ເຣື້ອງທີ່ເກັບບັນທຶກໄວ້
2022-04-05
ພາກທຸຣະກິຈ ສເນີໃຫ້ທາງການລາວ ຫຼຸດຜ່ອນຂັ້ນຕອນ ການເຂົ້າປະເທດ ສຳລັບນັກທ່ອງທ່ຽວ ເນື່ອງຈາກຂະນະນີ້ ຍັງມີຂັ້ນຕອນ ທີ່ຫຍຸ້ງຍາກເກີນໄປ ເຮັດໃຫ້ນັກທ່ອງທ່ຽວ ລັງເລທີ່ຈະເດີນທາງເຂົ້າ ປະເທດລາວ.
2022-04-05
ກໍຣະນີ ນາງ ເກດແກ້ວ ໄຊຍະວົງ ອາຍຸ 26 ປີ, ຢູ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ຫາຍສາບສູນຢູ່ຈີນ ຫຼືຖືກຕົວະໄປແຕ່ງດອງ ກັບຜູ້ຊາຍຄົນຈີນ ແລ້ວຖືກລັກພາໂຕ ໄປຮຽກຄ່າໄຖ່, ປັດຈຸບັນ ນາງແກ້ວ ຍັງມີຊີວິດຢູ່.
2022-04-05
ຣັຖບານລາວ ອະນຸຍາດໃຫ້ດຳເນີນການລົງທຶນ ດ້ານແຮ່ທາດແລ້ວ 308 ໂຄງການ, ແຕ່ຊາວບ້ານຫຼາຍຄົນ ຈົ່ມວ່າ ພວກເຂົາເຈົ້າ ຍັງບໍ່ໄດ້ຮັບປໂຍດເທົ່າທີ່ຄວນ ຈາກຫຼາຍໂຄງການ.
2022-04-05
ແມ່ຍິງ, ເດັກຍິງຕ່າງປະເທດ, ແມ່ຍິງ ແລະ ເດັກຍິງລາວ ທີ່ຖືກເຄາະຮ້າຍ ຈາກການຄ້າມະນຸສ ຈຳນວນ 58 ຄົນ ຖືືກຊ່ອຍໄດ້ ແລະຈັບຜູ້ຕ້ອງຫາ 40 ຄົນ ເປັນຍິງ 24 ຄົນ ປະກອບມີ ຄົນສັນຊາດສິງກະໂປ ເຊື້ອສາຍຈີນ, ຄົນໄທຍ, ຄົນລາວ ແລະ ຄົນຣັສເຊັຽ.
2022-04-05
ມີການກວດພົບ ພະນັກງານຣັຖ-ກອນ ສໍ້ຣາສບັງຫຼວງ ຢູ່ແຂວງເຊກອງ 2 ກໍຣະນີ ຊຶ່ງມີມູນຄ່າຄວາມເສັຽຫາຍ 2 ຕື້ກີບ ໃນນັ້ນ ກໍລະນີທີ 1 ໄດ້ໄປເຖິງສານ ປະຊາຊົນສູງສຸດແລ້ວ, ສ່ວນວ່າ ກໍລະນີທີ 2 ຍັງຢູ່ໃນຂັ້ນຕອນ ສືບສວນ-ສອບສວນ.
2022-04-04
ອົງການໄຈ່ກ້າ (JICA) ຂອງປະເທດຍີ່ປຸ່ນ ຊ່ອຍທຶນ ຂຍາຍລະບົບ ນໍ້າປະປາ ຢູ່ແຂວງຫລວງພຣະບາງ ພາຍຫລັງ ປະຊາຊົນພາຍໃນແຂວງ ແລະ ນັກທ່ອງທ່ຽວ ບໍ່ມີນໍ້າສະອາດ ພຽງພໍເພື່ອອຸປໂພກ-ບໍຣິໂພກ ມາເຫິງນານ.
2022-04-04
ຂົວມິດຕະພາບ ລາວ-ໄທຍ ແຫ່ງທີ່ 5 ສ້າງໄປແລ້ວ 36% ຊຶ່ງຢູ່ລະຫວ່າງ ແຂວງບໍຣິຄຳໄຊ ຂອງລາວ ແລະ ແຂວງບຶງການ ຂອງໄທຍ, ໃນຂະນະທີ່ຊາວບ້ານ ບາງສ່ວນຍັງຈົ່ມເຣື່ອງຄ່າຊົດເຊີຍ ເນື່ອງຈາກ ຜູ້ທີ່ເສັຍດິນ ໃຫ້ກັບໂຄງການດັ່ງກ່າວ ທີ່ຢູ່ຕິດຖະນົນໃຫຍ່ ແຕ່ໄດ້ຄ່າຊົດເຊີຍ ເທົ່າກັນກັບຜູ້ທີ່ເສັຍດິນ ທີ່ຢູ່ຫ່າງໄກທາງໃຫຍ່.
2022-04-04
ປະເທດລາວ ໂດຍສະເພາະ ໃນນະຄອນຫຼວງວຽງຈັນ ທີ່ມີໂຮງຈັກ, ໂຮງງານ ອຸຕສາຫະກັມ ເປັນບ່ອນເພີ່ມມົລພິດ ທາງອາກາດ ຊຶ່ງໃນປີທີ່ຜ່ານມາ ພົບວ່າ ຄຸນນະພາບອາກາດເສັຍ ເພີ່ມຈຳນວນມື້ຂຶ້ນຫຼາຍ.
2022-04-04
ນ້ຳມັນແພງ ເປັນບັນຫາ ທີ່ທາງການລາວ ຍັງຫາທາງອອກ ໃຫ້ກັບປະຊາຊົນບໍ່ໄດ້ ເຖິງແມ່ນວ່າ ການຂຶ້ນລາຄານ້ຳມັນ ຈະກະທົບ ຕໍ່ຄ່າຄອງຊີບ ແລະການດຳເນີນຊີວິດ ເຮັດໃຫ້ມີຄວາມຫຍຸ້ງຍາກ ຫຼາຍດ້ານ ແຕ່ກໍຈຳເປັນ ຕ້ອງປັບຂຶ້ນ ຕາມກົລໄກຕລາດໂລກ ແລະ ອັດຕຣາການແລກປ່ຽນ ເງິນຕຣາຕ່າງປະເທດ.
2022-04-04
ນ້ຳເຊກອງ ຂຶ້ນກະທັນຫັນ ຖ້ວມຊັພສິນ ເປັນຕົ້ນແມ່ນ ຮ້ານອາຫານ, ເຄື່ອງຂອງ ປະຊາຊົນ ຜູ້ທີ່ອາສັຍ ຢູ່ຕາມແຄມນ້ຳເຊກອງ ຄາດວ່າ ຄວາມເສັຍຫາຍ ທີ່ເກີດຈາກພັຍນ້ຳຖ້ວມ ໃນຄັ້ງນີ້ ຫຼາຍສົມຄວນ ຊຶ່ງຢູ່ໃນລະຫວ່າງການສຳຣວດ ແລະເກັບກຳຂໍ້ມູນ ເພື່ອປະເມີນຄວາມເສັຽ.
2022-04-03
ພຼະບາດສົມເດັດ ພຼະເຈົ້າມຫາຊີວິຕ ຊົງຮັບ ເອົາການລາອອກ ຂອງຣັຖບານ ຜຸຍ ຊນະນິກອນ ແຕ່ບໍ່ຊົງອານຸຍາຕ ໃຫ້ບໍຣິຫານ ປະເທດ ຕໍ່ໄປ ຊາມຊາລໍຖ້າ ໃຫ້ມີຣັຖບານໃໝ່ ຖືກແຕ່ງຕັ້ງ ຂຶ້ນມາແທນ.
2022-04-03
4 ຣັຖມົນຕຣີ ຕ່າງປະເທດອາຊຽນ ເດີນທາງໄປປະຊຸມກັບຈີນ ໃນຂະນະທີ່ ກອງປະຊຸມສຸດຍອດ ອາຊຽນ-ອາເມຣິກາ ທີ່ມີກຳນົດຈັດຂຶ້ນຢູ່ ນະຄອນຫຼວງ ວໍຊິງຕັນ ດີ.ຊີ. ປະເທດສະຫະຣັຖອາເມຣິກາ ຖືກເລື່ອນອອກໄປ ແບບບໍ່ມີກຳນົດ.
2022-04-02
ແມ່ຍິງລາວຖືກ ຜູ້ຊາຍຄົນຈີນຕີ ຈົນເກືອບ ສລົບ, ລາວ ເລັ່ງຄວບຄຸມ ອັຕຣາແລກປ່ຽນເງິນ ທີ່ຂຶ້ນສູງ, ສັດປ່າໃນລາວ ອາຈສູນພັນ ເພາະການລັກລ່າ ໄປຂາຍ.
2022-04-02
ສົງຄາມລະຫວ່າງຣັສເຊັຽ ແລະຢູເຄຣນ ມີມາໄດ້ເດືອນປາຍແລ້ວ, ເຖິງມີການເຈຣະຈາ ສັນຕິພາບ ທີ່ມີທ່າດີ ແລະຣັສເຊັຽປະກາດ ຖອນທະຫານບາງສ່ວນ, ແຕ່ກໍຍັງມີການສູ້ຣົບກັນໜັກຢູ່ ຂະນະທີ່ມະຕິຂອງສະຫະປະຊາຊາດ ປະນາມການຮຸກຮານ ຂອງຣັສເຊັຽ ແລະໃນກຸ່ມປະເທດ ອາຊຽນມີທັສນະ ແຕກຕ່າງກັນ.
2022-04-01
ຍັງມີບາງສາເຫດ ທີ່ພາໃຫ້ສິນຄ້າ ດ້ານການກະເສດຈາກລາວ ຍັງບໍ່ສາມາດຂົນສົ່ງ ຜ່ານທາງຣົຖໄຟລາວ-ຈີນ ໄດ້ ພາຍຫຼັງທີ່ເປີດໃຊ້ທາງຣົຖໄຟ ເປັນເວລາເກືອບ 4 ເດືອນແລ້ວ.