024 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.