ຄົນລາວຫຼາຍຄົນ ໄດ້ເສັຍຄ່າຜ່ານດ່ານ ຂົວມິຕພາບແຫ່ງທີ 2 ໃຫ້ເຈົ້າໜ້າທີ່ລາວ
2023.11.15
ໃນປັດຈຸບັນ ຍັງມີປະຊາຊົນ ຫລາຍຄົນຖືກເກັບຄ່າ ເຂົ້າ-ອອກ ດ່ານຂົວມິຕພາບ ລາວ-ໄທຍ ແຫ່ງທີ 2ລະຫວ່າງແຂວງສວັນນະເຂດ ກັບແຂວງມຸກດາຫານ ຂອງໄທຍ, ຄົນລະ 100-200 ບາທ ແລ້ວແຕ່ກໍຣະນີ ແລະເມື່ອຜູ້ຖືກເກັບເງິນຖາມວ່າ ເປັນຫຍັງຈຶ່ງຍັງເກັບເງິນຢູ່ ທັ້ງໆທີ່ ທາງການໄດ້ອອກແຈ້ງການ ບໍ່ໃຫ້ເກັບເງິນແລ້ວ. ເຈົ້າໜ້າທີ່ປະຕິເສດວ່າ ຍັງບໍ່ຮູ້ແຈ້ງການດັ່ງກ່າວ ເຮັດໃຫ້ຊາວລາວ ທີ່ເດີນທາງເຂົ້າ-ອອກ ດ່ານ ດັ່ງກ່າວໄດ້ຮັບຄວາມເດືອດຮອ້ນ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງສວັນະເຂດ ທ່່ານນຶ່ງເວົ້າວ່າ ຕາມປົກກະຕິແລ້ວ ທາງການໄດ້ມີນະໂຍບາຍໃຫ້ຫລີກເວັ້ນ ການເກັບຄ່າທຳນຽມ ຈາກຄົນລາວ ເຂົ້າ-ອອກ ຂົວມິຕພາບ ລາວ-ໄທຍ ແຫ່ງທີສອງ ສ່ວນບັນຫາຊາວລາວຈຳນວນນຶ່ງ ໄດ້ເວົ້າໃນສື່ສັງຄົມອອລາຍນ໌ ນັ້ນ ຍັງບໍ່ຮູ້ຣາຍລະອຽດຄັກແນ່ ຕ້ອງໄດ້ຖາມໄປຫາເຈົ້າຫນ້າທີ່ ດ່ານດັ່ງກ່າວວ່າ ຄວາມຈິງແມ່ນແນວໃດແທ້.
ດັ່ງທ່ານເວົ້າວ່າ:
“ກະດີວ່າຍົກເວັ້ນ ບໍ່ໄດ້ກັກ ປັສປອດ ບໍ່ຮູ້ນຳເພິ່ນເນາະ. ໂຕນີ້ ຊີ່ປະສານທາງດ່ານ ເພິ່ນກ່ອນເນາະ.”
ເຈົ້າຫນ້າທີ່ ຢູ່ຂົວມິຕພາບລາວ-ໄທຍແຫ່ງທີສອງເວົ້າວ່າ ທາງດ່ານບໍ່ໄດ້ມີນະໂຍບາຍ ໃຫ້ເຈົ້າໜ້າທີ່ເກັບຄ່າ ເຂົ້າ-ອອກ ດ່ານແຕ່ຢ່າງໃດ ແລະບໍ່ພົບເຫັນເຈົ້າໜ້າທີ່ ຄົນໃດເຮັດແນວນັ້ນ.
ດັ່ງນາງເວົ້າວ່າ:
“ບໍ່ໄດ້ເກັບ. ບໍ່ໄດ້ມີຫຍັງໄດ໋. ກໍມີຄົນມາທຸກມື້ເນາະ ກະບໍ່ແມ່ນນັກທ່ອງທ່ຽວ ຜູ້ມາຂໍວີຊ້າເຂົ້າດ່ານ ເຂົ້າໄທຍຫັ້ນນ່າ ຕ່າງປະເທດ ກໍບໍ່ໄດ້ເກັບໄດ໋.”
ແຕ່ຊາວບ້ານ ຢູ່ແຂວງສວັນນະເຂດ ນາງນຶ່ງຢືນຢັນວ່າ ຢູ່ດ່ານສາກົລແຫ່ງດັ່ງກ່າວ ໄດ້ເກັບຄ່າ ເຂົ້າ-ອອກ ແທ້ ສ່ວນໃຫຍ່ຈະເກັບຜູ້ທີ່ໄປເຮັດວຽກ ຢູ່ປະເທດໄທຍ ທີ່ກັບມາຢາມບ້ານ ຢູ່ແຂວງສວັນນະເຂດ ຖືກເກັບເລື້ອຍໆ, ຜູ້ລະປະມານ 100-200 ບາທ.
ດັງນາງເວົ້າວ່າ:
“ຍັງເກັບຄືເກົ່າຫັ້ນແຫລະ ໄປທຳງານຢູ່ໄທຍ ແລ້ວເພິ່ນກັບມາຫັ້ນນ່າ. ເພິ່ນກັບມາແລ້ວ ແມ່ນເຈົ້າໜ້າທີ່ເພິ່ນເກັບ ໃນດ່ານແບບວ່າ ເພິ່ນໄປອອກແຮງງານ ໄປຫາເງິນ. ເຂົ້າມາແລ້ວເພິ່ນກະເກັບນຳຄົນລະ 100 ບາທ ແບບນີ້ນ່າ.”
ຄົນລາວຢູ່ແຂວງສວັນນະເຂດ ອີກທ່ານນຶ່ງ ເວົ້າວ່າ ການເກັບເງິນຢູ່ດ່ານສາກົລດັ່ງກ່າວນັ້ນ ເປັນການ ສແວງຫາຜົລປໂຍດຂອງເຈົ້າໜ້າທີ່ ຈຳນວນນຶ່ງ ມັກເກັບຊາວບ້ານ ຜູ້ທີ່ບໍ່ຮູ້ກ່ຽວກັບຂ່າວສານ ແລະກົດລະບຽບຕ່າງໆ ຈຶ່ງຕົກເປັນເປົ້າ ຂອງເຈົ້າໜ້າທກຸ່ມນັ້ນ.
“ມັນບໍ່ແມ່ນລະບຽບເຂົາດອກ ມັນແລ້ວແຕ່ເຂົາຮຽກຫັ້ນນ່າ. ຕຳຣວດເຂົາເອີ້ນເອົາ ຕາມຄວາມຈິງ ເຂົາບໍ່ໃຫ້ເກັບຢູ່ແລ້ວ ຢູ່ດ່ານ. ຄັນສົມມຸດວ່າ ເຮົາມາຣົຖໂດຍສານ ເຂົາເວົ້າເອົາໄດ໋. ເຂົາກະຊ້ເວົ້າເອົາ 200 ເດີຈັ່ງຊີ້ຫັ້ນນ່າ. ຄົນບໍ່ຮູ້ເຣື່ອງເຂົາເຈົ້າ ກະເວົ້າ ຕາສີ ຕາສາ ຫັ້ນນ່າ.”
ນອກຈາກເຈົ້າໜ້າທີ່ ໄດ້ເກັບຄ່າ ເຂົ້າ-ອອກ ຢູ່ດ່ານດັ່ງກ່າວແລ້ວ ຍັງມີຜູ້ປະກອບການ ທ່ອງທ່ຽວ ແລະນັກທ່ອງທ່ຽວ ຈຳນວນຫຼາຍ ຕ້ອງໄດ້ເສັຽເງິນຄ່າອຳນວຍຄວາມສດວກ ໃຫ້ແກ່ເຈົ້າໜ້າທີ່ ດ່ານນຳອີກ ໃນລາຄາຄົນລະ 10,000 ກີບ.
ດັ່ງຜູ້ປະກອບການ ນຳທ່ຽວທ່ານນຶ່ງເວົ້າວ່າ:
“ສ່ວນຫລາຍເຮົາກະຈ່າຍຄ່າທຳນຽມ ແຕ່ເນັ້່ນໃສ່ນັກທ່ອງທ່ຽວ ເຮົາກະຈ່າຍຕາມທີ່ເພິ່ນວ່າເດ້. ລົມກັນຫັ້ນແຫລະ ເຂົາໃຫ້ເຈົ້າໜ້າທີ່ຊື່ໆ ຖືວ່າທຳນຽມ ເສັຽຄ່າຊຸກຍູ້ ໃຫ້ເຈົ້າໜ້າທີ່ ຄົນລະ 10,000 ກີບ. ເຂົ້າ-ອອກ 10,000 ກີບ.”
ຊາວລາວຈຳນວນຫຼາຍ ເມື່ອຮູ້ກ່ຽວກັບເຮ້ອງນີ້ ຜ່ານສື່ສັງຄົມອອນລາຍນ໌ ໄດ້ວິຈານເຈົ້າໜ້າທີ່ ປະຈຳດ່ານຢ່າງໜັກ ໂດຍກຸ່ມດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທາງການ ແກ້ໄຂບັນຫານີ້ ຢ່າງຮີບດ່ວນ ກ່ອນຈະຮອດປີ ທ່ອງທ່ຽວ ປີ 2024.
ກ່ອນໜ້ານີ້ ເມື່ອເດືອນກໍຣະກະດາ ຜ່ານມາ ຊາວບ້ານຈຳນວນນຶ່ງ ໄດ້ເຂົ້າ-ອອກ ດ່ານສາກົລ ແຫ່ງທີສອງ ໄດ້ຮອ້ງຮຽນຜ່ານສື່ສັງຄົມອອນລາຍນ໌ ຍ້ອນຖືກເຈົ້າໜ້າທີ່ ຮຽກຄ່າເຂົ້າ-ອອກ ດ່ານຄົນລະ 100-200 ບາທ ແລະຜູ້ເຂົ້າ-ອອກຢູ່ດ່ານພາສີວັງເຕົ່າ-ຊ່ອງເມັກ ລະຫວ່າງແຂວງຈຳປາສັກ ກັບແຂວງອຸບົນຣາຊທານີ ຂອງໄທຍ ຖືກເຈົ້າໜ້າທີ່ດ່ານເກັບຄ່າດ່ານ ຄົນລະ 200-300 ບາທ ຄືກັນ.
ເຖິງຢ່າງໃດກໍຕາມ ໃນລະຫວ່າງທີ່ຍານາງ ປານີ ຍາທໍ່ຕູ້ ຮອງປະທານ ປະເທດລາວ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງຈຳປາສັກ ເມື່ອເດືອນຕຸລາຜ່ານມາ ຍານາງ ໄດ້ເນັ້ນໜັກໃຫ້ຄົ້ນຄົ້ວ ບັນຫາຕ່າງໆ ທີ່ສ້າງຄວາມຫຍຸ້ງຍາກ ແກ່ນັກທ່ອງທ່ຽວ ໂດຍສເພາະໃຫ້ແກ້ໄຂ ເກັບຄ່າທຳນຽມ ແລະຄ່າບໍຣິການຕ່າງໆຈາກນັກທ່ອງທ່ຽວ ຕາມດ່ານ ເຂົ້າ-ອອກ, ອີງຕາມການຣາຍງານ ຂອງໜັງສືພິມ ຈຳປາໃໝ່ ວັນທີ 17 ຕຸລາປີ 2023.