ນ້ຳເຊກອງຂຶ້ນ ກະທັນຫັນ ຖ້ວມຊັພສິນ ປະຊາຊົນ
2022.04.04

ນໍ້າເຊກອງທີ່ໄຫລຜ່ານ ແຂວງເຊກອງ ແລະແຂວງອັດຕະປື ໄຫລແຮງ ແລະສູງຂຶ້ນຖ້ວມແບບກະທັນຫັນ ເກີນຄວາມຄາດໝາຍ ໃນຕອນເຊົ້າໆ ຂອງມື້ວັນທີ 2 ເມສານີ້ ເຮັດໃຫ້ເຄື່ອງຂອງ ຂອງປະຊາຊົນ ທີ່ຢູ່ຕາມແຄມເຊ ເສັຍຫາຍຫລາຍ ຍ້ອນມ້ຽນມັດບໍ່ທັນ.
ດັ່ງເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 4 ເມສານີ້ວ່າ ຮ້ານອາຫານເຮືອນຕູບ 40 ຫລັງ ທີ່ຕັ້ງຢູ່ຕາມແຄມເຊກອງ ທາງລຸ່ມແດ່ນັ້ນ ມີ 30 ປາຍຫລັງ ຖືກນໍ້າພັດໄຫລໄປຢ່າງໄວວາ, ຊຶ່ງໃນເບື້ອງຕົ້ນຄາດວ່າ ມູນຄ່າຄວາມເສັຍຫາຍ ບໍ່ຕໍ່າກວ່າ 60 ລ້ານກີບ.
“ຮ້ານໂຕຢູ່ລຸ່ມຫັ້ນ ຖ້ວມໄຫລໄປໝົດ 30 ປາຍຫລັງ. ບ່ອນຂາຍເຄື່ອງອີ່ຫຍັງໄປໝົດ ເຕືອນຫັ້ນເຕືອນແບບ ບໍ່ເຖິງເຂດອັນຕະລາຍ ແບບວ່າໜ້ອຍນຶ່ງຫັ້ນນ່າ ແຕ່ນໍ້າມັນຂຶ້ນເກີນຄາດໝາຍ.”
ທ່ານກ່າວຕື່ມວ່າ ໄດ້ຮັບການແຈ້ງເຕືອນໃນຕອນແລງ ຂອງມື້ວັນທີ 1 ເມສາ 2022 ໃຫ້ລະມັດລະວັງເຣື່ອງນໍ້າເຊກອງຈະຂຶ້ນ ຍ້ອນຈະມີການປ່ອຍນໍ້າ ອອກຈາກເຂື່ອນໄຟຟ້າ ຢູ່ປະເທດວຽດນາມລົງມາ ຄືແຈ້ງໃຫ້ຮູ້ຈໍ້ໂພດ ເຮັດໃຫ້ປະຊາຊົນ ພາກັນຂົນຍ້າຍເຄື່ອງຂອງ ຈາກຕູບຂຶ້ນມາໄວ້ບ່ອນສູງບໍ່ທັນ ຍ້ອນນໍ້າຂຶ້ນຖ້ວມແຄມຝັ່ງຢ່າງໄວວາ.
ນໍ້າເຊກອງຂຶ້ນຖ້ວມໃນປີນີ້ ບໍ່ພຽງແຕ່ເຮັດໃຫ້ຮ້ານອາຫານເຮືອນຕູບ ແລະເຄື່ງອຂອງເສັຍຫລາຍ ຊຶ່ງໃນເບື້ອງຕົ້ນຄິດເປັນມູນຄ່າບໍ່ຕໍ່າກວ່າ 60 ລ້ານກີບ ຄືທີ່ວ່ານັ້ນແລ້ວ ກໍຍັງເຮັດໃຫ້ຕາຝັ່ງເຈື່ອນຢູ່ຫລາຍເຂດ ທີ່ກະທົບຕໍ່ບ້ານເຮືອນຂອງປະຊາຊົນ ແລະການແລ່ນເຮືອຂ້າມຝັ່ງນໍາດ້ວຍ. ສໍາລັບມູນຄ່າຄວາມເສັຍຫາຍທັງໝົດ ຈາກພັຍນໍ້າຖ້ວມ ຍ້ອນວຽດນາມປ່ອຍນໍ້າ ອອກຈາກເຂື່ອນລົງມານັ້ນ ປັດຈຸບັນທາງການແຂວງເຊກອງກໍາລັງ ຢູ່ໃນລະຫວ່າງການເກັບກໍາຂໍ້ມູນ ເພື່ອໃຫ້ການຊ່ອຍເຫລືອ ຜູ້ໄດ້ຮັບຜົລກະທົບຢູ່.
ເວົ້າເຖິງການແຈ້ງເຕືອນ ກ່ຽວກັບການປ່ອຍນໍ້າ ອອກຈາກເຂື່ອນວຽດນາມເທື່ອນີ້ ປະຊາຊົນຢູ່ເມືອງໄຊເສດຖາ ແຂວງອັດຕະປື ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ເມສາ ນີ້ວ່າ ໄດ້ຮັບການແຈ້ງເຕືອນຜ່ານທາງໂທຣະສັບ ຈາກທາງການແຂວງອັດຕະປື ວ່າຈະມີການປ່ອຍນໍ້າ ອອກຈາກເຂື່ອນຢູ່ປະເທດວຽດນາມລົງມາ, ແຕ່ບໍ່ຮູ້ວ່າຈະປ່ອຍລົງມາ ໃນປະລະມານຫລາຍຫນ້ອຍຊໍ່າໃດ ແລະໄລຍະນີ້ກໍເປັນລະດູແລ້ງ ຈຶ່ງເຮັດໃຫ້ຊາວບ້ານຄິດວ່າ ປະລິມານນໍ້າ ທີ່ວຽດນາມຈະປ່ອຍລົງມານັ້ນ ຄົງຈະບໍ່ຫລາຍ.
ດັ່ງທີ່ທ່ານກ່າວວ່າ:
“ແມ່ນແຫລະເນາະ ປ່ອຍເຂື່ອນມັນໜັກຄືກັນ ກະເຕືອນຢູ່ຕີ້ ຈັກເພິ່ນເປີດໜ້ອຍ ເປີດຫລາຍເນາະ ຕົກກະບໍ່ໄດ້ແຮງປານໃດດອກ.”
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ທາງການລາວຄວນຈະມີການແຈ້ງເຕືອນ ລ່ວງໜ້າໃຫ້ຮູ້ກ່ອນໄວກວ່ານີ້ ແລະບອກໃຫ້ຮູ້ວ່າ ຈະປ່ອຍນໍ້າຈາກເຂື່ອນນັ້ນໃນປະລິມານເທົ່າໃດ ແລະນໍ້າເຊກອງຈະເພີ່ມຂຶ້ນ ໜ້ອຍຫລາຍຊໍ່າໃດ ເພື່ອບໍ່ໃຫ້ຊາວບ້ານໄດ້ຮັບຜົນກະທົບຫລາຍ.
ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ແຂວງເຊກອງທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 4 ເມສານີ້ ວ່າສາເຫດທີ່ເຮັດໃຫ້ລະດັບນໍ້າເຊກອງ ເພິ່ມຂຶ້ນຢ່າງໄວວານັ້ນ ກໍຍ້ອນວ່າໄລຍະປະມານທ້າຍເດືອນມິນາ ຫາຕົ້ນເດືອນເມສານີ້ ມີຝົນຕົກລິນຢູ່ປະເທດວຽດນາມ ແລະຢູ່ເມືອງກະລຶມ ແຂວງເຊກອງ ຊຶ່ງເປັນຕົ້ນນໍ້າຂອງເຊກອງ ເຮັດໃຫ້ປະລິມານນໍ້າ ເພີ່ມຂຶ້ນຫລາຍ.
“ແມ່ນແຫລະ ເພາະວ່າລິນໝົດມື້ໝົດຄືນເດ ແບບນໍ້າມັນຄ້ອຍຍຶ່ງຂຶ້ນຫັ້ນນ່າ ເພາະຝົນມັນມາທາງວຽດເດ໋ ແຕ່ວ່າຢູ່ແຂວງນີ້ກະບໍ່ຫລາຍທໍ່ຢູ່ພຸ້ນ ເພາະວ່າຢູ່ພຸ້ນມັນໃກ້ກັບວຽດ.”
ເຈ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ເວົ້າໃນມື້ດຽວກັນນີ້ວ່າ ໄດ້ຮັບໜັງສືຈາກປະເທດວຽດນາມ ໃນມື້ວັນທີ 1 ເມສາ 2022 ເຣື່ອງການປ່ອຍນໍ້າ ອອກຈາກເຂື່ອນອາເລື້ອຍ (A Luoi) ຊຶ່ງເປັນເຂື່ອນໄຟຟ້າ ທີ່ຕັ້ງຢູ່ຕິດກັບຊາຍແດນລາວ ເຂດເມືອງກະລຶມ ແຂວງເຊກອງ, ຫລັງຈາກນັ້ນ ທາງການແຂວງເຊກອງແລະ ແຂວງອັດຕະປື ກໍໄດ້ແຈ້ງເຕືອນໄປຍັງປະຊາຊົນ ທີ່ອາສັຍຢູ່ຕາມແຄມເຊກອງ ໃຫ້ມ້ຽນມັດເຄື່ອງຂອງໄວ້ບ່ອນສູງ ແລະໃຫ້ເຊົາທຸກກິຈກັມໃນແມ່ນໍ້າເຊກອງ, ແຕ່ຊາວບ້ານຫລາຍຄົນ ກໍຍັງຖືເບົາ ບໍ່ສົນໃຈນໍາຄໍາເຕືອນນັ້ນ.
“ນໍ້າເຊກອງຂຶ້ນ ເຂົາປ່ອຍເຂື່ອນອາເລື້ອຍ ຢູ່ວຽດນາມພຸ້ນ ແຈ້ງຄືກັນ ຫາກປະຊາຊົນຢູ່ເຂດຕອນລຸ່ມເຂົ້າໃຈວ່າ ມັນສິບໍ່ແຮງຄືຍາມຝົນ ຈັ່ງຊັ້ນແຫລະຈຶ່ງຖືເບົາຫັ້ນນ່າ ສ່ວນຫລາຍກະເສັຽຫາຍຈຸຢູ່ແຄມເຊຫັ້ນແຫລະ ໜ້ອຍນຶ່ງ ປຸກຕູບປຸກຫຍັງໃກ້ແຄມເຊ ຣົຖລາງຜູ້ໃດທີ່ເອົາຂຶ້ນບໍ່ທັນ ລົງເຮັດແຮ່ຊາຍຢູ່ກາງເຊຫັ້ນເດ້.”
ທ່ານກ່າວຕື່ມວ່າ ເຫດການຄັ້ງນີ້ ໄດ້ສ້າງຄວາມເສັຍຫາຍໃຫ້ຊາວບ້ານ ຈໍານວນຫລາຍ ໂດຍສະເພາະເຈົ້າຂອງຮ້ານອາຫານເຮືອແພ, ເຮືອນຕູບ ເພາະເກັບມ້ຽນເຄື່ອງຂອງບໍ່ທັນ, ເຮັດໃຫ້ສິ່ງຂອງເຄື່ອງໃຊ້ໄຫລໄປ. ນອກຈາກນັ້ນ ກໍຍັງມີຣົຖຈັກ, ຣົຖກະບະ ຂອງບໍຣິສັດຂຸດຄົ້ນ ແຮ່-ຊາຍ ຖືກນໍ້າຖ້ວມເສັຍຫາຍ ຢ່າງໜ້ອຍ 5 ຄັນ.
ໃນຂະນະນີ້ ທາງການແຂວງເຊກອງ ແລະແຂວງອັດຕະປື ຍັງຢູ່ລະຫວ່າງການເກັບກໍາຂໍ້ມູນ ກ່ຽວກັບຄວາມເສັຍຫາຍທັງໝົດ ທີ່ເກີດຈາກການປ່ອຍນໍ້າ ອອກຈາກເຂື່ອນໄຟຟ້າ ທີ່ປະເທດວຽດນາມ ລົງມາຖ້ວມແບບກະທັນຫັນນັ້ນຢູ່.
ນໍ້າຖ້ວມຄັ້ງນີ້ ບໍ່ເປັນເທື່ອທໍາອິດ ທີ່ວຽດນາມປ່ອຍນໍ້າ ອອກຈາກເຂື່ອນຂອງຕົນລົງມາ ຊຶ່ງເມື່ອກ່ອນນັ້ນ ກໍໄດ້ປ່ອຍລົງມາໃນລະຫວ່າງ ຕົ້ນເດືອນ ພຶສຈິກາ 2020 ຍ້ອນເກີດພະຍຸຝົນ ເອຕາວ ແລະທາງການລາວກໍໄດ້ແຈ້ງເຕືອນ ໃຫ້ປະຊາຊົນທີ່ຢູ່ຕາມແຄມເຊກອງ ແຂວງເຊກອງ ແລະແຂວງອັດຕະປື ຣະວັງພັຍນໍ້າຖ້ວມ.