ປະຊາຊົນບາງສ່ວນຈົ່ມ ຄ່າຊົດເຊີຍ ບໍ່ກຸ້ມຄ່າດິນ

ໄຊຍາ
2022.04.04
ປະຊາຊົນບາງສ່ວນຈົ່ມ ຄ່າຊົດເຊີຍ ບໍ່ກຸ້ມຄ່າດິນ ແຜນທີ່ ສແດງບໍຣິເວນ ກໍ່ສ້າງຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 5 ຢູ່ລະຫວ່າງ ແຂວງບໍຣິຄຳໄຊ ຂອງລາວ ແລະ ແຂວງບຶງການຂອງໄທຍ.
ຮູບພາບ: Google Earth

ໃນໄລຍະຕົ້ນປີ 2022 ທີ່ຜ່ານມາເຈົ້າໜ້າທີີ່ ທີ່ເຮັດວຽກກ່ຽວກັບໂຄງການ ຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 5 ຊຶ່ງຈະໃຊ້ເປັນບ່ອນເຊື່ອມຈອດ ລະຫວ່າງແຂວງບໍຣິຄຳໄຊ ຂອງລາວ ແລະ ແຂວງບຶງການຂອງໄທຍ ໄດ້ຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານ ຜູ້ຖືກຜົລກະທົບຈາກການດຳເນີນ ການກໍ່ສ້າງແລ້ວທັງໝົດ 51 ຄອບຄົວ ກວມເອົາເນື້ອທີ່ດິນປະມານ 52 ເຮັກຕ້າຣ໌ປາຍ ໂດຍສະເລັ່ຍເຮັກຕ້າຣ໌ລະປະມານ 80 ລ້ານກີບ. ໃນຂະນະທີ່ຊາວບ້ານຜູ້ຖືກຜົລກະທົບ ຈຳນວນນຶ່ງມີຄຳເຫັນວ່າ ຄ່າຊົດເຊີຍດັ່ງກ່າວນີ້ບໍ່ກຸ້ມຄ່າ ກັບຕອນດິນທີ່ເຂົາເຈົ້າເສຍໄປ.

ດັ່ງຊາວບ້ານຢູ່ບ້ານກ້ວຍອຸດົມ ເມືອງປາກຊັນທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີເມື່ອ ວັນທີ 4 ເມສາ 2022 ນີ້ວ່າ:

ແຕ່ວ່າມັນກໍມີສ່ວນນຶ່ງ ທີ່ວ່າຢູ່ຕິດກັບທາງຫລວງເນາະຫັ້ນນ່າ ທາງຫລວງເຂົາກໍໄລ່ເປັນລາຄາດຽວ ກໍຊຸ່ມນີ້ແຫລະ ທີ່ເຂົາວ່າເຂົາບໍ່ພໍໃຈຫັ້ນນ່າ ກໍບໍ່ໄດ້ຕາມທີ່ເຂົາຢາກໄດ້ຫັ້ນນ່າ ລາຄາຫລວງໃຫ້ທົ່ວປະເທດເນາະ ເປັນເອກະພາບກັນຢູ່ ເຮັກຕ້າຣ໌ນຶ່ງຢູ່ປະມານ 80 ລ້ານກີບຄືແທ້ວ່າ ຜູ້ທີ່ວ່າດິນເຂົາຢູ່ໃນປາເລິກເຂົ້າໄປເນາະຫັ້ນນ່າ.

ທ່ານກ່າວຕື່ມວ່າສຳລັບ ການດຳເນີນການກໍ່ສ້າງຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 5 ນີ້ໄດ້ກໍ່ສ້າງໃນພື້ນທີ່ຫ່າງໄກ ຈາກໂຕເມືອງປາກຊັນ ໄປທາງທິດເໜືອຕາມທາງເລກທີ 13 ໃຕ້ ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫາແມ່ນໍ້າຂອງປະມານ 2,860 ແມັດ ໂດຍພື້ນທີ່ ທີ່ຖືກຜົລກະທົບແບ່ງເປັນ 3 ສ່ວນຄື ດິນໃນພື້ນທີ່ປ່າ, ດິນເຮັດໄຮ່ເຮັດນາ ແລະ ດິນຕິດແຄມທາງຫລວງ. ເຖິງແມ່ນວ່າຕອນດິນໃນແຕ່ລະບ່ອນ ຈະມີລາຄາຊື້-ຂາຍແຕກຕ່າງກັນ ແຕ່ໜ່ວຍງານທີ່ກ່ຽວຂ້ອງ ຕີລາຄາໃຫ້ຄືກັນປະມານ 80 ລ້ານກີບຕໍ່ເຮັກຕ້າຣ໌ ເຮັດໃຫ້ເຈົ້າຂອງດິນຕິດແຄມທາງຫລວງ ບໍ່ພໍໃຈທີ່ໄດ້ຄ່າຊົດເຊີຍດິນ ຄືກັນກັບເຈົ້າຂອງທີ່ດິນໃນພື້ນທີ່ປ່າ ເນື່ອງຈາກຕາມສະພາບໂຕຈິງແລ້ວ ເຈົ້າຂອງທີ່ດິນບໍຣິເວນປ່າຄວນໄດ້ຮັບຄ່າຊົດເຊີຍ ປະມານ 20 ລ້ານກີບຕໍ່ເຮັກຕ້າຣ໌ເທົ່ານັ້ນ.

ສຳລັບຊາວບ້ານທີ່ເຮັດໄຮ່ ເຮັດນາ ແລະຖືກຜົລກະທົບ ຈາກການດຳເນີນການກໍ່ສ້າງດັ່ງກ່າວ ໜ່ວຍງານທີ່ກ່ຽວຂ້ອງກໍໄດ້ຈ່າຍຄ່າຊົດເຊີຍ ກ່ຽວກັບແນວປູກໃຫ້ແກ່ພວກເຂົາເຈົ້າຄືກັນ ເປັນຕົ້ນຢາງພາລາອາຍຸ 5-6 ປີ ຈະໄດ້ຮັບຄ່າຊົດເຊີຍ 300,000 ກີບຕໍ່ຕົ້ນ, ຕົ້ນໝາກກ້ວຍ 93,000 ກີບຕໍ່ຕົ້ນ ແລະ ຕົ້ນໝາກຫຸ່ງ 60,000 ກີບຕໍ່ຕົ້ນ ຊຶ່ງປັດຈຸບັນຊາວບ້ານຖືກຜົລກະທົບ ທັງ 51 ຄອບຄົວພັດໄດ້ຮັບຄ່າຊົດເຊີຍ ຈາກທາງການລາວແລ້ວເປັນຈຳນວນ 68% ຂອງຈຳນວນຄ່າຊົດເຊີຍທັງໝົດ ທີ່ພວກເຂົາເຈົ້າຈະໄດ້ຮັບ ແລະຄາດວ່າຈະໄດ້ຮັບຄ່າຊົດເຊີຍ ຄົບຖ້ວນ 100% ພາຍໃນເດືອນມິຖຸນານີ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

ເຣື່ອງຄ່າຊົດເຊີຍ ຊາວບ້ານ ແລະເພິ່ນຊົດເຊີຍໄປແລ້ວ 68% ຂອງມູນຄ່າທັງໝົດ 5 ຕື້ 3 ຫລືວ່າ 5,300 ກວ່າລ້ານກີບ ກໍຊາວບ້ານຢູ່ໃນພື້ນທີ່ບ້ານກ້ວຍອຸດົມ ເຮົານີ້ແຫລະຍັງຢູ່ 32% ແລ້ວໄດ້ຄາດຄະເນວ່າ ເດືອນ 6 ໃຫ້ສຳລະໝົດ.

ທ່ານກ່າວຕື່ມວ່າ ສຳລັບທີ່ດິນທີ່ຖືກຜົລກະທົບແບ່ງເປັນ 3 ປະເພດຄື ປະເພດທຳອິດ ແມ່ນເປັນຕອນດິນທີ່ຊາວບ້ານ ຈັບຈອງແຕ່ບໍ່ໄດ້ອອກເອກະສານ ແລະ ບໍ່ໄດ່ເສຍພັນທະ, ທາງການຈະໃຫ້ຄ່າຊົດເຊີຍປະມານ 75 ລ້ານກີບຕໍ່ເຮັກຕ້າຣ໌, ປະເພດທີ 2 ແມ່ນເປັນຕອນດິນ ທີ່ລໍຖ້າການອອກເອກະສານຖາວອນ ເຈົ້າຂອງດິນຈະໄດ້ຮັບຄ່າຊົດເຊີຍ ປະມານ 80 ລ້ານກີບຕໍ່ເຮັກຕ້າຣ໌ ແລະ ປະເພດທີ 3 ແມ່ນເປັນຜູ້ທີ່ມີໃບຕາດິນຖາວອນ ຜູ້ຄອບຄອງດິນຈະໄດ້ຄ່າຊົດເຊີຍ ປະມານ 85 ລ້ານກີບຕໍ່ເຮັກຕ້າຣ໌.

ໃນຂະນະດຽວກັນ ການດຳເນີນການກໍ່ສ້າງຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 5 ນີ້ກໍໄດ້ກວມເອົາດິນຂອງຊາວບ້ານ ຢູ່ຫລາຍບ້ານໃນແຂວງບຶງການ ຂອງປະເທດໄທຍ ເຊັ່ນດຽວກັນ ຊຶ່ງໜ່ວຍງານທີ່ກ່ຽວຂ້ອງ ກໍໄດ້ດຳເນີນການຈ່າຍຄ່າຊົດເຊີຍ ໃຫ້ແກ່ຊາວບ້ານແລ້ວ ແຕ່ທ້າຍປີ 2021 ທີ່ຜ່ານມາ. ແຕ່ຢ່າງໃດກໍຕາມ ຍັງບໍ່ສາມາດຢືນຢັນໄດ້ວ່າ ດຳເນີນການຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານ ຜູ້ຖືກຜົລກະທົບຄົບຖ້ວນທຸກຄອບຄົວ ຫລືຍັງ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ ທີ່ດິນຢູ່ແຂວງບຶງການ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ທ່ານໄດ້ກ່າວວ່າ ແມ່ນແລ້ວຈ່າຍແລ້ວ ມັນຈະປັນຂອງເທສບານວິສິດ ແຕ່ວ່າຖາມວ່າມັນກໍໜ້າຈະຄົບແລ້ວ ແຕ່ວ່າເດືອນໃດບໍ່ຮູ້ຄັກແນ່ ໜ້າຈະເຣີ່ມຕັ້ງປີກາຍນີ້ແຫລະ.

ທາງດ້ານຜູ້ປະກອບການ ທີ່ເຮັດທຸຣະກິຈກ່ຽວກັບ ການນຳເຂົ້າ-ສົ່ງອອກສິນຄ້າ ລະຫວ່າງປະເທດລາວ ແລະປະເທດໄທຍຈຳນວນນຶ່ງ ກໍເຫັນດີນຳກັບການກໍ່ສ້າງຂົວ ມິດຕະພາບລາວ-ໄທຍແຫ່ງທີ 5 ນີ້ ຍ້ອນຈະຊ່ອຍໃຫ້ການຂົນສົ່ງສິນຄ້າ ມີຕົ້ນທຶນທີ່ຖືກລົງ ເນື່ອງຈາກທີ່ຜ່ານມາຕ້ອງນຳເຂົ້າເຄື່ອງ ຜ່ານດ່ານຢູ່ນະຄອນຫລວງວຽງຈັນ ແລະອີກດ່ານຢູ່ແຂວງຄຳມ່ວນ ຊຶ່ງຕ້ອງໃຊ້ໄລຍະເວລາ ໃນການເດີນທາງປະມານ 2-3 ຊົ່ວໂມງ.

ດັ່ງເຈົ້າຂອງຮ້ານຂາຍເຄື່ອງສົ່ງ ທີີ່ນຳເຂົ້າຈາກປະເທດໄທຍ ນາງນຶ່ງກ່າວວ່າ:

ການໄປ ການມາກໍຕ້ອງສະດວກຂຶ້ນ ຄ້າຂາຍມັນກໍງ່າຍເພາະວ່າ ແຕ່ກີ້ນີ້ຂະເຈົ້າຊິໄປເອົາສົມມຸດວ່າ ຊິໄປເອົາເຄື່ອງມາຈາກຝັ່ງນັ້ນເນາະ ມັນຕ້ອງໄດ້ໄປມາມາແຕ່ທາງວຽງຈັນ ນຶ່ງມັນກໍໄກດ່ານນຶ່ງມັນໄກ ກໍຢູ່ອັນດ່ານຄຳມ່ວນນີ້ມັນກໍໃຊ້ເວລາໄປອີກ 2 ຊົ່ວໂມງ ຖ້າຫາກມັນມີດ່ານໃກ້ນີ້ ມັນກໍສະດວກຂຶ້ນ ເພາະວ່າມັນຢູ່ໃກ້ໂຕເມືອງເລີຍ ກໍຈະເປັນເຣື່ອງຂົນສົ່ງນີ້ແຫລະ ຄ້າຂາຍ.

ປັດຈບຸັນຂົວມິດຕະພາບລາວ-ໄທຍ ແຫ່ງທີ 5 ທາງເບື້ອງລາວ ໃນສ່ວນຂອງການກໍ່ສ້າງຂົວ ຂ້າມແມ່ນໍ້າຂອງ ດຳເນີນການໄປແລ້ວປະມານ 30%, ສ່ວນອາຄານດ່ານສາກົລ ຝັ່ງລາວດຳເນີນການໄປແລ້ວປະມານ 40% ແລະຄາດວ່າຈະສຳເຣັດ 100% ພາຍໃນເດືອນທັນວາ ປີ 2023 ນີ້ ຊຶ່ງຈະຖືກໃຊ້ເປັນເສັ້ນທາງສຳຄັນໃນການຂົນສົ່ງສິນຄ້າ ແລະ ໂດຍສານຜູ້ຄົນໃນເສັ້ນທາງທີ່ເຊື່ອມຈອດ ລະຫວ່າງປະເທດໄທຍ, ລາວ ໄປສູ່ວຽດນາມ ແລະ ຈີນຕໍ່ໄປ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ຖ້າຂົວແຫ່ງທີ 5 ຂອງເຮົາສຳເຣັດ ບໍຣິຄຳໄຊ-ບຶງການ ຊິຊ່ອຍທາງດ້ານເສຖກິຈຫລາຍແຫລະ ເພາະວ່າເສັ້ນທາງໂຕນີ້ ມັນຊິໄດ້ອອກໄປຮອດໂຕທາງວຽດນາມແລ້ວ ກໍທາງເຊື່ອມຕໍ່ຂອງທາງພາກເໜືອຂອງລາວແລ້ວ ກໍຈີນອອກສູ່ຊາຍແດນ ຖືວ່າຂົວແຫ່ງທີ 5 ຂອງພວກເຮົານີ້ຊິມີຊ່ອຍຫລາຍ ຊິເຮັດໃຫ້ການພັທນາ ການທ່ອງທ່ຽວ ແມ່ນຫຍັງຕ່າງໆ ນີ້ມີຄວນໃຫ້ດຶງດູດ ໃຫ້ນັກທ່ອງທ່ຽວ ຈາກພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມໄດ້.

ສຳລັບຂົວມິດຕະພາບລາວ-ໄທຍແຫ່ງທີ 5 ງົບປະມານກໍ່ສ້າງທັງໝົດ 3,930 ລ້ານບາດໄທຍ. ໃນນີ້ທາງການໄທຍ ຈະເປັນຜູ້ອອກຄ່າໃຊ້ຈ່າຍຈຳນວນ 2,730 ລ້ານບາດ ໂດຍໜ້າວຽກແມ່ນເປັນຖນົນ ອາຄານດ່ານສາກົລຝັ່ງໄທຍ ແລະ ຂົວຂ້າມແມ່ນໍ້າຂອງຝັ່ງໄທຍ ສ່ວນທາງຝ່າຍລາວ ອອກຄ່າໃຊ້ຈ່າຍ 1,300 ລ້ານບາດໄທຍ ໃນກໍ່ສ້າງຂົວຂ້າມແມ່ນໍ້າຂອງ ຝັ່ງລາວ ແລະອາຄານດ່ານສາກົລຝັ່ງລາວ.

ໂຄງການກໍ່ສ້າງຂົວ ໄລຍະກາງນໍ້າເປັນລັກສະນະວົງແຫວນ ແບ່ງອອກເປັນຫລາຍໄລຍະ ທີ່ແຕກຕ່າງກັນ ໃນນັ້ນເປັນໄລຍະຂົວກາງນໍ້າ ທີ່ຮັບຜິດຊອບຮ່ວມກັນມີຄວາມຍາວທັງໝົດ 810 ແມັດ, ຂົ່ວເຊື່ອມຕໍ່ມີຄວາມຍາວ 540 ແມັດ, ໂຄງສ້າງ ແລະຮູບຊົງເສົາຄຶງສາຍກາບ ຢູ່ກາງນໍ້າຈຳນວນ 4 ເສົາມີມູນຄ່າການກໍ່ສ້າງຮວມສະເພາະເບື້ອງລາວ ເປັນເງິນ 1,380 ລ້ານບາດໄທຍ. ມາຮອດປັດຈຸບັນຂົວມິດຕະພາບລາວ-ໄທຍແຫ່ງທີ 5 ມີຄວາມຄືບໜ້າແລ້ວ 36.04% ຊຶ່ງໄວກວ່າແຜນການທີ່ຕັ້ງໄວ້ ແລະຖ້າທຸກຢ່າງເປັນໄປຕາມແຜນ ກໍຄາດວ່າຈະສາມາດເຊື່ອມຂົວດັ່ງກ່າວນີ້ ລະຫວ່າງປະເທດລາວ ແລະປະເທດໄທຍໄດ້ພາຍໃນກາງ ປີ 2023 ແລະເປີດໃຫ້ການບໍຣິການຢ່າງເປັນທາງການ ພາຍໃນໄລຍະຕົ້ນປີ 2024.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.