ປີນີ້ ລາຄານໍ້າມັນຂຶ້ນ 8 ເທື່ອ, ທາງການ ຍັງແກ້ໄຂບໍ່ໄດ້

ໄຊຍາ
2022.04.04
ປີນີ້ ລາຄານໍ້າມັນຂຶ້ນ 8 ເທື່ອ, ທາງການ ຍັງແກ້ໄຂບໍ່ໄດ້ ປ້ຳນ້ຳມັນ ປຕທ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ, ວັນທີ 4 ເມສາ 2022.
ນັກຂ່າວ ພົລເມືອງ

ວັນທີ 1 ເມສາ ປີ 2022 ຜ່ານມາ ກະຊວງອຸດສາຫະກັມ ແລະການຄ້າໄດອອກແຈ້ງການ ປັບຂຶ້ນລາຄານໍ້າມັນ ທຸກຊະນິດເທື່ອທີ 8 ໃນຮອບປີນີ້. ໂດຍນໍ້າມັນແອັດຊັງພິເສດ ປັບຂຶ້ນ 850 ກີບ ຕົກເປັນລາຄາ 20,370 ກີບຕໍ່ລິດ, ນໍ້າມັນແອັດຊັງທັມມະດາປັບຂຶ້ນ 720 ກີບ ຕົກເປັນລາຄາ 17,830 ກີບຕໍ່ລິດ ແລະ ກະຊວນປັບຂຶ້ນ 1,490 ກີບ ຕົກເປັນລາຄາ 17,120 ກີບຕໍ່ລິດ.

ຊຶ່ງແນ່ນອນວ່າປະຊາຊົນລາວ ທຸກຄົນທີ່ມີຣົຖໄວ້ຂັບຂີ່ ພາກັນປະສົບບັນຫາວິດກິຈນໍ້າມັນແພງຫລາຍ ໃນສະພາວະເສຖກິຈ ທີ່ມີເຊື້ອໂຄວິດ-19 ຣະບາດນີ້ ເພາະການໃສ່ນໍ້າມັນແຕ່ລະເທື່ອ ຕ້ອງຈ່າຍເງິນເພີ່ມຂຶ້ນນຶ່ງເທົ່າ ແຕ່ພັດໄດ້ນໍ້າມັນໜ້ອຍລົງ ຊຶ່ງຫລາຍຄົນກໍຢາກໃຫ້ຣັຖບານລາວ ຊ່ອຍແກ້ໄຂບັນຫາເຣື່ອງນໍ້າມັນແພງນີ້ ໃຫ້ມີລາຄາຖືກລົງ.

ດັ່ງປະຊາຊົນ ໃນແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ເມສານີ້ວ່າ:

ນໍ້າມັນແພງ ເຮົາການໍາໃຊ້ຊິວິດມັນກາບໍ່ຄ່ອງຊິໄປຊິມາ ມັນຕ້ອງໄດ້ຮັດກຸມຂຶ້ນຕື່ມ ເພາະວ່່າບໍ່ຢາກໃຫ້ໃສ່ຣົຖຫລາຍຫັ້ນແຫລະ ຣົຖຈັກ 50 ພັນກໍຍັງບໍ່ເຕັມຖັງ ຄັນແມ່ນຣົຖໃຫຍ່ກາລ້ານປາຍໜ້ອຍນຶ່ງເຕັມຖັງນ່າ ກໍຢາກໃຫ້ຫລຸດນໍ້າມັນລົງແຫລະເນາະ ຄັນເປັນໄປໄດ້ກໍຢາກໃຫ້ມີບໍ່ຜລິດນໍ້າມັນ ບ້ານໂຕເອງຫັ້ນນ່າເນາະ ຖ້າວ່າຜລິດບໍ່ໄດ້ ເຮົາກາຊື້ນໍ້າມັນດິບມາກັ່ນເອົາ ມັນກໍຊິເຮັດໃຫ້ລາຄາຖືກກວ່າຫັ້ນນ່າ.

ສ່ວນປະຊາຊົນ ໃນນະຄອນຫລວງວຽງຈັນ ກ່າວວ່າການໃສ່ນໍ້າມັນໃນປັດຈຸບັນນີ້ ເຊັ່ນຣົຖຈັກຕ້ອງຈ່າຍເງິນປະມານແສນກີບ ຈຶ່ງຈະໄດ້ເຕັມຖັງ ຊຶ່ງກໍປະມານ 3-4 ລິດ ຊຶ່ງຕົນເອງກໍຈຳເປັນຕ້ອງໃສ່ນໍ້າມັນຣົຖ ເນື່ອງຈາກຕ້ອງໃຊ້ຣົຖໄປຊື້ເຄື່ອງ ແລະສົ່ງສິນຄ້າ ເບື້ອງຕົ້ນກໍຢາກໃຫ້ທາງການລາວ ເລັ່ງແກ້ໄຂບັນຫາດັ່ງກ່າວ.

ດັ່ງທ່ານໄດ້ກ່າວວ່າ.

ແພງຫລາຍ ຄູນສອງເລີຍຣົຖຈັກ ມັນຈະໄດ້ປະມານແສນກີບນີ້ນ່າເຕັມຖັງ ມັນຈຳເປັນເດ້ຄັນບໍ່ໃສ່ກໍໄປໃສບໍ່ໄດ້ ໄປວຽກໄປງານໄປສົ່ງເຄື່ອງ ກາຕ້ອງໄດ້ຈຳເປັນໃສ່ ກໍຢາກໃຫ້ເພິ່ນມາແກ້ໄຂ ເຣື່ອງເສຖກິຈບ້ານຫັ້ນແຫລະ ເພິ່ນກາເຮັດຫຍັງບໍ່ໄດ້ແລ້ວ ກໍເຫັນມິດຊີ່ລີ່ຢູ່.

ປະຊາຊົນ ນະຄອນຫລວງວຽງຈັນ ທ່ານນີ້ກໍໄດ້ກ່າວຕື່ມອີກວ່າ ນອກຈາກນີ້ບໍ່ແມ່ນແຕ່ຄ່ານໍ້າມັນແພງ ບັນດາສິນຄ້າອື່ນໆ ຕາມທ້ອງຕລາດກໍເຣີ່ມຂຶ້ນລາຄາໄປນໍາເຊັ່ນກັນ ເຊັ່ນໄຂ່ໄກ່ດຽວນີ້ 3 ໜ່ວຍລາຄາ 5 ພັນ ຈາກແຕ່ກ່ອນໄດ້ໄຂ່ໄກ່ 5 ໜ່ວຍ.

ຄ່າເງິນບາດກໍຂຶ້ນ ຄືປະເພດໄຂ່ໄກ່ດຽວນີ້ກາ 3 ໜ່ວຍ 5 ພັນກີບ ແຕ່ກີ້ໄດ້ 5 ໜວ່ຍຕໍ່ 5 ພັນດຽວນີ້ໄດ້ 3 ໜ່ວຍຕໍ່ 5 ພັນ.

ຂະນະດຽວກັນຜູ້ຂັບແທັກຊີ້ທ່ານນຶ່ງ ໃນນະຄອນຫລວງວຽງຈັນກໍກ່າວວ່າ ໃນຖານະທີ່ເປັນຄົນນຶ່ງທີ່ຕ້ອງໃສ່ນໍ້າມັນ ເພື່ອແລ່ນຣົຖບໍຣິການລູກຄ້າ ກໍຖືວ່າລາຄານໍ້າມັນແພງຂຶ້ນຫລາຍ ການເດີນທາງໄປສົ່ງຜູ້ໂດຍສານ ບາງເທື່ອກໍບໍ່ກຸ້ມຄ່ານໍ້າມັນ ຈຶ່ງເຮັດໃຫ້ບາງເທື່ອບໍ່ໄດ້ໄປແລ່ນແທັກຊີ້.

ມັນກາກຸ້ມບໍ່ມັນກາບໍ່ກຸ້ມແລ້ວ ມີແຂກກາແລ່ນ ບໍ່ມີແຂກກາຢູ່ເຮືອນ ບໍ່ມີລູກຄ້າແລ້ວ ແຂກບໍ່ເຂົ້າປະເທດ ເຂົາປິດປະເທດ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ທາງການລາວກໍໄດ້ຮັບຮູ້ເຖິງບັນຫາດັ່ງກ່າວແລ້ວ ເຣື່ອງລາຄານໍ້າມັນບໍ່ມີທ່າອ່ຽງຈະຫລຸດລົງ ມີແຕ່ຈະເພີ່ມຂຶ້ນຫລາຍແລ້ວ ຊຶ່ງທາງການລາວກໍມີການປະຊຸມກັນ ເພື່ອຫາທາງແກ້ໄຂບັນຫາດັ່ງກ່າວຢູ່ ແຕ່ວ່າຍັງເປັນເຣື່ອງຫຍຸ້ງຍາກ ທ້າທາຍໃນການແກ້ໄຂ ແລະ ພັທນາເສຖກິຈຢູ່.

ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າທ່ານນຶ່ງ ທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າ:

ລາຄານໍ້າມັນນີ້ ຄືມັນກະທົບຂຶ້ນແບບນີ້ນີ້ນ່າ ຢູ່ໃນກອງປະຊຸມສະພາ ລະດັບສະພາພຸ້ນແລ້ວ ເຂົາເຈົ້າຖົກຖຽງກັນ ພາກຣັຖເຮົາມີແຜນນຶ່ງ ເບິ່ງໃນເຣື່ອງການນຳເຂົ້າ ອັດຕຣາພາສີໃຫ້ມັນຫລຸດລົງຫັ້ນແຫລະ ກາຍັງສໍ່າເກົ່າເພິ່ນກາຊິຄົ້ນຄ້ວາຫັ້ນແຫລະ.

ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າອີກທ່ານນຶ່ງ ກໍກ່າວວ່າບັນຫານໍ້າມັນແພງນີ້ ທີ່ທາງການລາວຍັງບໍ່ສາມາດຈະແກ້ໄຂໄດ້ ຍ້ອນວ່າປັດຈຸບັນນີ້ອັດຕຣາແລກປ່ຽນເງິນ ເພີ່ມຂຶ້ນ ແລະລາຄານໍ້າມັນໃນຕລາດໂລກ ກໍປັບຂຶ້ນຈຶ່ງຍັງແກ້ໄຂໄດ້ຍາກ ເພາະປະເທດລາວສ່ວນໃຫຍ່ ນຳເຂົ້ານໍ້າມັນມາຈາກຕ່າງປະເທດ ບໍ່ໄດ້ມີການຜລິດເອງຈຶ່ງເຮັດໃຫ້ ຄວບຄຸມລາຄານໍ້າມັນທີ່ຈະຫລຸດລົງ ເປັນໄປໄດ້ຍາກ.

ຈະເປັນໄປໄດ້ຍາກ ເພາະວ່າເຮົານໍາເຂົ້າຈາກຕ່າງປະເທດໝົດເດ້ ສ່ວນຫລາຍເຂົ້າມາລາວ ເຂົ້າມາເຮົາກໍຕ້ອງໄດ້ປັບຂຶ້ນມາ ເພາະວ່າປະເທດເຮົາມັນບໍ່ມີໂຮງງານຈັກແຫ່ງນ່າ ຄັນມີຈັກແຫ່ງເດເນາະ ກໍຈະພໍມີການແກ້ໄຂອີ່ຫຍັງ ກາຊິຄວບຄຸມໄດ້.

ປັດຈຸບັນນີ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜແນກອຸດສາຫະກັມ ແລະການຄ້າກໍໄດ້ລົງກວດກາ ບັນດາປໍ້ານໍ້າມັນຊຶ່ງກໍຍັງບໍ່ທັນພົບວ່າ ປໍ້າໃດກັກຕຸນນໍ້າມັນໄວ້ ແລະຖ້າຫາກປໍ້ານໍ້າມັນແຫ່ງໃດປິດປໍ້າ ໂດຍບໍ່ເຫດຜົລ ຖ້າພົບເຫັນກໍຈະຖືກປັບໃໝ ແລະດຳເນີນຕາມຣະບຽບກົດໝາຍທັນທີ.

ກ່ອນໜ້ານີ້ ວັນທີ 18 ມີນາ 2022 ກະຊວງອຸດສາຫະກັມ ແລະການຄ້າ ຫາກໍປັບລາຄານໍ້າມັນຂຶ້ນ ຊຶ່ງມາຮອດວັນທີ 22 ເມສາ 2022 ນີ້ ທາງການກໍໄດ້ປັບຂຶ້ນອີກ ເປັນຮອບທີ 8 ຂອງປີເຊັ່ນ ນະຄອນຫລວງວຽງຈັນ ນໍ້າມັນແອັດຊັງພິເສດປັບຂຶ້ນຈາກ 19,520 ກີບເປັນ 20,370 ກີບຕໍ່ລິດ. ແອັດຊັງທັມມະດາ ປັບຂຶ້ນຈາກ 17,110 ກີບ ເປັນ 17,830 ກີບຕໍ່ລິດ ແລະ ກະຊວນປັບຂຶ້ນ 15,630 ກີບເປັນ 17,120 ກີບຕໍ່ລິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.