ກັມພູຊາ ເພີ່ມຄວາມສຳພັນ ກັບຈີນຫຼາຍຂຶ້ນ

ສິດນີ
2023.02.25
ກັມພູຊາ ເພີ່ມຄວາມສຳພັນ ກັບຈີນຫຼາຍຂຶ້ນ ຮຸນ ມາເນັຕ (ຮູບຊາຍ), ລູກຊາຍ ນາຍົກຣັຖມົນຕຣີ ແຫ່ງກັມພູຊາ ທ່ານ ຮຸນ ເຊັນ (ຮູບກາງ) ຈັບມືກັບ ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ (ຮູບຂວາ) ໃນລະຫວ່າງການຢ້ຽມຢາມ ປັກກິງ. ວັນທີ 10 ເດືອນ ກຸມພາ ປີ 2023.
Hun Sen/Facebook

ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກັມພູຊາໄດ້ລົງນາມເພີ່ມຄວາມສຳພັນ ແລະການຊ່ອຍເຫລືອຈາກຈີນ 12 ສບັບ ໃນຊ່ວງທີ່ທ່ານໄປຢ້ຽມຢາມຈີນ ແລະໄດ້ແນະນຳລູກຊາຍ ຂອງທ່ານ 2 ຄົນ ຜູ້ທີ່ຈະສືບທອດອຳນາດ ການປົກຄອງໃນກັມພູຊາ ຫລັງຈາກທ່ານບຳນານ ຕໍ່ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ແລະນາຍົກຣັຖມົນຕຣີຈີນ ທ່ານ ຫຼີ ເຄີ້ຊຽງ.

ສັນຍາເພີ່ມຄວາມສຳພັນ ແລະການຊອ່ຍເຫລືອຈາກຈີນ ຂອງກັມພູຊາ ປະກອບດ້ວຍຫລາຍຢ່າງ ໃນນັ້ນ ຮ່ວມດ້ວຍການຊອ່ຍເຫລືອ ສ້າງໂຮງຮຽນຫລາຍຫລັງ ຢູ່ແຂວງກະແຈະ ເພີ່ມງົປມານ ການຄ້າແລະໃຫ້ເງີນຊ່ອຍເຫລືອລ້າ 44 ລ້ານໂດລ້າຣ໌ ໃນໂຄງການເກັບກູ້ລະເບີດຕົກຄ້າງ ບໍ່ທັນແຕກໃນປາງສົງຄາມ ໃນກັມພູຊາ ແລະການສ້າງອ່າງເກັບນ້ຳ ສຳລັບການກະເສດ ຢູ່ແຂວງ ກຳປົງທົມ.

ສຳລັບຈີນແລ້ວ ການເພີ່ມຄວາມສຳພັນ ກັບກັມພູຊາ ເທື່ອນີ້ ແມ່ນຈີນຕ້ອງການຂຍາຍອິດທິພົລມາໃນຂົງເຂດໃຫ້ຫລາຍຂຶ້ນ ເປັນຕົ້ນກັບບັນດາປະເທດອາຊຽນ ທັງຫລາຍ ໃນຊ່ວງທີ່ກັມພູຊາ ເປັນປະທານວຽນອາຊຽນ ໃນປັດຈຸບັນ ເຮັດໃຫ້ກັມພູຊາ ໃນນາມປະທານວຽນອາຊຽນ ຂາດຄວາມນັບຖື ຈາກສະມາຊິກອາຊຽນ ໂດຍສະເພາະປະເທດ ທີ່ຍັງມີຄວາມຂັດແຍ່ງກັບຈີນ ໃນບັນຫາທະເລຈີນໃຕ້ ຈະເຮັດໃຫ້ການອ້າງອະທິປະໄຕ ເຂດນ້ຳແດນດິນ ຂອງຈີນໃນທະລຈີນໃຕ້ເພີ່ມຂຶ້ນ.

ສຳລັບກັມພູຊາ ການລົງນາມເພີ່ມຄວາມສຳພັນ ກັບຈີນເທື່ອນີ້ ແມ່ນເພື່ອຕ້ອງການການສນັບສນູນ ຈາກຈີນ ທີ່ກັມພູຊາຖືກປະນາມ ຈາກນານາຊາດໃນການປາບປາມ ແລະທັບມ້າງກຸ່ມພັກຝ່າຍຄ້ານ ໃນການເລືອກຕັ້ງໃນເດືອນກໍຣະກະດາ ປີນີ້. ທີ່ທ່ານ ຮຸນເຊນ ຜູ້ທີ່ປົກຄອງກັມພູຊາ ມາເປັນເວລາ 38 ປີ ຕອ້ງການຊະນະການເລືອກຕັ້ງ ແລະປົກຄອງກັມພູຊາ ໄປຮອດປີ 2028, ຫລັງຈາກນັ້ນ ທ່ານ ຈະມອບອຳນາດ ການປົກຄອງໃຫ້ລູກຊາຍ ຂອງທ່ານສືບຕໍ່.

ທ່ານ ຮຸນເຊນ ລົງຂໍ້ຄວາມໃນ ແຟສບຸກຄ໌ຂອງທ່ານວ່າ:

ໃນການພົບພໍ້ກັບຜູ້ນຳຈີນເທື່ອນີ້ ສອງຝ່າຍເຫັນພ້ອມໃນການເພີ່ມ ຄວາມສຳພັນລະຫວ່າງກັນຢ່າງເຕັມປ່ຽມ ຈະບໍ່ມີການແຕກຫັກ ຊຶ່ງຄວາມສຳພັນດັ່ງກ່າວແມ່ນເພີ່ມ ຈາກຄວາມສຳພັນຮອບດ້ານຂຶ້ນເປັນຄວາມສຳພັນລະດັບສູງ ທີ່ແຂງແກ່ນ ເປັນຄວາມສຳພັນ ແລະຄວາມຮ່ວມມື ຄູຸ່ຮ່ວມຊາຕາ ແລະຈຸດມຸ້ງໝັ້ນນຶ່ງດຽວ ໃນອະນາຄົດ.

ທ່ານ ສີ ຈິ້ນຜິງ ຍັງໄດ້ກ່າວຂອບໃຈ ທ່ານ ຮຸນເຊນ ທີ່ເວົ້າວ່າ ທ່ານອາໄສຈີນເປັນທີ່ເພີ່ງ ຍ້ອນທ່ານບໍ່ສາມາດ ອາໄສໃສໃຜໄດ້ ອີກແລ້ວ.

ໃນຂະນະດຽວກັນ ທ່ານ ຮຸນເຊນ ກໍໄດ້ຂອບໃນຈີນ ທີ່ໃຫ້ຢາວັກຊີນ ຕ້ານໂຄວິດ-19 ທັງສອງຜູ້ນຳຍັງໄດ້ລົງນາມ ການພັທນາໂຄງການ ພະລັງງານສີຂຽວ ໃນກັມພູຊານຳອີກ.

ທ່ານ ຮຸນເຊນ ອາຍຸ 70 ປີ ແລະທ່ານ ສີ ຈິ້ນຜິງ ອາຍຸ 69 ປີ ທັງສອງ ຜູ້ນຳຍັງໄດ້ຊັກຊວນ ໃຫ້ຄົນຈີນໄປທ່ຽວກັມພູຊາ ແລະສືບຕໍ່ພັທນາເສຖກິຈ ຢູ່ກຸງພົນມເປັນ, ນະຄອນສີຫານຸວີວ ເມືອງຕາກອາກາດ-ກາສິໂນ ແລະແຂວງສຽມຣຽບ ຊຶ່ງເປັນສຖານທີ່ຕັ້ງ ອານາຈັກຂອບ ແລະອັງກໍວັດ ທີ່ມີຊື່ສຽງໃນໂລກ.

ທ່ານ ຮຸນເຊນ ໄດ້ແນະນຳລູກຊາຍ ຂອງທ່ານ 2 ຄົນ ທີ່ເດິນທາງໄປຢ້ຽມຢາມ ຈີນກັບທ່ານເທືອນີ້ຕໍ່ຜູ້ນຳຈີນ ຄື ນາຍພົລ ຮຸນມາເນດ ຮອງຜູ້ບັນຊາການ ທະຫານບົກກັມພູຊາ ໃນປັດຈຸບັນ ຜູ້ຈະສືບທອດອຳນາດການ ປົກຄອງຈາກທ່ານ ຮຸນເຊນ ແລະທ່ານ ຮຸນ ມານີ ອາຍຸ 40 ປີ ທະນາຍຄວາມ ແລະເປັນສະມາຊິກສະພາ ຈາກແຂວງກຳປົງສະປື ທ່ານ ຮຸນເຊນ ບໍ່ໄດ້ບອກສື່ມວນຊົນ ກັມພູຊາວ່າ ເປັນຫຍັງ ທ່ານຈຶ່ງເອົາລູກຊາຍ ຂອງທ່ານສອງຄົນ ໄປນຳໃນການຢ້ຽມຈີນເທື່ອນີ້.

ແຕ່ ທ່ານ ສົມ ຣັງສີ ຫົວໜ້າພັກຝ່າຍຄ້ານ ກັມພູຊາ ຜູ້ທີ່ລີ້ພັຍຢູ່ປະເທດຝຣັ່ງເສດ ໃນປັດຸຈບັນເວົ້າວ່າ ເປັນການຖາງທາງ ແລະສ້າງສາຍພົວພັນ ແບບສ່ວນຕົວກັບຜູ້ນຳ ພັກຄອມມູນິສຕ໌ຈີນ ເພື່ອໃຫ້ຈີນສນັບສນູນ ໃນການສືບທອດອຳນາດ ຂອງລູກຊາຍຂອງຕົນ ໃນກັມພູຊາໃນອະນາຄົດ.

ທ່ານ ສົມ ຣັງສີ ຍັງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ກັມພູຊາ ບໍ່ອະນຸຍາດໃຫ້ ທ່ານ ຮຸນເຊນ ສວຍໂອກາດສ້າງຜົລປໂຍດ ໃຫ້ແກ່ຄອບຄົວຕົນເອງ ດ້ວຍການໃຊ້ປະເທດຊາຕ ແລະປະຊາຊົນ ກັມພູຊາເປັນເຄື່ອງມື, ທ່ານວ່າ:

ທ່ານ ຮຸນເຊນ ໃຊ້ປະເທດ ແລະປະຊາຊົນ ກັມພູຊາ ເປັນຊັບສິນຕົນເອງ ທ່ານສາມາດສັງຫານ, ໃສ່ຄຸກ ຕາມທີ່ທ່ານຕ້ອງການ ພວກເຮົາຈະບໍ່ອະນຸຍາດໃຫ້ ທ່ານເຮັດແບບນັ້ນເດັດຂາດ ຊາວກັມພູຊາຈະບໍ່ທົນຢູ່ພາຍໃຕ້ ການປົກຄອງ ຂອງ ທ່ານ ຮຸນເຊນອີກຕໍ່ໄປ.

ໃນການຕອບໂຕ້ ຈາກຝ່າຍຣັຖບານ ທ່ານ Sok Eysan ໂຄສົກພັກຣັຖບານ ກັມພູຊາ ເວົ້າວ່າ ຄວາມເຫັນຂອງທ່ານ ສົມ ຣັງສີ ບໍ່ເປັນຈິງ ຣັຖບານກັມພູຊາສາມາດເລືອກໂຕແທນ ຜູ້ໃດກໍໄດ້ໃນການຕິດຕາມທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກັມພູຊາໄປຢ້ຽມຢາມຈີນ ຮ່ວມທັງລູກຊາຍຂອງທ່ານ ຊຶ່ງກໍເປັນເຈົ້າໜ້າທີ່ຣະດັບສູງກັມພູຊາ. ທ່ານວ່າ:

ມີແຕ່ທ່ານ ຮຸນເຊນ ເທົ່ານັ້ນ ເວົ້າຄວາມຈິງ ການທີ່ວ່າ ທ່ານໄດ້ຮຽກຮ້ອງໃຫ້ຈີນສນັບສນູນໃຫ້ທ່ານຊະນະການເລືອກຕັ້ງນັ້ນເປັນການປ່າວຂ່າວຫລາຍວ່າ.

ໃນຂນະດຽວກັນ ໃນມື້ວັນສຸກຜ່ານມາ ທ່ານຮຸນເຊນ ກໍໄດ້ປະນາມສະຫະຣັຖ ທີ່ໃຫ້ການ ສນັບສນູນ ນັກຕໍ່ສູ້ ເພື່ອສິດທິມະນຸສໃນກັມພູຊາ  ທ່ານ Chhim Sithar ຫົວໜ້າສຫາພັນກັມມະກອນ ຜູ້ທີ່ເປັນແກ່ນນຳການປະທ້ວງຮຽກຮ້ອງ ຄວາມເປັນທັມໃຫ້ແກ່ແຮງງານກັມພູຊາ ໃນການປະທ້ວງສຖານທີ່ຫຼິ້ນກາສິໂນ ໃນກຸງພນົມເປັນ ທີ່ກະຊວງຕ່າງປະເທດສະຫະຣັຖໃຫ້ລາງວັນບຸກຄົນດີເດັ່ນປະຈຳປີ ໃນການຕໍ່ສູ້ເພື່ອສິດທິມະນຸສແກ່ ທ່ານ Chhim Sithar ທີ່ເປັນຫົວໜ້າ ຊຶ່ງທ່ານ ຮູນເຊນເວົ້າວ່າ ສະຫະຣັຖໃຫ້ລາງວັນແລະສນັບສນູນບຸກຄົນທີ່ຣະເມີດກົດໝາຍ.ກ່ຽວກັບການຈັບກຸມແລະທັບມ້າງພັກຝ່າຍຄ້ານ ຂອງທ່ານ ຮຸນເຊນໃນກັມພູຊາ ສະມາຊິກພັກຝ່າຍຄ້ານນາງນຶ່ງເວົ້າວ່າ:

ກັມພູຊາໃນປັດຈຸບັນ ປຽບເໝືອນຄຸກທີ່ບໍ່ມີຝາກັ້ນ ເປັນແບບດຽວກັບສມັຍຂເມນແດງປົກຄອງ ປະຊາຊົນຊາວກັມພູຊາທ່ົວປະເທດຖືກກັກຂັງໃນຄຸກ ທີ່ບໍ່ມີຝາກັ້ນ.

ກະຊວງຕ່າງປະເທດ ສະຫະຣັຖ ໄດ້ລາງວັນ Global Human Rights Defender Award ແກ່ທ່ານ Chhim Sithar ທີ່ຕໍ່ສູ້ເພື່ອສິດທິມະນຸສ ແລະປະຊາທິປະໄຕ ໃຫ້ແກ່ຄົນງານກັມພູຊາ ຜູ້ທີ່ຖືກກົດຂີ່ຂົ່ມເຫັງ ແລະຄ່າຈ້າງແຮງງານຕ່ຳ ໃນສຖານທີ່ຫຼິ້ນ ກາສິໂນ NagaWorld Resort ຢູ່ກຸງພນົມເປັນມາເປັນເວລາດົນນານ ບໍ່ມີການແກ້ໄຂຈາກທາງການ ກັມພູຊາທີ່ນຳໂດຍທ່ານ ຮຸນເຊນ ແກ່ນນຳທັງໝົດຖືກຈັບຈາກທາງການ ກັມພູຊາຮ່ວມທັງທ່ານ Chhim Sithar ທີ່ເປັນຫົວໜ້າ.

ລາງວັນດັ່ງກ່າວ ຂອງສະຫະຣັຖ ແມ່ນເພື່ອໃຫ້ແກ່ບຸກຄົນ ທີ່ສະລະຊີວີດເພື່ອຊ່ອຍເຫລືອ ຄົນອື່ນຜູ້ທີ່ຖືກກົດຂີ່ຂົ່ມເຫັງໃນທົ່ວໂລກ ບໍ່ແມ່ນແຕ່ຢູ່ໃນກັມພູຊາ ຊຶ່ງເປັນລາງວັນປະຈຳປີ ທີ່ກະຊວງຕ່າງປະເທດສະຫະຣັຖ ມອບໃຫ້ບຸກຄົນດັ່ງກ່າວ ຊຶ່ງໃນປີນີ້ໄດ້ມອບໃຫ້ນັກຕໍ່ສູ້ ເພື່ອສິີດທິມະນຸສ ແລະປະຊາທິປະໄຕໃນກັມພູຊາ ຊຶ່ງແມ່ນທ່ານ Chhim Sithar.

ກະຊວງຕ່າງປະເທດກັມພູຊາ ອອກຖແລງການກ່ຽວກັບລາງວັນ ດັ່ງກ່າວ ຂອງສະຫະຣັຖ ວ່າ  ການກະທຳຂອງກະຊວງຕ່າງປະເທດ ສະຫະຣັຖ ບໍ່ໄດ້ຖືວ່າ ເປັນຄວາມສຳຄັນ ຂອງປະຊາຊົນຊາວກັມພູຊາໂດຍທົ່ວໄປ ເປັນການໃຫ້ລາງວັນແກ່ກຸ່ມບຸກຄົນ ທີ່ສ້າງບັນຫາຕໍ່ການພັທນາ ແລະຄວາມສງົບ ໃນກັມພູຊາຫລາຍກວ່າ.

ນັກວິຊາການ ດ້ານການເມືອງໃນກັມພູຊາ ທ່ານນຶ່ງເວົ້າວ່າ ທ່ານ Chhim Sithar ຖືກຈັບ ເປັນການສະແດງອອກ ເຖິງການປາບປາມ ກຸ່ມສຫາພັນແຮງງານ ກຸ່ມນັກເຄື່ອນໄຫວເພື່ອປະຊາທິປະໄຕແລະສິດທິມະນຸສ ແລະກຸ່ມການເມືອງຝ່າຍຄ້ານໃນກັມພູຊາ ກອ່ນການເລືອກຕັ້ງໃນກັມພູຊາ ໂດຍທ່ານ ຮຸນເຊນ ຜູ້ທີ່ປົກຄອງກັມພູຊາມາເປັນເວລາ 38 ປີ ຢາກສືບຕໍ່ກຳອຳນາດໃນອະນາຄົດ ສະມາຊິກພັກຝ່າຍຄ້ານນາງນັ້ນກ່າວຕື່ມວ່າ

ທາງການກັມພູຊາ ຈັບນາງຈາກຫລັກຖານ ໃນ FACEBOOK ທີ່ນາງ POST ໃນຂໍ້ກ່າວຫາທໍຣະຍົດຊາຕ ແລະປຸກລະດົມໃຫ້ມີການຕໍ່ຕ້ານ ຣັຖບານ ແຕ່ບໍ່ເປັນຄວາມຈິງ.

ກ່ອນໜ້ານີ້ ໃນເດືອນທັນວາ ປີ 2021 ທ່ານ Chhim Sithar ກໍຖືກຈັບ ໃນຂໍ້ກ່າວຫາສ້າງຄວາມບໍ່ສງົບ ໃນການປະທ້ວງ ຕໍ່ສູ້ເພື່ອສິດທິແຮງງານໃນກັມພູຊາ ເຫມືອນກັນ ຄັ້ງນັ້ນ 370 ຄົນຖືກຈັບ ທີ່ຮ່ວມດ້ວຍທ່ານເອງ.

ທ່ານຖືກປອ່ຍ ດ້ວຍການປະກັນໂຕ ແລະຖືກຈັບອີກໃໝ່ໃນວັນທີ 16 ເດືອນພຶສຈິກາປີ 2022 ຫລັງຈາກເດີນທາງກັບມາກັມພູຊາ ຈາກກອງປະຊຸມສະຫະພັນ ແຮງງານສາກົນໃນປະເທດ ອອສເຕຣເລັຽ ໃນຂໍ້ຫາ ລະເມີດຂໍ້ປະກັນໃນການປ່ອຍໂຕ ທີ່ຫ້າມທ່ານອອກນອກປະເທດ.

ທ່ານ Ros Sotha ຜູ້ອຳນວຍການຄະນະ ກັມມະການສິດທິມະນຸສ ກັມພູຊາ ຊຶ່ງເປັນອົງກອນອິສຣະກ່າວຕໍ່ເອເຊັຍເສຣີ ຜແນກພາສາຂະແມ ວ່າ ທ່ານ Chhim Sithar ຖືກສະຖາປະນາໃຫ້ເປັນບຸກຄົນທີ່ຕໍ່ສູ້ແບບ ສັນຕິ ດັ່ງນັ້ນ ຣັຖບານກັມພູຊາ ຄວນໃຫ້ຄວາມເຄົາຣົບ ກຸ່ມ. ດັ່ງກ່າວທ່ານວ່າ:

ຖ້າບ້ານເມືອງຫລົ້ມແຫລວ ທາງດ້ານສິດທິມະນຸສ ມັນຈະສົ່ງຜົລສະທ້ອນ ໄປສູ່ພາກສ່ວນຕ່າງໆຂອງຣັຖບານ ໃນທີ່ສຸດປະຊາຊົນກັມພູຊາ ແລະນານາຊາດກໍຈະໝົດສັດທາ ໃນປະເທດຊາດ ທີ່ຜູ້ນຳຜເດັດການກະທຳ ແລະສ້າງຂຶ້ນເພື່ອຜົລປໂຍດໂຕເອງ ພັກພວກ ແລະຄອບຄົວ.

ແຮງງານໃນກັມພູຊາ ສ່ວນໃຫຍ່ ມີຄວາມດີໃຈທີ່ທ່ານ Chhim Sithar ໄດ້ຮັບລາງວັນນັກຕໍ່ສູ້ເພື່ອສິດທິມະນຸສດີເດັ່ນ ຈາກກະຊວງຕ່າງປະເທດສະຫະຣັຖ ປີນີ້ແລະຫວັງວ່າ ຣັຖບານກັມພູຊາຈະແກ້ໄຂບັນຫາດັ່ງກ່າວ ຊຶ່ງລາງວັນດັ່ງກ່າວ ສແດງໃຫ້ເຫັນວ່າ ຖ້າບຸກຄົນໃດ ທີ່ຢຶດໝັ້ນນໃນສີ່ງທີ່ຖືກຕ້ອງ ແລະເປັນທັມ ເສັຽສລະເພື່ອຄົນອື່ນ ໂລກຈະໃຫ້ການສນັບສນູນ ທ່ານໃນທີ່ສຸດ.

ຈີນພະຍາຍາມ ຂຍາຍອິດທິພົລ ຂອງຕົນມາໃນຂົງເຂດໃຫ້ຫລາຍຂຶ້ນ ເພື່ອຕ້ານສະຫະຣັຖ ແຕ່ຄວາມພະຍາຍາມ ຂອງຈີນ ຍັງບໍ່ເຫັນພ້ອມຈາກບັນດາ ປະເທດອາຊຽນທັງຫລາຍ ມີແຕ່ປະເທດທີ່ປົກຄອງແບບຜະເດັດການເທົ່ານັ້ນ ເຫັນພ້ອມນຳ. ບັນດາປະເທດທີ່ປົກຄອງ ດ້ວຍລະບົບກົດໝາຍປະຊາທິປະໄຕ ແລະສິດທິມະນຸສ ຈະບໍ່ເຫັນພ້ອມນຳ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.