ເກີດປະກົດການ ຄົນຈີນປະກາດຮັບ ແມ່ຍິງລາວ ໄປເປັນເມັຽ

ສຸພັດຕາ
2023.02.23
ເກີດປະກົດການ ຄົນຈີນປະກາດຮັບ ແມ່ຍິງລາວ ໄປເປັນເມັຽ ແມ່ຍິງລາວຫຼາຍຄົນກຳລັງ ປະຕິບັໜ້າທີ່ຂອງຕົນ ໃນໄລຍະການຣະບາດ ຂອງໂຄວິດ-19 ແລະ ເສຖກິຈ ອ່ອນແອ.
ນັກຂ່າວ ພົລເມືອງ

ປັດຈຸບັນ ຂະບວນການ ຄົນຈີນ ມາຊອກຫາເມັຽຄົນລາວ ດ້ວຍການປະກາດໃຫ້ເງິນເດືອນສູງ ເຣີ່ມກັບມາມີໃຫ້ເຫັນແລ້ວ ໃນສື່ສັງຄົມອອນລາຍນ໌ ໂດຍປະກາດໃຫ້ເງິນເດືອນຂັ້ນຕໍ່າ 100 ລ້ານກີບຕໍ່ເດືອນ ເຊິ່ງແມ່ຍິງລາວຫຼາຍຄົນກໍເຣີ່ມຕື່ນໂຕ ແລະມີຄວາມລະມັດລະວັງຫຼາຍຂຶ້ນ ເພາະຢ້ານຖືກຕົວະໄປຄ້າມະນຸສ, ແຕ່ປັດຈຸບັນນີ້ ແມ່ຍິງລາວ ກໍມີຄວາມສ່ຽງທີ່ຈະຖືກຕົວະຄືທີ່ຜ່ານມາຢູ່ ທີ່ແມ່ຍິງລາວເຄີຍຖືກຕົວະ ໄປໃນລັກສະນະ ແຕ່ງດອງກັບຄົນຈີນ ພໍກັບໄປປະເທດເຂົາແລ້ວ ຄອບຄົວກໍບໍ່ສາມາດຕິດຕໍ່ໄດ້ ແລະບາງເທື່ອ ຂະບວນການຄ້າມະນຸສນີ້ ກໍມາໃນລັກສະນະຄົນຮູ້ຈັກ ຫຼື ນາຍໜ້າ ຊັກຊວນແມ່ຍິງລາວໄປເຮັດວຽກຢູ່ຕ່າງປະເທດກໍມີ ໂດຍສະເພາະແມ່ຍິງ ເຂດຊົນນະບົດ ທີ່ຕ້ອງການເງິນ ຫຼືຕ້ອງການພົ້ນຈາກຄວາມທຸກຍາກ ມັກຈະຖືກຕົວະໄປໄດ້ງ່າຍ, ດັ່ງຊາວລາວ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ກຸມພາ ນີ້ວ່າ:

“ເຫັນຢູ່ເຟສບຸຄ໌ ຢູ່ຂ່າວ ອີ່ຫຍັງແບບນີ້ ມັນກະມີຫັ້ນແຫຼະ ແຕ່ວ່າຄົນໃນຕົວເມືອງແທ້ເຂົາກະເຂົ້າໃຈ ແຕ່ວ່າສ່ວນຫຼາຍ ເຂົາຕົວະໄປ ຕົວະໄທບ້ານນອກ ບາງທີຄົນຈີນເຂົາກະວ່າ ມາສ້າງຮັກສ້າງແພງ ວ່າເປັນແຟນກັນ ແບບວ່າຮັກ ກໍເຮັດວ່າມາແຕ່ງມາຫຍັງເອົາໄປ ເອົາເງິນໃຫ້ພໍ່ແມ່ຫຼາຍຈັ່ງຊິເນາະ ຄືໄທບ້ານນອກແບບຊິ ເຂົາເຫັນເງິນເຫັນຫຍັງ ລະເຂົາກໍປ່ອຍໃຫ້ລູກເຂົາໄປ.”

ຂະນະທີ່ ຊາວລາວ ໃນແຂວງໄຊສົມບູນ ທ່ານນຶ່ງ ກໍກ່າວວ່າ ທີ່ຜ່ານມາ ກໍໄດ້ຍິນຂ່າວ ຕາມສື່ສັງຄົມອອນລາຍນ໌ ໃນເຣື່ອງການຖືກຄ້າມະນຸສຢູ່ ທີ່ຜ່ານມາ ກໍເຫັນວ່າ ມີແມ່ຍິງລາວ ຈໍານວນຫຼາຍທີ່ຖືກຕົວະໄປ ເຊິ່ງໃນແຂວງໄຊສົມບູນນີ້ ກໍມີເຊັ່ນກັນ ສ່ວນໃຫຍ່ ເປັນຄົນຊົນເຜົ່າ ເພາະເຂົາເຈົ້າ ມັກຄົນຈີນຢູ່ແລ້ວ ແລະຕ້ອງການເງິນ ແລະຕ້ອງການມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ ກໍຫຼົງເຊື່ອໄປແຕ່ງດອງກັບຄົນຈີນ ເພາະຄົນຈີນ ມັກຈະມາຕົວະເອົາແມ່ຍິງລາວ ໃນຮູບແບບແຕ່ງດອງເປັນສ່ວນໃຫຍ່.

ທີ່ຜ່ານມາ ເຈົ້າໜ້າທີ່ກໍມີການແຈ້ງເຕືອນ ໂຄສະນາຕໍ່ເນື່ອ ເພື່ອໃຫ້ຄວາມຮູ້ ແຕ່ເຣື່ອງແນວນີ້ ຂຶ້ນຢູ່ກັບໂຕຂອງບຸກຄົນ ຖ້າຫາກເຂົາເຈົ້າໄປກັບຄົນຈີນແລ້ວ ເຈົ້າໜ້າທີ່ລາວກໍບໍ່ສາມາດເຮັດຫຍັງໄດ້:

“ມີຫຼາຍຢູ່ລາວນ່າ ແບບເຂົາເຈົ້າມາແຕ່ງເອົາ ມາເອົາໄປເປັນເມັຽເປັນຫຍັງ ໄປຮອດພຸ້ນເຂົາເຈົ້າກໍບໍ່ເອົາ ເຂົາເຈົ້າຈະເປັນຄົນຂະມຸເນາະ ຄົນມົ້ງສ່ວນຫຼາຍນ່າ ເຂົາເຈົ້າມັກຄົນຈີນຫຼາຍເດ້ ເພາະເຂົາເຈົ້າ ເປັນຄອບຄົວທີ່ວ່າທຸກຍາກ ການຄ້າມະນຸສຫັ້ນ ເດືອນນຶ່ງເຂົາເຈົ້າເຮັດໂຄສະນາເທື່ອນຶ່ງ ມັນໄປແລ້ວມັນຍາກຫັ້ນນ່າ ແຕ່ວ່າເຂົາເຈົ້າບໍ່ຟັງດອກ ເຂົາເຈົ້າຄິດວ່າ ມັນຈະໄດ້ເງິນ.”

ຂະນະດຽວກັນ ຊາວລາວ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກໍກ່າວກ່ຽວກັບເຣື່ອງການຖືກຄ້າມະນຸສນີ້ວ່າ ກໍເຫັນຂ່າວໃນສື່ສັງຄົມອອນລາຍນ໌ຢູ່ ທີ່ມີຄົນຈີນມາຕົວະເອົາແມ່ຍິງລາວໄປເປັນເມັຽ ປັດຈຸບັນ ແມ່ຍິງຫຼວງພຣະບາງ ກໍຕື່ນໂຕກັນຫຼາຍແລ້ວ ຫາກທຽບໃສ່ແຕ່ກ່ອນ ເຊິ່ງໃນຖານະທີ່ເປັນຊາວລາວຄົນນຶ່ງ ກໍຢາກໃຫ້ພໍ່ແມ່ ເຕືອນລູກຫຼານນໍາດ້ວຍ ເພື່ອຈະບໍ່ໄດ້ຫຼົງເຊື່ອ:

“ຄົນຈີນມາເອົາໄປແນວນັ້ນ ແນວນີ້ ມາຊອກເມັຽ ຂ້ອຍເຫັນໃນເຟສນ່າ ຕື່ນໂຕລະເວີ່ຍ ຄັກຫຼາຍແລ້ວ ເຂົາເຈົ້າກໍຈະຮູ້ຫັ້ນແລ້ວ ທຽບໃສ່ແຕ່ກີ້ກໍ ພໍ່ແມ່ຫັ້ນກະໃຫ້ເບິ່ງລູກເບິ່ງເຕົ້າ ບໍ່ໃຫ້ຫຼົງເຊື່ອ.”

ກ່ຽວກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ເຈົ້າໜ້າທີ່ ຍັງບໍ່ທັນໄດ້ລົງໂຄສະນາ ໃນເຣື່ອງການຖືກຄ້າມະນຸສເທື່ອ ແຕ່ທີ່ຜ່ານມາ ມີການລົງໂຄສະນາຢູ່ຕລອດ ໃນເຣື່ອງກົດໝາຍ ແລະຮູບແບບການຖືກຄ້າມະນຸສຕ່າງໆ ໃຫ້ປະຊາຊົນໃນແຕ່ລະບ້ານໄດ້ຮັບຮູ້ຂໍ້ມູນຂ່າວສານ ເພື່ອບໍ່ໃຫ້ໄປຫຼົງເຊື່ອ.

ສ່ວນທີ່ວ່າ ຈີນເຣີ່ມເປີດປະເທດ ກັບມາເປັນປົກກະຕິແລ້ວນັ້ນ ໃນລາວ ກໍມີຄວາມສ່ຽງທີ່ຈະເກີດການຄ້າມະນຸສຂຶ້ນອີກ ໃນຫຼາຍຮູບແບບ ເພາະຫຼາຍຄົນ ກໍຢາກຈະໄປຕ່າງປະເທດ ແລະຄົນຈີນ ກໍເຂົ້າມາລາວຫຼາຍ, ດັ່ງທ່ານກ່າວວ່າ:

“ມີຄວາມສ່ຽງຫຼາຍຂຶ້ນ ມີຄົນເຂົ້າມາປະເທດເຮົາກໍຫຼາຍຫັ້ນນ່າ ຊັກຊວນເນາະ ເຂົາເຈົ້າຢາກໄປຕ່າງປະເທດຫຼາຍຫັ້ນນ່າ ເຮົາກໍແບບວ່າ ບໍ່ຢາກໃຫ້ເຊື່ອຫຼາຍຫັ້ນນ່າ ແບບຢາກໃຫ້ເຂົາເຈົ້າຫັ້ນ ຊອກວິຊາຊີບເນາະ ຕິດຕໍ່ຫາແມ່ຍິງພວກເຮົາຫັ້ນເດ້ ໃຫ້ຄໍາປຶກສາເນາະ ຖ້າຢາກໄປເຮັດວຽກ ອີ່ຫຍັງຕ່າງໆຫັ້ນນ່າ.”

ດ້ານເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ປັດຈຸບັນ ກໍມີຄວາມສ່ຽງຢູ່ແລ້ວ ທີ່ແມ່ຍິງລາວຈະຖືກຕົວະໄປຄ້າມະນຸສ ເຊິ່ງທາງເຈົ້າໜ້າທີ່ ກໍມີການລົງໂຄສະນາຕລອດ ເພື່ອໃຫ້ຄວາມຮູ້ໃນການຖືກຄ້າມະນຸສ ເພາະສ່ວນໃຫຍ່ ຄົນຈີນຈະເຂົ້າມາຫາແມ່ຍິງລາວ ຜ່ານນາຍໜ້າ ຜ່ານການແຕ່ງດອງ ປະກາດຫາຄູ່ຕາມສື່ອອນລາຍນ໌ ແລະແອັບພິເຄຊັ້ນຕ່າງໆ ເຊິ່ງເຣື່ອງນີ້ ກໍຂຶ້ນຢູ່ກັບໂຕຂອງບຸກຄົນ ເພາະສາເຫດຫຼັກຍ້ອນຢາກໄດ້ເງິນ ພໍເກີດບັນຫາ ເຈົ້າໜ້າທີ່ກໍເຂົ້າເຖິງຍາກ ໂດຍສະເພາະໃນເຂດສາມຫຼ່ຽມຄໍາ ຖ້າໄປແບບບໍ່ຖືກຕ້ອງ ແລະຄອບຄົວຕິດຕໍ່ບໍ່ໄດ້ ກໍຕາມຫາໂຕໄດ້ຍາກ:

“ເຮັດສ່ວນນັ້ນສ່ວນຫຼາຍ ມັນກໍເອົາໄປປະເທດມັນພຸ້ນແຫຼະ ກໍເວົ້າໄດ້ຜ່ານເຣື່ອງກົດໝາຍ ເຣື່ອງການຄ້າມະນຸສນີ້ ເຂົາເຈົ້າກໍເວົ້າ ແຕ່ວ່າ ຄົນມັນຫາກບໍ່ຟັງນ່າ ກໍຮູ້ຢູ່ ແຕ່ເຂົາກໍບໍ່ຢ້ານ ຫຼັກໆມັນກໍເຫັນແກ່ເງິນ ໄປໄດ້ເງິນແມ່ນໄປ ມັນກໍຄືໃນກາຊິໂນນີ້ ມັນກໍໂອ້ກວ້າງຂວາງ ຄັນບໍ່ເຫັນ ກໍຊິໄປຊອກໄປຫາໄດ້ງ່າຍໆ ແລ້ວບ່ອນໃດເຂົາບໍ່ອະນຸຍາດ ເຂົ້າບໍ່ໄດ້.”

ກ່ອນໜ້ານີ້ ໃນປີ 2019 ກໍມີຜູ້ຊາຍຈີນ ອາຍຸ 40 ປີ ຕິດໃບປິວ ຫຼືໃບປະກາດ ຢູ່ຕາມໂຮງຮຽນຕ່າງໆ ໃນນະຄອນຫຼວງວຽງຈັນ ເຊິ່ງໃນໃບປະກາດ ເວົ້າວ່າ ຕົນເອງເປັນນັກທຸຣະກິຈຈີນ ຍັງໂສດ ບໍ່ມີຄອບຄົວ ຢາກໄດ້ເມັຽເປັນຄົນລາວ ອາຍຸລະຫວ່າງ 17-23 ປີ ພ້ອມໃຫ້ເບີໂທຣະສັບໄວ້.

ໃນປີ 2018 ຄົນວຽດນາມ ແລະຄົນຈີນ ໄດ້ລັກແຕ່ງດອງກັບຄົນລາວ ແບບບໍ່ຖືກຕ້ອງ ທີ່ແຂວງຜົ້ງສາລີ ຈໍານວນ 193 ກໍຣະນີ ໂດຍສະເພາະເມືອງໃໝ່.
ໃນປີ 2017 ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ຊ່ອຍເຫຼືອແມ່ຍິງຈາກການຖືກຄ້າມະນຸສ 5 ຄົນ, ແຂວງອຸດົມໄຊ 3 ຄົນ ແລະເຈົ້າໜ້າທີ່ ກໍຍັງບໍ່ຮູ້ໂຕເລຂ ຂອງຄົນທີ່ຍັງຊ່ອຍບໍ່ໄດ້ ແລະຫາຍສາບສູນໄປໃນຈີນ ວ່່າມີເທົ່າໃດ ເພາະບາງກໍຣະນີ ບໍ່ມີຍາດພີ່ນ້ອງຂອງຜູ້ຕົກເປັນເຫຍື່ອມາຮ້ອງຮຽນ.

ໃນປີ 2022 ອີງຕາມການຣາຍງານຂອງທາງການລາວ ໃນວັນສລອງວັນສາກົລ ຕ້ານການຄ້າມະນຸສ ໃນວັນທີ 30 ກໍຣະກະດາ ຈາກການເກັບສະຖິຕິ ມາແຕ່ປີ 2014 ມາຮອດປັດຈຸບັນ ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ 540 ຄົນ ເປັນເພດຍິງ 448 ຄົນ ອາຍຸຕໍ່າກວ່າ 18 ປີ ມີ 111 ຄົນ ເປັນເພດຍິງ 101 ຄົນ ແລະເປັນຄົນຕ່າງປະເທດ 18 ຄົນ ເພດຍິງ 8 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.