4 ຣັຖມົນຕຣີ ຕ່າງປະເທດອາຊຽນ ຮ່ວມປະຊຸມກັບຈີນ

0:00 / 0:00

ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ​ຈີນ ໄດ້​ປ​ກາດ ໃນ​ວັນ​ຈັນ​ທີ່​ຜ່ານ​ມາວ່າ ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ​​ອິນ​ໂດ​ເນ​ເຊັຽ, ໄທ​ຍ, ຟິ​ລິ​ປິນ​ສ໌ ແລະ ພະ​ມ້າ ມາ​ປະ​ຊຸມ​ ຢູ່​ປະ​ເທດ​ຈີນ ແຕ່​ວັນ​ທີ 31 ມີ​ນາ ຫາ ວັນ​ທີ 3 ເມ​ສາ ອີງ​ຕາມ​ການ​ເຊີນ​ຂອງ ທ່ານ ຫວັງ ອີ ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ​ຈີນ.

ມີ​ຣັ​ຖ​ມົນ​ຕ​ຣີ​ປະ​ເທດ​ອາ​ຊ້ຽນ​ຈຳ​ນວນ​ນຶ່ງ ຈະ​​ຕິດ​ຕາມ​ຜູ້​ນຳ​ຂອງ​ໂຕ​ເອງ ມາ​ຮ່ວມ​ປະ​ຊຸມ​ລະ​ຫວ່າງ ຜູ້​ນຳ​ອາ​ຊຽນ ແລະ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ ທ່ານ ໂຈ​ ບາຍ​ເດັນ ທີ່​ມີ​ກຳ​ນົດ​ຈັດ​ຂຶ້ນ​ແຕ່​ວັນ​ທີ 28-29 ມີ​ນາ, ແຕ່ ກອງ​ປະ​ຊຸມ​ດັ່ງ​ກ່າວ ໄດ້​ຖືກ​ເລື່ອນ​ອອກ​ໄປ ຍ້ອນ​ວ່າ ມີ​ບັນ​ຫາ ​ເວ​ລາ​ບໍ່​ຕ​ຣົງ​ກັນ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ​ຂອງຄະ​ນະ​ຣັ​ຖ​ບານ​ຂ​ອງ ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເດັນ ໃນ​ວັນ​ທີຈັນ​ທີ່​ຜ່ານ​ມາ ກໍ​ໄດ້​ສະ​ແດງ​ຄວາມ​ຜິ​ດ​ຫວັງ​ທີ່ບໍ່​ສາ​ມາດ ຕົກ​ລົງ​ເວ​ລາ​ເຣື່ອງ​ການ​ປະ​ຊຸມ​ກັນໄດ້ ແຕ່ ກໍ​ມີ​ການ​​ຢືນຢັນ​ວ່າ ຈະ​ກຳນົດ​ຫາ​ວັນ​ເວ​ລາຈັດ​ກອງ​ປະ​ຊຸມ​ຄືນ​ໃໝ່. ເຈົ້າ​ໜ້າ​ທີ່ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ ພວກ​ເຮົາ​ເຊື່ອ​ ຈະ​ມີ​ການ​ກຳ​ນົດ​ເວ​ລາ​ຄືນ ແລະ ພວກ​ເຮົາ​ຈະ​ພະ​ຍາ​ຍາມເຮັດ​ໃຫ້​ໄດ້. ພວກ​ເຮົາ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ ບັນ​ດາ​ປະ​ເທດ​ອາ​ຊຽນ ເພື່ອ​ພະ​ຍາ​ຍາມ​ກຳ​ນົດ​ເວ​ລາ ທີ່​ເໝາະ​ສົມ​ໃຫ້​ມີ​ການ​ປະ​ຊຸມໃຫ້​ໄດ້.

ໃນ​ວັນ​ອັງຄານ ​ທີ່​ຜ່ານ​ມາ ທ່ານ ໂຈ ບາຍ​ເດັນ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ ກໍ​ໄດ້​ ປະ​ຊຸມ​ກັບ ທ່ານ ລີ່ ຊຽນ ລູງ ນາ​ຍົກ​ຣັ​ຖ​ມົນ​ຕ​ຣີ ສິງ​ກະ​ໂປ ຢູ່ ທຳ​ນຽບ​ຂາວ ປະ​ເທດ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ. ທ່ານ ລີ່ ຊຽນ ລູງ ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຮັດ​ແໜ້​ນ​ສາຍ​ສຳ​ພັນ ອາ​ຊຽນ-ສະ​ຫະ​ຣັ​ຖ ​ໃຫ້​ໃກ້​ຊິດ​ກວ່າ​ເກົ່າ ແລະ ທ່ານ ຍັງ ສະ​ແດງ​ຄວາ​ມ​ຮູ້​ບຸນ​ຄຸນ ສຳ​ລັບ​ພັນ​ທະຍາ​ສັນ​ຍາ ຂອງ​ສະ​ຫະ​ຣັ​ຖ ທີ່​ມີ​ຕໍ່ຂົງ​ເຂດເອ​ເຊັຽ-ປາ​ຊິ​ຟິກ.

ທ່ານ ລີ່​ຊຽນ​ລູງ ຍັງ​ກ່າວ​ວ່າ:

" ມັນ​ເປັນ​ການ​ຊ່ວຍ​ໃຫ້ ຣັ​ຖ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ມາ​ຢູ່​ໃນ​ເຂດ​ເອ​ເຊັຽປາ​ຊິ​ຟິກ ແລະ ເພື່ອ​ທະ​ວີ​ສາຍ​ສຳ​ພັນ ກັບ​ເພື່ອນ​ມິດ​ຫຼາຍ​ປະ​ເທດ ແລະ ເສີມ​ຂ​ຍາຍ​ຜົ​ລ​ປ​ໂຍດ ທາງ​ຍຸ​ທ​ສາດ ໃນ​ຂົງ​ເຂດນີ້ ."

ທ່ານ ລີ່ ​ຊຽນ ​ລູງ ນາ​ຍົກ​ຮັ​ຖ​ມົນ​ຕ​ຣີ ສິງ​ກາ​ໂປ ໄດ້​ກ່າ​ວ​ຕອນ​ນຶ່ງວ່າ:

" ສົງ​ຄາມ​ໃນ ຢູ​ເຄຼນ ມີ​ຄວາມ​ກ່ຽວ​ພັນ​ກັນ​ກັບ ຂົງ​ເຂດ​ເອ​ເຊັຽ - ປາ​ຊິ​ຟິກ ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ເກີດຂໍ້​ຂັດ​ແຍ່ງ​ກັນ ໃນ​ຂົງ​ເຂດນີ້ ຊຶ່ງ​ຍາກ​ທີ່​ຄວບ​ຄຸມ​ໄດ້ ແລະ ຈະ​ນຳ​ໄປ​ສົ່ງ​ຂໍ້​ຂັດ​ແຍ່ງ​ກັນ . ປະ​ເທດ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ ໃນ​ຂົງ​ເຂດນີ້ ຈຳ​ເປັນ​ຕ້ອງ ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງດ້ວຍ​ສັນ​ຕິ​ວິ​ທີ ."

ການ​ກຳ​ນົດ​ວັນ​ເວ​ລາ ​ຈັດກອ​ງ​ປະ​ຊຸມ​ອາຊຽນ-ສະ​ຫະ​ຣັ​ຖ​ ຄືນ​ໃໝ່ ເກີດ​ຂຶ້ນ​ຖ່າມ​ກາງ ສົ່ງ​ຄາມ​ລະ​ຫວ່າງ ຣັ​ຖ​ເຊັຽ ກັບ ຢູ​ເຄຼນ.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ບາຍ​ເດັນ ໄດ້​ກ່າວ​ວ່າ ສົງ​ຄາມ​ໃນ​ຢູ​ເຄຼນ ຈະ​ບໍ່​ສາ​ມາດ​ແຍກ​ອອກ​ຈາກ ການ​ດຳ​ເນີນ​ຍຸ​ທ​ສາດ​ອິນ​ໂດ-ປາ​ຊິ​ຟິກ ຂອງ​ສະ​ຫະ​ຣັ​ຖອ​າ​ເມ​ຣິ​ກາ. ທ່ານ ຍັງ​ກ່າວ​ຢ້ຳ​ວ່າ ຂົງ​ເຂດ​ອິນ​ໂດ-ປາ​ຊິ​ຟິກ ຕ້ອງ “ເສ​ຣີ ແລະ ເປີດກວ້າງ.”

ໃນ​ສ່ວນ​ຂອງ​ຣັ​ຖ​ບານ​ຈີນ ຍັງ​ຄົງ​ສະ​ແດງ​ບົ​ດ​ບາດ ເພື່ອ​ໃຫ້​ມີ​ການ​ຮ່ວມ​ມື ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ທ່ານ ຫວັງ ເຫວີນປິນ (Wang Wenbin) ໄດ້​ກ່າ​ວ​ຕໍ່​ນັກ​ຂ່າວ​ ໃນ​ວັນ​ຈັນ ວ່າ ມີ​ຣັ​ຖ​ມົນ​ຕ​ຣີ ຈາກ 4 ປະ​ເທດ​ອາ​ຊຽນ ​ມາ​ປະຊຸມ​ຢູ່ ​​ປະ​ເທດຈີນ ເຊິ່ງ​ມັນ​ມີ​ຄວາມ​ສຳ​ຄັນ​ ສຳ​ລັບປະ​ເທດ​ອາ​ຊຽນ ແລະ ຈີນ ແລະ ຄູ່​ຮ່ວມ​ງານ ສຳ​ລັບ​ການ​ຮ່ວມ​ມື ໂຄງ​ການ​ນຶ່ງ​ແຖບ ນຶ່ງ​ເສັ້ນ​ທາງ ຫຼື One Belt One Road.

ການ​ກຳ​ນົດ​ເວ​ລາ​ຈັດ​ກອງ​ປະ​ຊຸມ ​ສຸດຍອດອາ​ຊຽນ-ສະ​ຫະ​ຮັ​ຖ ປະ​ສົບ​ບັນ​ຫາ ຍ້ອນ​ວ່າ ປະ​ເທດ​ທີ່ອຳ​ນວຍ​ຄວາມ​ສດວກ ຄື ອິນ​ໂດ​ເນ​ເຊັຽ ແລະ ປະ​ເທດ​ອາ​ຊຽນ ຕົກ​ລົງ​ເຣື່ອງ​ກຳ​ນົດ​ວັນ​ເວ​ລາໃນ​ການ​ປະ​ຊຸມບໍ່​ໄດ້.

ນາ​ຍົກ​ຮັ​ຖ​ມົນ​ຕ​ຣີ ຮຸນ​ເຊນ ຂອງ​ກັມ​ພູ​ຊາ ໃນ​ຖາ​ນະ​ປະ​ທານ​ໝູນ​ວຽນ​ອາ​ຊຽນ ໄດ້​ອະ​ທິ​ບາຍ​ ໃນ​ວັນ​ທີ 17 ມີ​ນາ ວ່າ ໃນ​ບັນ​ດາ 10 ປະ​ເທດ​ອາ​ຊ​ຽນ ມີ 4 ປະ​ເທດ ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ກັບ​ສະ​ຫະ​ຣັ​ຖ ໃນ​ວັນ​ທີ 28-29 ມີ​ນາ ໄດ້ ໃນ​ຂະ​ນະ​ທີ່​ປະ​ເທດ​ອື່ນໆ ກໍ​ສ​ເນີ​ໃຫ້​ມີ​ການ​ປະ​ຊຸມ ໃນ​ວັນ​ທີ 26-27 ມີ​ນາ.

ຜູ້​ສັງ​ເກດ​ການ ໄດ້​ຕັ້ງ​ຂໍ້​ສັງ​ເກດ​ວ່າ ການ​ປະ​ຊຸມ​ຜູ້​ນຳ​ອາ​ຊຽນ ຈະ​ຖືກ​ກົດ​ດັນ​ໃຫ້​ເນັ້ນ​ ແລະ ເວົ້າ​ຖືກ​ບັນ​ຫາສົງ​ຄາມ​ລະ​ຫວ່າງ ຣັສ​ເຊັຽ ແລະ ຢູ​ເຄຼນ ທີ່​ກຳ​ລັງ​ດຳ​ເນີນ​ໄປ​ຢູ່.

ສະ​ເພາະ​ເຫດ​ການ​ ຄວາມ​ຄືບ​ໜ້າ​ໃນ​ວັນ​ທີ 1 ເມ​ສາ ທີ່​ຜ່ານ​ມາ ກ່ຽວ​ກັບ​ສົງ​ຄາມ ​ລະ​ຫວ່າງ ຣັສ​ເຊັຽ ແລະ ຢູ​ເຄຼນ ກໍ​ຄື ຣັສ​ເຊັຽ ໄດ້​ເນັ້ນປະ​ຕິ​ບັດການ​ໂຈມ​ຕີ ເຂດ ດອນບັສ (Donbas) ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຼນ ຫຼາຍ​ຂຶ້ນ ຫຼັງ​ຈາກ ທະ​ຫານ​ຢູ​ເຄຼນ ໄດ້​ຢຶດ​ຄືນຫຼາຍເມືອງ ​ທີ່​ຢູ່ ອ້ອມ​ຮອບ ນະ​ຄອນ​ຫລວງ ຄຽບ (Kyiv) ຂອງ ຢູ​ເຄຼນ ແລະ ໄດ້​ຜັກ​ດັນທະ​ຫານ​ຣັ​ດ​ເຊັຽ​ອອກ​ໄປ.

ສຳ​ນັກ​ຂ່າວ CNN ໄດ້​ຣາຍ​ງານ​ ໂດຍ ອ້າງ​ຄໍ​ເວົ້າຂອງ ທ່ານ ໂຈ ບາຍ​ເດັນ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃນ​ວັນພະ​ຫັດ ທີ່​ຜ່ານ​ມາ ທີ່​ເວົ້າ​ໃຫ້ ຜູ້​ນຳ​ຣັສ​ເຊັຽ ທ່ານ ວາ​ລາ​ເດ​ເມັຽ ປູ​ຕີນ ວ່າ:

" ຈົນ ມາ ເຖິງ ປັດ ຈຸ ບັນ ຍັງ ບໍ່ ມີ ຫຼັກ ຖານ ທີ່ ຊັດ ເຈນ ວ່າ ທ່ານ ວາ ລາ ເດ ເມັຽ ປູ ຕີນ ຈະ ຖອນ ທະ ຫານ ອອກ ຈາກ ນະ ຄອນ ຄຽບ ( Kyiv ) . ແຕ່ ຍັງ ມີ ຫຼັກ ຖານ ວ່າ ຜູ້ ນຳ ຣັ ເຊັຽ ໄດ້ ສັ່ງ ໃຫ້ ມີ ການ ເພີ່ມ ກຳ ລັງ ທະ ຫານ ຢູ່ ໃນ ເຂດ ດອນບັສ ( Donbas ) ."

ໃນ​ວັນ​ພະ​ຫັດ ທີ 31 ມີ​ນາ ທ່ານ ວູ​ລູ​ດີ​ເມັຽ ເຊ​ເລັນ​ສ​ກີ້ ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄຼນ ກໍ​ໄດ້​ເຕືອນ​ປະ​ຊາ​ຊົນ​ຂອງ​ຕົນ ເຖິງ​ເວ​ລາ​ທີ່​ຍາກ​ລຳ​ບາກຍັງ​ຈະ​ສືບ​ຕໍ່​ໄປ​ອີກ ໂດຍສະ​ເພາະ ຢູ່​ໃນ​ເຂດ ພາກ​ຕາ​ເວັນ​ອອກ ຄື ດອນບັສ (Donbas) ແລະ ມາຣິອຸໂປລ໌ (Mariupol) ຕ​ລອດ​ເສັ້ນ​ທາງ ໄປ​ເມືອງ ຄາຣ໌ຄິບ (Kharkiv) ທະ​ຫານ​ຣັ​ດ​ເຊັຽ ກໍຍັງ​ເພີ່ມ​ລະ​ດົມ​ການ​ໂຈມ​ຕີ ຢ່າງ​ຮຸນ​ແຮງ. ທະ​ຫານ​ຢູ່​ເຄຼນ ກໍ​ຈະ​ປົກ​ປ້ອງ​ຕົນ​ເອງ.

ທ່ານ ເຊ​ເລັນ​ສກີ້ ກ່າວ​ຕື່ມ​ອີກວ່າ: ສ​ຖາ​ນະ​ການ ຢູ່​ເສັ້​ນ​ທາງ​ພາກ​ໃຕ້ ແລະ ໃນ​ເຂດ Donbas ຍັງ​ຄົງ​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ.

ທ່ານ Jens Stoltenberg ເລ​ຂາ​ທິ​ການ ນາ​ໂຕ ໄດ້​ກ່າວ​ວ່າ ເຂດ Donbas ຈະ​ມີ​ຄວາມ​ໜັກ​ໜ່ວງ. ຣັສ​ເຊັຽ ໄດ້​ມີ​ການ​ຈັດ​ກອງ​ທັບຄືນ, ຈັດ​ຫາ​ອາ​ວຸດ​ມາ​ອີກ ແລະ ເພີ່ມ​ທະ​ວີ​ການ​ໂຈມ​ຕີ ເຂດ Donbas.

ທະ​ຫານ​ຣັ​ດ​ເຊັຽ ໄດ້​ມີ​ການ​ໂຈມ​ຕີ​ຫຼາຍ​ເສັ້ນ​ທາງ ໃນ​ຂະ​ນະ​ທີ່ພົ​ລ​ເຮືອນ ຈຳ​ນວນ​ຫຼາຍ ຍັງ​ຕິດ​ຄ້າງ​ຢູ່​ໃນ​ເຂດ​ທີ່​ມີ​ການ​ສູ້​ຣົບ​ກັນ ແລະ ການ​ອົ​ພ​ຍົບ​ກໍ​ມີ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ວ່າຝ່າຍ​ຣັສ​ເຊັຽ ມີ​ການ​ໂຈມ​ເສັ້ນ​ທາງ​ອົ​ພ​ຍົມ ເຖິງວ່າ ທີ່​ຜ່ານ​ມາ ທັງ​ສອງ​ຝ່າຍ​ມີ​ການ​ເຈ​ຣະ​ຈາ​ກັນ ແລະ ຕົກ​ລົງ​ໃຫ້​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ຜູ້​ອົ​ພ​ຍົບ ກໍ​ຕາມ.

ຄະ​ນະ​ກັມ​ການ​ກາ​ແດງ​ສາ​ກົ​ລ ຢູ່​ເມືອງ Mariupol ໄດ້​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ກາ​ແດງ ບໍ່​ສາ​ມາດ​ເຂົ້າ​ໄປ​ເຖິງ​ພື້ນ​ທີ່ ທີ່​ຖືກ​ຢຶດ​ຄອງ​ໄດ້ ເພື່ອ​ວ່າ ເຂົາ​ເຈົ້າ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫຼື​ອພົ​ລ​ເຮືອນ.

ຄະ​ນະ​ກັມ​ການກາ​ແດງ​ສາ​ກົ​ລ ໄດ້​ອອກ​ຖ​ແລງ​ການ ວ່າ ເຈົ້າ​ໜ້າ​ທີ່​ກາ 9 ທ່ານ ທີ່​ຢູ່​ໃນ​ຣົ​ຖ 3 ຄັນ ຕ້ອງ​ໄດ້​ເດີນ​ທາງ​ກັບ ຍ້ອນ​ວ່າ ສະ​ພາບການມີ​ຄວາມ​ຫຍຸ້ງ​ຍາກ ແລະ ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຂົ້າ​ເຖິງ​ເມືອງ Mariupol ໃນ​ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່​ກາ​ແດງ ກຳ​ລັງວາງ​ແຜນ​ເດີນ​ທາງ​ໄປ​ໃນ​ພື້ນ​ທີ່​ອີກ​ຄັ້ງ ໃນ​ວັນ​ເສົາ​ນີ້.

ຖ​ແລງ​ການ ໄດ້​ກ່າວ​ວ່າ ການ​ດຳ​ເນີນ​ການໃຫ້​ປະ​ສົບ​ຜົ​ລ​ສຳ​ເຣັດ ມັນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ທີ່​ທຸກ​ຝ່າຍ ຕ້ອງ​ເຄົາ​ຣົບຂໍ້​ຕົກ​ລົງ ແລະ ເງື່ອນ​ໄຂທີ່​ຈຳ​ເປັນ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ.

ຄະ​ນະ​ກັມ​ການ​ກາ​ແດງ​ສາ​ກົ​ລ ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ກາ​ແດງ​ດໍ​າ​ເນີນ​ການ​ດ້ວ​ຍ​ຄວາມ​ເປັນ​ກາງ ເພື່ອ​ໃຫ້​ຂະ​ບວນ​ຣົ​ຖ​ອອກ​ຈາກ​ເມືອງ Mariupol ໄປ​ຫາ ອີກ​ເມືອງ​ນຶ່ງ​ຂອງ Ukraine.

ຄະ​ນະ​ກັມ​ການ​ກາ​ແດງ​ສາ​ກົ​ລ ຍັງ​ກ່າວ​ວ່າ: ພວກ​ເຮົາ​ມາ​ເຮັດ​ວຽກ​ເພື່ອ​ມະ​ນຸ​ສ​ທັມ ຕາມ​ແຜນ​ການ​ອົ​ພ​ຍົບ​ຄົນ ໃຫ້​ການ​ປົກ​ປ້ອງ​ຂບວນ​ຣົ​ຖ ຜູ້​ອົ​ພ​ຍົບ, ແລະ ເຕືອນ​ທຸກ​ຝ່າຍໃຫ້​ຮູ້​ເຖິງ​ພົ​ລ​ເຮືອນ, ການ​ດໍ​າ​ເນີນ​ງານເພື່ອ​ມະ​ນຸສ​ທັມ.

ມີ​ຣາຍ​ງານ​ວ່າ ມີ​ປະ​ຊາ​ຊົນ 2,000 ຄົນ ທີ່​ຍັງ​ຕົກ​ຄ້າງ​ຢູ່​ໃນ​ເຂດ​ທີ່​ມີ​ການ​ຢຶດ​ຄອງ ຢູ່​ເມືອງ Mariupol ກຳ​ຢູ່​ຖືກ​ອົ​ພ​ຍົບ​ໄປ​ເມືອງ Zaporizhia. ອົງ​ການ​ການ​ແດງ​ສາ​ກົ​ລ ຍັງ​ພະ​ຍາ​ຍາມ ທີ່​ຈະ​ເຂົ້າ​ໄປ​ເຖິງ​ໂຕ​ເມືອງ ແຕ່ ກໍ​ບໍ່​ສາ​ມາດ​ເຮັດ​ໄດ້, ແຕ່ ກໍ​ຈະ​ພະ​ຍາ​ຍາມ​ອີກ​ຄັ້ງ​ໃນ​ວັນ​ເສົາ.

ເຈົ້າ​ໜ້າ​ທີ່ ໄດ້​ກ່າວ​ວ່າ ມີ​ປະ​ຊາ​ຊົນ​ຫຼາຍກວ່າ 1 ແສນ ຄົນ ທີ່​ຍັງ​ຕິດ​ຄ້າງ ຢູ່​ໃນເມືອງ Mariupol. ນອກ​ຈາກນີ້ ຜູ້​ນຳ​ທາງ​ທະ​ຫານ Donetsk ທີ່​ເປັນ​ຝ່າຍ​ຂອງ ຢູ​ເຄຼນ ໄດ້​ກ່າວ ໃນ​ວັນສຸກ​ທີ່​ຜ່ານ​ມາ​ວ່າ ທະ​ຫານ​ຣັສ​ເຊັຽ ບໍ່​ອະ​ນຸ​ຍາດ ໃຫ້​ການ​ຊ່ອຍ​ເຫຼືອ​ດ້ານ​ມະ​ນຸສ​ທັມ ເຂົ້າ​ເຖິງ​ເມືອງ Mariupol ໂດຍ​ສະ​ເພາະ ເຂດທີ່​ມີ​ການ​ປິດ​ລ້ອມ. ທ່ານ Kyrylenko ຜູ້​ນຳ​ທາງ​ທະ​ຫານ Donetsk ໄດ້​ກ່າວຖ​ແລງ​ທາງ​ໂທ​ລະ​ທັດວ່າ ເມືອງ​ດັ່ງ​ກ່າວ ຍັງ​ຄົງ​ຖືກ​ປິດ​ລ້ອມ ແລະ ທະ​ຫານ​ຣັ​ສ​ເຊັຽ ບໍ່​ປະ​ຕິ​ບັດ​ຕາມ​ສັນ​ຍາ ແລະ ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ສົ່ງ​ເຄື່ອງ​ຊ່ອຍ​ເຫຼືອ.