ຜູ້ປົກຄອງເດັກນ້ອຍ ທີ່ຖືກຂາຍຈາກສາມຫຼ່ຽມຄຳ ໄປພະມ້າ ຮຽກຮ້ອງໃຫ້ພາກຣັຖ ເຂົ້າໄປຊ່ວຍເຫຼືອ

ສຸພັດຕາ
2023.02.23
ຜູ້ປົກຄອງເດັກນ້ອຍ ທີ່ຖືກຂາຍຈາກສາມຫຼ່ຽມຄຳ ໄປພະມ້າ ຮຽກຮ້ອງໃຫ້ພາກຣັຖ ເຂົ້າໄປຊ່ວຍເຫຼືອ ເດັກນ້ອຍທີ່ຕົກເປັນເຫຍື່ອຄ້າມະນຸສ ຈາກສາມຫຼ່ຽມຄຳ ໄປພະມ້າ ຖືກມັນຕິດເສົາ ແລ້ວໃຊ້ອຸປະກອນໄຟຟ້າຊັອດ (ຮູບຊ້າຍມື) ແລະ ຮ່ອງຮອຍຖືກທໍຣະມານ ດ້ວຍເຄື່ອງໄຟຟ້າ ເຮັດໃຫ້ເປັນບາດແຜ ຕາມຮ່າງກາຍ, ນີ້ຄືຜູ້ທີ່ຕົກເປັນເຫຍື່ອການຄ້າມະນຸສ ຂ້າມຊາດ ທີ່ກາສິໂນ ໃນເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ.
ນັກຂ່າວ ພົລເມືອງ

ກໍຣະນີ ຂອງເດັກນ້ອຍ ຍິງ-ຊາຍ ຊາວໜຸ່ມລາວ ຈາກແຂວງຫຼວງນໍ້າທາ ອາຍຸລະຫວ່າງ 14 ຫາ 23 ປີ ຈໍານວນ 30 ປາຍຄົນ ທີ່ຍັງຕິດຄ້າງຢູ່ກາສິໂນ ໂກໄຊ ຂອງຄົນຈີນ ຢູ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ຍ້ອນຖືກກຸ່ມຄ້າມະນຸສ ຕົວະຍົວະວ່າ ຈະພາໄປເຮັດວຽກຕອບແຊັດ ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຕ່ສຸດທ້າຍແລ້ວ ກໍຖືກຂາຍຕໍ່ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໃນເມືອງເມັຽວະດີ ປະເທດພະມ້າ.

ກ່ຽວກັບເຫດການດັ່ງກ່າວນີ້ ໃນວັນທີ 20 ກຸມພາ 2023 ພວກພໍ່ແມ່ ຜູ້ປົກຄອງຂອງເດັກນ້ອຍ ຈາກແຂວງຫຼວງນໍ້າທາ ກໍໄດ້ຕິດຕໍ່ມາຍັງ ເອເຊັຽເສຣີອີກຄັ້ງນຶ່ງ ແລະວ່າ ພວກເຂົາເຈົ້າ ຕັ້ງໃຈຈະມາໂຮມໂຕກັນ ຢູ່ນະຄອນຫຼວງວຽງຈັນ ເພື່ອຮ້ອງຮຽນຂໍໃຫ້ທາງການລາວ ທວງຖາມໄປຍັງທາງການ ທີ່ກ່ຽວຂ້ອງ ຂອງປະເທດພະມ້າ ໃຫ້ເລັ່ງຊອກຫາ ພ້ອມທັງໃຫ້ການຊ່ອຍເຫຼືອ ເດັກນ້ອຍເຫຼົ່ານັ້ນຢ່າງຮີບດ່ວນ ເນື່ອງຈາກວ່າ ໄດ້ລໍຖ້າຟັງຄໍາຕອບ ມາໄດ້ຫຼາຍເດືອນແລ້ວ.

ດັ່ງແມ່ຂອງເດັກນ້ອຍຊາຍໜຸ່ມ ຜູ້ທີ 1 ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນຈຸດປະສົງ ທີ່ຢາກມາໂຮມໂຕກັນ ຢູ່ໃນນະຄອນຫຼວງວຽງຈັນ ຄັ້ງນີ້ວ່າ:

“ພວກແມ່ນີ້ 20-30 ຄົນນິ່ ຢາກພາກັນລົງໄປວຽງຫັ້ນເໝິດ ຢາກໄປຮ້ອງຮຽນຂໍຄວາມຊ່ອຍເຫຼືອ ນໍາຣັຖມົນຕຣີ ເພາະວ່າ ເຮັດແນວໃດກະເຮັດໝົດລະເດ້ ເຮັດແນວໃດກະວ່າ ບໍ່ມີທາງຈິຊ່ວຍໄດ້ ພໍ່ແມ່ທຸກຄົນ ແຕ່ລະຄົນ ແມ່ນໃຜກະເຫັນດີ ວ່າຈິພາກັນລົງໄປວຽງ ຫັ້ນນ່າ ເຂົາວ່າແນວນັ້ນ ຕາມລົມກັນດຽວນີ້ຫັ້ນ.”

ຜູ້ເປັນແມ່ ຂອງເດັກນ້ອຍຊາຍໜຸ່ມ ຄົນທີ 2 ກໍກ່າວຕໍ່ວິທຍຸ ເອເຊັຽເສຣີ ເຊັ່ນດຽວກັນວ່າ:

“ພໍ່ແມ່ນໍ້ເດັກໆທຸກຄົນ ກະສື່ສານກັນແລ່ນຍື່ນເອກກະສານ ເຂົ້າຫາຫ້ອງການຄ້າມະນຸສເນາະ ກົມຄ້າມະນຸສຫັ້ນ ໄປຮອດສະຖານທູດແມ່ນຫຍັງ ກະແລ່ນໝົດແລ້ວດຽວນີ້ຫັ້ນນ່າ ຖືວ່າເພິ່ນກະວ່າລໍຖ້າ ລໍຖ້າ ອັນນີ້ ລໍກະລໍມານີ້ ຕັ້ງແຕ່ລູກໄປຫັ້ນນ່າ ກະແລ່່ນຢູ່ເທົ່າທຸກມື້ນີ້ ກະເລີຍໝົດຫວັງລະນີ້ ແມ່ນີ້ໄຫ້ທຸກມື້ໆຫັ້ນນ່າ ໄຫ້ທຸກມື້ແຫຼະຊ່ວງນຶ່ງຫັ້ນນ່າ ໂອ້ແມ່ເປັນຫ່ວງຫຼາຍ ເປັນຫ່ວງລູກຫັ້ນ ລູກກະລູກຊາຍດຽວເດ້ເນາະ ແລ້ວກໍຄອບຄົວ ກະຄອບຄົວທຸກຍາກແດ່ ເຮືອນຊານຈິຢູ່ກະບໍ່ມີ ຄິດວ່າຊິໄປຫາເງິນແບກພາຣະໃຫ້ພໍ່ແມ່ຫັ້ນ ສຸດທ້າຍມາກະເລີຍມາຕົກສະພາບນີ້ ກະບໍ່ຊ່າງຊິປາກຊິໄອນ່າ ດຽວນີ້ນ່າ ບໍ່ຈັກຊິເຮັດ.”

ຜູ້ເປັນແມ່ ຂອງເດັກນ້ອຍຊາຍໜຸ່ມ ຄົນທີ 3 ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືວ່າ ຕິດຕໍ່ຫາຜູ້ໃດກະ ພໍ່ແມ່ກະວ່າ ຈົນປັນຍາແລ້ວດຽວນີ້ຫັ້ນນ່າ ຄືວ່າແຫຼະ ພໍ່ແມ່ແຕ່ລະຄົນ ກໍຄວາມຈົນ ຈົນປັນຍາ ກະບໍ່ມີຫຍັງຈິບັລຍາຍແລ້ວ.”

ສ່ວນຜູ້ເປັນພໍ່ ຂອງເດັກນ້ອຍຊາຍໜຸ່ມອີກຄົນນຶ່ງ ກໍກ່າວຕໍ່ເອເຊັຽເສຣີ ກ່ຽວກັບເຣື່ອງຄ່າໃຊ້ຈ່າຍຕ່າງໆ ໃນການເດີນທາງ ຈາກແຂວງຫຼວງນໍ້າທາ ມາຍັງນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ເພື່ອຂໍການຊ່ອຍເຫຼືອໃຫ້ລູກເຕົ້ານັ້ນວ່າ:

“ຄັນທຽບໃສ່ຜ່ານມານີ້ ການສເນີຂອງພວກເຮົານີ້ກໍ 4 ຊຸດ ໄດ້ລູກ ຂີ່ຍົນໄປ ກໍ 800,000 (ກີບ) ມາກະ 800,000 (ກີບ) ໄປ-ກັບຮູ້ວ່າ ມັນເໝິດຢູ່ໃນ 1,600,000 (ກີບ) ຄ່າຍົນ ໄປ-ກັບ ຫັ້ນນ່າ ການໃຊ້ຈ່າຍ ການກິນການຢູ່ ຄ່າບ້ານພັກຕ່າງໆ ກໍເໝິດຫຼາຍຢູ່ພຸ້ນຫັ້ນນ່າ ລະພວກເຮົາຄົ້ນຄວ້າກັນ ຈິເຮັດແນວໃດ ຄ່ອຍລົງໄປບໍ ລະຄ່ອຍລົງ.”

ໃນວັນທີ 21 ກຸມພາ 2023 ນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກົມຕໍາຣວດສະກັດກັ້ນ ແລະຕ້ານການຄ້າມະນຸສ ນະຄອນຫຼວງວຽງຈັນ ເພື່ອສອບຖາມ ກ່ຽວກັບເຣື່ອງດັ່ງກ່າວ ພາຍຫຼັງທີ່ທາງ ກົມກົງສຸນ ກະຊວງການຕ່າງປະເທດ ປະຈໍາປະເທດລາວ ໄດ້ສົ່ງໂທຣະສານ ທາງຣັຖການ ສບັບເລຂທີ 13053/ຕປທ.ກສ.2 ລົງວັນທີ 3 ເດືອນພຶສຈິກາ ປີ 2022 ໄປຫາ ສະຖານເອກອັກຄະຣັຖທູດ ແຫ່ງ ສປປ ລາວ ປະຈໍາ ສສ ມຽນມ້າ ຫຼື (ພະມ້າ) ເພື່ອຂໍໃຫ້ສະຖານທູດລາວ ປະຈໍາປະເທດພະມ້າ ຊ່ອຍຕິດຕາມ ຫາເດັກນ້ອຍລາວ ທີ່ສົງໃສຖືກຄ້າມະນຸສ ແລະຖືກຕົວະໄປເຮັດວຽກ ຢູ່ປະເທດພະມ້າ ເຊິ່ງມາຮອດປັດຈຸບັນ ທາງສະຖານທູດລາວ ປະຈໍາປະເທດພະມ້າ ກໍໄດ້ແຈ້ງຄືນມາຍັງ ກະຊວງການຕ່າງປະເທດລາວແລ້ວ.

ດັ່ງເຈົ້າໜ້າທີ່ ກົມຕໍາຣວດ ສະກັດກັ້ນ ແລະຕ້ານການຄ້າມະນຸສ ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່, ສຽງ ແລະຕໍາແໜ່ງ ທ່ານນຶ່ງ ໄດ້ບອກໃຫ້ວິທຍຸເອເຊັຽເສຣີ ຮູ້ວ່າ:

“ດຽວນີ້ ເອກະສານທີ່ວ່າ ທາງເບື້ອງທູດພະມ້າ ແຈ້ງຕອບມາ ໂຕທີ່ວ່າ ສົ່ງໄປຫາກະຊວງການຕ່າງປະເທດຫັ້ນແຫຼະ. ການຕອບ ຖືວ່າ ເບື້ອງເຈົ້າໜ້າທີ່ເຂົາກະວ່າ ບັນດາພົລເມືອງຂອງລາວ ທີ່ວ່າໄປຢູ່ຫັ້ນ ຂະເຈົ້າວ່າ ບໍ່ເຫັນ ເພາະວ່າ ພວກນີ້ ຖືກຕົວະຕົ້ມໄປເດ້. ບໍ່ໄດ້ຜ່ານດ່ານເດ້ ແຕ່ວ່າ ເບື້ອງເຈົ້າໜ້າທີ່ຂອງພະມ້າ ຕອບມາແບບຊັ້ນ.”

ທ່ານກ່າວຕື່ມອີກວ່າ:

“ປັດຈຸບັນ ເບື້ອງເຈົ້າໜ້າທີ່ຂອງລາວເຮົາ ກະກຽມຈະເປີດກອງປະຊຸມ ຮ່ວມກັບພະມ້າເນາະ ເພື່ອວ່າ ຊິຫາຊ່ອງທາງ ວິທີແກ້ໄຂຫັ້ນແຫຼະ ຄົ້ນຄວ້າເພື່ອປຶກສາກັນ ເວົ້າເຣື່ອງຈໍານວນ ທີ່ວ່າຕົກຄ້າງຢູ່ຫັ້ນເນາະ ຄົ້ນຄວ້າວິທີທາງ ຊ່ອຍເຫຼືອຫັ້ນແຫຼະ ເພາະວ່າຢູ່ຈຸດນັ້ນ ມັນກະເປັນລັກສະນະວ່າ ເປັນເຂດເມືອງເມັຽວະດີ ມັນກະເປັນກຸ່ມ ທີ່ບໍ່ຂຶ້ນກັບຣັຖບານ ວ່າຊັ້ນສ່າ ຢູ່ໃນບໍຣິເວນນັ້ນ ຖືວ່າບ່ອນທີ່ພົລເມືອງລາວ ໄປຕົກເປັນຜູ້ຖືກເຄາະຮ້າຍຫັ້ນນ່າ ມັນເປັນແບບຊັ້ນເນາະ ແລະເບື້ອງເຈົ້າໜ້າທີ່ລາວ ກະສຸດທີ່ວ່າ ພຍາຍາມທີ່ວ່າຈະຊ່ອຍເຫຼືອເນາະ ກະໄດ້ປະສານ ໄປທາງທູດພະມ້າ ແຕ່ວ່າ ເບື້ອງພະມ້າ ກະໄດ້ແຈ້ງຕອບມາວ່າ ບໍ່ເຫັນພົລເມືອງລາວຈໍານວນດັ່ງກ່າວ ເພາະວ່າ ມັນບໍ່ໄດ້ຜ່ານດ່ານເດ້ ຂະເຈົ້າກະຕອບມາແບບຊັ້ນ ແຕ່ຄວາມຈິງ ພົລເມືອງລາວ ມັນກະຢູ່ຫັ້ນແທ້.”

ສໍາລັບເຣື່ອງທີ່ວ່າ ພໍ່ແມ່ຜູ້ປົກຄອງ ທີ່ມີລູກເຕົ້າຍັງຕິດຄ້າງ ຢູ່ເມືອງເມັຽວະດີ ປະເທດພະມ້າ ແລ້ວຢາກລົງມາວຽງຈັນ ເຈົ້າໜ້າທີ່ ທ່ານດຽວກັນນີ້ ກໍມີຄໍາແນະນໍາວ່າ:

“ໄລຍະຜ່ານມາ ຜູ້ປົກຄອງຂະເຈົ້າກະມາຢູ່ເນາະ ມາແຈ້ງຫັ້ນນ່າ ແຕ່ວ່າເບື້ອງເຈົ້າໜ້າທີ່ເຮົາ ກະໄດ້ຮັບແລ້ວ ຮັບແຈ້ງຄວາມແລ້ວ ກະຖືວ່າ ໄດ້ເຮັດໜັງສື ສເນີໄປຫາກະຊວງ ການຕ່າງປະເທດ ລະກະໃຫ້ກະຊວງການຕ່າງປະເທດ ປະສານໄປຍັງສະຖານທູດລາວ ປະຈໍາຢູ່ພະມ້າ ກະເບື້ອງທູດລາວ ກະໄດ້ປະສານກັບ ສະຖານທູດພະມ້າແລ້ວເນາະ ຄັນວ່າຊິໃຫ້ຂະເຈົ້າລົງມາ ອັນນີ້ ຄັນຊິຫ້າມ ກະບໍ່ຊ່າງຫ້າມຫັ້ນແຫຼະ ຖ້າວ່າຢາກມາປຶກສາ ຖ້າວ່າສະດວກ ຖ້າວ່າມີເງື່ອນໄຂມາ ຄັນວ່າເສຖກິຈມັນດີ ແຕ່ວ່າດຽວນີ້ ເສຖກິຈມັນກະຂ້ອນຂ້າງຢາກຝືດເຄືອງ ບໍ່ມາກະໄດ້.”

ທ່ານຍັງຂໍຝາກເຕືອນ ໃຫ້ຍິງ-ຊາຍ ຊາວໜຸ່ມລາວ ທີ່ຈະໄປເຮັດວຽກ ຢູ່ຕ່າງປະເທດ ກໍຢາກໃຫ້ໄປແບບຖືກຕ້ອງຕາມກົດໝາຍ ເພື່ອປ້ອງກັນບັນຫາທີ່ຈະຕາມມາ.

ດັ່ງທີ່ທ່ານກ່າວວ່າ:

“ໃນນາມເຈົ້າໜ້າທີ່ ປ້ອງກັນຊາຕ ປ້ອງກັນຄວາມສະຫງົບນີ້ແຫຼະ ໂດຍສະເພາະກະເຮັດວຽກປົກປ້ອງສິດທິມະນຸສເນາະ ກະຖືວ່າ ຢາກເຕືອນຫັ້ນແຫຼະ ວ່າແຕ່ລະຄົນແຕ່ລະທ້ອງຖິ່ນເນາະ ກ່ອນຊິໄປເຮັດວຽກຢູ່ຕ່າງປະເທດຫັ້ນ ມັນກະມີບໍຣິສັດຈັດຫາງານເນາະ ກະຕ້ອງຜ່ານຂະເຈົ້າ ຜ່ານຂະເຈົ້າ ຂະເຈົ້າກະຈະມີການຄຸ້ມຄອງ ປ້ອງກັນຫັ້ນແຫຼະເນາະ ເພາະວ່າ ທາງເບື້ອງເຈົ້າໜ້າທີ່ເຮົາ ກະໄດ້ລົງໂຄສະນາຕລອດຫັ້ນນ່າ ເວົ້າເຣື່ອງການໄປເຮັດວຽກຢູ່ຕ່າງປະເທດ ຖ້າໄປແບບບໍ່ມີເອກະສານ ຫຼືວ່າຖືກເຂົາຕົວະຕົ້ມມາ ລະມັນກະຫຍຸ້ງແບບຊິແຫຼະເນາະ ກະຢາກເຕືອນສະຕິ ບັນດາ ຍິງໜຸ່ມ-ຊາຍໜຸ່ມ ທີ່ມັກສະແຫວງຫາ ເວົ້າເຣື່ອງ ໄປເຮັດວຽກຢູ່ຕ່າງປະເທດ ໃຫ້ມີສະຕິ ກ່ອນຊິໄປ ກະມາປຶກສານໍາເຈົ້າໜ້າທີ່ກະໄດ້.”

ກ່ຽວກັບເຫດການທັງໝົດ ທີ່ເກີດຂຶ້ນໃນເທື່ອນີ້ ທາງບັນດາພວກພໍ່ແມ່ ກໍຂໍຝາກຄໍາຮ້ອງຮຽນ ໄປກັບທາງການລາວ ໄປຍັງທາງການຂອງປະເທດພະມ້າ ວ່າ ໃນລະຫວ່າງທີ່ຍັງລໍຖ້າ ການຊ່ອຍເຫຼືອຢູ່ນີ້ ຂໍໃຫ້ແກ້ໄຂ ຫ້າມບໍ່ໃຫ້ມີການທຸບຕີ ຫຼື ທໍຣະມານ ຍ້ອນວ່າ ພວກເດັກນ້ອຍເຫຼົ່ານັ້ນ ຍັງຮູ້ເທົ່າບໍ່ເຖິງການ ຈຶ່ງຖືກຕົວະຫຼອກລວງໄປໄດ້ ຢ່າງງ່າຍດາຍ ແລະ ຫວັງວ່າ ພວກເດັກນ້ອຍເຫຼົ່ານັ້ນ ຈະໄດ້ກັບມາຫາຄອບຄົວໃນເວລາອັນຄວນ ດ້ວຍຄວາມປອດໄພທຸກປະການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.