ມີຣາຍງານ ເກີດອາຊຍາກັມ ເກີນກວ່າ 1,000 ຄະດີ ໃນແຂວງວຽງຈັນ
2023.02.22
ເມື່ອປີ 2022 ທີ່ຜ່ານມາ ແຂວງວຽງຈັນ ມີອາຊຍາກັມເກີດຂຶ້ນ ທັງໝົດ 1,000 ປາຍຄະດີ ແລະໃນທົ່ວປະເທດ ກໍມີ 8,000 ປາຍຄະດີ.
ພັນໂທ ສົມສັກ ໄຊປັນຍາ, ຮອງຫົວໜ້າຫ້ອງການ ປກສ ແຂວງວຽງຈັນ ຣາຍງານຕໍ່ກອງປະຊຸມສລຸບວຽກງານ ຮັກສາຄວາມສງົບ ປະຈຳປີ 2022 ແລະວາງທິດທາງແຜນການ ປີ 2023 ວ່າ ເມື່ອປີ 2022 ທີ່ຜ່ານມາ ມີຄະດີເກີດຂຶ້ນ ທັງໝົດໃນແຂວງວຽງຈັນ ຈໍານວນ 1,064 ເຣື່ອງ ແລະຈັບຜູ້ຕ້ອງຫາໄດ້ 774 ຄົນ; ໃນນັ້ນ ມີຄະດີເສຖກິຈ 63 ເຣື່ອງ ທີ່ມີຜູ້ຕ້ອງຫາ 90 ຄົນ ແລະເຮັດໃຫ້ຣັຖສູນເສັຍລາຍໄດ້, ລາຍຮັບ 421 ລ້ານກີບ, ເງິນບາທໄທຍ 3.6 ລ້ານບາທ, ສົມກັບ 1.4 ລ້ານ ໂດລ້າຣ໌ສະຫະຣັຖ ແລະ 5.7 ລ້ານຢວນ ຊຶ່ງລວມມູນຄ່າເສັຍຫາຍທັງໝົດ ເຖິງ 56.5 ຕື້ກີບ.
ຄະດີທີ່ເກີດຂຶ້ນ ໃນແຂວງວຽງຈັນ ສ່ວນຫຼາຍເປັນຄະດີອຸບປະຕິເຫດຣົຖຍົນ ຄືມີທັງໝົດ 573 ຄະດີ ທີ່ເຮັດໃຫ້ຄົນເສັຍຊີວິດ 57 ຄົນ ແລະບາດເຈັບ 925 ຄົນ. ການກໍ່ອາຊຍາກັມ ຫຼາຍທີ່ສຸດຮອງລົງມາ ກໍແມ່ນກ່ຽວກັບຢາເສບຕິດ ຊຶ່ງເມື່ອປີກາຍ ມີທັງໝົດ 315 ຄະດີ, ຈັບຜູ້ຕ້ອງຫາໄດ້ 472 ຄົນ, ຍຶດຢາບ້າເກືອບ 1 ລ້ານເມັດ ແລະຢາໄອສ໌ 25 ກິໂລກຣາມ. ການກໍ່ອາຊຍາກັມອີກຢ່າງນຶ່ງ ທີ່ໜ້າສົນໃຈ ກໍແມ່ນການຄ້າມະນຸສ, ປີກາຍ ຢູ່ແຂວງວຽງຈັນ ມີ 12 ເຣື່ອງ, ມີຜູ້ຕ້ອງຫາຄ້າມະນຸສ 12 ຄົນ ແລະຜູ້ເຄາະຮ້າຍ ຊຶ່ງເປັນຜູ້ຍິງ 13 ຄົນ.
ຊາວແຂວງວຽງຈັນ ນາງນຶ່ງ ໃຫ້ຄຳຄິດຄຳເຫັນ ກ່ຽວກັບບົດຣາຍງານ ການກໍ່ອາຊຍາກັມ ໃນແຂວງວຽງຈັນນັ້ນວ່າ ນາງຢາກຮຽກຮ້ອງ ໃຫ້ຕຳຣວດແຂວງວຽງຈັນ ປັບປຸງການດຳເນີນຄະດີ ໃຫ້ໄວຂຶ້ນ.
“ຕຳຣວດລາວ ຂະເຈົ້າກໍເຮັດວຽກດີຢູ່ນ່າ ກໍຄ້ອນຂ້າງດີ ແຕ່ວ່າລະບົບອັນມັນຍັງຊ້າໜ່ອຍນຶ່ງຫັ້ນນ່າ; ສົມມຸດວ່າ ມີເຫດຫຍັງ ເຮົາເອີ້ນແລ້ວ ກໍຊ້າຢູ່ຊີ້ນ່າ ແຕ່ບໍ່ເຖິງຂັ້ນໃຈໃສ່ເຮົາຊີ້ນ່າ ມາຊ້າ ອິຫຍັງຊີ້.”
ສ່ວນຊາວເມືອງວັງວຽງ ແຂວງວຽງຈັນຜູ້ນຶ່ງ ກ່າວກັບວິທະຍຸເອເຊັຍເສຣີ ໃນວັນທີ່ 21 ກຸມພາ 2023 ນີ້ວ່າ ໃນເມືອງວັງວຽງນີ້ ມີຄວາມປອດໄພຢູ່ພໍສົມຄວນ; ເວລານັກທ່ອງທ່ຽວ ໄປທ່ຽວຕອນກາງຄືນ ກໍບໍ່ມີເຫດການປຸ້ນຈີ້ເກີດຂຶ້ນ, ບໍ່ຄ່ອຍມີໄວໜຸ່ມ ຊີງຊັບ, ຊີງຣົຖໃດໆ.
ຊາວເມືອງວັງວຽງຜູ້ນີ້ ກ່າວຕື່ມວ່າ:
“ປອດໄພ 90%. 95% ຈະໃຫ້ມັນຮ້ອຍເປີເຊັນ, ມັນກໍບໍ່ຮ້ອຍດອກ ມັນກໍມີຢູ່່ ແຕ່ກໍບໍ່ຄ່ອຍເກີດປະຈຳຫັ້ນນ່າ ຍົກຕົວຢ່າງ ມີງານໃຫຍ່ໆ ກໍຊິມີຢູ່ໄວລຸ້ນ ເດັກດື້ ເດັກຫຍັງ ກໍບໍ່ຫຼາຍ.”
ຊາວເມືອງເຟືອງ ແຂວງວຽງຈັນຜູ້ນຶ່ງ ຈົ່ມວ່າ ຢູ່ແຂວງວຽງຈັນ ອາດຈະບໍ່ມີຄະດີລັກເຄື່ອງ ລັກຂອງ ແລະປຸ້ນຊັບ ຕາມບ້ານເຮືອນຫຼາຍປານໃດ; ແຕ່ປັດຈຸບັນ ປະກົດວ່າ ມີຄະດີຕົ້ວະຕົ້ມ ທາງອ່ອນລາຍນ໌ ຫຼາຍຂຶ້ນ.
“ດຽວນີ້ມັນຕົກຢູ່ໃນອັ້ນຕົ້ວະຕົ້ມຕຸ້ນ, ຕົ້ວະຫຼອກລວງໂອນເງິນ ທາງອ່ອນລາຍນ໌ ຫັ້ນນ່າ. ຂາຍຂອງອ່ອນລາຍນ໌ ນີ່ມັນໜັກສຸດແລ້ວ ເຮົາໄປຫາພາກສ່ວນທີ່ກ່ຽວຂ້ອງ ເພິ່ນກໍບໍ່ຊ່ວຍອິຫຍັງ ແຈ້ງຕຳຣວດໃນແຂວງ, ເຂົາເຈົ້າກໍເຮັດວຽກຫຼ້າຊ້າ ທີ່ວ່າຊິໄດ້ເງິນນັ້ນ ມັນໝົດຫຼາຍກວ່າ ທີ່ວ່າເຮົາເສັຍຫັ້ນແຫຼະ.”
ເຈົ້າໜ້າທີ່ຕຳຣວດ ແຂວງວຽງຈັນ ທ່ານນຶ່ງ ຊຶ່ງຄືຄົນລາວອື່ນໆ ໃນຂ່າວນີ້ ບໍ່ປະສົງບອກຊື່ ແລະ ຕຳແໜ່ງ ອະທິບາຍວ່າ ໜ້າທີ່ຂອງຕຳຣວດ ກໍແມ່ນ ຕິດຕາມຄະດີ ຈັບຜູ້ຕ້ອງສົງໄສ ຍຶດຂອງກາງ ແລະສືບສວນສອບສວນ ແລ້ວສົ່ງຄະດີໃຫ້ໄອຍະການ ຊຶ່ງຈະສົ່ງສຳນວນຟ້ອງສານ ເພື່ອສານພິຈາຣະນາຕັດສິນຄະດີ. ຖ້າຫາກແມ່ນຄະດີຢາເສບຕິດ ທາງເຈົ້າໜ້າທີ່ຕຳຣວດ ກໍຈະແຈ້ງໃຫ້ພໍ່ແມ່ຜູ້ປົກຄອງ ສົ່ງລູກຫຼານຂອງພວກເຂົາເຈົ້າ ໄປສູນບຳບັດ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ນັ້ນນຳ.
ດັ່ງ ເຈົ້າໜ້າທີ່ ປກສ ທ່ານນີ້ ໄດ້ອ່າວຕື່ມວ່າ:
“ຄະດີຢາເສບຕິດ ສ່ວນຫຼາຍເຂົາກໍສລຸບ ສົ່ງໃຫ້ໄອຍະການ, ສົ່ງສານ ຕັດສິນ. ຖ້າມັນຄ້າຂາຍຫັ້ນນ່າ ຖ້າເສບ, ຫົວໜ້າກໍຈະມອບ ຜູ້ປົກຄອງໃຫ້ສົ່ງໄປບຳບັດທີ່ສູນ.”
ສ່ວນ ຊາວເມືອງວັງວຽງອີກຄົນນຶ່ງ ໃຫ້ທັດສະນາວ່າ ບັນຫາຢາເສບຕິດ ໃນແຂວງວຽງຈັນ ເປັນບັນຫາທີ່ຕ້ອງຣະມັດລະວັງເປັນພິເສດ ເພາະປັດຈຸບັນ ຢາເສບຕິດ ຣະບາດແຮງ ມີທັງການເສບ ແລະການຄ້າຢ່າງແພ່ຫຼາຍ. ຊາວເມືອງວັງວຽງຜູ້ນີ້ ເຫັນວ່າ ການປາບປາມຢາເສບຕິດ ຂອງເຈົ້າໜ້າທີ່ຕຳຣວດ ແຂວງວຽງຈັນ ຍັງບໍ່ມີປະສິດທິພາບ ເທົ່າທີ່ຄວນ ເພາະໃນຂະນະນີ້ ໃນການປາບປາມຢາເສບຕິດ ເຈົ້າໜ້າທີ່ເນັ້ນໜັກໄປ ທາງຊອກຫາຈັບຜູ້ຄ້າມາດຳເນີນຄະດີ ແລະຈັບເອົາຜູ້ເສບມາບຳບັດຫຼາຍກວ່າ ແຕ່ໃນການບຳບັດນັ້ນ ເຈົ້າໜ້າທີ່ ບໍ່ໄດ້ເອົາໃຈໃສ່ ໃນການຝຶກອົບຮົມ ໃຫ້ຄວາມຮູ້ ແລະອາຊີບ ໃຫ້ແກ່ຜູ້ຕິດ ແລະຜູ້ຕ້າຢາເສບຕິດເລີຍ.
ຊາວ ເມືອງວັງວຽງຜູ້ນີ້ ອະທິບາຍວ່າ:
“ຊິເວົ້າວ່າ ດີແລ້ວມັນກໍຍັງບໍ່ສົມບູນດອກ; ມັນນ່າຈະມີຊ່ອງທາງ ທີ່ດີກວ່າໃນການແກ້ໄຂ ປາບປາມ ທາງທີ່ດີທີ່ສຸດ ຕ້ອງເຣີ່ມຈາກ ການສຶກສາອົບຮົມ ຫັ້ນນ່າ ປູກຈິດສຳນຶກ ໃຫ້ຮູ້ຈັກເປັນພິດເປັນໄພ ເປັນໂທດຂອງມັນ. ຫາກເຮົາເພີ່ມໜ່ວຍງານ ທີ່ເຮັດວຽກທາງດ້ານນີ້ ໃຫ້ຫຼາຍຂຶ້ນ ອາດຈະດີກວ່າ.”
ສຳລັບການກໍ່ອາຊຍາກັມ ໃນທົ່ວປະເທດລາວນັ້ນ ວິທະຍຸເອເຊັຍເສຣີ ໄດ້ຮາຍງານເມື່ອວັນທີ່ 17 ເດືອນກຸມພາ ປີ 2023 ນີ້ວ່າ ທ່ານພົລຈັຕວາ ນິລະວົງ ເຈືອງຕະວະລາດ, ຮອງຫົວໜ້າກົມໃຫຍ່ ຕຳຣວດ ກະຊວງປ້ອງກັນ ຄວາມສງົບ ໄດ້ຣາຍງານຕໍ່ກອງປະຊຸມ ສລຸບວຽກງານ ຕຳຣວດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ຂອງກົມໃຫຍ່ຕຳຣວດ, ກະຊວງ ປ້ອງກັນຄວາມສງົບ ລະວ່າງວັນທີ 9 ແລະ 10 ກຸມພາ 2023 ນີ້ວ່າ ໃນປີ 2022 ມີຄະດີເກີດຂຶ້ນ ຢູ່ປະເທດລາວ ທັງໝົດ 8,162 ຄະດີ ທຽບໃສ່ປີ 2021 ເພີ່ມຂຶ້ນ 1,791 ຄະດີ ຫຼື ເພີ່ມຂຶ້ນ 28%, ຈັບຜູ້ຕ້ອງຫາ 10,400 ຄົນ. ໃນນີ້, ເປັນຄົນຕ່າງປະເທດ 164 ຄົນ.