ເຣື້ອງທີ່ເກັບບັນທຶກໄວ້
2023-02-25
ກັມພູຊາ ແລະຈີນ ໄດ້ລົງນາມເພີ່ມຄວາມສຳພັນກັນ ຫລາຍສະບັບ ໃນຊ່ວງການໄປຢ້ຽມຢາມຈີນ ຂອງ ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກັມພູຊາ ວ່າງຫລັງໆມານີ້ ຊຶ່ງເປັນການຂຍາຍອິດທິພົລ ຂອງຈີນ ມາໃນຂົງເຂດ ເພື່ອກັຕ້ານສະຫະຣັຖ.
2023-02-24
ເກີດເຫດ ລູກປືນຄົກ ຂະນາດ 60 ມມ ແຕກໃສ່ທະຫານລາວ ໃນຂະນະທີ່ ຊ້ອມຍິງລູກປືນແທ້ ປະຈໍາປີ ຢູ່ສນາມກອງຮ້ອຍ 101 ເຂດບ້ານກະປື ເມືອງທ່າແຕງ ແຂວງເຊກອງ ເຮັດໃຫ້ມີນາຍ ແລະພົນທະຫານ ເສັຽຊີວິດຄາທີ່ 2 ຄົນ ແລະ ໄດ້ຮັບເຈັບ 4 ຄົນ.
2023-02-24
ຊາວບ້ານ ບ້ານທາດອີງຮັງ ຢູ່ນະຄອນໄກສອນພົມວິຫານ ຖືກເຈົ້າໜ້າທີ່ໂອ້ລົມ ເພື່ອຈະນໍາດິນການກະເສດ ເຂດປ່າສງວນແຫ່ງນຶ່ງ ໃຫ້ກັບບໍຣິສັດເອກກະຊົນ ສັມປະທານ ເຊິ່ງມີຊາວບ້ານ ໄດ້ຮັບຜົລກະທົບ 33 ຄອບຄົວ ແລະ ທຸກຄອບຄົວບໍ່ຍອມ ຍົກດິນກະເສດ ໃຫ້ແກ່ໂຄງການດັ່ງກ່າວ.
2023-02-24
ຕໍາຣວດ ແຂວງຜົ້ງສາລີ ສົ່ງພົນລະເມືອງຈີນ 25 ຄົນ ຊຶ່ງໃນນັ້ນເປັນຍິງ 2 ຄົນ ທີ່ລັກເຂົ້າມາທ່ຽວ ສປປ ລາວ ຜ່ານເສັ້ນທາງທັມມະຊາຕ ໃກ້ກັບດ່ານຊາຍແດນ ເມືອງຍອດອູ ແລະເມືອງຈຽງເຊິນ ຂອງຈີນກັບຄືນປະເທດແລ້ວ.
2023-02-24
ອົງການກວດກາພັກ-ຣັຖຣາຍງານວ່າ ປີກາຍກວດພົບຜູ້ສໍ້ຣາດບັງຫລວງ 187 ຄົນ ໃນນັ້ນ ເປັນພະນັກງານ ພັກ-ຣັຖ 134 ຄົນ, ຣັຖເສັຍຫາຍເປັນມູນຄ່າ 95.61 ຕື້ປາຍກີບ, 65 ລ້ານປາຍບາທ ແລະ 1 ແສນໂດລ້າຣ໌ສະຫະຣັຖ ຂະນະທີ່ປະຊາຊົນເຫັນວ່າ ຣັຖບານ ບໍ່ໄດ້ປາບປາມ ຢ່າງຈິງຈັງ.
2023-02-23
ລິ່ນເປັນສັດປ່າ ທີ່ຫວງຫ້າມ ແຕ່ກໍຍັງມີການລັກຄ້າຂາຍ ທາງອອນລາຍຢູ່ລາວ ຍ້ອນໄດ້ກໍາໄລດີ ເຊິ່ງເກັດລິ່ນລາຄາຊື້ ກິໂລລະ 1,00-2,000 ບາທ, ສ່ວນລາຄາຂາຍຕໍ່ 6,000-8,000 ບາທ ຫຼື ປະມານ 3 ລ້ານກີບ ແລະ ລິ່ນທີ່ມີນໍ້າໜັກຫລຸດ 3 ກິໂລ, ກິໂລລະ 5 ແສນກີບ, ຖ້າໜັກເກີນ 3 ກິໂລ, ກິໂລລະ 3 ແສນກີບ.
2023-02-23
ຂະບວນການ ຄົນຈີນ ປະກາດຫາເມັຽ ທາງສື່ສັງຄົມອອນລາຍນ໌ ກັບມາມີໃຫ້ເຫັນອີກແລ້ວ ໂດຍອ້າງວ່າຈະໃຫ້ເງິນເດືອນຂັ້ນຕໍ່າ 100 ລ້ານກີບຕໍ່ເດືອນ ເຊິ່ງແມ່ຍິງລາວຫຼາຍຄົນ ເຣີ່ມຕື່ນໂຕ ແລະມີຄວາມລະມັດລະວັງຫຼາຍຂຶ້ນ ເພາະຢ້ານຖືກຕົວະໄປຄ້າມະນຸສ.
2023-02-23
ເກີດການແຜ່ຣະບາດ ພະຍາດໃນສັດລ້ຽງ ເປັນຕົ້ນພະຍາດເຕົ້າໂຮມເລືອດ, ປາກເປື່ອຍລົງເລັບ ແລະອະຫິວາໝູ ໂດຍສະເພາະ ຢູ່ເມືອງໂຂງ ແຂວງຈຳປາສັກ ເຮັດໃຫ້ງົວ, ຄວາຍ ແລະໝູ ຂອງຊາວບ້ານຕາຍ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີມາຕການປ້ອງກັນ ສ່ວນປະຊາຊົນ ຢາກໃຫ້ພາກຣັຖຊ່ວຍເຫຼືອ.
2023-02-23
ພໍ່ແມ່ຂອງເດັກນ້ອຍ ທີ່ຖືກຂາຍຈາກ ສາມຫຼ່ຽມຄຳ ໄປເມືອງເມັຽວະດີ ປະເທດພະມ້າ ຕ້ອງການເດີນທາງ ໄປນະຄອນຫຼວງວຽງຈັນ ເພື່ອຮ້ອງຮຽນ ໃຫ້ທາງການລາວ ເລັ່ງຊອກຫາ ພ້ອມທັງໃຫ້ການຊ່ອຍເຫຼືອ ເດັກນ້ອຍເຫຼົ່ານັ້ນ ຢ່າງຮີບດ່ວນ.
2023-02-22
ເຂດພັທນາເສຖກິຈໃໝ່ ສີພັນດອນ ເຣີ່ມກັບມາພັທນາດ້ານຕ່າງໆແລ້ວ ຂນະທີ່ຊາວບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ກັງວົນໃຈຫລາຍ ທັງເຣື່ອງການຊົດເຊີຍ ແລະ ອະນາຄົດການເປັນຢູ່ ທີ່ຊາວບ້ານຈະໄດ້ຮັບຜົນກະທົບ ໂດຍສະເພາະເຣື່ອງທີ່ດິນ.
2023-02-22
ແຂວງວຽງຈັນ ມີການກໍ່ອາຊຍາກັມ 1,000 ປາຍຄະດີ ແລະ ໃນທົ່ວປະເທດລາວ ມີປະມານ 8,000 ຄະດີ ຊຶ່ງປະຊາຊົນ ຈຳນວນນຶ່ງ ຢາກໃຫ້ເຈົ້າໜ້າທີ່ຕຳຣວດ ເຮັດວຽກໄວຂຶ້ນ ແລະປັບປຸງລະບົບ, ສ່ວນບັນຫາຢາເສບຕິດ ເປັນເຣື່ອງຫຼາຍຄົນກັງວົນທີ່ສຸດ, ຜູ້ເສບຖືກນຳໄປບຳບັດ ແຕ່ບໍ່ມີການຝຶກອາຊີບໃຫ້ແລະເມື່ອບຸກຄົນເຫຼົ່ານັ້ນ ອອກມາກໍອາດກັບໄປ ເສບຢາເສບຕິດຄືນ.
2023-02-22
ເມືອງເມິງ ແລະ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງມີຊາວບ້ານຢູ່ເຂດຫ່າງໄກ ສອກຫລີກ ຈຳນວນນຶ່ງ ລັກລອບປູກຝິ່ນ ຊຶ່ງເປັນບ່ອນທີ່ເຈົ້າຫນ້າທີ່ ເຂົ້າເຖິງຍາກ ເພື່ອສ້າງລາຍໄດ້ໃຫ້ຕົນເອງ ເພາະເປັນພືດ ທີ່ປູກງ່າຍ ບໍ່ຕ້ອງໃຊ້ຕົ້ນທຶນສູງ, ສ່ວນພືດທົດແທນ ຕ້ອງໃຊ້ຕົ້ນທຶນສູງ, ໃຊ້ເວລາໃນການເບິ່ງແຍງດົນ ແລະສິ່ງສຳຄັນ ປູກພືກທົດແທນ ແຕ່ບໍ່ມີຕລາດຮອງຮັບ.
2023-02-22
ຄະນະກັມມາທິການ ແມ່ນໍ້າຂອງສາກົນ ໄດ້ເຜີຍແຜ່ເອກະສານສຳຄັນ ຈຳນວນ 2 ສະບັບປະກອບມີເອກະສານ ແນະນໍາການອອກແບບເບື້ອງຕົ້ນ ສໍາລັບບັນດາເຂື່ອນທີ່ສເນີ ກໍ່ສ້າງຕາມລຳແມ່ນໍ້າຂອງ ຫລື PDG ແລະ ເອກະສານແນະນຳ ສຳລັບການປະເມີນຜົນກະທົບ ດ້ານສິ່ງແວດລ້ອມຂ້າມຊາຍແດນ.
2023-02-22
ຣົຖໄຟລາວ-ຈີນ ຫລາຍສະຖານີ ຂ້ອນຂ້າງແອອັດ ດ້ວຍຈໍານວນຜູ້ໂດຍສານ ພາຍຫລັງຈີນເປີດປະເທດ ຂະນະທີ່ ຊາວລາວ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພີ່ມຖ້ຽວໂດຍສານ ເນື່ອງຈາກ ຢາກໃຫ້ພຽງພໍກັບຄວາມຕ້ອງການ ທັງຄົນພາຍໃນ ແລະຕ່າງປະເທດ.
2023-02-21
ການປະເມີນ ຂອງສາກົນກ່ຽວກັບ ການຟອກເງິນຢູ່ລາວ ຄັ້ງທໍາອິດເມື່ອປີ 2010 ຢູ່ໃນອັນດັບສີເທົາ ທີ່ມີຜົລກະທົບຕໍ່ ສປປ ລາວ ບໍ່ໜ້ອຍ, ທັງການສໍາລະສະສາງ ແລະການລົງທຶນ ຂອງຕ່າງປະເທດ ແລະການປະເມີນຄັ້ງທີ່ 2 ຊຶ່ງໄດ້ເຣິ່ມມາແຕ່ປີ 2019 ນັ້ນ ຈະຮູ້ຜົລໃນເດືອນ ກໍຣະກະດານີ້.