ຄະນະກວດກາພັກ-ຣັຖ ແຂວງເຊກອງ ໄດ້ດຳເນີນການສືບສວນ-ສອບສວນ ຄະດີສໍ້ຣາສບັງຫລວງ 2 ກໍຣະນີ ຫຼື 2 ຄົນ ທີ່ມີມູນຄ່າເສັຽຫາຍ 2 ຕື້ ກີບ ໃນນັ້ນ ກໍລະນີທີ 1 ໄດ້ໄປເຖິງຂັ້ນຕອນສານປະຊາຊົນສູງສຸດແລ້ວ ສ່ວນວ່າ ກໍລະນີທີ 2 ກຳລັງຢູ່ໃນຂັ້ນຕອນ ສືບສວນ-ສອບສວນ.
ຄະດີສໍ້ຣາສບັງຫຼວງທັງ 2 ກໍລະນີເກີດຂຶ້ນ ໃນປີ 2021, ອີງຕາມການຣາຍງານຂອງ ທ່ານ ສົມນິດ ສິລິບຸນລ້ຽງ ປະທານກວດກາພັກ-ຣັຖ ແຂວງເຊກອງ.
ເຈົ້າໜ້າທີ່ສານ ໄດ້ຢັ້ງຢືນ ວິທຍຸຕໍ່ເອເຊັຽເສຣີ ວ່າໜ່ວຍງານທີ່ກ່ຽວຂ້ອງ ຢູ່ລະຫວ່າງ ການກວດສອບກ່ຽວກັບການກະທໍາຄວາມຜິດດັ່ງກ່າວ ແຕ່ ຜູ້ກະທຳຜິດ ຈະມີຄວາມຜິດຕາມປະມວນກົດໝາຍອາຍາ ສະບັບປີ 2017 ວ່າດ້ວຍການສໍ້ຣາສບັງຫລວງຢ່າງຄັກແນ່.
ເຈົ້າໜ້າທີ່ກ່ຽວຂ້ອງຜູ້ ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ເມສາ ວ່າ:
" ເພາະ ວ່າ ເພິ່ນດຳເນີນການມາຈັ່ງໃດ ແລ້ວ ເຮົາຈະຄົ້ນຄວ້າ ຕາມເອກສານວ່າ ການກຳທຳຂອລາວ ມັນຜິດໃນລະດັບໃດຫັ້ນນ່າ ແມ່ນ ການກະທຳຂອງລາວ ມັນເປັນມັນສ້າງຄວາມເສັຽຫາຍໃນລະດັບໃດຫັ້ນນ່າ ໜ້ອຍຫຼາຍຊ່ຳໃດຫັ້ນນ່າ ແລ້ວເຮົາ ກໍໄດ້ພິຈາລະນາເທົ່ານັ້ນອີກ ເພາະວ່າ ເຮົາມີໜ້າທີ່ແບບວ່າ ກວດກາທາງດ້ານເອກສານເນາະ ແຕ່ວ່າ ດຳເນີນເນີນໂຕຈິງ ກໍແມ່ນເຈົ້າໜ້າທີ່ຫັ້ນນ່າ ສືບສວນ-ສອບສວນ ຄະດີອາຍາຫັ້ນແຫຼະ."
ການດຳເນີນຄະດີ ຕໍ່ຜູ້ກະທຳຜິດ ການສໍ້ຣາສບັງຫຼວງ ຢູ່ແຂວງເຊກອງ ໃນປີ 2021 ໄດ້ພຽງແຕ່ 2 ຄົນ ເທົ່ານັ້ນ ຖືວ່າ ໜ້ອຍຫຼາຍ, ແຕ່ໃນສະພາບໂຕຈິງແລ້ວ ຍັງມີເຈົ້າໜ້າທີ່ພັກ-ຣັຖ ອີກຫຼາຍຄົນ ພາຍໃນແຂວງເຊກອງ ທີ່ກະທຳຄວາມຜິດໃນສຖານະສໍ້ຣາສບັງຫຼວງ ໂດຍສະເພາະ ເຈົ້າໜ້າທີ່ລະດັບສູງ ແຕ່ເຈົ້າໜ້າທີ່ຜູ້ນ້ອຍ ເຖິງວ່າຈະຮູ້ເຫດການ ພັດບໍ່ສາມາດແຈ້ງຄວາມ ດຳເນີນການເອົາຜິດໄດ້ ຍ້ອນບໍ່ມີຫຼັກຖານພຽງພໍ ແລະ ຢ້ານວ່າ ຈະໄດ້ຮັບອັນຕລາຍ ໃນການດຳເນີນຊີວິດ.
ເຈົ້າໜ້າທີ່ຣັຖກອນ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານ ນຶ່ງ ຢູ່ ແຂວງເຊກອງ ໄດ້ກ່າວໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ເມສາ ວ່າ:
" ອັນ ນີ້ ເຮົາກໍຮູ້ຢູ່ເນາະ ແຕ່ວ່າ ເຮົາບໍ່ມີຫຼັກຖານຫັ້ນນ່າເນາະ ເຮົາເວົ້າໄປມັນຜິດເດ້ເນາະ ຄັນເຮົາມີຫຼັກຖານ ເຮົາເຫັນມີຮູບ ເປັນພາບ ເປັນຣາຍລັກອັກສອນລະກະ ເອີເຮົາສາມາດຣາຍງານໄດ້ ຂ້ອຍເວົ້າແບບລວມໆ ຂ້ອຍເວົ້າປີນີ້ ປີນັ້ນ ປີໃດກະບໍ່ຮູ້ ແຕ່ວ່າ ມັນຕຳຫຼາຍຄົນເນາະ ອັນນີ້ ຂ້ອຍຈະຜິດ ຂ້ອຍຈະຜິດແລ້ວ ມັນຈະເຂົ້າຄຸກກໍເປັນໄດ້ເດ້ເນາະ."
ຜ່ານມາ ເຈົ້າໜ້າທີ່ພັກ-ຣັຖ ຈຳນວນນຶ່ງ ເຫັນຄວາມບໍ່ຖືກຕ້ອງ ກ່ຽວກັບການສໍ້ຣາສບັງຫຼວງ ທີ່ເກີດຂຶ້ນ ພາຍໃນແຂວງ ແຕ່ບໍ່ສາມາດຮຽກຮ້ອງ ໃຫ້ໜ່ວຍງານທີ່ກ່ຽວຂ້ອງ ດຳເນີນການກວດສອບໄດ້ ໃນຂະນະທີ່ ພນັກງານພັກ-ຣັຖ ສ່ວນຫຼາຍ ບໍ່ຕ້ອງການເຂົ້າມາກ່ຽວຂ້ອງ ຫຼື ອອກຄຳເຫັນແນວໃດ ກ່ຽວກັບເຣື່ອງນີ້.
ເຈົ້າໜ້າທີ່ຣັຖກອນ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ຢູ່ແຂວງພາກໃຕ້ ໄດ້ກ່າວວ່າ:
" ເຮົາ ອອກຄວາມຄິດເຫັນບໍ່ໄດ້ຫຼາຍປານໃດ ມັນມີກົດໝາຍນ່າ ເຮົາບໍ່ໃຫເວົ້າຫຼາຍ ເພາະວ່າ ເວົ້າຫຼາຍ ກໍຕາມ ກໍຕາມລະບອບ ມັນກໍເຂົ້າຂ່າຍ ກະບົດ ເວົ້າງ່າຍໆ ວ່າ ຊັ້ນສາ ແລ້ວ ມັນຈະມີແນວໃສ່ ຂໍ້ກ່າວຫາ ແລ້ວ ກໍເຂົ້າຄຸກ ກໍຢາກໃຫ້ແກ້ໄຂຢູ່ ແຕ່ວ່າ ເຮົາເວົ້າ ຫຼາຍ ບໍໄດ້ດອກ ເຮົາມັນສຽງສ່ວນໜ້ອຍ ມີແຕ່ຖ້າໃຫ້ເພິ່ນເຮັດເອງສາ ແຕ່ ໃຫ້ເອີ້ນ ນີ້ ກໍຢາກໃຫ້ປ່ຽນແປງຢູ່ດອກ ລະບົບການປົກຄອງ ການບໍຣິຫານ."
ທີ່ຜ່ານມາ ຄະນະກວດກາພັກ-ຣັຖ ແຂວງເຊກອງ ໄດ້ເຄື່ອນໄຫວກວດກາ ຣັຖວິສາຫະກິດ ນໍ້າປະປາແຂວງ, ອົງການກາແດງແຂວງ, ການປ່ອຍເງິນກູ້, ໂຄງການລົງທຶນຂອງຣັຖ ແລະ ອື່ນໆ. ນອກຈາກນີ້ ຄະນະກວດກາພັກ-ຣັຖ ຍັງລົງກວດກາ ການຄຸ້ມຄອງການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ຈົນສາມາດຢຶດໄມ້ຜິດກົດໝາຍໄດ້ 7,000 ແມັດກ້ອນ, ຢຶດ ແລະປັບໃໝ ພາຫະນະ 15 ຄັນ ພ້ອມທັງຕັກເຕືອນເຈົ້າໜ້າທີ່ຈຳນວນນຶ່ງ, ກວດກາໂຄງການລົງທຶນຂອງຣັຖ ແລະ ພົບການນຳສເນີ ຫັກລົບມູນຄ່າໂຄງການ ທີ່ຄິດໄລ່ບໍ່ຖືກຕາມຣະບຽບການ ຂອງທາງການຈຳນວນ 3 ໂຄງການ ໂດຍມີພະນັກງານ ແລະ ສມາຊິກພັກກ່ຽວຂ້ອງ ຈຳນວນ 15 ຄົນ ເຊິ່ງສ້າງຜົລເສັຽຫາຍ ປະມານ 7 ຕື້ ກີບ.
ປະຊາຊົນ ກໍເຫັນດີນຳ ທາງໜ່ວຍງານທີ່ກ່ຽວຂ້ອງ ພະຍາຍາມແກ້ໄຂ ແລະ ຫຼຸດຜ່ອນບັນຫາການສໍ້ຣາສບັງຫຼວງ.
ຊາວບ້ານຢູ່ເມືອງດາກຈຶງ ທ່ານ ນຶ່ງ ໄດ້ກ່າວວ່າ:
" ເອີ ກວດ ກາ ກໍຢາກໃຫ້ກວດກາຫັ້ນແຫຼະເນາະ ມີການສໍ້ຣາສບັງຫລວງແລ້ວ ມັນກໍມີຜົລກະທົບບໍ່ດີຫັ້ນແຫຼະເນາະ ທັງຍັງບໍ່ດີ ຕໍ່ເສຖກິຈຂອງປະເທດ ຕໍ່ຄົນພາຍໃນປະເທດ ຄືວ່າ ແນວນັ້ນເນາະ."
ອີງຕາມຂໍ້ມູນຈາກ ທ່ານ ຄຳພັນ ພົມມະທັດ ປະທ່ານອົງການກວດກາແຫ່ງຣັຖ ຢູ່ໃນກອງປະຊຸມສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 25 ມີນາ 2021 ວ່າ, ໃນໄລຍະປີ 2016-2020 ອົງການກວດກາແຫ່ງຣັຖ ໄດ້ດຳເນີນການກວດກາ 4,000 ກວ່າເປົ້າໝາຍ ພົບເຫັນຄວາມເສັຽຫາຍເກືອບ 5,700 ຕື້ ກີບ, ເງິນໂດລາຣ໌ ປະມານ 30 ລ້ານໂດລາຣ໌, 36 ລ້ານ ບາດ, ຣົຖໃຫຍ່ 5 ຄັນ.
ທ່ານ ຄຳພັນ ພົມມະທັດ ຍັງຣາຍງານອີກວ່າ: ໄດ້ມີການສືບສວນ-ສອບສວນ ຜູ້ທີ່ມີພຶດຕິກັມສໍ້ຣາສບັງຫຼວງ ທັງໝົດ 762 ປາຍຄົນ ລວມມີພະນັກງານຂອງຣັຖ, ພະນັກງານຣັຖວິສາຫະກິຈ, ພະນັກງານບໍຣິສັດ ແລະ ປະຊາຊົນ, ສາມາດເກັບກູ້ເງິນຄືນມາໄດ້ໄດ້ທັງໝົດ 1,000 ຕື້ ກີບ, ເງິນໂດລາຣ໌ ເກືອບ 3 ລ້ານ ໂດລາຣ໌, 11 ລ້ານ ບາດ ແລະ ຣົຖຈຳນວນ 4 ຄັນ.