ແຂວງຜົ້ງສາລີ ສົ່ງຄົນຈີນ ລັກລອບເຂົ້າເມືອງ ກັບຄືນປະເທດ
2023.02.24

ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ເມືອງຍອດອູ ແຂວງຜົ້ງສາລີ ທີ່ກວດພົບພົນລະເມືອງຈີນ 25 ຄົນ ຊຶ່ງໃນນັ້ນເປັນຍິງ 2 ຄົນ ຊຶ່ງລັກເຂົ້າມາທ່ຽວປະເທດລາວ ເມື່ອວັນທີ 18 ກຸມພານີ້ ໄດ້ສົ່ງພວກກ່ຽວໃຫ້ເຈົ້າໜ້າທີ່ ທາງການຈີນແລ້ວ. ກຸ່ມຄົນຈີນເຫຼົ່ານີ້ ມີຄວາມຜິດ ຕໍ່ກົດໝາຍວ່າດ້ວຍການຄຸ້ມຄອງພົນລະເມືອງຕ່າງ ປະເທດຢູ່ລາວ. ເສັ້ນທາງ ທີ່ຊາວຈີນກຸ່ມນີ້ໃຊ້ໃນການລັກເຂົ້າມາລາວນັ້ນ ແມ່ນເສັ້ນທາງນ້ອຍຫລືເສັ້ນທາງທັມມະຊາຕ ໃນບໍຣິເວນຂ້າງດ່ານສາກົນ ລານຕຸ້ຍ-ເມືອງຄໍາ ຊຶ່ງເປັນດ່ານຊາຍແດນລະຫວ່າງເມືອງຍອດອູ ແຂວງຜົ້ງສາລີ ແລະເມືອງ ຈຽງເຊິນ ນະຄອນພູເອີ ຂອງຈີນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະສຽງທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ກຸມພານີ້.
ທ່ານກ່າວວ່າ:
“ເສັ້ນທາງນ້ອຍ ແມ່ນເປັນເສັ້ນທາງ ທີ່ບໍ່ຖືກກົດໝາຍ ທີ່ ສປປລາວ ວາງອອກ ຫລືວ່າເປັນເສັ້ນທາງທ້ອງຖິ່ນ ທີ່ວ່າຜູ້ຄົນໄປຊອກຢູ່ຫາກິນ ທີ່ວ່າຢູ່ລຽບຕາມຊາຍແດນ, ເພິ່ນເຂົ້າມາທ່ຽວ ແຕ່ບໍ່ຜ່ານຕາມຂັ້ນຕອນ ບໍ່ມີບັດຜ່ານແດນ.”
ທ່ານເວົ້າຕໍ່ໄປວ່າ ໃນໄລຍະທີ່ຜ່ານມາ ມັກມີພົນລະເມືອງຈີນລັກເດີນທາງ ເຂົ້າມາປະເທດລາວ ຜ່ານເສັ້ນທາງທີ່ບໍ່ຖືກຕ້ອງ ຢູ່ບໍລິເວນຂ້າງດ່ານສາກົນ ລານຕຸ້ຍ-ເມືອງຄໍາ ນີ້ຫລາຍ. ເຫດການໃນລັກສະນະນີ້ ເກີດຂຶ້ນຢູ່ເລື້ອຍ. ເພື່ອຂໍຮູ້ຂໍ້ມູນເພິ່ມຕື່ມ ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງຕື່ມອີກ ເພື່ອຮູ້ວ່າ ພົນລະເມືອງຈີນ ທີ່ລັກເຂົ້າມາປະເທດລາວແບບນີ້ ເປັນຊາວບ້ານທັມມະດາ ຫລືວ່າພວກເຂົາເຈົ້າ ກ່ຽວຂ້ອງກັບກຸ່ມຄົນບໍ່ດີ, ກຸ່ມຄ້າມະນຸສ, ກຸ່ມຄ້າຢາເສບຕິດ ຫລືແກ້ງຄອລເຊັນເຕີ້ຣ໌ ທີ່ທາງການຈີນຕ້ອງການໂຕ ຫລືບໍ່ ແຕ່ເຈົ້າໜ້າທີ່ຜູ້ຮັບໂທຣະສັບ ບອກວ່າ ຍັງບໍ່ທັນສາມາດໃຫ້ຣາຍລະອຽດໄດ້ໃນຂະນະນີ້.
ດ່ານລານຕຸ້ຍ-ເມືອງຄໍາ ເປັນດ່ານສາກົນລະຫວ່າງລາວ ແລະຈີນ, ແຕ່ພື້ນທີ່ໃນບໍລິເວນນັ້ນ ຍັງບໍ່ທັນໄດ້ມີການພັທນາພໍເທົ່າໃດ, ຍັງຖືກປົກຄຸມໄປດ້ວຍປ່າໄມ້ ແລະຕັ້ງຢູ່ຫ່າງໄກຈາກເຂດເທສບານເມືອງຍອດອູ, ດັ່ງນັ້ນ ພົນລະເມືອງຈີນຈໍານວນນຶ່ງ ຈຶ່ງໃຊ້ເປັນຊ່ອງທາງລັກເຂົ້າມາປະເທດລາວ.
ດັ່ງຊາວບ້ານ ຢູ່ເມືອງຍອດອູນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ດ່ານລານຕຸ້ຍ ມາຮອດ...ຢູ່ອັນນັ້ນ ຢູ່ປະມານ 20 ປາຍຫລັກ ບໍ່ຈະເຣີນປານໃດ ກໍເປັນທາງຍ່າງນີ້ແຫລະ ແຕ່ວ່າມັນບໍ່ພັທນາຫລາຍ ບໍ່ຄືທາງດ່ານບໍ່ຫານ-ບໍ່ເຕັນ ຫລາຍໄດ໋ ປ່າຫລາຍ ແຕ່ວ່າດ່ານ ເຈົ້າໜາທີ່ເພິ່ນກໍມີຢູ່ຫັ້ນແຫລະ ແຕ່ວ່າຜູ້ທີ່ຂະເຈົ້າລັກເຂົ້າມາ ຂະເຈົ້າສິມາທາງປ່າທາງພູບໍ໋.”
ເມື່ອກ່ອນໜ້ານີ້ ກະຊວງການຕ່າງປະເທດ ໄດ້ອອກແຈ້ງການກ່ຽວກັບ ການເປີດບໍຣິການດ່ານສາກົນ ລານຕຸ້ຍ-ເມືອງຄໍາ ຄືນ ນັບຕັ້ງແຕ່ມື້ວັນທີ 20 ກຸມພາ 2023 ເປັນຕົ້ນໄປ. ດ່ານດັ່ງກ່າວ ຈະເປີດບໍຣິການໃຫ້ສະເພາະ ພົນລະເມືອງ ແລະຍານພາຫານະ 2 ຝ່າຍ ທີ່ຢູ່ລຽບຊາຍແດນ ໃຫ້ເຂົ້າ-ອອກໄດ້ຕາມປົກ ກະຕິ ຍ້ອນນະຄອນພູເອີ ຂອງຈີນ ໄດ້ປັບປຸງນະໂຍບາຍ ກ່ຽວກັບມາຕຖານ ການປ້ອງກັນ ການແຜ່ຣະບາດຂອງໂຄວິດ-19 ໃໝ່.
ຊາວບ້ານ ຢູ່ເມືອງຍອດອູອີກຜູ້ນຶ່ງເວົ້າວ່າ ນັ້ນຄືປະເດັນ ທີ່ເຮັດໃຫ້ພົນລະເມືອງຈີນ ເດີນທາງເຂົ້າມາປະເທດລາວເພີ່ມຂຶ້ນ.
“ອັນໂຕນີ້ເປັນດ່ານສາກົນ ຢູ່ແລ້ວ ຄົນສາມາດເດີນທາງໄດ້ ໂດຍວ່າເຂົ້າໄດ້ໆ ດຽວນີ້ເຂົ້າໄດ້ແລ້ວ ອ້າຍບໍ່ໄດ້ຢູ່ມໍ່ ເພາະວ່າທາງບ້ານກໍຍັງຢູ່ໄກນ້ອຍນຶ່ງ ເຂົາເຂົ້າມາເອງ ຫລືວ່າຈຸນັກທ່ອງທ່ຽວນີ້ ເຂົ້າມາເປັນທີມເດ໋.”
ເວົ້າເຖິງເຣື່ອງນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວຫລາຍ, ເຈົ້າຂອງເຮືອນພັກ ຂນາດນ້ອຍ ຢູ່ເມືອງຍອດອູນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ພວກເຂົາເຈົ້າມັກເດີນທາງ ເຂົ້າມາທ່ອງທ່ຽວລາວ ຜ່ານທາງດ່ານສາກົນລານຕຸ້ຍ, ມັກມາແບບເປັນກຸ່ມ ກຸ່ມລະປະມານ 10 ຄົນ ໂດຍຂີ່ຣົຖໃຫຍ່ສ່ວນຕົວ ປ້າຍທະບຽນຈີນມາ.
“ຫລາຍ ມາທ່ຽວ ບ່ອນທ່ຽວຫັ້ນບໍ່ມີ ເອີ ບໍ່ມ ຢູ່ພີ້ນີ້ ມາທ່ຽວມາຫລິ້ນ ມາເປັນຈັ່ງໃດເອື້ອຍກໍບໍ່ຮູ້ ມາເບື້ອງນີ້ໜ້ອຍ 4-5 ຄົນ 10 ຄົນກໍມາທ່ຽວມາຫລີ້ນກໍ໋.”
ອີງຕາມຄໍາເວົ້າ ຂອງເຈົ້າຂອງຣົຖໂດຍສານຂົນ, ເສັ້ນທາງຜົ້ງສາລີ-ຊຽງຂວາງ ທ່ານນຶ່ງແລ້ວແມ່ນວ່າ ທີ່ຜ່ານມາ ຊາວຈີນສ່ວນຫລາຍ ຈະບໍ່ເຂົ້າມາເພື່ອທ່ອງທ່ຽວພາຍໃນ ແຂວງຜົ້ງສາລີ ຍ້ອນເປັນແຂວງ ທີ່ບໍ່ມີສະຖານທີ່ທ່ອງທ່ຽວຫລາຍ ແຕ່ຈະເດີນທາງຕໍ່ໄປຍັງແຫລ່ງທ່ອງທ່ຽວ ຢູ່ແຂວງອື່ນໆ ເປັນຕົ້ນນະຄອນ ຫລວງພຣະບາງ ແລະນະຄອນຫລວງວຽງຈັນ.
“ເອີ ຄົນເຂົ້າໄປໄດ້ຄືກັນ ຄືກັບດ່ານບໍ່ເຕັນແລ້ວ ເອີ ຊ່ວງນີ້ມີໜ້ອຍນຶ່ງ ມາທ່ອງທ່ຽວແຫລະ ແມ່ນແຫລະ ຢູ່ຜົ້ງສາລີນີ້ບໍ່ມີບ່ອນທ່ຽວ ບໍ່ມີໆ ມີແຕ່ໄປເບິ່ງສວນຊາ ເພາະວ່າຢູ່ນີ້ບໍ່ມີບ່ອນທ່ຽວ ທ່ຽວຢູ່ພູຟ້າບໍ່ ຢູ່ນີ້ມີແຕ່ 2 ບ່ອນ ຄົນຈີນໆ ແມ່ນໆ ມາແລ້ວມາທ່ຽວຢູ່ຫລວງພຣະບາງ ວຽງຈັນ ສ່ວນຫລາຍເຫັນເຂົາເອົາຣົຖເຂົ້າມາເອງເນາະ ໃຊ້ທາງໃຫຍ່ເອົາ.”
ເມື່ອກາງເດືອນມິຖຸນາ 2022 ທີ່ຜ່ານມາ ທ່ານ ຄໍາເພັດ ຈິດປັນຍາ ຮອງຫົວໜ້າຄະນະກັມມະການຊີ້ນໍາຊາຍແດນຂັ້ນແຂວງ, ຫົວໜ້າຜແນກການຕ່າງປະ ເທດແຂວງຜົ້ງສາລີ ແລະທ່ານ ຊຽວ ຊຽງ ຄະນະປະຈໍາພັກເມືອງ, ເລຂາຄະ ນະພັກປົກປ້ອງກົດໝາຍ ເມືອງຫລ້າ ຂອງຈີນ ໄດ້ຮ່ວມກອງປະຊຸມທາງໄກ ກ່ຽວກັບ ວຽກງານຊາຍແດນ, ການຕ້ານ ແລະສະກັດກັ້ນຄົນລັກລອບເຂົ້າອອກເມືອງ ແບບຜິດກົດໝາຍ. ແລະທີ່ຜ່ານມາ ອົງການຈັດຕັ້ງທີ່ກ່ຽວຂ້ອງແຂວງຜົ້ງສາລີ ກໍໄດ້ເຄື່ອນໄຫວວຽກງານ ແບບຝ່າຍດຽວ ແລະແບບ 2 ຝ່າຍ ລາວ-ຈີນ ຕາມອານຸສັນຍາ ວ່າດ້ວຍການກວດກາຊາຍແດ ນຮ່ວມ ຄັ້ງທີ 1 ແລະສັນຍາວ່າດ້ວຍລະບຽບການຄຸ້ມຄອງ ຊາຍແດນຣະຫວ່າງ ລາວ-ຈີນ, ຮ່ວມກັນກວດກາເສັ້ນທາງ ຊາຍແດນ ເພື່ອສະກັດກັ້ນກຸ່ມຄົນ ທີ່ລັກລອບເຂົ້າເມືອງແບບບໍ່ຖືກກົດໝາຍ ແລະກ່ອນໜ້ານັ້ນ ເມື່ອວັນທີ 20 ກໍຣະກະດາ 2020 ພັນໂທ ລີ ປັນແກ້ວ ຫົວໜ້າກອງບັນຊາ ການຕໍາຣວດປ້ອງ ກັນຄວາມສງົບ ເມືອງຍອດອູ ໄດ້ກ່າວວ່າ ລະຫວ່າງວັນທີ 18-19 ກໍຣະກະດານີ້ ໄດ້ກວດພົບຣົຖຂົນສົ່ງໂດຍສານ ຕາມ ເສັ້ນທາງ ຜົ້ງສາລີ-ອຸດົມໄຊ, ມີພົນລະເມືອງຈີນ 34 ຄົນ. ໃນນັ້ນເປັນຍິງ 7 ຄົນ ລັກເຂົ້າເມືອງ ໂດຍໃຊ້ເສັ້ນທາງນ້ອຍ ຢູ່ບໍຣິເວນບ້ານລົງທາງ ເມືອງຍອດອູ ຊຶ່ງມີຄວາມຜິດຕໍ່ກົດໝາຍວ່າ ດ້ວຍການເຂົ້າ-ອອກ ແລະຄຸ້ມຄອງຄົນຕ່າງປະ ເທດຢູ່ລາວ ປີ 2014 ຊຶ່ງເຈົ້າໜ້າທີ່ຕໍາຣວດລາວ ກໍໄດ້ຈັດສົ່ງພວກເຂົາເຈົ້າ ຄືນໃຫ້ເຈົ້າໜ້າທີ່ທາງການຈີນ.