ສາກົນປະເມີນ ການຟອກເງິນ ຢູ່ ສປປ ລາວ

ຈຳປາທອງ
2023.02.21
ສາກົນປະເມີນ ການຟອກເງິນ ຢູ່ ສປປ ລາວ ເງິນກີບລາວ, ການຊື້ຂາຍ ຂອງຊາວຄ້າຂາຍ ແລະ ການດຳເນີນ ວຽກງານທຸຣະກິຈ ຕ່າງໆ ທີ່ປະເຊີນກັບ ຄ່າເງິນກີບ ອ່ອນຄ່າ.
ນັກຂ່າວ ພົລເມືອງ

ກຸ່ມເອເຊັຍ ປາຊີຟິກ ເພື່ອຕ້ານການຟອກເງິນ ຫລື APG ທີ່ ສປປລາວ ເປັນສະມາຊິກໃນປີ 2007 ພາຍຫລັງທີ່ໄດ້ເປັນປະເທດ ສັງເກດການໄດ້ 2 ປີ ໄດ້ປະເມີນ ສປປ ລາວ ກ່ຽວກັບການຟອກເງິນ ແລະການສນອງທຶນ ໃຫ້ແກ່ການກໍ່ການຮ້າຍຄັ້ງ ທໍາອິດໃນປີ 2010 ຊຶ່ງຜົລອອກມາວ່າ ສປປ ລາວ ຕົກຢູ່ໃນບັນຊີສີເທົາ ທີ່ສົ່ງຜົລໃຫ້ລາວ ພົບກັບຄວາມຫຍຸ້ງຍາກຫລາຍດ້ານ ທັງທາງດ້ານການສໍາລະ ສະສາງ, ການໂອນເງີນ ແລະການລົງທຶນ ຂອງຕ່າງປະເທດຮວມຢູ່ດ້ວຍ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ລະດັບສູງຂອງສໍານັກງານ ຂໍ້ມູນຕ້ານການຟອກເງິນ.

ຜົລການປະເມີນ ນັ້ນອອກມາວ່າ ສປປ ລາວ ຍັງບໍ່ສາມາດປະຕິບັດພັນທະ ທັງໝົດຂອງສາກົນໄດ້. ດັ່ງນັ້ນຈຶ່ງເຮັດໃຫ້ ສປປ ລາວ ຕົກຢູ່ໃນກຸ່ມປະເທດ ທີ່ຈະຕ້ອງໄດ້ຕິດຕາມ ແບບເພີ່ມທະວີຂຶ້ນ. ກຸ່ມ APG ເວົ້າວ່າ ດຳຣັຖວ່າດ້ວຍການຕ້ານການຟອກເງິນ ຂອງຣັຖບານລາວ ຍັງບໍ່ທັນເປັນບ່ອນອີງ ທີ່ໜັກແໜ້ນ ແລະພຽງພໍໃນການຈັດຕັ້ງປະຕິບັດວຽກງານ ຕ້ານການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະຍັງບໍ່ຫຍັບເຂົ້າໃກ້ມາດຖານສາກົນ.

ຍານາງ ນັນທະ ພົມວົງສາ ຮອງຫົວໜ້າສໍານັກງານຂໍ້ມູນ ຕ້ານການຟອກເງິນຂອງລາວ ໃຫ້ສໍາພາດໂທຣະທັດແຫ່ງຊາດລາວ ທີ່ໄດ້ຖືກເຜີຍແພ່ໃນມື້ວັນທີ 6 ກຸມພານີ້ ຊຶ່ງໃນນັ້ນ ຍານາງໄດ້ກ່າວເຖິງຜົລການປະເມີນ ຂອງກຸ່ມເອເຊັຍ ປາຊີຟິກເພື່ອຕ້ານການຟອກເງິນ ກ່ຽວກັບການຟອກເງິນ ແລະການສນອງທຶນໃຫ້ແກ່ການກໍ່ການຮ້າຍ ຄັ້ງທໍາອິດເມື່ອປີ 2010 ຊຶ່ງຕອນນຶ່ງ ມີເນື້ອໃນວ່າ:

“ໃນການປະເມີນວຽກງານ ຕ້ານການຟອກເງິນ ຫລື ວ່າການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ຂອງ ສປປລາວ ຄັ້ງທໍາອິດ ແມ່ນໄລຍະປີ 2010 ຊຶ່ງໃນໄລຍະນັ້ນຂະເຈົ້າ ຈະປະເມີນແຕ່ທາງດ້ານນິຕິກໍາ ເວົ້າງ່າຍໆ ກະຄື 40 ຂໍ້ແນະນໍາຫັ້ນ ແລະຜົລຂອງການປະເມີນ ໃນໄລຍະນັ້ນກະບໍ່ຄ່ອຍໄດ້ດີປານໃດ ເພາະວ່າ ກະຖືວ່າ ເປັນວຽກໃໝ່ຂອງ ສປປ ລາວ ແດ່ເນາະ ສະນັ້ນກະບາງນິຕິກໍາ ກະຍັງບໍ່ທັນຄົບຖ້ວນ.”

ເມື່ອເວົ້າເຖິງການຟອກເງິນ ກ່ອນອື່ນໝົດກໍຄວນເຂົ້າໃຈແຈ້ງວ່າ ການຟອກເງິນແມ່ນຫຍັງກັນແທ້. ຕາມຄວາມເຂົ້າໃຈ ຂອງທາງການລາວແລ້ວ “ການຟອກເງິນແມ່ນການປ່ຽນຮູບ, ນໍາໃຊ້, ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກໍາມະສິດທີ່ແທ້ຈິງຂອງເງິນ ຫລືຊັບສິນ ອື່ນໆທີ່ບຸກຄົນ, ນິຕິບຸກຄົນຫລືການຈັດຕັ້ງ ໂດຍທີ່ຮູ້, ໄດ້ຮູ້ ຫລືສົງໄສວ່າ ເງິນຫລືຊັບສິນນັ້ນມາຈາກການກະທໍາຜິດ ເພື່ອປົກປິດຫລືຊຸກເຊື່ອງຄຸນລັກສະນະ, ທີ່ມາຂອງເງິນ, ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນຫລືຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ.  ດັ່ງຈະຮູ້ໄດ້ຢູ່ໃນມາດຕຣາ 2 ຂອງກົດໝາຍ  ວ່າດ້ວຍການຕ້ານ ສະກັດກັ້ນການຟອກເງິນ ແລະການສນອງທຶນໃຫ້ ແກ່ການກໍ່ການຮ້າຍ, ແຕ່ຕາມຄໍາເວົ້າຂອງນັກວິຊາການ ດ້ານເສຖສາດລາວທ່ານນຶ່ງ ຢູ່ພາຍໃນປະເທດລາວ ຜູ້ຂໍສງວນຊື່, ສະຖານທີ່ ແລະວັນເວລາກ່າວຕໍ່ວິທຍຸ ເອເຊັຍເສຣີ ແລ້ວແມ່ນວ່າ ມີຄົນເຂົ້າໃຈແບບສັງລວມວ່າ ການຟອກເງິນ ແມ່ນການເຮັດໃຫ້ເງິນເຖື່ອນ ຫລືເງິນສົກກະປົກ ເປັນເງິນສະອາດ ຫລື ໃຫ້ຖືກຕ້ອງຕາມກົດໝາຍ ໃນຂະນະດຽວກັນ ທ່ານກໍໄດ້ຍົກຕົວຢ່າງບາງອັນວ່າ:

ການຟອກເງິນມັນກະສິເອົາເງິນເຂົ້າມາລາວ ມາຊື້ດິນຊື້ດອນ ລົງທຶນກໍ່ສ້າງ ສາປະທານສ້າງນັ້ນສ້າງນີ້ ມັນກະໂອນເງິນເຂົ້າມາໂລດແຫລະ ມູນຄ່າ 5 ລ້ານມັນກະໃສ່ 8 ລ້ານ 10 ລ້ານ ມູນຄ່າ ມັນກະໂອນເຂົ້າມາຜ່ານທະນາຄານເຂົ້າມາໂລດ ຣັຖບານຮັບຮອງລະເດ້ ມັນຢາກໃຊ້ຫຍັງມັນກະໃຊ້ລະບາດນີ້ ມັນຈ່າຍກະຈ່າຍໄດ້ ສິນຄ້າສົ່ງອອກມູນຄ່າທໍ່ນີ້ ມັນກະບໍ່ຜ່ານທະນາຄານເຮົາກະມີ ສຸດແລ້ວແຕ່ມັນສິເອົາໄປໃສ ບາງອັນກະເຂົ້າ ບາງອັນກະບໍ່ເຂົ້າໄດ໋ ເຂົາເວົ້າກັນຫັ້ນນະ.”

ເວົ້າເຖິງຄວາມສ່ຽງຕໍ່ການຟອກເງິນ, ຕາມທີ່ທາງການລາວ ໄດ້ທໍາການປະເມີນມາ ໃນຈໍານວນ 18 ຂແນງການ ມີ 8 ຂແນງການ ທີ່ມີຄວາມສ່ຽງຕໍ່ການຟອກເງິນຄື ທະນາຄານ, ກາສິໂນ ທີ່ມີຄວາມສ່ຽງສູງ, ທຸຣະກິດຊື້-ຂາຍວັດຖຸມີຄ່າ ແລະເຄື່ອງເກົ່າ, ຫລັກຊັພ, ປະກັນໄພ, ຮ້ານແລກປ່ຽນເງິນຕຣາທົ່ວໄປ, ບໍຣິສັດຕົວແທນໂອນເງິນດ່ວນ ແລະທຸຣະກິຈ ອະສັງຫະຣິມະຊັພ.

ເວົ້າສະເພາະ ກາສິໂນ ທີ່ທາງການລາວເຫັນວ່າ ມີຄວາມສ່ຽງສູງໃນການຟອກເງິນນັ້ນ ກໍຍ້ອນວ່າ ຂແນງກາສິໂນ ແມ່ນຂແນງການນຶ່ງຢູ່ໃນສະຖາບັນ ຊຶ່ງບໍ່ນອນຢູ່ໃນຂແນງການເງິນ ທີ່ຖືກສ້າງຕັ້ງຂຶ້ນພາຍໃຕ້ຣະບຽບກົດໝາຍຂອງ ສປປ ລາວ; ຜ່ານການເກັບກໍາຂໍ້ມູນຕົວຈິງ  ກາສິໂນ ແມ່ນມີຄວາມສ່ຽງສູງ ທີ່ຈະຖືກນໍາໃຊ້ເປັນແຫລ່ງຟອກເງິນ, ຍ້ອນວ່າ ທຸຣະກິຈກາສິໂນ ມີລັກສະນະສະເພາະ ທີ່ມີຄວາມສ່ຽງ ແລະຊ່ອງວ່າງໃນການຟອກເງິນ ຄື ການຊີໂນ ເປັນທຸຣະກິຈ ທີ່ນໍາໃຊ້ເງິນສົດ, ເປີດໃຫ້ບໍຣິການ 24 ຊົ່ວໂມງ ແລະມີການ ເຄື່ອນໄຫວທຸຣະກັມເງິນສົດ ເປັນຈໍານວນຫລາຍ, ກິຈກັມການເຄື່ອນໄຫວ ຂອງກາສິໂນ ແມ່ນເປັນຮູບແບບ ການພະນັນ, ການແລກປ່ຽນເງິນຕຣາຕ່າງປະເທດ ໃນກາສິໂນ ສ່ວນໃຫຍ່ແມ່ນແລກປ່ຽນຜ່ານໜ່ວຍ ບໍຣິການຂອງທະນາຄານ  ຫລືນໍາເງິນຕຣາຕ່າງປະເທດ ເຂົ້າໂດຍກົງ. ມີການເຄື່ອນ ໄຫວຂອງເງິນ ທີ່ກ່ຽວຂ້ອງກັບການຫລິ້ນເກມສ໌ ແລະການເຄື່ອນໄຫວ ເງິນທຶນຂອງກາສິໂນ ບໍ່ມີຈໍານວນ ຫລື ຕົວເລກທີ່ຊັດເຈນ.

ພ້ອມກັນນັ້ນ ບຸກຄະລາກອນຂອງກາສິໂນ ບໍ່ເຂົ້າໃຈໃນເຣື່ອງການຕິດຕາມ ແລະກວດກາທຸຣະກິຈກ່ຽວກັບການຟອກເງິນ ທີ່ອາຈເກີດຂຶ້ນ ແລະສະຖານທີ່ ຕັ້ງຂອງກາສິໂນ ແມ່ນຢູ່ເຂດຊາຍແດນ ເຊັ່ນກາສິໂນ ຄິງສ໌ໂຣມັນສ໌ ທີ່ຢູ່ໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ຢູ່ເມືອງຕົ້້ນເຜິ້ງ ແຂວງບໍ່ແກ້້ວ ທີ່ຢູ່ຕິດກັບຊາຍແດນໄທຍ, ລູກຄ້າສາມາດຂ້າມຊາຍແດນໄປ-ມາໄດ້ຢ່າງສະບາຍ, ບໍ່ທັນມີການເກັບກໍາຂໍ້ມູນ ຕ່າງໆຂອງລູກຄ້າ  ທີ່ເຂົ້າມາໃຊ້ບໍຣິການໃນກາສິໂນ  ເປັນຕົ້ນແມ່ນປະຫວັດຂອງລູກຄ້າ, ຈໍານວນເງິນ ທີ່ນໍາເຂົ້າໄປຫລິ້ນ, ແຫລ່ງທີ່ມາຂອງເງິນ ແລະສະຖິຕິຂອງລູກຄ້າ ທີ່ຫລິ້ນໄດ້ ແລະຫລິ້ນເສັຍ ຊຶ່ງບັນຫາຕ່າງໆເຫລົ່ານີ້ ຈະກໍ່ໃຫ້ເກີດຊ່ອງວ່າງ ທີ່ອາສຍາກອນຈະເຂົ້າມາ ນໍາໃຊ້ເພື່ອຟອກເງິນ. 

ເວົ້າເຖິງເຣື່ອງການຟອກເງິນ ຢູ່ກາສິໂນ ນັກວິຊາການທ່ານດຽວກັນນີ້ກ່າວວ່າ:

“ກາຊິໂນມັນກະແມ່ນລະເວີ້ຍ ກາສິໂນມັນໄດ້ເງິນເຖື່ອນ ມັນເຖື່ອນໄດ໋ກາສິໂນ, ກາສິໂນ ໂຄງການກໍ່ສ້າງ ຄືໂຄງການເຮືອນ 30 ຊັ້ນຢູ່ຫລັກ 5 ຫັ້ນເດ້ກະບໍ່ໄປບໍ່ມາ ແລະກະບັກມາລົງທຶນ ເອົາເງິນມາເຮັດກະຟອກເງິນກະຖືກຈັບ ດຽວນີ້ຄືວ່າຂາຍກິຈການ ໃຫ້ທາງຣົຖໄຟ ຊິສືບຕໍ່ເຮັດໃຫ້ມັນແລ້ວໆ ວ່າຊັ້ນໄດ໋.”

ຕໍ່ບັນຫາທີ່ວ່ານີ້ ກະຊວງການຄັງຂອງສະຫະຣັຖ ອາເມຣິກາ ໄດ້ອອກຖແລງຂ່າວໃນມື້ວັນທີ 30 ມົກກະຣາ 2018 ກ່ຽວກັບການຂຶ້ນບັນຊີດຳ ລົງໂທດ ກາສິໂນ ຄິງສ໌ໂຣມັນສ໌ ຂອງ ຈ້າວ ເຫວີຍ ຄົນຈີນ ໃນເຂດເສຖກິຈ ພິເສດສາມຫລ່ຽມ ຄໍາ ທີ່ວ່ານັ້ນ ໂດຍເວົ້າວ່າ ເປັນອົງການອາຊຍາກັມ ຂ້າມຊາດ, ເປັນແກັງອາຊຍາກັມ ຜິດກົດໝາຍ ຢູ່ກາສິໂນ ດັ່ງກ່າວ ຮວມທັງການຟອກເງິນ, ການໃຫ້ສິນບົນ, ການຄ້າມະນຸດ, ຄ້າຢາເສບຕິດ, ຄ້າສັດປ່າ ແລະການບັງຄັບເດັກນ້ອຍ ແມ່ຍິງໃຫ້ເປັນໂສເພນີ ຊຶ່ງອະດີດເຈົ້າໜ້າທີ່ທາງການລາວ ກໍເຊື່ອວ່າ ກາສິໂນຄິງສ໌ໂຣມັນສ໌ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍານີ້ ມີສ່ວນກ່ຽວຂ້ອງ ກັບກິຈກໍາຜິດກົດໝາຍ ຕາມທີ່ກະຊວງ ການຄັງສະຫະຣັຖອາເມຣິກາ ເວົ້ານັ້ນແທ້ ແລະນັກວິຊາການ ທ່ານດຽວກັນນີ້ ກໍກ່າວຕື່ມອີກວ່າ:

“ແມ່ນຫັ້ນແລ້ວ ເຂົາມາຟອກເງິນຢູ່ລາວ ກະສິຫລາຍຫັ້ນແຫລະ ເງື່ອນໄຂຫັ້ນງ່າຍ.”

ແຕ່ ຈ້າວ ເຫວີຍ ຜູ້ເປັນເຈົ້າຂອງກາສິໂນນັ້ນ ໄດ້ຕອບໂຕ້ຄໍາຖແລງຂອງກະ ຊວງການຄັງຂອງສະຫະຣັຖໃນມື້ວັນທີ 3 ກຸມພາ ໂດຍເວົ້າວ່າ ການອອກຂ່າວທີ່ວ່ານັ້ນ ເປັນການກະຈາຍຂ່າວ ທີ່ມີເຈຕນາບໍ່ດີ ບໍ່ມີເຫດຜົລ ແລະມີຈຸດປະສົງຂຍາຍອໍານາດ, ອິດທິພົນ ແລະເຮັດໃຫ້ສາກົນເຂົ້າໃຈຜິດ, ໃຫ້ນັກ ລົງທຶນ ແລະນັກທ່ອງທ່ຽວກັງວົນ ແຕ່ເຖິງຢ່າງໃດກໍຕາມ ການປະເມີນ ກ່ຽວກັບການຟອກເງິນ ແລະການສນອງທຶນໃຫ້ແກ່ການກໍ່ການຮ້າຍ ຄັ້ງທີ 2 ສໍາລັບ ສປປລາວ ກໍໄດ້ດໍາເນີນມາແຕ່ປີ 2019 ແຕ່ຍັງບໍ່ທັນສໍາເຣັດ ດັ່ງ ຍານາງ  ນັນທະ ພົມວົງສາ ກ່າວວ່າ:

ປີ 2019 ເປັນຕົ້ນມານີ້ເຮົາໄດ້ ປະເມີນຄັ້ງທີ 2 ຊຶ່ງໃນການປະເມີນຄັ້ງທີ 2 ນີ້ຈະເຂັ້ມຂຸ້ນຂຶ້ນກວ່າເກົ່າ ຍາກກວ່າເກົ່າກະຄື ຈະປະເມີນນອກຈາກ 40 ຂໍ້ແນະນໍານັ້ນແລ້ວທີ່ຕິດພັນ ກັບດ້ານນິຕິກັມ ແລະຈະບວກເຂົ້າໄປ 11 ຂໍ້ກະຄືການຈັດຕັ້ງປະຕິບັດ ຄືໄດ້ກ່າວມາຫັ້ນ. ໃນປັດຈຸບັນເອງ ເຮົາກະດໍາເນີນການປະເມີນຢູ່ ຊຶ່ງເຮົາກະຍັງບໍ່ທັນໄດ້ຮັບຜົນ ຄະແນນສຸດທ້າຍເທື່ອ.”

ການປະເມີນທີ່ວ່ານັ້ນ ຈັດເປັນອັນດັບ, ແບ່ງເປັນແຕ່ລະຂັ້ນ ເປັນສີ ມີສີເທົາ, ສີເທົາເຂັ້ມ ແລະສີດໍາ ດັ່ງຍານາງ ນັນທະ ກ່າວວ່າ:

“ເຂົາເຈົ້າຈະແບ່ງເປັນແຕ່ລະຂັ້ນເນາະ ມີບັນຊີສີເທົາ ສີເທົາເຂັ້ມ ລະກະດໍາ, ຖ້າຕົກຢູ່ໃນບັນຊີເຫລົ່ານີ້ ກຸ່ມທີ່ເຮົາເປັນສະມາຊິກ ຫລືກຸ່ມອື່ນໆຂອງສາກົນ ຂະເຈົ້າກະອອກແຈ້ງການ ເທົ່າກັບວ່າ ຖ້າສົມມຸດວ່າ ສີມີການພົວ ພັນກັບ ສປປລາວ ບໍ່ວ່າຈະເປັນການສໍາລະສະສາງ ແລະການລົງທຶນກະຕ້ອງໃຫ້ເຝົ້າລະ ວັງ ຊຶ່ງໃນໄລຍະຜ່ານມາເນາະ ພາຍຫລັງທີ່ເຮົາໄດ້ປະເມີນ ໃນປີ 2010 ຫັ້ນ ໃນໄລ ຍະນັ້ນເຮົາຕົກຢູ່ໃນບັນຊີສີເທົາ ຊຶ່ງກະເຮັດໃຫ້ພົບຄວາມຫຍູ້ງຍາກ ບໍ່ວ່າຈະເປັນໃນເຣື່ອງຂອງການສໍາລະ ສະສາງເອງ ໂອນເງິນແມ່ນຫຍັງຕ່າງໆ ຫລືວ່າ ການຈະມາລົງທຶນ ຊຶ່ງຕ່າງປະເທດກະຂ້ອນຂ້າງວ່າຫຍຸ້ງຍາກ ເພາະເຂົາເຈົ້າຈະເອົາໃຈໃສ່ບັນຫານີ້ຫລາຍ.”

ປະເທດໃດຕົກຢູ່ໃນບັນຊີສີເທົາ ປະເທດນັ້ນຕ້ອງຖືກເຝົ້າລະວັງ ໃນເຣື່ອງການຟອກເງິນ ແລະຕົກຢູ່ໃນສະພາບຖືກຕິດຕາມຂອງສາກົນ. ໃນປັດຈຸບັນ ວິທີການຟອກເງິນ ທີ່ໄດ້ຮັບຄວາມນິຍົມຫລາຍ ຄືການເປີດບໍຣິສັດເຮັດທຸຣະກິດບັງໜ້າ ໃນການຟອກເງິນ, ການຟອກ ເງິນໃນກາສິໂນ,ການເຊື່ອງຄໍາແທ່ງ ຈໍານວນຫຼາຍ ແລ້ວນໍາໄປຂາຍເທື່ອລະໜ້ອຍ, ການແລກປ່ຽນເງິນສົດ ໃນທະນາຄານໄປລົງທຶນດ້ານອະສັງຫາຣິມະຊັບ.

ຕາມປົກກະຕິ ການປະເມີນທີ່ວ່ານັ້ນ  ແມ່ນຈັດຂຶ້ນ 5 ປີເທື່ອນຶ່ງ, ແຕ່ສໍາລັບ ສປປ ລາວ ບໍ່ໄດ້ເປັນໄປຕາມນັ້ນ ຍ້ອນມີການປ່ຽນແປງເງື່ອນໄຂແດ່  ດັ່ງຍານາງ ນັນທະ ພົມວົງສາ ກ່າວວ່າ:

“ຖ້າຕາມຮອບວຽນກະແມ່ນ 5 ປີ ແຕ່ວ່າຄັ້ງທໍາອິດເຮົາໃນປີ 2010 ລະມາຄັ້ງທີ 2 ນີ້ແມ່ນໃນປີ 2019 ເນື່ອງຈາກວ່າ ໃນໄລຍະນັ້ນມີການປ່ຽນແປງ ເງື່ອນໄຂແດ່ລະກະໃນເຣື່ອງຂອງ APG ທີ່ເຮົາເປັນສະມາຊິກຫັ້ນນ່າ ຂະເຈົ້າກະມີການປັບ ປຸງອີ່ຫຍັງບາງຢ່າງ ກະເລີຍວ່າເຮັດໃຫ້ເຮົາໄດ້ ມາຮັບການປະເມີນຮອບ 2 ໃນປີ 2019. ໃນປີ 2019 ເຮົາກໍາລັງດໍາເນີນຢູ່ ຍັງບໍ່ທັນໄດ້ຮັບຜົນສໍາເຣັດ ຂະເຈົ້າຈະຮັບຮອງບົດປະເມີນ ຂອງສປປ ລາວ ນີ້ໃນປີນີ້ເດືອນກໍລະກົດ ເຮົາຈຶ່ງຈະຮູ້ຜົລ.”

ເພື່ອຂໍຮູ້ກ່ຽວກັບວ່າ ຜົລການປະເມີນຄັ້ງທີ 2 ອາຈອອກມາຄືແນວໃດນັ້ນ, ວິທຍຸເອເຊັຍເສຣີໄດ້ພະຍາຍາມຕິດຕໍ່ໄປຫາສໍານັກງານ ຂໍ້ມູນຕ້ານການຟອກເງິນ ໃນມື້ວັນທີ 6 ກຸມພານີ້ ແຕ່ເຈົ້າໜ້າທີ່ຜູ້ຮັບສາຍບໍ່ສາມາດເວົ້າໄດ້. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ພອນເພັດ ເມືອງ ໄຊເສດຖາ
Feb 22, 2023 10:54 PM

ພວກເຮົາສົນໃຈ ລາຍການຕອບຈົດໝາຍ ຂອງ ວິທະຍຸເອເຊຍເສລີເປັນພິເສດ, ຄືບໍ່ເຫັນມີລາຍການຕອບຈົດໝາຍປະກົດການຢູ່ໃນໜ້ານີ້ແລ້ວ. ຂໍແຈ້ງມາໃຫ້ພິນ້ອງເຮົາຊາບແດ.