ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ອາດໄດ້ເປີດໃຊ້ ໃນປີໜ້າ

ຈຳປາທອງ
2024.03.21
ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ອາດໄດ້ເປີດໃຊ້ ໃນປີໜ້າ ການກໍ່ສ້າງ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ບໍຣິຄຳໄຊ-ບຶງການ, ວັນທີ 17 ກໍຣະກະດາ 2022.
RFA

ການກໍ່ສ້າງຂົວມິຕພາບລາວ-ໄທຍ ແຫ່ງທີ 5 ລະຫວ່າງແຂວງບໍຣິຄໍາໄຊ ຂອງລາວ ແລະແຂວງບຶງການ ຂອງໄທຍ ກໍາລັງດໍາເນີນໄປຕາມແຜນການ ແລະອາດໄດ້ເປີດໃຊ້ໃນປີໜ້າ. ປັດຈຸບັນ ການກໍ່ສ້າງຂົວຢູ່ເບື້ອງລາວ ໄດ້ປະມານ 83%. ໃນຂະນະດຽວກັນ ກໍມີໂຄງການ ໂລຈິສຕິກ ຢູ່ໃນບໍຣິເວນຂົວ ທີ່ກໍາລັງກໍ່ສ້າງໃນໄລຍະທີ 1, ສ່ວນໄລຍະທີ 2 ຍັງຢູ່ໃນຣະຫວ່າງການສໍາຣວດ ຄວາມເປັນໄປໄດ້.

ດັ່ງເຈົ້າໜ້າທີ່ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ຢູ່ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ມີນານີ້ວ່າ:

ໄດ້ 83% ບໍ່ ທັງ 2 ສ່ວນຫັ້ນແຫລະ ມັນຍັງບໍ່ສໍາເລັດ... ໂຕນີ້ຫັ້ນ ໂຄງການໂລຈິສຕິກ. ສ່ວນນຶ່ງເພິ່ນກໍ່ສ້າງແລ້ວ ສ່ວນສອງກໍາລັງສໍາລວດສຶກສາ ຄວາມເປັນໄປໄດ້ຢູ່. ສ່ວນ 2 ເປັນສັມປະທານ.

ສໍາລັບຢູ່ເບື້ອງໄທຍ ໄດ້ກໍ່ສ້າງຂົວໄປແລ້ວ 70% ປາຍ. ການກໍ່ສ້າງໄດ້ແບ່ງອອກເປັນ 3 ຕອນ ແລະຄາດວ່າຈະກໍ່ສ້າງແລ້ວ ແລະເປີດໄຊ້ໃນຕົ້ນປີໜ້າ.

ດັ່ງເຈົ້າໜ້າທີ່ ຫ້ອງການທາງຫລວງບຶງການ ແຂວງບຶງການ ຂອງໄທຍ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

(ພາສາໄທຍ)...ມັນຈະແບ່ງເປັນສາມຕອນ ຕອນນຶ່ງສ້າງໄດ້ປະມານ 99% ເກືອບ 100% ແລ້ວ ຕອນນຶ່ງ. ຕອນສອງ ແລະຕອນສາມ ສ້າງໄດ້ປະມານ 70% ປາຍ. ໝົດປີນີ້ ຕອນນຶ່ງກັບຕອນສອງຈະສ້າງແລ້ວ ຕອນນຶ່ງເປັນຕົວຖນົນ ຕອນສອງເປັນສ່ວນອາຄານ ສໍານັກອາຄານດ່ານ ຕອນສາມ ເປັນສ່ວນຂົວ ໜ້າປະມານຊ່ວງຕົ້ນປີໜ້າ ຈະສ້າງແລ້ວ ແລະເປີດໃຊ້ໄດ້.”

ພ້ອມກັນນັ້ນ ທ່ານກໍໄດ້ເວົ້າເຖິງເຣື່ອງການຊົດເຊີຍທີ່ດິນ ໃຫ້ແກ່ຊາວບ້ານ ທີ່ຖືກຜົລກະທົບ ຈາກໂຄງການສ້າງຂົວ ຢູ່ເບື້ອງໄທຍ ຊຶ່ງຄາດວ່າ ທາງການໄດ້ຊົດເຊີຍໃຫ້ໝົດແລ້ວ, ຖ້າບໍ່ໄດ້ໃຫ້ໝົດ ກໍບໍ່ໜ້າຈະເຣີ່ມກໍ່ສ້າງໄດ້.

ເຣື່ອງການສ້າງຂົວແຫ່ງນີ້ ພວກຄ້າຂາຍ ແລະປະຊາຊົນຢູ່ເມືອງປາກຊັນ ກໍຕື່ນເຕັ້ນນໍາການທີ່ຈະມີຂົວຂ້າມແມ່ນໍ້າຂອງ ຍ້ອນມັນຈະສະດວກຂື້ນ ຊຶ່ງຂະນະນີ້ລະຫວ່າງປາກຊັນ ແລະບຶງການ ຍັງໃຊ້ເຮືອຂ້າມຢູ່ ດັ່ງນັກທຸຣະກິຈ ຢູ່ບ້ານກວ້ຍອຸດົມ ເມືອງປາກຊັນ ຜູ້ນຶ່ງເວົ້າວ່າ:

ຕອນນີ້ເຂົາຂ້າມເຮືອປະເພນີຫັ້ນ ປາກຊັນ-ບຶງການ ແມ່ນດ່ານປະເພນີ ເປັນທາງເຮືອເຂົາກໍຕື່ນເຕັ້ນຫັ້ນນ່າ ມັນກໍຊ່ວຍພັດທະນາເສຖກິຈຂອງເຂົາ ການຂ້າມໄປມາເນາະ ການຄ້າຂາຍກໍສະດວກຂຶ້ນຫັ້ນແຫລະ.

ແລະເຈົ້າຂອງເຮືອນພັກ ຢູ່ເມືອງດຽວກັນນີ້ ກໍເວົ້າວ່າ ການກໍ່ສ້າງຂົວນີ້ລ່າຊ້າໄປ ແມ່ນຍ້ອນໂຄວິດ-19 ຣະບາດ, ເມື່ອສ້າງຂົວແລ້ວ ການຂົນສົ່ງກໍຈະສະດວກຂຶ້ນຫລາຍ.

ແຕ່ວ່າມັນມາຄາໂຄວິດເດ້ ມັນກໍເລີຍຊ້າໄປໜ້ອຍນຶ່ງ ປີ 2025 ໃຫ້ໄປເປີດຫັ້ນນ່າ ກໍຊິແມ່ນນັ້ນແຫລະ 200 ໂລນຶ່ງໄປຫລັກ 20 ກໍໄດ້. ໄປເມືອງຄໍາເກີດ ໄປກໍປະມານ 200 ປາຍເກືອບ 300 ໄລ່ 300 ໂລ.

ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ນີ້ ຈະຍົກລະດັບການຂົນສົ່ງສິນຄ້າ ແລະການເດີນທາງໃຫ້ສະດວກຂື້ນ ເປັນຕົ້ນການຄ້າຂາຍ ແລກປ່ຽນສິນຄ້າ ແລະການທ່ອງທ່ຽວ ແຕ່ກໍຍັງມີປະຊາຊົນຈໍານວນນຶ່ງ ໄດ້ຮັບຜົລກະທົບຈາກໂຄງ ການດັ່ງກ່າວ ແລະທັງຈາກໂຄງການໂລຈິສຕິກ ຊຶ່ງປັດຈຸບັນ ພວກບໍຣິສັດເອກກະຊົນ ຕ້ອງການດິນເພື່ອເຮັດກິຈການ ຂອງພວກເຂົາເຈົ້າ ເຮັດໃຫ້ປະຊາຊົນ ທີ່ຢູ່ໄກ້ຂົວ ກັງວົນ ຢ້ານເສັຍດິນໄປ.

ດັ່ງຊາວບ້ານກ້ວຍອຸດົມ ເມືອງປາກຊັນ ຜູ້ນຶ່ງເວົ້າວ່າ:

ຄັນເລື້ອງເສດຖະກິດແທ້ ຂະເຈົ້າກໍຕື່ນເຕັ້ນຫັ້ນແຫລະ ຂະເຈົ້າກໍດີໃຈ ແຕ່ວ່າເວົ້າເຣື່ອງມາເອົາຊັບສິນຂອງປະຊາຊົນໄປ. ເຂົາກໍບໍ່ດີໃຈປານໃດ ເປັນຕົ້ນເອົາດິນເອົາຫຍັງ ນາຂະເຈົ້າໄປຊີ້ຕົວ. ສໍາລັບຂົວນີ້ໄດ້ແລ້ວ ແຕ່ວ່າມັນມີໂຄງການຕົວໃໝ່ມາເດ້ ມັນເປັນໂລຈິສຕິກສບໍ່ ແມ່ນຂອງເອກກະຊົນແຫລະ ແຕ່ນັກທຸລະກິດກໍບໍ່ໄດ້ ເຂົ້າມາໃນນາມເອກກະຊົນເດ້. ມັນເຂົ້າມາໃນນາມພັກຣັຖ ຂະເຈົ້າມາເລັ່ງການຊອກຫາສະຖານທີ່ຂະເຈົ້າ ແລ້ວກໍມາເບິ່ງຕາມເງື່ອນໄຂຫັ້ນແຫລະ. ຍັງບໍ່ໄດ້ມີຂໍ້ຕົກລົງຫຍັງມາເທື່ອ ແຕ່ມີແຜນການ ແຜນການຕົວນີ້ເປັນ 100% ຂະເຈົາຕ້ອງໄດ້ ຖືກສ້າງ ໂລຊິດສະຕິກຫັ້ນນ່າ. ຖືກດິນຂະເຈົ້າກະຫລາຍແລ້ວ.

ທ່ານກ່າວຕື່ມວ່າ ປັດຈຸບັນ ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການໂລຈິສຕິກນີ້ ໄດ້ປະຊຸມ ຕົກລົງກັນກັນແລ້ວວ່າ ຈະບໍ່ຂາຍດິນໄຮ່ ດິນສວນຂອງພວກຕົນໃນເວລານີ້ ຍ້ອນລາຄາດິນ ທີ່ທາງໂຄງການສເນີໃຫ້ນັ້ນ ບໍ່ສົມເຫດ ບໍ່ສົມຜົລ ແລະຕ້ອງການໃຫ້ທາງໂຄງການ ຊອກຫາດິນບ່ອນທໍາກິນໃຫ້ໃໝ່ ທີ່ຢູ່ໄກ້ກັບເຂດນັ້ນໃຫ້ກ່ອນ.

ຂົວມິຕພາບລາວ-ໄທຍ ແຫ່ງທີ 5, ມູນຄ່າການກໍ່ສ້າງທັງໝົດປະມານ 3,930 ລ້ານບາດ. ໃນຈໍານວນນີ້ ທາງການໄທຍ ໄດ້ປ່ອຍເງິນກູ້ໃຫ້ຣັຖບານລາວ 1,380 ລ້ານບາທ ໃນການກໍ່ສ້າງຂົວ ແລະອາຄານດ່ານສາກົລຝັ່ງລາວ.

ການກໍ່ສ້າງຂົວ ໄລຍະກາງນໍ້າ ສ້າງເປັນລັກສະນະວົງແຫວນ, ແບ່ງອອກເປັນຫລາຍໄລຍະ ທີ່ແຕກຕ່າງກັນ. ໃນນັ້ນ ເປັນໄລຍະຂົວກາງນໍ້າ ແມ່ນທັງສອງຝ່າຍ ຮັບຜິດຊອບຮ່ວມກັນ, ຂົວມີຄວາມຍາວທັງໝົດ 810 ແມັດ, ຂົ່ວເຊື່ອມຕໍ່ມີຄວາມຍາວ 540 ແມັດ, ໂຄງສ້າງ ແລະຮູບຊົງ ເສົາຄຶງສາຍກາບ ຢູ່ກາງນໍ້າຂອງ ມີ 4 ເສົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.