ຄວາມຄືບໜ້າ ເກດແກ້ວ ແມ່ຍິງລາວ ຫາຍສາບສູນຢູ່ຈີນ

ສຸພັດຕາ
2022.04.05
ຄວາມຄືບໜ້າ ເກດແກ້ວ ແມ່ຍິງລາວ ຫາຍສາບສູນຢູ່ຈີນ ນາງ ເກດແກ້ວ ໄຊຍະວົງ ອາຍຸ 26 ປີ ທີ່ຫາຍສາບສູນຫຼັງຈາກແຕ່ງດອງ ກັບຄົນຈີນ ໄປຢູ່ເມືອງອີ້ຊຸນ ມົລທົລຈຽງຊີ, ເດືອນມີນາ ປີ 2022.
ຮູບພາບຈາກ: ພີ່ນ້ອງຂອງນາງເກດ ແກ້ວ ໄຊຍະວົງ

ກ່ຽວກັບ ກໍຣະນີ ນາງ ເກດແກ້ວ ໄຊຍະວົງ ຫຼື ຊື່​ຫຼິ້ນວ່າ ນາງແກ້ວ, ອາຍຸ 26 ປີ, ຢູ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ຫາສາບສູນຢູ່ຈີນ ເມື່ອວັນທີ 23 ເດືອນກຸມພາ ທີ່ຜ່ານມາ ຍັງບໍ່ຮູ້ຂ່າວຄາວວ່າ ເປັນຕາຍຮ້າຍດີມາເປັນເວລາ 1 ເດືອນປາຍນັ້ນ, ພາຍຫຼັງທີ່ ວິຍຸເອເຊັຽເສຣີ ອອກຂ່າວໄປ ເມື່ອວັນທີ່ 31 ມິນາ 2022 ນີ້ ກໍມີຄົນລາວ ຢູ່ຈີນຫຼາຍຄົນ ສົ່ງຂ່າວຄວາມຄືບໜ້າ ຂອງນາງແກ້ວ ໃຫ້ທາງຄອບຄົວຮູ້ ວ່າປັດຈຸບັນ ນາງແກ້ວ ຍັງມີຊີວິດຢູ່ ແລະລໍຖ້າໃຫ້ຜົວຄົນຈີນ ເອົາເງິນໄປໄຖ່ໂຕ ນໍານາຍໜ້າ ໃນມູນຄ່າ 20,000 ຢວນ ຫຼືປະມານ 36 ລ້ານປາຍກີບ, ອີງຕາມຄວາມເວົ້າ ຂອງເອື້ອຍນາງແກ້ວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 2 ເມສາ ນີ້:

ຕາມເຂົາເວົ້າວ່າ ຮູ້ວ່າ ນາງແກ້ວ ຍັງຢູ່ນໍານາຍໜ້າ ຫັ້ນແຫຼະດຽວນີ້ ຍັງຖ້າເງິນ, ເງິນຄ່າໄຖ່ ຈາກຜົວເນາະ ດຽວນີ້ ຫຼັງຈາກເຂົາເຫັນຂ່າວ ພວກນ້ອງປ່ອຍຂ່າວ ແລ້ວດຽວນີ້ນ່າ ນາຍໜ້າຫັ້ນ ບໍ່ກ້າຂາຍນາງແກ້ວຕໍ່ ດຽວນີ້ນ່າ ຢາກເອົານາງແກ້ວ ສົ່ງຄືນຜົວ ລະຢາກໃຫ້ ຜົວນາງແກ້ວນີ້ ເອົາເງິນໄປໄຖ່ເອົາ ນາງແກ້ວນິ່ 2 ໝື່ນ (2 ໝື່ນຢວນ) ແລ້ວບາດນີ້ ຜົວລາວ ບໍ່ຍອມເອົາ, ຜົວລາວ ຢາກໄດ້ເງິນຄ່າດອງ ຄ່າລາວຊື້ນາງແກ້ວ ມາຄືນ ຕາມເຂົາເວົ້າວ່າ ແມ່ນ 13 ໝື່ນຢວນນີ້ແຫຼະ ແສນປາຍເນາະ (ແສນປາຍຢວນ) ມາເປັນເມັຍນ່າ ຫຼັງຈາກວ່າ ນາງແກ້ວ ໄດ້ຫຼົບໜີ ຈາກລາວ, ລາວຢາກໄດ້ເງິນຄືນດຽວນີ້ນ່າ ລາວກະຕໍ່ລອງກັບ ອັນນາຍໜ້າຫັ້ນຢູ່ ດຽວນີ້ນ່າ ແຕ່ນາຍໜ້າຈະສົ່ງລາວ ຫຼືບໍ່ສົ່ງກະບໍ່ຮູ້ ນາຍໜ້າຫັ້ນ ຕໍ່ລອງວ່າ ຄັນຖ້າຢາກໄດ້ເມັຍຄືນ ຄັນຖ້າຈິເອົາເມັຍຄືນ ໃຫ້ເອົາເງິນຕື່ມ 2 ໝື່ນ, ຕື່ມເງິນ 2 ໝື່ນຢວນ ລະຊິເອົານາງແກ້ວມາສົ່ງຄືນ ຫຼັງຈາກລາວ ຊິແມ່ນເຂົາເຫັນຂ່າວນີ້ແຫຼະເນາະ ເພິ່ນວ່າ ບໍ່ກ້າຂາຍຕໍ່ຫັ້ນນ່າ ຂາຍຕໍ່ກະອາຈຂາຍ, ບໍ່ກ້າຂາຍຕໍ່ອີກໄດ້ຫັ້ນນ່າ ດຽວນີ້ນາງແກ້ວ ຖືວ່າຕົກໃນມືເຂົາຫັ້ນ ເຂົາກັກຂັງຢູ່ຫັ້ນດຽວນີ້ນ່າ ຜົວນາງແກ້ວ ກັບນາຍໜ້ານີ້ ເຂົາຍັງພົວພັນກັນຢູ່ ເຂົາຕໍ່ລອງກັນຢູ່ ດຽວນີ້ນ່າ, ຜົວນາງແກ້ວນີ້ ລາວຮູ້, ລາວຮູ້ ແຕ່ລາວບໍ່ຍອມບອກ ນີ້ຢາກໃຫ້ມີເຈົ້າໜ້າທີ່ເຂົ້າໄປຫາ ຄັນຖ້າມີເຈົ້າໜ້າທີ່ ໄປຫາໄປເວົ້າໄປຫາ ອາຈໄດ້.”

ນອກຈາກນີ້, ຄົນລາວຢູ່ຈີນ ທີ່ເຫັນຂ່າວຂອງນາງແກ້ວຫາຍສາບສູນ ເຜີຍແຜ່ອອກໄປ ຫຼາຍຄົນ ເຂົາເຈົ້າ ກໍແຊັດມາແຈ້ງຂ່າວໃຫ້ຮູ້.

ດັ່ງເອື້ອຍ ຂອງນາງແກ້ວ ເວົ້າວ່າ:

ຈຸເພິ່ນຢູ່ປະເທດຈີນ ຈຸໝູ່ ຂອງນ້ອງສາວເຂົາກະແຊວມາ ມື້ວານນີ້  ຜູ້ໃດກະແຊັດມາ ເອີ່ ຮູ້ຂ່າວໝົດແລ້ວ ວ່າຊັ້ນ ເຂົາກະເຫັນໝົດແຫຼະ ເຂົາເອົາລົງ ເຂົາແຊຣ໌ລົງ Tiktok ເຂົາເຫັນໝົດວ່າເດ້ ເຫັນອອກຂ່າວຫັ້ນແຫຼະ ເຫັນທີ່ພວກນ້ອງ ເອົາລົງຂ່າວຫັ້ນແຫຼະ ຫຼັງຈາກວ່າເຫັນຂ່າວ ເຫັນແນວນັ້ນ ແລ້ວມີອັນພວກນຶ່ງແຊັດມາ ເພິ່ນລະທັກມາຫາ ວ່າ ລາວໄດ້ບັດປະຈໍາຕົວ ຂອງນາຍໜ້າຫັ້ນ ລາວກະເລີຍສົ່ງມາໃຫ້ ສົ່ງບັດປະຈໍາຕົວ ກັບຮູບ ອັນນັ້ນມາໃຫ້ ວ່າ ປັດຈຸບັນນີ້ ນ້ອງສາວເຮົານີ້ ຢູ່ນໍາສອງຜົວເມັຍ ຫັ້ນວ່າຊັ້ນ ລະກັກຕົວ ເອົາໄວ້ຫັ້ນ ລາວສົງໃສວ່າ ແນວໃດກະ ຢາກ 80-90 (ເປີເຊັນ) ນີ້ແຫຼະລາວວ່ານ່າ ແນວໃດກະ ນາງແກ້ວນີ້ ຕ້ອງຖືກຢູ່ນໍາລາວຫັ້ນ ຖືກກັກຕົວ ຢູ່ນໍາລາວຫັ້ນແຫຼະ ສອງຜົວເມັຍເຂົາຫັ້ນແຫຼະ ເອົາໄວ້ນ່າ ເພິ່ນວ່າ ຫຼາຍຄົນທີ່ຜ່ານມາ ແມ່ນຄູ່ຜົວເມັຍນັ້ນ ເປັນຜູ້ຄ້າມະນຸສນ່າ ເອົາເຂົາໄປຂາຍບ່ອນນັ້ນ ຂາຍບ່ອນນີ້ ແລ້ວໂທຣະສັບກະກັກເອົາໄວ້ ເອົາໄປໃຫ້ຄອບຄົວ ໂຕເອງໃຊ້, ບໍ່ໃຫ້ເຂົາໃຊ້ ໂທຣະສັບ.”

ເອື້ອຍຂອງນາງແກ້ວ ເວົ້າອີກວ່າ: ເມື່ອ 2-3 ມື້ ກ່ອນທີ່ຍັງບໍ່ມີຂ່າວ ກ່ຽວກັບ ການຫາຍສາບສູນໄປ ຂອງນາງແກ້ວ, ນາຍໜ້າ ຍັງຕິດຕໍ່ ຂາຍນາງແກ້ວ ໃຫ້ຜູ້ຊາຍຈີນ ຜູ້ໃໝ່ຢູ່:

ດຽວນີ້ ເຂົາຍັງຕິດຕໍ່ຂາຍຢູ່ ດຽວນີ້ ເຂົາຍັງຕິດຕໍ່ຂາຍ ນາງແກ້ວ ຫັ້ນນ່າ ແຕ່ບໍ່ໄດ້ຂາຍອອກເທື່ອເນາະ ເຂົາເອົາອອກ Tiktok ລົງ Tiktok ຫັ້ນນ່າ ເຂົາປະກາດຂາຍໃຫ້ ໄປເປັນເມັຍເຂົາຫັ້ນແຫຼະ ປະກາດໄປຂາຍ ໃຫ້ໄປເປັນເມັຍເຂົາ ແລ້ວມີ ພໍ່ເຖົ້າຜູ້ນຶ່ງ ມາເບິ່ງເນາະ ມີຄົນຜູ້ນຶ່ງມາເບິ່ງລະວ່າ ມັນເຖົ້າຫຼາຍແລ້ວ ເຂົາບໍ່ເອົາ ເຂົາບໍ່ໃຫ້ນາງແກ້ວນີ້ເອົາຫັ້ນນ່າ ຜູ້ຊາຍຫັ້ນມັນເຖົ້າ ແລ້ວເຂົາບໍ່ໃຫ້ເອົາ ເຂົາເອົາລົງ Tiktok ຫັ້ນເນາະ ໄດ້ປະມານ 2 ມື້ ມື້ກ່ອນມາ ມື້ວານນີ້ ຫຼັງຈາກເຂົາມາເຫັນຂ່າວລະ ປິດເລີຍ ເຂົາເລີຍປິດແລ້ວວ່າຊັ້ນ.”

ເມື່ອທາງຄອບຄົວ ຮູ້ຂ່າວ ວ່າ ນາງແກ້ວ ຍັງມີຊີວິດຢູ່ ຕ່າງກໍພາກັນດີໃຈ ແລະມີຄວາມຫວັງຫຼາຍຂຶ້ນ, ດັ່ງເອື້ອຍຂອງນາງແກ້ວ ເວົ້າວ່າ:

ທາງເຮົາກະດີໃຈ ກະມີຈິດມີໃຈຂຶ້ນແດ່ ມີກໍາລັງໃຈຂຶ້ນແດ່ ທາງຂ່າວເຮົາກະອອກໄປແດ່ ລະຢູ່ມາຕອນແລງມາ ມື້ວານນີ້ ທາງໝູ່ຂອງນ້ອງສາວ ກະເລີຍແຈ້ງມາແນວນັ້ນ ເຮົາກະມີກໍາລັງໃຈຂຶ້ນ ຮູ້ຂ່າວຮູ້ວ່າ ນ້ອງສາວ ຍັງເປັນຄົນຢູ່ສາ, ຍັງມີຊີວິດຢູ່ສາ, ອຸກໃຈມາເປັນເດືອນ 2 ເດືອນ, ຄຶດວ່າ ແຕ່ວ່າ ຊິບໍ່ມີຊີວິດຢູ່ຫັ້ນແຫຼະ ຄຶດວ່າ ແຕ່ນ້ອງຕາຍແລ້ວ ທໍ່ນັ້ນແຫຼະ, ຢ້ານແຕ່ບໍ່ມີຊີວິດຢູ່, ຢ້ານເຂົາໄປຂ້າໄປຈືນ ທໍ່ນັ້ນແຫຼະ ຫຼັງຈາກ ທີ່ໄດ້ຍິນມາມື້ຄືນນີ້ ກະເອີ່ ມີກໍາລັງໃຈຂຶ້ນແດ່.”

ແຫຼ່ງຂ່າວ ທີ່ເຊື່ອຖືໄດ້ ກ່າວ​ກ່ຽວກັບ ເຫດການ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 3 ເມສານີ້ວ່າ: ຕອນທີ່ນາງແກ້ວ ໜີຈາກເຮືອນ ຂອງຜົວຈີນໄປນັ້ນ, ມີຄົນມາຮັບລາວໄປ ມັນມີຫຼາຍນາຍໜ້າ ເຂົາສົ່ງໃຫ້ນາຍໜ້າຜູ້ນີ້ຜູ້ນັ້ນ, ຖືກນາຍໜ້າຜູ້ບໍ່ດີ ເຂົາກໍຍຶດໂທຣະສັບໄວ້ ບໍ່ໃຫ້ລາວຕິດຕໍ່ຫາ ຜູ້ນີ້ຜູ້ນັ້ນໄດ້, ບໍ່ໃຫ້ລາວ ຕິດຕໍ່ຫາທາງບ້ານ ຖ້າໃຫ້ລາວໄດ້ຜົວໃໝ່ພຸ້ນແຫຼະ ລາວ ຈຶ່ງຊິໄດ້ ຕິດຕໍ່ຫາທາງບ້ານ.  

ນອກ​ຈາກນັ້ນ, ​ຍັງອີກແຫຼ່ງຂ່າວທີ່ເຊື່ອໄດ້ ອີກແຫຼ່ງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: ພາຍຫຼັງ ເຫັນຄອມເມັ້ນ ຢູ່ຂ່າວຂອງນາງແກ້ວ ທີ່ຄົນຂະເຈົ້າແຊຣກັນ ໃນທາງ TikTok ບາງຄົນກໍເວົ້າວ່າ ນາງແກ້ວ ລາວລໍຖ້າເອົາຜົວໃໝ່ຢູ່ ນັ້ນກໍສະແດງວ່າ ນາງແກ້ວ ຍັງມີຊີວິດຢູ່ ແລະສ່ວນວ່າ ມີການໂພສຂາຍນາງແກ້ວ ທາງ TikTok ນັ້ນ ແຫຼ່ງຂ່າວແຫຼ່ງນີ້ ກໍບໍ່ເຫັນເຂົາເຈົ້າລະບຸຈະແຈ້ງ ເຫັນພຽງແຕ່ເຂົາເຈົ້າໂພສ ວ່າ ທາງນີ້ ມີຜູ້ສາວເດີ້ ຖ້າໃຜສົນໃຈ ກໍແທັກມາດ່ວນ ແທັກເຂົ້າຫາຂໍ້ຄວາມສ່ວນໂຕ ຂອງຜູ້ໂພສນັ້ນເລີຍ ແລະກໍເຫັນບາງຄົນ ກໍໂພສຕາມຫານາງແກ້ວ ຖ້າຫາກຜູ້ໃດເຫັນ ກໍຊ່ອຍບອກໃຫ້ລາວ ຕິດຕໍ່ຫາຄອບຄົວແດ່ ເພາະຕອນນີ້ ທາງຄອບຄົວເປັນຫ່ວງລາວຫຼາຍ.

ແຫຼ່ງຂ່າວ ທີ່ເຊື່ອທີ່ໄດ້ ແຫຼ່ງດຽວກັນນີ້ ກ່າວ​ຕື່ມວ່າ: ທໍາອິດ ມີຄົນເວົ້າສູ່ຟັງວ່າ ເຂົາຈ່າວຂາຍ ນາງແກ້ວ ມາໃຫ້ນາຍໜ້າ ຢູ່ຫູໜານ, ລະບາດນີ້ ນາຍໜ້າຢູ່ຫູໜານບໍ່ເອົາ ເພາະວ່າ ນາງແກ້ວ ນີ້ເຖົ້າ ວ່າຊັ້ນ, ຊຶ່ງແຫຼ່ງຂ່າວນີ້ ກໍຄິດຢູ່ວ່າ ໃນເມື່ອຂ່າວ ຂອງນາງແກ້ວ ອອກມາແບບນີ້ແລ້ວ ນາຍໜ້າ ຄົນທີ່ມີໂຕນາງແກ້ວຢູ່ນໍານັ້ນ ຄົງຈະບໍ່ກ້າຂາຍ ນາງແກ້ວອອກ, ແຕ່ນາຍໜ້າບາງຄົນ ເຂົາກໍຄິດວ່າ ຂ້ຽວຂາຍອອກ ໃຫ້ແລ້ວລະກະແລ້ວ ເພາະຈັກໜ້ອຍຊິບໍ່ໄດ້ເງິນ.

ພາຍຫຼັງ ທີ່ທາງຄອບຄົວ ຂອງນາງແກ້ວ ໄດ້ຮັບຂ່າວຄວາມຄືບໜ້າ ວ່າ ນາງແກ້ວ ຍັງມີຊີວິດຢູ່ນັ້ນ, ທາງຄອບຄົວ ກໍແຈ້ງໃຫ້ເຈົ້າໜ້າທີ່ ຜແນກພົວພັນການຕ່າງປະເທດ ແຂວງໄຊຍະບູຣີ ໄດ້ຮັບຊາບ ນໍາດ້ວຍ.

ດັ່ງເອື້ອຍ ຂອງນາງແກ້ວ ເວົ້າອີກຕື່ມວ່າ:

ເມື່ອຄືນນີ້ ກະໄດ້ສົ່ງ Wechat ຫາອັນ, ຈຸອັນ ຜແນກເພິ່ນຫັ້ນນ່າ ກະສົ່ງໃຫ້ເຂົາເຈົ້າ ກະລົມກັບລາວ ແລ້ວລາວວ່າ ເອີ່ໄວ້ອີກຕື່ມຈັກ 4-5 ມື້ເບິ່ງ ຖ້າເບິ່ງຂ່າວຄືບໜ້າອີກຕື່ມໜ້ອຍນຶ່ງ ລະລາວວ່າຕິດຕາມເບິ່ງຕື່ມ ຄັນຖ້າວ່າ ມີຂ່າວຄືບໜ້າ ແລ້ວເພິ່ນຊິແຈ້ງມາໃຫ້ຮູ້ອີກວ່າຊັ້ນ ຈັ່ງຊິໂທຫາ.”

ສໍາລັບເຣື່ອງການຊ່ອຍເຫຼືອ ນາງເກດແກ້ວ ໄຊຍະວົງ ນັ້ນ, ເຈົ້າໜ້າທີ່ ທີ່ເຮັດວຽກຕ້ານການຄ້າມະນຸສ ຢູ່ຜແນກພົວພັນການຕ່າງປະເທດ ແຂວງໄຊຍະບູຣີ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 4 ເມສາ 2022 ນີ້ວ່າ: ດຽວນີ້ ທາງພວກເຮົາ ກໍາລັງປະສານນໍາຄອບຄົວ ຂອງຜູ້ກ່ຽວຕື່ມ ຕ້ອງໄດ້ເອົາຂໍ້ມູນກ່ອນວ່າ ຜູ້ກ່ຽວນັ້ນ ຫາຍໂຕໄປ (ຫາຍໄປ) ແນວໃດ ເປັນມາແນວໃດ ເພາະວ່າ ໃນໜັງສືຄໍາຮ້ອງ ບໍ່ໄດ້ລະບຸຢູ່ຫັ້ນ ວ່າໄປແນວໃດ ຖືກຫາຍໂຕໄປແນວໃດ ແລະດຽວນີ້ ທາງພວກເຮົາ ກໍາລັງປະສານ ຫາຍາດພີ່ນ້ອງຂອງຜູ້ກ່ຽວ, ຢາກໄດ້ຂໍ້ມູນວ່າ ເປັນຫຍັງ ຜູ້ກ່ຽວ ຈຶ່ງຖືກຕົວະຍົວະໄປພຸ້ນ ໄປນໍາໃຜ ລາວຖືກຂາຍໄປຈີນ ມື້ໃດ ເພາະວ່າ ເຮົາຕ້ອງມີຂໍ້ມູນລະອຽດ ຫຼັງຈາກນັ້ນ ພວກເຮົາຈະເຮັດໜັງສື ປະສານໄປຫາ ປກສ ແຂວງ ຜແນກຕ້ານການຄ້າມະນຸສ ເພື່ອໃຫ້ນໍາສເນີ ຕາມສາຍ ລະກະເຮັດໜັງສື ຫາທາງສະຖານທູດ ຫຼືກົງສຸນລາວ ຢູ່ຈີນເນາະ ເພື່ອຕິດຕໍ່ຄົ້ນຄວ້າ ນໍາຫາໂຕຜູ້ກ່ຽວ ແລະທາງຜແນກ ການຕ່າງປະເທດພວກເຮົາ ກໍຈະເຮັດໜັງສື ໄປຫາທາງກົມກົງສຸນ ກະຊວງການຕ່າງປະເທດອີກຕື່ມ ເພື່ອໃຫ້ຂະເຈົ້າ ປະສານ ຫາທາງສະຖານທູດລາວ ຢູ່ປະເທດຈີນ ນໍາຄືກັນ.

ເຈົ້າໜ້າທີ່ທ່ານນີ້ ຍັງກ່າວອີກວ່າ ໃນໄລຍະຜ່ານມາ ທາງຜແນກຕ້ານການຄ້າມະນຸສ ຢູ່ຜແນກພົວພັນການຕ່າງປະເທດ ແຂວງໄຊຍະບູຣີ ສາມາດຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸສຢູ່ຈີນ ໄດ້ຫຼາຍກໍຣະນີ. ສໍາລັບໃນປີ 2019 ກໍຊ່ອຍໄດ້ 1 ຄົນ ເປັນແມ່ຍິງລາວຊົນເຜົ່າມົ້ງ ແລະປັດຈຸບັນນີ້ ທາງກົມກົງສຸນ ກະຊວງການຕ່າງປະເທດ ກໍກໍາລັງຊ່ອຍແມ່ຍິງລາວ ອີກຜູ້ນຶ່ງ ທີ່ຍັງລໍຖ້າການຢືນ​ຢັນ ສະຖານະພາບຂອງຜູ້ກ່ຽວ ວ່າເປັນຄົນລາວ ຫຼັງຈາກນັ້ນ ທາງການຈີນ ເພິ່ນກໍຈະສົ່ງກັບມາລາວ.

ທ່ານເວົ້າອີກວ່າ ແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸສຢູ່ຈີນ, ສ່ວນໃຫຍ່ນັ້ັນ ແມ່ນເປັນແມ່ຍິງ ທີ່ຢູ່ໃນວັຍຈະເຣີນພັນ ອາຍຸ ລະຫວ່າງ 15-18 ປີ ຈະຖືກຕົວະໃຫ້ແຕ່ງດອງ ແຕ່ເມື່ອໄປຮອດພຸ້ນແລ້ວ, ບາງຄົນຜູ້ເປັນສາມີ ກໍຂາຍແມ່ຍິງລາວທີ່ເປັນເມັຍນັ້ນ ໃຫ້ກັບຜູ້ຊາຍຈີນຜູ້ໃໝ່ ແມ່ຍິງທີ່ຕົກຢູ່ສະພາບແບບນີ້ ສ່ວນໃຫຍ່ຍ້ອນພວກເຂົາເຈົ້າ ມີຖານະຄອບຄົວທຸກຍາກ, ບໍ່ໄດ້ຮໍ່າຮຽນໜັງສື ແລະບໍ່ເຂົ້າເຖິງຂໍ້ມູນຂ່າວສານ ຈຶ່ງຖືກຕົວະໄດ້ງ່າຍ.

ໃນກໍຣະນີ ນາງເກດແກ້ວ ໄຊຍະວົງ ນີ້, ຖ້າຫາກວ່າ ໄດ້ຮັບການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະມີຂ່າວຄືບໜ້າ ແນວໃດແລ້ວ, ວິຍຸເອເຊັຽເສຣີ ຈະມີຣາຍງານ ໃນຂັ້ນຕໍ່ໄປ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.