ຣັສເຊັຽປະກາດຖອນ ທະຫານບາງສ່ວນ ອອກຈາກ ຢູເຄຣນ
2022.04.02

ມາເຖິງມື້ວັນທີ 31 ມິນາ 2022 ນີ້ກໍເປັນມື້ທີ 36 ທີ່ຣັສເຊັຽສົ່ງກອງທັບຂອງຕົນບຸກເຂົ້າໂຈມຕີປະເທດຢູເຄຣນ ຊຶ່ງຊາວໂລກເວົ້າວ່າເປັນສົງຄາມຮຸກຮານຂອງຣັສເຊັຽ.
ເມື່ອບໍ່ດົນມານີ້ ຣັສເຊັຽໄດ້ປະກາດຈະເລິ້ມຖອນກໍາລັງ ທະຫານຂອງຕົນບາງສ່ວນ ອອກຈາກຮອບໆ ກຸງຄຽບ, ແຕ່ກໍຍັງເຫັນວ່າ ຣັສເຊັຽຍິງຖລົ່ມຢູເຄຣນຢ່າງຕໍ່ເນຶ່ອງ ແລະເກີດຂຶ້ນຢູ່ຫລາຍໆ ເມືອງຂອງຢູເຄຣນ. ເຖິງແມ່ນວ່າການເຈລະຈາສັນຕິພາບຈະສ້າງຄວາມຫວັງໃຫ້, ແຕ່ສະພາບການສູ້ຣົບເປັນໄປໃນທາງກົງກັນຂ້າມ. ໃນກອງປະຊຸມຢູ່ນະຄອນ ອິສຕັງບູນ ປະເທດເທີກກີ, ຢູເຄຣນ ໄດ້ສເນີວິທີການແກ້ໄຂຂໍ້ຂັດແຍ່ງ 4 ຂໍ້ໃຫຍ່ຄື: ຢູເຄຣນບໍ່ເຂົ້າກຸ່ມນາໂຕ, ເປັນກາງ, ຈັດການເຈລະຈາກັບຣັສເຊັຽກ່ຽວກັບສະຖານະຂອງເຂດໄຄຣເມັຍ ແລະສເນີຊື່ປະເທດຮັບປະກັນຄວາມໝັ້ນຄົງໃຫ້ ຢູເຄຣນ, ອີງຕາມການຣາຍງານຂ່າວ PBS ຂອງໄທຍໃນມື້ວັນທີ 31 ມິນາ 2022.
ຣັສເຊັຽໄດ້ເວົ້າວ່າ ຈະຖອຍກໍາລັງຂອງຕົນອອກໄປ ແລະປະກາດລົດລະດັບການປະຕິບັດທາງທະຫານຂອງຕົນຢູ່ກຸງຄຽບ ແລະເມືອງ ເຊີນິຮິບ ລົງ ແລະຈະໄປໂຈມຕີທາງພາກຕາເວັນອອກຂອງຢູເຄຣນ, ແຕ່ປາກົດວ່າ ຄວາມເປັນຈິງບໍ່ເປັນໄປຄືແນວນັ້ນ. ທ່ານ ໂວໂລດີເມັຍ ໂອເລັກຊັນໂດຣວິສ ເຊເລສກີ (Volodymyr Oleksandrovych Zelenskyy) ປະທານາ ທິບໍດີຢູເຄຣນ ມີທ່າທີບໍ່ປັກໃຈເຊື່ອການລົດລະດັບການປະຕິບັດ ທາງທະຫານຂອງຣັສເຊັຽ ແລະຄາດການວ່າ ການທີ່ຣັສເຊັຽບອກແບບນີ້ ອາຈເປັນການສັບປ່ຽນກໍາລັງພົນຂອງຣັສເຊັຽ ຫລາຍກວ່າທີ່ຈະເປັນການຖອນກໍາລັງພົນ ກັບຄືນທີ່ໝັ້ນຂອງຣັສເຊັຽ. ຍ້ອນວ່າກອງທັບຣັສເຊັຽ ຍັງສືບຕໍ່ໂຈມຕີພື້ນທີ່ຮອບນອກກຸງຄຽບ ແລະປິດລ້ອມທາງຕອນ ເໜືອຂອງຢູເຄຣນຢ່າງຕໍ່ເນື່ອງ.
ເມືອງທີ່ໄດ້ຮັບຜົລກະທົບໜັກໜ່ວງ ຄົງແມ່ນເມືອງ ມາຣີໂອໂພ ທີ່ເປັນເມືອງທ່າເຮືອຂນາດໃຫຍ່ ທີ່ສຸດແຫ່ງນຶ່ງ ຢູ່ຊາຍຝັ່ງທະເລ ອາສອບ ທີ່ມີການສູ້ຣົບກັນຕລອດນຶ່ງເດືອນທີ່ຜ່ານມາ.
ການສູ້ຣົບລະຫວ່າງກອງທັບຣັສເຊັຽ ແລະກອງທັບຢູເຄຣນ ນັບຕັ້ງແຕ່ຣັສເຊັຽໄດ້ບຸກໂຈມຕີຢູເຄຣນມາຕັ້ງແຕ່ມື້ວັນທີ 24 ກຸມພາ ຣັສເຊັຽເວົ້າວ່າ ເປັນການປະຕິບັດການພິເສດທາງທະຫານ ແຕ່ຢູເຄຣນຢືນຢັນວ່າ ເປັນສົງຄາມເຕັມຮູບແບບ.
ຂ່າວ PBS ຂອງໄທຍຣາຍງານໃນມື້ວັນທີ 18 ມິນາຜ່ານມາ ທູດ ສະຫະພັນຣັສເຊັຽປະຈໍາປະເທດໄທຍ ທ່ານ ເຢັບກີນີ ໂທມີຄິນ (Yevgeny Tomikhin) ຢືນຢັນວ່າ “ສະຖາ ນະການທີ່ເກີດຂຶ້ນ ຄືປະຕິບັດການທາງທະ ຫານ ເພື່ອປົກປ້ອງຄົນຣັສເຊັຽ ແລະຖອດຖອນຄວາມເປັນທະຫານ ແລະຄວາມເປັນນາຊີໃນ ຢູເຄຣນ” ແລະທ່ານ ດານິລ ອາ ໂວໂດປີອານອບ ເລຂານຸການ 3 ສະຖານທູດສະຫະພັນຣັສເຊັຽ ປະຈຳ ສປປລາວ ໄດ້ຖະແຫລງຂ່າວໃນມື້ວັນທີ 18 ມິນານີ້ ກ່ຽວກັບສະພາບການໃນປະເທດຢູເຄຣນ ນັບແຕ່ມື້ວັນທີ 24 ກຸມພາທີ່ຜ່ານມາ ຮອດປະຈຸບັນ ຊຶ່ງສະຫະພັນຣັສເຊັຽ ໄດ້ເຄື່ອນໄຫວພິເສດທາງທະຫານ. ທ່ານກ່າວວ່າ ປັດຈຸບັນ, ຣັສເຊັຽພວມປະເຊີນໜ້າກັບການໂຈມຕີດ້ານຂໍ້ມູນຂ່າວສານ, ການກໍ່ການຮ້າຍທາງດ້ານຂໍ້ມູນແບບທີ່ບໍ່ເຄີຍມີມາກ່ອນ ຈາກຝ່າຍຕາເວັນຕົກ ລວມທັງຜ່ານແຫລ່ງຊັພຍາກອນ ແລະຄວາມສາມາດຂອງຢູເຄຣນ. ແລະວ່າ ຊາວຕາເວັນຕົກໄດ້ໃຊ້ຢູເຄຣນ ກັບໂຄງສ້າງພື້ນຖານຂອງພວກເຂົາທັງໝົດ ເປັນເຄື່ອງມື, ການໂຈມຕີຄັ້ງນີ້ ແນໃສ່ໃຫ້ປະຊາຄົມໂລກເຂົ້າໃຈຜິດຕໍ່ຣັສເຊັຽ ໂດຍອີງໃສ່ຂໍ້ມູນທີ່ບໍ່ຖືກຕ້ອງ ແລະບໍ່ໜ້າເຊື່ອຖືຫລາຍຢ່າງ ຊຶ່ງເປັນ“ຂ່າວປອມ”. ໃນຂະນະດຽວກັນ ອຸປະທູດຢູເຄຣນ ປະຈໍາປະເທດໄທຍ ທ່ານ ໂອເລັກຊັນເດີ ລີສັກ (Olexander Lisax) ຢືນຢັນວ່າ “ຄວາມເສັຍຫາຍ ແລະການໂຈມຕີທີ່ເກີດຂຶ້ນ ຄືສົງຄາມເຕັມຮູບແບບ.”. ທ່ານກ່າວວ່າ “ຣັສເຊັຽກໍາລັງຖືກໂດດດ່ຽວ ຂະນະທີ່ທັງໂລກສນັບສນູນຢູເຄຣນ. ແຕ່ທູດຣັສເຊັຽປະຈໍາປະເທດໄທກ່າວວ່າ “ເຫັນໄດ້ຢ່າງຈະແຈ້ງວ່າ ຣະດັບຣັຖມົນຕຣີ ແລະຜູ້ນໍາຂອງຫລາຍປະເທດ ຍັງຕິດຕໍ່ກັບຣັສເຊັຽຊຶ່ງຍ່ອມໝາຍຄວາມວ່າ ຣັສເຊັຽບໍ່ໄດ້ຖືກໂດດດ່ຽວ - ຕາມຂ່າວ PBS ຂອງໄທຍ. ໃນຂະນະທີ່ຢູ່ກອງປະຊຸມສຸກເສີນສມັຍພິເສດຄັ້ງທີ 11 ຂອງສະມັດຊາໃຫຍ່ສະ ຫະປະຊາຊາດໃນມື້ວັນທີ 2 ມິນາທີ່ຜ່ານມານີ້ ປະເທດສະມາຊິກຂອງອົງ ການສະຫະປະຊາຊາດ 141 ປະເທດ ເຫັນດີຕາມມະຕິ ທີ່ທວງໃຫ້ຣັສເຊັຽ “ຖອນກອງກໍາລັງທະຫານທັງໝົດຂອງຕົນ ອອກຈາກດິນແດນຂອງປະເທດຢູເຄຣນ ອອກຈາກເຂດຊາຍແດນທີ່ສາກົນຮັບຮູ້ ໂດຍທັນທີ, ຢ່າງສົມບູນແລະບໍ່ມີເງື່ອນໄຂ”. ມີ 35 ປະເທດ ບໍ່ອອກສຽງ ແລະ 5 ປະເທດ ບໍ່ເຫັນພ້ອມ ຄືນອກຈາກຣັສເຊັຽເອງແລ້ວ ກໍມີປະເທດພັນທະມິດຂອງຣັສເຊັຽອີກ 4 ປະເທດຄື: ເບລາຣຸສ, ເກົາຫລີເໜືອ, ຊີເຣັຍ ແລະ ເອຣິເທຣັຍ.
ໃນການລົງຄະແນນສຽງປະນາມການຮຸກຮານຂອງຣັສເຊັຽ ແລະໃຫ້ຣັດເຊ້ຍຖອນກອງກໍາລັງທະຫານທັງໝົດຂອງຕົນອອກຈາກຢູເຄຣນ ຢູ່ກອງປະຊຸມສຸກເສີນສມັຍພິເສດຄັ້ງທີ 11 ຂອງສະມັດຊາໃຫຍ່ສະຫະປະຊາຊາດນີ້, ໃນຈໍານວນ 10 ປະເທດສະມາຊິກອາຊຽນ ມີ 2 ປະເທດຄື ສປປລາວ ແລະວຽດນາມ ງົດອອກສຽງ, ສ່ວນ 8 ປະເທດ ແມ່ນອອກ ສຽງສນັບສນູນມະຕິຂອງສະຫະປະຊາຊາດ ປະນາມຣັສເຊັຽ ທີ່ຮຸກຮານ ຢູເຄຣນ.
ການທີ່ທາງການ ສປປ ລາວ ແລະວຽດນາມງົດອອກສຽງ, ບໍ່ກ້າປະນາມຣັສເຊັຽ ທັ້ງທີ່ຮູ້ດີວ່າ ການບຸກໂຈມຕີຂອງຣັສເຊັຽເຂົ້າຢູເຄຣນນັ້ນ ເປັນການຮຸກຮານ ຊຶ່ງຫລາຍຄົນເວົ້າວ່າ ເປັນຍ້ອນທັງຜູ້ນໍາພັກປະຊາຊົນປະຕິວັດລາວ ແລະຜູ້ນໍາພັກຄອມມິວນິສວຽດນາມ ຕິດໜີ້ບຸນຄຸນຣັສເຊັຽຫລວງຫລາຍຈົນຫາອັນປຽບໄດ້ຍາກໃນສມັຍສົງຄາມ ແລະຫລັງສົງ ຄາມ ແລະຍັງຕົກຢູ່ໄຕ້ອິດທິພົນຂອງຣັສເຊັຽ ເປັນຕົ້ນແມ່ນທາງດ້ານການທະ ຫານ, ອາວຸດຍຸດໂທປະກອນສົງຄາມ ຮວມທັງຍົນ, ຣົຖຖັງ, ລູກສອນໄຟ ແລະປືນໃຫຍ່ ໂດຍສະເພາະຢ່າງຍິ່ງແມ່ນໃນຂະນະທີ່ວຽດນາມມີບັນຫາໜັກທາງດ້ານເຂດນໍ້າດິນແດນກັບຈີນຢູ່ທະເລຈີນໃຕ້ ຊຶ່ງຈີນເວົ້າວ່າເປັນຂອງຕົນເກືອບວ່າທັງໝົດ.
ເວົ້າເຖິງທັສນະລວມຂອງ 10 ປະເທດອາຊຽນ ຕໍ່ສົງຄາມ ຣັສເຊັຽ-ຢູເຄຣນ, ຣັຖມົນຕຣີກະຊວງການຕ່າງປະເທດຂອງກຸ່ມອາຊຽນ ຮຽກຮ້ອງໃຫ້ຢຸດຍິງ ອັນທີ່ພວກເຂົາເຈົ້າເອີ້ນວ່າ ສົງຄາມທາງທະຫານຢູ່ຢູເຄຣນ ໂດຍທີ່ບໍ່ໄດ້ເອີ່ຍເຖິງຣັສເຊັຽ ນັ້ນທັນທີ ແລະເຊື່ອວ່າ ຍັງມີບ່ອນວ່າງສໍາລັບການເຈ ລະຈາຢ່າງສັນຕິ ເພື່ອປ້ອງກັນສະຖານະການ ທີ່ບໍ່ສາມາດຄວບຄຸມໄດ້, ໃຫ້ມີການເຄົາຣົບຊຶ່ງກັນ ແລະກັນໃນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະມີສິດເທົ່າທຽມກັນຂອງທຸກປະເທດ.
ສະເພາະທ່າທີຂອງຣັຖບານ ສປປລາວ ຕໍ່ບັນຫາດັ່ງກ່າວ ແມ່ນສະແດງອອກຢູ່ໃນການຖແລງຂ່າວຂອງໂຄສົກກະຊວງການຕ່າງປະເທດໃນມື້ວັນທີ 26 ກຸມພາ 2022 ພາຍຫລັງທີ່ຣັສເຊັຽໄດ້ບຸກໂຈມຕີຢູເຄຣນ 2 ມື້ ຊຶ່ງໃນນັ້ນໄດ້ລະບຸວ່າ: ສປປລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວ ຂ້ອງເພິ່ມທະວີຄວາມອົດກັ້ນ ແລະຄວາມພະຍາຍາມເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ທີ່ອາດສົ່ງຜົລກະທົບຕໍ່ສັນຕິພາບ ແລະຄວາມໝັ້ນຄົງສາກົນ. ແລະວ່າ ສປປລາວ ສະໜັບສະໜູນຄວາມພະຍາຍາມໃນການແກ້ໄຂບັນຫາດ້ວຍສັນຕິວິທີ ຜ່ານການເຈລະຈາທາງການທູດ. ແລະຕໍ່ມາພຽງ 4 ມື້ ຜູ້ຕາງໜ້າຖາວອນຂອງ ສປປ ລາວ ປະຈໍາສະຫະປະຊາຊາດ ທ່ານ ອະນຸພາບ ວົງໜໍ່ແກ້ວ ກໍໄດ້ຖແລງຕໍ່ກອງປະຊຸມສຸກເສີນສມັຍພິ ເສດຄັ້ງທີ 11 ຂອງສະມັດຊາໃຫຍ່ສະຫະປະຊາຊາດໃນມື້ວັນທີ 2 ມິນາທີ່ຜ່ານມາວ່າ ໃນຖານະປະເທດຮັກສັນຕິພາບ ສປປລາວ ຍຶດໝັ້ນຢ່າງເຕັມສ່ວນໃນຫລັກການຂອງກົດບັດສະຫະປະຊາຊາດແລະພັນທະຕ່າງໆພາຍໃຕ້ກົດໝາຍສາກົນ ແລະໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ລະເວັ້ນການກະທໍາໃດໆ ທີ່ອາຈເຮັດໃຫ້ຄວາມເຄັ່ງຕຶງຮ້າຍແຮງຂຶ້ນຕໍ່ໄປ ແລະຫາຊ່ອງທາງແກ້ໄຂຢ່າງສັນຕິ ຟື້ນຟູສັນຕິພາບແລະຄວາມໝັ້ນຄົງ. ສິ່ງສໍາຄັນ ຄືຕ້ອງຄໍານຶງເຖິງຄວາມປອດພັຍ ທີ່ຖືກຕ້ອງຕາມກົດໝາຍຂອງທຸກຝ່າຍ. ພ້ອມກັນນັ້ນກໍໄດ້ຍົກຍ້ອງສະຫະປະຊາຊາດ ແລະປະເທດຕ່າງໆ ທີ່ໃຫ້ການຊ່ອຍເຫລືອດ້ານມະນຸດສະທໍາແກ່ປະຊາຊົນຜູ້ໄດ້ຮັບຜົລກະທົບ.
ເວົ້າເຖິງສົງຄາມຣັສເຊັຽ-ຢູເຄຣນ ທີ່ດໍາເນີນມາໄດ້ 1 ເດືອນປາຍ ແລະຍັງບໍ່ ມີແນວໂນ້ມວ່າຈະຍຸຕິລົງໄດ້ງ່າຍ ເຖິງມີການເຈລະຈາແກ້ໄຂບັນຫາໂດຍສັນຕິວິທີ ທີ່ກໍາລັງດໍາເນີນຢູ່ໃນຂະນະນີ້ມີທ່າດີຂຶ້ນນັ້ນ ຫລາຍຄົນເວົ້າວ່າ ບັນດາຜູ້ນໍາພັກປະຊາຊົນປະຕິວັດລາວ ພະຍາຍາມເຮັດໃຫ້ຖັນແຖວພະນັກງານພັກ, ຣັຖກອນ, ກໍາລັງປະກອບອາວຸດ ແລະທົ່ວປວງຊົນລາວ ເຂົ້າໃຈ ແລະເຫັນໄປໃນທໍານອງດຽວກັນກັບທັສນະຂອງພັກ ແລະຣັຖ ດັ່ງທີ່ໄດ້ລະບຸໄວ້ຢູ່ໃນການຖແລງຂ່າວຂອງໂຄສົກກະຊວງການຕ່າງ ປະເທດ ໃນມື້ວັນທີ 26 ກຸມພາທີ່ຜ່ານມາ ແລະໃນຄໍາຖແລງຂອງຜູ້ຕາງໜ້າຖາວອນຂອງ ສປປລາວ ປະຈໍາສະຫະປະຊາຊາດຕໍ່ກອງປະຊຸມສຸກເສີນ ສມັຍພິ ເສດຄັ້ງທີ 11 ຂອງສະມັດຊາໃຫຍ່ສະຫະປະຊາຊາດໃນມື້ວັນທີ 2 ມິນາທີ່ຜ່ານມານັ້ນ ຄະນະໂຄສະນາອົບຮົມສູນກາງພັກຮ່ວມກັບກະຊວງ ການຕ່າງປະເທດ ໄດ້ເປີດການສຶກສາອົບຮົມການເມືອງ ແນວຄິດກ່ຽວກັບສະພາບການທີ່ພົ້ນເດັ່ນຂອງພາກພື້ນແລະສາກົນ ເພື່ອໃຫ້ທຸກຄົນຮັບຮູ້, ເຂົ້າໃຈໄປໃນທິດທາງດຽວກັນ ແລະປະຕິບັດຕາມ ໂດຍແມ່ນທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ຣັຖມົນຕຣີກະຊວງການຕ່າງປະເທດ ເປັນຜູ້ໃຫ້ທັສນະ ແລະທິດທາງ ເປັນຕົ້ນກໍແມ່ນເລັ່ງໃສ່ບັນຫາສົງຄາມລະ ຫວ່າງຣັສເຊັຽ ແລະຢູເຄຣນ ທີ່ກົມການເມືອງສູນກາງພັກ ເອົາໃຈໃສ່ໃຫ້ຄະນະພັກກະຊວງ ແລະອົງການທຽບເທົ່າ, ຄະນະພັກ ແລະອໍານາດການປົກ ຄອງແຕ່ລະແຂວງ ເອົາໃຈໃສ່ສຶກສາອົບຮົມ ນໍາພາແນວຄິດຂອງສະມາຊິກພັກ, ພະນັກ ງານ, ຣັຖກອນ ແລະທົ່ວປວງຊົນ ໃຫ້ຮັບຮູ້ ແລະເຂົ້າໃຈແນວທາງນະໂຍບາຍຂອງພັກ ຕໍ່ບັນຫາຕ່າງໆ ທີ່ເກີດຂຶ້ນໃນໂລກ ເປັນຕົ້ນຕໍ່ສົງຄາມລະຫວ່າງຣັສເຊັຽ ແລະຢູເຄຣນ ແລະປະຕິບັດໄປໃນທິດທາງດຽວກັນ. ພ້ອມນັ້ນ ກໍໃຫ້ສື່ມວນຊົນທຸກພາກສ່ວນຂອງລາວ ສະເໜີຂ່າວໄປຕາມທັສນະຂອງພັກ ໂດຍໃຫ້ຖືເອົາຣາຍງານ ຂອງຜູ້ຕາງໜ້າຖາວອນຂອງ ສປປລາວ ປະຈໍາສະຫະປະຊາຊາດ ນັ້ນເປັນພື້ນຖານ. ສະບາຍດີ