ຢ່າງໜ້ອຍ ມີເຈົ້າໜ້າທີ່ຣັຖ 134 ຄົນ ພົວພັນ ກັບການສໍ້ຣາສບັງຫຼວງ

ຈຳປາທອງ
2023.02.24
ຢ່າງໜ້ອຍ ມີເຈົ້າໜ້າທີ່ຣັຖ 134 ຄົນ ພົວພັນ ກັບການສໍ້ຣາສບັງຫຼວງ ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022.
ຮູບພາບຈາກ: ປກສ

ປີ 2022 ທີ່ຜ່ານມາ ຄະນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ, ອົງການກວດ ກາແຫ່ງຣັຖ ແລະອົງການຕ້ານການສໍ້ຣາສບັງຫລວງ ຂັ້ນສູນກາງ ກວດພົບຜູ້ມີສ່ວນກ່ຽວຂ້ອງກັບການສໍ້ຣາສ ບັງຫລວງ ໃນໂຄງການລົງທຶນ ຂອງຣັຖ ຈໍານວນ 187 ຄົນ. ໃນນັ້ນເປັນພະນັກງານພັກ-ຣັຖ 134 ຄົນ, ພະນັກງານຣັຖວິສາຫະກິຈ 33 ຄົນ, ພະນັກງານບໍຣິສັດ 16 ຄົນ ແລະປະຊາຊົນ 4 ຄົນ, ເຮັດໃຫ້ຣັຖເສັຍຫາຍເປັນມູນຄ່າເຖິງ 95.61 ຕື້ປາຍກີບ, 65 ລ້ານປາຍບາດ ແລະ 1 ແສນໂດລ້າຣ໌ສະຫະຣັຖ, ອີງຕາມການຣາຍງານ ຢູ່ໃນກອງປະຊຸມສະຫລຸບ ວຽກງານກວດກາ ທົ່ວປະເທດ ປະຈໍາປີ 2022 ໃນມື້ວັນທີ 23 ກຸມພານີ້.

ໃນເບື້ອງຕົ້ນ ໃນຈໍານວນເງິນທີ່ຣັຖເສັຍ ຫາຍໄປທັງໝົດນັ້ນ ສາມາດເກັບກູ້ຄືນໄດ້ 9.56 ຕື້ປາຍກີບ ແລະ 4.63 ລ້ານປາຍບາທ.

ກ່ຽວກັບເຣື່ອງນີ້ ປະຊາຊົນລາວ ຈໍານວນນຶ່ງເຫັນວ່າ ຢາກໃຫ້ຣັຖບານລາວ ເອົາຈິງເອົາຈັງໃນການປາບປາມ ເພື່ອເຮັດໃຫ້ການສໍ້ຣາສບັງຫລວງ ຢູ່ລາວຫລຸດໜ້ອຍຖອຍລົງ ແລະວ່າ ຖ້າຫາກກວດພົບພະນັກງານ ພັກ-ຣັຖ ຄົນໃດ ກະທໍາຄວາມຜິດ ບໍ່ວ່າຈະເປັນຄະດີນ້ອຍ ຫລືໃຫຍ່ ກໍຕ້ອງຖືກລົງໂທດຕາມລະບຽບກົດໝາຍ ແລະຄວນເປີດເຜີຍໃຫ້ສັງຄົມຮູ້ ເພື່ອຄວາມໂປ່ງໃສ.

ດັ່ງປະຊາຊົນລາວ ຜູ້ນຶ່ງຢູ່ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ກຸມພານີ້ວ່າ:

“ແບບວ່າຕ້ອງເຮັດໃຫ້ມັນຈະແຈ້ງໂລດ ມັນຕ້ອງໃຫ້ປະຊາຊົນຮັບຮູ້ ໄຜກະຢ້າແລ້ວບາດນີ້ ເຂົາຈັ່ງມັນໄດ້ເຣື່ອງພໍ່ແມ່ປະຊາຊົນ ເປີດເຜີຍໂລດ, ຜູ້ທຸກຜູ້ຍາກຜູ້ລໍາບາກກາກກໍານີ້ ເຂົາກະບໍ່ເບິ່ງດອກ.”

ທ່ານກ່າວຕື່ມວ່າ ທາງການລາວ ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຄວນຈະເອົາ ໃຈໃສ່ແກ້ໄຂບັນຫາຫາເສຖກິຈ-ສັງຄົມ ແລະການເງິນຂອງປະເທດ ທີ່ຍັງຫຍຸ້ງຍາກຢູ່ນີ້ ເພື່ອເຮັດໃຫ້ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກ, ບໍ່ແມ່ນວ່າ ຜູ້ເປັນພະນັກ ງານພັກ-ຣັຖ ທີ່ມີໂອກາດ ຈະຊອກຫາແຕ່ຜົລປໂຍດ ໃຫ້ໂຕເອງ ແລະໝູ່ພວກ.

ເຣື່ອງການສໍ້ຣາສບັງຫລວງ ຂອງພະນັກງານພັກ-ຣັຖ ນີ້ ປະຊາຊົນລາວຜູ້ນຶ່ງຢູ່ແຂວງ ສວັນນະເຂດ ເວົ້າວ່າ ຍັງມີຫລາຍ ຍ້ອນການບັງຄັບໃຊ້ກົດໝາຍບໍ່ແຂ້ມແຂງ. ດັ່ງນັ້ນຈຶ່ງເຮັດໃຫ້ພວກເຂົາສາມາດ ສວຍໂອກາດໃຊ້ຕໍາແໜ່ງ ໜ້າທີ່ສໍ້ໂກງ ຫາຜົລປໂຍດໃຫ້ໂຕເອງໄດ້.

ທ່ານເວົ້າຕື່ມວ່າ ຣັຖບານລາວຕ້ອງເຂັ້ມງວດ ແລະຈິງຈັງໃນການປາບປາມ ການສໍ້ຣາສບັງຫລວງ, ຖ້າຫາກກວດພົບວ່າ ພະນັກງານພັກ-ຣັຖ ບໍ່ວ່າຈະເປັນໃຜກໍຕາມ ທີ່ມີສ່ວນກ່ຽວຂ້ອງກັບການ ສໍ້ຣາສບັງຫລວງ ກໍຕ້ອງໃຫ້ອອກຈາກການ, ຕ້ງສືບສວນ ສອບສວນຢ່າງລະອຽດ ແລະດໍາເນີນຄະດີ ໄປຕາມຣະບຽບກົດໝາຍ.

ແຕ່ເຖິງຢ່າງໃດກໍຕາມ ທ່ານເອງກໍຍັງບໍ່ເຊື່ອໝັ້ນນໍາຂະບວນ ການຍຸຕິທໍາຂອງລາວຢູ່ ເນື່ອງຈາກວ່າ ໄລຍະທີ່ຜ່ານມາ ທາງການລາວ ຍັງບໍ່ເປີດເຜີຍຢ່າງລະອຽດ ໃຫ້ສັງຄົມຮູ້ກ່ຽວກັບຜົລການສືບສວນ ສອບສວນ ແລະການດໍາເນີນຄະດີພະນັກງານພັກ-ຣັຖ  ທີ່ສໍ້ຣາສບັງຫລວງນັ້ນຈັກເທື່ອ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ສົມມຸດວ່າມັນມີຜູ້ກະທໍາຜິດ ເຣື່ອງສໍ້ຣາສບັງຫລວງ ໄຜຂຶ້ນມາກະຄືເກົ່າ ພາກປະຕິບັດໂຕຈິງນີ້ ມັນສິເຮັດບໍ່ໄດ້ ບໍ່ໄດ້ດອກຂ້ອຍອ່ານເບິ່ງ ຄືຊິບໍ່ໄດ້ ທໍາລາຍຂໍ້ມູນຖິ້ມລະກະແລ້ວ.”

ປະຊາຊົນຢູ່ແຂວງວຽງຈັນ ຜູ້ນຶ່ງກໍເວົ້າວ່າ ຖ້າຢາກໃຫ້ບັນຫາການສໍ້ຣາສບັງຫລວງ ຢູ່ລາວຫລຸດໜ້ອຍລົງ ປະຊາຊົນລາວທົ່ວປະເທດ ກໍຕ້ອງເອົາໃຈໃສ່ເປັນຫູເປັນຕາ ຕິດ ຕາມຊ່ອຍກັນ ເພື່ອບໍ່ໃຫ້ບັນຫາທີ່ວ່ານີ້ ເປັນພະຍາດຊໍາເຮື້ອຢູ່ຕໍ່ໄປ ແລະຜູ້ເປັນພະນັກ ງານພັກ-ຣັຖກໍຕ້ອງປະຕິບັດໜ້າທີ່ ດ້ວຍຄວາມຈິງໃຈ, ເພື່ອຜົລປໂຍດຂອງປະເທດຊາດ, ບໍ່ຮັບສິນບົນ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ກຸມພານີ້ວ່າ:

“ແຕ່ວ່າເຈົ້ານາຍບາງຄົນນີ້ ກະບໍ່ປະຕິເສດເນາະຄືເຮົາເວົ້າແຫລະ ເອົາເງິນໃຫ້ເພິ່ນ ເພິ່ນກະເອົາເນາະຍ້ອນຄົນໃກ້ຊິດເອົາໃຫ້ເນາະ ເລີຍຫຍຸ້ງເລີຍຍາກ ຄົນມັນຍາກໄດ໋ເນາະ ກັບຄົນຢາກໄດ້ເງິນຫັ້ນນ່າ ຄວາມຈິງລະບຽບການມັນກະບໍ່ມີ.”

ເຣື່ອງການສວຍໃຊ້ຕໍາແໜ່ງ ໜ້າທີ່ຂອງພະນັກງານພັກ-ຣັຖໄປໃນທາງທີ່ບໍ່ຖືກຕ້ອງ ດຣ. ວາລີ ເດດສະພົງ  ສະມາຊິກສະພາແຫ່ງຊາດ ເຂດ 1 ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ກອງປະຊຸມໄສ ສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 26 ທັນວາ 2022 ວ່າ ການສໍ້ຣາສບັງຫລວງ ຂອງພະນັກງານພັກ-ຣັຖ ໂດຍສະເພາະໃນຂແນງການເງິນ ບໍ່ໄດ້ຫລຸດລົງເລີຍ ເນື່ອງຈາກງົບປະມານຂອງຣັຖ ຍັງມີການຮົ່ວໄຫລເປັນຈໍານວນຫລາຍ ໂດຍສະເພາະຢູ່ຕາມບັນດາຊາຍແດນ ທີ່ຍັງເກີດຂຶ້ນຫລາຍ ແລະແຮງເຮັດແນບນຽນກວ່າເກົ່າ.

ຍານາງກ່າວຕື່ມວ່າ ຣັຖບານລາວຄວນຈະເຂັ້ມງວດຂຶ້ນຕື່ມ ຫາກມີກໍຣະນີພະນັກງານ ພັກ-ຣັຖ ກະທໍາຄວາມຜິດ ກໍຂໍໃຫ້ລົງໂທດ ຫລືປົດຕໍາແໜ່ງເລີຍ ໂດຍບໍ່ມີການສຶກສາອົບຮົມຄືແຕ່ກ່ອນ ໂດຍສະເພາະເຈົ້າໜ້າທີ່ໃນຂແນງການເງິນ ທີ່ເປັນຂແນງການທີ່ສໍາຄັນ ເພື່ອເຮັດໃຫ້ການເຮັດວຽກ ຂອງພະນັກງານພັກ-ຣັຖ ມີຄຸນນະພາບ.

“ການລົງໂທດພວກເຮົາກະໄດ້ກໍານົດຢູ່ໃນ ໂຕມາຕການເນາະວ່າ ວິນັຍເດັດຂາດຫັ້ນນ່າ ຜ່ານມາພວກເຮົານີ້ກະບໍ່ເຫັນວ່າມີ ມາຕການລົງໂທດນີ້ພໍປານໃດເນາະ ເຮົາມີແຕ່ເວົ້າກັນຊື່ໆ ຖ້າມີການປະຕິບັດວິໄນແລ້ວ ປະກາດອອກຊື່ໄດ້ບໍ່ ຢ່າງໜ້ອຍເພື່ອເປັນການປາມ ຜູ້ທີ່ຈະມີແນວຄິດເຮັດ ໃນອະນາຄົດຫັ້ນ.”

ເວົ້າເຖິງຂແນງການເງິນ ທີ່ວ່າມີເງິນຮົ່ວໄຫລຫລາຍ ແລະລາຍຮັບບໍ່ເຂົ້າງົບປະມານ ຂອງຣັຖໝົດນັ້ນ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວໃນສໄມທີ່ທ່ານ ເປັນຣັຖມົນຕຣີກະຊວງການເງິນ ເມື່ອທ້າຍປີ 2022 ຢູ່ໃນກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດວຽກງານ ຂອງຂແນງການເງິນ ປະຈໍາປີ 2022 ວ່າ ການສະກັດກັ້ນ, ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານຍັງຊັກຊ້າ ແລະຍັງບໍ່ທັນກວມລວມເອົາທຸກຂົງເຂດ ທີ່ມີຖານລາຍຮັບ, ການຈັດເກັບ ພາສີທີ່ດິນໃນທົ່ວປະເທດ ຍັງບໍ່ຄົບຖ້ວນ ແລະບັນດາແຂວງຍັງນໍາເອົາລາຍຮັບ ໄປໃຊ້ຈ່າຍນອກແຜນ ຊຶ່ງຈະບໍ່ອະນຸຍາດເດັດຂາດ.

ເວົ້າເຖິງເຣື່ອງການ ສໍ້ຣາສບັງຫລວງຢູ່ປະເທດລາວ ວ່າມີຫລາຍຫລືໜ້ອຍນັ້ນ ອົງການເພື່ອຄວາມໂປ່ງໃສ ສາກົນ (Transparency International ) ໄດ້ຣາຍງານປະຈໍາປີ 2022 ໂດຍປະເມີນວ່າ ປະເທດລາວ ໄດ້ຄະແນນ 31%, ຢູ່ໃນອັນດັບທີ 126 ຂອງຈໍານວນ 180 ປະເທດໃນໂລກ ທີ່ມີການສໍ້ຣາສບັງຫລວງ. ໝາຍຄວາມວ່າ ປະເທດລາວ ມີການສໍ້ຣາສບັງຫລວງຫລາຍ ເຖິງແມ່ນວ່າອັນດັບຈະດີຂຶ້ນກວ່າປີ 2021 ທີ່ໄດ້ຄະແນນ 30% ແລະຢູ່ໃນອັນດັບທີ 128.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.