ສປປ ລາວ ຍັງສ່ຽງ ຖືກເປັນແຫລ່ງ ຟອກເງິນ

ພອນ ພູມມີທອນ
2022.10.18
ສປປ ລາວ ຍັງສ່ຽງ ຖືກເປັນແຫລ່ງ ຟອກເງິນ ເຂດເສຖກິຈ ພິເສດ ແຫ່ງນຶ່ງ ໃນ ສປປ ລາວ, ວັນທີ 4 ເດືອນ ຕຸລາ ປີ 2022.
RFA

ປະເທດລາວ ຍັງມີຄວາມສ່ຽງສູງ ທີ່ຈະເປັນແຫລ່ງຟອກເງິນ ແລະ ສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ເນຶ່ອງຈາກ ຄະນະປະເມີນ ໃນກຸ່ມ ເອເຊັຽ ແປຊິຟິກ ເພື່ອຕ້ານ ການຟອກເງິນ ຫລື Asia Pacific on Anti-Money Laundering (APG) ຕໍ່ກັບວຽກງານ ຕ້ານການສະກັດກັ້ນ ການຟອກເງິນ ແລະ ການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ຫລື Anti-Money Laundering and Counter-financing of Terrorism (AML/CFT) ໄດ້ປະເມີນວ່າ ປະເທດລາວມີບັນຫາ ຍັງເປັນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂ ເຮັດໃຫ້ການປະເມີນ ບໍ່ຜ່ານເກນມາຕຖານ ໃນລະດັບສາກົລ.

ດັ່ງເຈັ້າໜ້າທີ່ ທີ່ກ່ຽວຂ້ອງ ກັບເຣຶ່ອງນີ້ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ຕຸລານີ້ວ່າ:

“ມີແຕ່ດຽວນີ້ ເຮົາຍັງແກ້ໄຂເອກສານ ຂໍ້ຄົງຄ້າງເຮົາຢູ່ ແກ້ກັນໄປເທຶ່ອລະນ້ອຍໆ ຈົນກວ່າຂະເຈົ້າ ຊິບໍ່ມີຄຳຖາມອິຫຍັງຫັ້ນແຫລະ, ຊ່ຽວຊານເພິ່ນ. ເພິ່ນກຳລັງ ຊິເບິ່ງຄຳຖາມຫັ້ນນ່າ ແລ້ວຄັນວ່າບໍ່ມີ ອິຫຍັງກະນ່າຊິ ປະມານບໍ່ນ່າຈະກາຍເດືອນ 6 ຫັ້ນນ່າ.”

ຍານາງກ່າວຕື່ມອີກວ່າ ການປະເມີນວຽກງານ ຕ້ານການສະກັດກັ້ນ ການຟອກເງິນ ແລະ ການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ຫລື Anti-Money Laundering and Counter-financing of Terrorism (AML/CFT) ໃນປະເທດລາວຄັ້ງນີ້ ແມ່ນເປັນຄັ້ງທີ່ 2 ແລ້ວ ໂດຍຈັດຂຶ້ນ ລະຫວ່າງວັນທີ 12-23 ກັນຍາ 2022 ທີ່ຜ່ານມາ.

ຫລັງຈາກທາງການລາວ ຈະຕ້ອງດຳເນີນການ ຂໍ້ຄົງຄ້າງຕ່າງໆ ຕາມຄະນະ ປະເມີນຈາກກຸ່ມເອເຊັຽ ແປຊິຟິກ ເພື່ອຕ້ານການຟອກເງິນ ຫລື APG ໄດ້ໃຫ້ຂໍ້ແນະນຳ ກັບທາງການລາວ ເພຶ່ອຮີບຮ້ອນ ແກ້ໄຂກ່ອນຈະຖືກປະເມີນ ເປັນຄັ້ງທີ່ 3 ພາຍໃນກາງປີ 2023 ນີ້.

ສຳລັບຂໍ້ແນະນຳ ກັບທາງການລາວ ຄື ຕ້ອງຣາຍງານ ບັນຊີຢ່າງຖືກຕ້ອງ, ຄວາມໂປ່ງໃສ ຂອງທນາຄານ ແລະ ທຸຣກິຈຕ່າງໆ, ມີການກວດສອບ ແຫລ່ງທີ່ມາຂອງເງິນ ໄດ້ຢ່າງຈະແຈ້ງ ແລະ ອື່ນໆ.

ສ່ວນບັນຫາສຳຄັນ ທີ່ທາງການລາວ ຈະຕ້ອງໄປດຳເນີນການ ຕິດຕາມ, ກວດກາ ເປັນຕົ້ນ ບັນຫາການເປີດບໍຣິສັດ ເຮັດທຸຣກິຈບັງໜ້າ ເພື່ອຕອບສນອງ ຂັ້ນຕອນໃນການຟອກເງິນ, ການຟອກເງິນ ໃນກາສິໂນ, ການຊື້ຄຳແທ່ງ ໃນປະຣິມານຫລາຍ ແລ້ວທຍອຍນຳໄປຂາຍ ເທື່ອລະໜ້ອຍ ແລະ ປ່ຽນເງິນສົດ ໃນທນາຄານ ໄປລົງທຶນດ້ານ ອະສັງຫາລິມາຊັພ, ບັນຫາການຜລິຕ ແລະ ຄ້າຂາຍຍາເສພຕິດ ເຊິ່ງອາສັຍດິນແດນ ຂອງປະເທດລາວ ເພື່ອເປັນທາງຜ່ານ, ຜລິຕ, ຄ້າຂາຍ ແລະ ບັນຫາການສໍ້ໂກງຊັພ ພົລເມືອງ ທີ່ກໍ່ໃຫ້ເກີດຄວາມເສັຽຫາຍ ເປັນເງິນມະຫາສານ.

ຂະນະທີ່ ເຈົ້າໜ້າທີ່ໃນແຂວງບໍ່ແກ້ວ ກ່າວວ່າ ແຂວງບໍ່ແກ້ວ ກໍປະເຊີນກັບ ຄວາມສ່ຽງສູງ ທີ່ຈະເປັນແຫລ່ງຟອກເງິນ ແລະ ສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ເນື່ອງຈາກ ເປັນແຂວງທີ່ຕັ້ງ ຂອງເຂດເສຖກິຈ ພິເສດສາມ ຫລ່ຽມຄຳ ເຊິ່ງມັກມີບັນຫາ ເຣຶ່ອງຢາເສບຕິດ, ທຸຣກິຈເຖື່ອນ ບໍ່ມີໃບວິສາຫະກິຈ ຕາມກົດໝາຍ ແລະ ການຄ້າມະນຸສ.

ໄລຍະທີ່ຜ່ານມາ ແຂວງບໍ່ແກ້ວ ກໍມີຄະດີຢາເສບຕິດ ເກີດຂຶ້ນ ເປັນຈຳນວນຫລາຍພັນຄະດີ ນັບແຕ່ຄະດີນ້ອຍ ຈົນເຖິງຄະດີໃຫຍ່ ເຊິ່ງມີມູລຄ່າ ເປັນເງິນຈຳນວນ ມະຫາສານ ແຕ່ຄະດີຢາເສບຕິດເຫລົ່ານັ້ນ ມັກຈະບໍ່ໄດ້ຮັບການແກ້ໄຂ ຢ່າງຮີບດ່ວນ ເນື່ອງຈາກ ເກືອບຈະທຸກຄະດີ ແມ່ນມີຕ່າງປະເທດ ເຂົ້າມາພົວພັນ ເຮັດໃຫ້ຂບວນການຕິດຕາມ, ກວດກາ ມີຄວາມຫຍຸ້ງຍາກ.

ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວງກັນນີ້ວ່າ:

“ບ້ານເຮົານີ້ມີຫລາຍຄະດີ ແບບວ່າປະຕິບັດບໍ່ໄດ້ ກໍແບບຊຳລະຍາກ ເພາະວ່າຢູ່ບ້ານເຮົານີ້ ຄະດີຫລາຍຫັ້ນ ມັນແມ່ນຄະດີຢູ່ຕົ້ນເຜິງແດ່ ແລ້ວກະຄະດີ ມັນກ່ຽວກັບຄົນ ຕ່າງປະເທດຫຍັງຫັ້ນນ່າ ເປັນພວກຢາເສບຕິດ ມັນກໍເປັນເເບບນັ້ນ.”

ກ່ຽວກັບເຣຶ່ອງນີ້ ຊາວລາວຈຳນວນນຶ່ງ ກໍເຫັນວ່າ ທາງການລາວ ຕ້ອງບັງຄັບໃຊ້ກົດໝາຍ ຢ່າງຈິງຈັງ ແລະ ມີປະສິທທິພາບສູງສຸດ ເພື່ອປ້ອງກັນ ບໍ່ໃຫ້ຫົວໝ່ວຍທຸຣກິຈຕ່າງໆ ມີຊ່ອງຫວ່າງ ທາງກົດໝາຍ ເພື່ອຟອກເງິນ ແລະ ສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ນອກຈາກນັ້ນ ກໍຕ້ອງຕິດຕາມ, ກວດກາ ບັນດາຫົວໝ່ວຍທຸຣກິຈຕ່າງໆ ທີ່ເຂົ້າມາເປີດທຸຣກິຈ ໃນປະເທດລາວ ໂດຍສະເພາະເຣຶ່ອງເງິນລົງທຶນ ຕ້ອງມີຄວາມໂປ່ງໃສ ກວດສອບໄດ້.

ດັ່ງຊາວບ້ານຜູ້ນຶ່ງ ໃນແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ດຽວນີ້ກໍມີແຕ່ອາສັຍ ຊ່ອງໂວ່ຫັ້ນແຫລະ ເຂົາກະມີເລ້ຫລ່ຽມ ເຂົາຫັ້ນແຫລະ ສຳຄັນແມ່ນເງິນທຶນຫັ້ນແຫລະ ຄືຮູ້ຫັ້ນແຫລະ ລະດັບການເມືອງນີ້ ຍັງບໍ່ຍົກສູງ ມັນລົງທຶນແບບມະຫາສານ ມັນກະຕ້ອງຫາເງິນກັບຄືນ.

ຊາວລາວອີກຄົນນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າ ມີຄວາມກັງວົນໃຈຫລາຍ ຫາກທາງການລາວ ຍັງບໍ່ບັງຄັບ ໃຊ້ກົດໝາຍຢ່າງຈິງຈັງ ແລະ ນຳໃຊ້ຢ່າງມີປະສິທທິພາບສູງສຸດ ປະເທດລາວ ກໍຈະຕົກຢູ່ໃນຄວາມສ່ຽງ ທີ່ຈະເກີດການຟອກເງິນ ແລະ ສນອງທຶນໃຫ້ແກ່ ການກໍ່ການຮ້າຍສືບຕໍ່ໄປ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກົດໝາຍນີ້ມີຢູ່ ເວົ້າຢູ່ ແຕ່ບໍ່ປະຕິບັດ ກະຍ້ອນແນວນັ້ນຫັ້ນແຫລະ ຄົນຈັ່ງວ່າບໍ່ຢ້ານມາຮອດປັຈຸບັນນີ້ ແລ້ວຊິບໍ່ໃຫ້ເຮົາເປັນຫ່ວງ ເຮົາກະເປັນຫ່ວງຢູ່ ແຕ່ກໍສຸດຄວາມສາມາດ ແຕ່ແກ້ໄຂບໍ່ໄດ້ນິ.”

ທາງດ້ານ ເຈົ້າໜ້າທີ່ວິຊາການ ຈາກສຖາບັນຊ່ວຍເຫລືອ ທາງດ້ານກົດໝາຍ ແລະ ວິຊາການ ຫລື The Institute for Legal Support and Technical Assistance (ILSTA) ໃຫ້ທັສະນະ ກ່ຽວກັບເຣຶ່ອງນີ້ວ່າ  ວຽກງານຕ້ານ, ສະກັດກັ້ນ ການຟອກເງິນ ແລະ ສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ແມ່ນເປັນເຣຶ່ອງທີ່ ເຂົ້າໃຈຍາກ ເຊິ່ງເຮັດໃຫ້ ໜ້າທີ່ລະດັບທ້ອງຖິ່ນ ແລະຄົນລາວທົ່ວໄປ ບໍ່ໄດ້ເອົາໃຈໃສ່ເທົ່າທີ່ຄວນ.

ສະນັ້ນແລ້ວ ທັງອົງການ ຕ້ານການຟອກເງິນແຫ່ງຊາຕ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງພຍາຍາມ ໃຫ້ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈ ກັບເຈົ້າໜ້າທີ່ທ້ອງຖິ່ນ ແລະ ຄົນລາວທົ່ວໄປ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເພື່ອປ້ອງກັນ ບໍ່ໃຫ້ເກີດການຟອກເງິນ ແລະ ສນອງທຶນໃຫ້ ແກ່ການກໍ່ການຮ້າຍ ແຕ່ບັນຫາສຳຄັນ ຂອງທາງການລາວ ກໍຄື ຂາດເຂີນ ງົບປະມານໃນການລົງພື້ນທີ່ ຝືກອົບຮົມ ແລະ ໃຫ້ຄວາມຮູ້.

ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເຮົາກໍພະຍາຍາມ ພັທະນາໃຫ້ມັນສອດຄ່ອງ ກັບຂອງສາກົລ ຫລືວ່າຂອງພາກພື້ນ ການຈັດຕັ້ງປະຕິບັດ ມັນກະຍັງຖືວ່າ ຍັງຕ້ອງໄດ້ປັບປຸງຫັ້ນແຫລະ ແລ້ວບາດນີ້ຄົນເຮົາ ທົ່ວໆໄປນີ້ ຄັນເວົ້າເຣຶ່ອງກົດໝາຍ ລະແມ່ນ ບໍ່ຢາກຫຍຸ້ງກ່ຽວ ແລ້ວເພິ່ນກະຂາດທຶນຮອນ ໃນການທີ່ວ່າ ຈະລົງໄປເຜີຍແຜ່ ໃຫ້ມັນເຖິງຮາກຫຍ້າ.

ໄລຍະຜ່ານມາ ປະເທດລາວ ຕົກຢູ່ໃນບັນຫາ ຄວາມໝາຍຄື ເປັນປະເທດ ທີ່ຕ້ອງເຝົ້າລະວັງ ພິເສດໃນການຟອກເງິນ ແລະ ສນອງທຶນ ໃຫ້ແກ່ການກໍ່ການຮ້າຍ ຕາມມາຕຖານ ຂອງອົງການ ຕ້ານການຟອກເງິນ ສາກົລ ຫລື Financial Action Task Force (FATF).

ໃນປີ 2017 ທີ່ຜ່ານມາ ຄນະປະເມີນ ຈາກກຸ່ມເອເຊັຽ ແປຊິຟິກ ເພື່ອຕ້ານການຟອກເງິນ ຫລື APG ໄດ້ປະເມີນປະເທດລາວ ເປັນຄັ້ງທຳອິດ ແລະ ໃຫ້ປະເທດລາວ ຫລຸດພົ້ນ ອອກຈາກບັນຊີສີເທົາ ໂດຍບໍ່ຕົກຢູ່ ໃນສະພາບການຕິດຕາມ ຂອງສາກົລ ຫລື ຂໍ້ບົກຜ່ອງ ຕາມມາຕຖານ ຂອງອົງການ ຕ້ານການຟອກເງິນສາກົລ.

ເຖິງແນວໃດກໍຕາມ ຫາກການປະເມີນ ຄັ້ງທີ່ 3 ໃນກາງປີ 2023 ຍັງບໍ່ຜ່ານ ການປະເມີນ ຕາມມາຕຖານຂອງອົງການ ຕ້ານການຟອກເງິນສາກົລ ກໍຈະເຮັດໃຫ້ປະເທດລາວ ຖືກຈັດຢູ່ໃນບັນຊີ ສີເທົາ ສືບຕໍ່ໄປ. ເຊິ່ງຈະສົ່ງຜົລກະທົບ ຕໍ່ພາບພົດ ແລະ ຊື່ສຽງຂອງປະເທດ ທັງໃນດ້ານການເມືອງ, ສັງຄົມ ແລະ ຈະກາຍເປັນປະເທດທີ່ຂຶ້ນຊື່ວ່າ ມີຄວາມສ່ຽງສູງ ທີ່ຈະເກີດການຟອກເງິນ ແລະ ການສນອງທຶນໃຫ້ແກ່ ການກໍ່ການຮ້າຍ ແລະ ດ້ານເສຖກິຈ ກໍຈະຖືກຈຳກັດ ທາງການຄ້າ ແລະ ການລົງທຶນ ເນື່ອງຈາກ ນັກລົງທຶນ ຂາດຄວາມເຊື່ອໝັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.