ປັບຂຶ້ນຄ່າຍານພາຫະນະ ຜ່ານຂົວມິດຕະພາບ ຫຼາຍແຫ່ງ
2024.09.18
ຜະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ສະຫວັນນະເຂດ ໄດ້ອອກແຈ້ງການ ໃນວັນທີ 13 ກັນຍາ 2024 ແຈ້ງການສະບັບເລກທີ 3821/ຍທຂ.ສຊ ແມ່ນຈະດັດປັບຂຶ້ນ ການເກັບຄ່າບໍລິການ ຍານພາຫະນະ ທີ່ຜ່ານຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ຕາມອັດຕາແລກປ່ຽນຂອງທະນາຄານ ການຄ້າຕ່າງປະເທດ ລາວ ມະຫາຊົນ (BCEL) ໂດຍຈະເລີ້ມຕັ້ງແຕ່ ວັນທີ 20 ກັນຍາ 2024 ນີ້ ເປັນຕົ້ນໄປ.
ເບຶ້ອງຕົ້ນ ລົດສ່ວນບຸກຄົນຂະນາດນ້ອຍ ຖ້າຜ່ານເຂົ້າ ຂົວມິດຕະພາບລາວ-ໄທ ສະຫວັນນະເຂດ-ມຸກດາຫານ ຈະຖືກເກັບຄ່າບໍລິການ ພາຫະນະ ລາຄາ 34,000 ກີບ ຕໍ່ຄັນ ຄິດເປັນເງິນບາດ 50 ບາດ ຈາກແຕ່ກ່ອນລາຄາ ປະມານ 13,000 ກີບ ເຊິ່ງທາງການ ປັບຂຶ້ນຕາມອັດຕາ ແລກປ່ຽນຕ່າງປະເທດ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນເຂດ ສະຫວັນນະເຂດ ທີ່ຂໍສະຫງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 18 ກັນຍາ ນີ້ວ່າ:
“ແມ່ນຂຶ້ນຕາມເຣທເງິນ ຖ້າເປັນລຸດ ເກັ່ງກໍ 34 ພັນ ມັນກໍສ່ໍາ 50 ພັນ ຫັ້ນແຫລະ ແຕ່ກ່ອນ 13 ພັນ, ລົດຕູ້ 68 ພັນ 7 ຫາ 12 ບ່ອນນັ່ງ, 12 ບ່ອນນັ່ງ ຫາ 24 ທີ່ນັ່ງ ແມ່ນ ແສນ 2 ພັນ.”
ກ່ຽວກັບເລື້ອງນີ້ ແມ່ຄ້າ ທ່ານນຶ່ງ ໃນແຂວງສະຫວັນນະເຂດ ທີ່ນໍາເຄື່ອງຈາກໄທ ເຂົ້າມາຂາຍ ກໍຮູ້ສືກເຂົ້າໃຈ ທີ່ທາງການປັບລາຄາ ການເກັບຄ່າ ພາຫະນະ ທີ່ຜ່ານຂົວມິຕຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານນີ້ ເຊິ່ງທ່ານເຫັນວ່າ ຖ້າທຽບໃສ່ ອັດຕາແລກປ່ຽນເງິນບາດ ລົດບຸກຄົນ ສ່ວນຕົວ ເກັບຄ່າ 34,000 ກີບ ຕໍ່ຄັນ ກໍຖືວ່າບໍ່ແພງ ເຊິ່ງກໍຖືວ່າເປັນເລື້ອງປົກກະຕິ ເພາະທາງການ ກໍຕ້ອງປັບຂຶ້ນຕາມອັດຕາແລກປ່ຽນເງິນຕາຕ່າງປະເທດ ຢູ່ແລ້ວ.
“34 ບໍ່ແພງເດ້ ບໍ່ຮອດຮ້ອຍຊ້ໍາ ເຂົ້າໃຈໝົດ ມັນເປັນແບບນີ້ ຖ້າມັນແບບບໍ່ຂຶ້ນ ມັນກໍແບບ ຜົນກະທົບຫລາຍຢ່າງ ຖ້າວ່າມັນຂຶ້ນ ມັນກໍຂຶ້ນຕາມເງິນບາດເລີຍຫັ້ນນ່າ ປົກກະຕິ ເພາະວ່າເຄື່ອງນໍາເຂົ້າທຸກຢ່າງ ອັນຂອງໄທໝົດ ມັນກໍຕ້ອງຂຶ້ນ.”
ຂະນະທີ່ ຄົນຂັບລົດຕູ້ ໃນແຂວງສຫວັນນະເຂດ ທ່ານນຶ່ງ ກໍກ່າວເຖິງເລື້ອງນີ້ວ່າ ສໍາລັບລົດຕູ້ ທີ່ທາງການຈະເກັບ ໃນລາຄາ 68,000 ກີບ ຫລື 100 ບາດ ກໍຖືວ່າບໍ່ແພງ ຖ້າລາຍໄດ້ໃນການຂັບລົດຕູ້ ຄົງທີ່ ແລະປັດຈຸບັນນີ້ ເງິນ ທີ່ທາງດ່ານເກັບໄປ ກໍເຂົ້າລະບົບທະນາຄານແລ້ວ ເຈົ້າໜ້າທີ່ ບໍ່ມີສິດເອົາເງິນປະຊາຊົນໄດ້ ແລະ ຖ້າເຂົ້າ-ອອກ ໄທ ໄປກັບ ກໍຢ່າລືມກວດກາ ການຈໍ້າກາ ໃຫ້ຮຽບຮ້ອຍ ເທົ່ານັ້ນເອງ.
“ຄ່າດ່ານກະ 100 ບາດ ລົດຕູ້ກະບໍ່ແພງ ຄັນລາຍໄດ້ມັນຄົງທີ່ ເອກກະສານຕໍາຫລວດ ພາສີ ສາມາດຈໍ້າ ໃຫ້ເຮົາໄດ້ຄືເກົ່າ ແຕ່ເງິນເຂົາຕ້ອງຈ່າຍຜ່ານທະນາຄານ ບໍ່ມີສິດເອົາເງິນປະຊາຊົນ ມັນໃໝ່ແລ້ວ ແລ້ວເອົາບິນຈາກທະນາຄານ ມາໃຫ້ເຈົ້າໜ້າທີ່ເບິ່ງ ໃຫ້ເຈົ້າໜ້າທີ່ຈໍ້າໃຫ້ ຕ້ອງເຊັກເດ່ ກາຕໍາຫລວດນຶ່ງ ກາພາສີນຶ່ງໃດ໋.”
ພ້ອມດຽວກັນນີ້ ຊາວລາວ ໃນແຂວງສະຫວັນນະເຂດ ອີກທ່ານນຶ່ງ ກໍກ່າວວ່າ ສໍາລັບການເກັບຄ່າລົດບັນທຸກ 6 ລໍ້ ທີ່ຜ່ານຂົວມິຕຕະພາບ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ກໍຖືວ່າລາຄາແພງຢູ່ ທີ່ທາງການຈະປັບຂຶ້ນ 170,000 ກີບ ແຕ່ກ່ອນກໍເສັຍຢູ່ປະມານຫລັກ 100,000 ກີບ ແຕ່ກໍຕ້ອງໄດ້ປະຕິບັດຕາມ, ເພາະຢູ່ລາວ ສະພາບເງິນກີບ ກໍຍັງເຟີ້ຫນັກຢູ່.
“ເພິ່ນເກັບຄ່າຜ່ານແດນ 6 ລໍ້ ກໍຫລັກແສນ ແມ່ນໆ ກະລາຄາແພງ ກໍຕ້ອງໄດ້ປະຕິບັດຕາມເພິ່ນແຫລະເນາະ ຢູ່ລາວກໍມີບັນຫາຫລາຍ ເຟີ້ໜັກ.”
ເຖິງຢ່າງໃດກໍຕາມ ນອກຈາກ ຂົວມິດຕະພາບລາວ-ໄທ ແຫ່ງທີ່ 2 ສະຫວັນນະເຂດ-ມຸກດາຫານ ທີ່ປັບການເກັບຄ່າ ຍານພາຫະນະ ຂຶ້ນແລ້ວ ຍັງມີ ຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ, ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ທ່າແຂກ-ນະຄອນພະນົມ, ແລະ ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ.
ສໍາລັບລາຄາ ທີ່ທາງການລາວປັບຂຶ້ນ ຄ່າເກັບຍານພາຫະນະ ທີ່ແລ່ນຜ່ານດ່ານ ຂົວມິດຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ, ຂົວມິດຕະພາບລາວ-ໄທ ແຫ່ງທີ່ 3 ທ່າແຂກ-ນະຄອນພະນົມ, ແລະ ຂົວມິດຕະພາບລາວ-ໄທ ແຫ່ງທີ 4 ຫ້ວຍຊາຍ-ຊຽງຂອງ ລາຄາຈະເທົ່າກັນໝົດ ຄື ລົດສ່ວນບຸກຄົນ ຂະໜາດນ້ອຍ ຫລື ລົດເກັງ, ລົດກະບະ ລາຄາ 34,000 ກີບ, ລົດຕູ້ 7-12 ບ່ອນນັ່ງ ລາຄາ 68,000 ກີບ, ລົດໂດຍສານຂະໜາດນ້ອຍ 12-24 ບ່ອນນັ່ງ 102,000 ກີບ, ລົດໂດຍສານຂະໜາດໃຫຍ່ 136,000 ກີບ, ລົດບັນທຸກ 6 ລໍ້ 170,000 ກີບ, ລົດບັນທຸກ 10 ລໍ້ 238,000 ກີບ ແລະ ລົດບັນທຸກ 10 ລໍ້ຂຶ້ນໄປ 340,000 ກີບ.
ສ່ວນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ ຈະລາຄາຖືກກວ່າ 3 ຂົວດັ່ງກ່າວ ຄື ລົດສ່ວນບຸກຄົນຂະນາດນ້ອຍ ຫລື ລົດເກັງ, ລົດກະບະ ລາຄາ 13,000 ກີບ, ລົດຕູ້ 7-12 ບ່ອນນັ່ງລາຄາ 20,000 ກີບ, ລົດໂດຍສານຂະໜາດນ້ອຍ 12-24 ບ່ອນນັ່ງ 34,000 ກີບ, ລົດໂດຍສານຂະໜາດໃຫຍ່ 68,000 ກີບ, ລົດບັນທຸກ 6 ລໍ້ 102,000 ກີບ ລົດບັນທຸກ 10 ລໍ້ 136,000 ກີບ, ແລະ ລົດບັນທຸກ 10 ລໍ້ຂຶ້ນໄປ 204,000 ກີບ.