ແຕ່ປີ 2016 ມາ, ຣັຖອະນຸຍາດ ຂຸດຄົ້ນແຮ່ທາດ 308 ໂຄງການ

ພູວົງສ໌
2022.04.05
ແຕ່ປີ 2016 ມາ, ຣັຖອະນຸຍາດ ຂຸດຄົ້ນແຮ່ທາດ 308 ໂຄງການ ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
ຮູບພາບ: Public Domain

ນັບແຕ່ປີ 2016 ມາຮອດປັດຈຸບັນ, ຣັຖບານລາວ ໄດ້ພິຈາຣະນາຄົ້ນຄວ້າ ອະນຸຍາດ ໃຫ້ບໍຣິສັດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ໃນຂແນງການແຮ່ທາດ ໃນທົ່ວປະເທດ ທັງໝົດ 308 ໂຄງການ, ອີງຕາມການຣາຍງານ ໃນກອງປະຊຸມທົບທວນ ຄຸ້ມຄອງການລົງທຶນ ສັມປະທານ ດ້ານແຮ່ທາດ ໃນທົ່ວປະເທດ ແລະ ການປະເມີນການຈັດຕັ້ງປະຕິບັດ ໂຄງການຂຸດຄົ້ນແຮ່ເຫຼັກ ໃນໄລຍະທົດລອງ ໃນລະຫວ່າງວັນທີ 24-25 ມີນາ ທີ່ຜ່ານມານີ້.

ແຕ່ຊາວບ້ານຫຼາຍຄົນ ໃນຫຼາຍທ້ອງຖິ່ນ ພາກັນຈົ່ມວ່າ ໃນໄລຍະທີ່ຜ່ານມາ ຈົນຮອດປັດຈຸບັນ, ພວກເຂົາເຈົ້າ ບໍ່ໄດ້ຮັບປໂຍດ ເທົ່າທີ່ຄວນ ຈາກໂຄງການ ຂຸດຄົ້ນແຮ່ທາດ ຫຼາຍໂຄງການ ທີ່ຢູ່ໃນເມືອງ ຂອງເຂົາເຈົ້າ ແລະ ຫຼາຍບໍຣິສັດ ທີ່ມາລົງທຶນນັ້ນ, ກໍຍັງບໍ່ໄດ້ເຮັດໂຄງການພັທນາ ໃຫ້ແກ່ທາງບ້ານ ຫຼືທາງເມືອງ ເປັນຕົ້ນ ການກໍ່ສ້າງເສັ້ນທາງ, ຕິດຕັ້ງລະບົບນ້ຳປະປາ, ໄຟຟ້າ ແລະ ອື່ນໆ.

ດັ່ງຊາວບ້ານ ຢູ່ເມືອງປາກອູ ແຂວງຫຼວງພຣະບາງ ທີ່ຢູ່ໃກ້ກັບໂຄງການຂຸດຄຳ ຂອງບໍຣິສັດທຽນຈິນ ຫົວຄານ ຂອງຈີນ ເຂດບ້ານຜາປົ່ນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ເມສາ ນີ້ວ່າ:

“ກະຢາກໃຫ້ພັທນາແຫຼະ. 1 ແນວນ້ຳປະປາ ເມືອງປາກອູເນາະ ພັທນາເສັ້ນທາງ ຄືຂນາດທາງໄປຫາບ່ອນຂຸດຄົ້ນ ນີ້ ໄປບັກຍາກໆ, ຫັ້ນນ່າ. ແນວໄຟຟ້າຢູ່ເມືອງປາກອູເນາະ ບໍ່ມີໃຊ້ ມີ 5-6 ບ້ານເບາະ.”

ໃນຂະນະທີ່ ເຈົ້າໜ້າທີ່ຂັ້ນບ້ານ ບ້ານນຶ່ງ ຢູ່ແຂວງຫຼວງພຣະບາງ ອີກທ່ານນຶ່ງ ກ່າວວ່າ ເຖິງແມ່ນມີໂຄງການລົງທຶນ ດ້ານບໍ່ແຮ່ ແລະ ແຮ່ທາດ ຫຼາຍໂຄງການ ພາຍໃນແຂວງຫຼວງພຣະບາງ ກໍຕາມ, ແຕ່ໃນຂອບເຂດບ້ານ ຂອງລາວ ພັດບໍ່ໄດ້ຮັບການພັທນາໃດໆ ຈາກແຕ່ລະບໍຣິສັດ ທີ່ເຂົ້າມາລົງທຶນ ທັງທີ່ເຄີຍຮັບປາກ ໃນໄລຍະເຮັດສັນຍາ ກັບທາງການວ່າ ຈະສ້າງໂຄງການພັທນາຕ່າງໆ ໃຫ້ແກ່ຊາວບ້ານ ເພື່ອປັບປຸງ ສະພາບຊີວິດການເປັນຢູ່ ຂອງພວກເຂົາ.

ດັ່ງທ່ານກ່າວວ່າ:

“ບໍ່ທັນມີຫຍັງມາພັທນາ ມີສັນຍາມີນັ້ນຢູ່. ກະສ້ອມແປງເນາະ ຖນົນຫົນທາງ ພາຍໃນບ້ານຫັ້ນ ໃຫ້ສະດວກເນາະ ບໍ່ທັນປະສານງານກັນເທື່ອເນາະ ເພາະວ່າ ບໍຣິສັດກໍມີບັນຫາ ປ່ຽນໄປປ່ຽນມາ ສັບໄປສັບມາຢູ່ນ່າ ປ່ຽນຜູ້ບໍຣິຫານແດ່.”

ສ່ວນຊາວບ້ານ ນາງນຶ່ງ ຢູ່ເຂດເມືອງນາໝໍ້ ແຂວງອຸດົມໄຊ ກ່າວວ່າ ທາງບໍຣິສັດ CNP ສຳຣວດ ແລະ ຂຸດຄົ້ນແຮ່ທາດ ຂອງຈີນ ທີ່ເຂົ້າມາຂຸດຄົ້ນແຮ່ທອງ ແລະ ໂມ້ຫິນ ຢູ່ເຂດບ້ານນາສວ່າງ ນັ້ນ, ກໍບໍ່ໄດ້ເຮັດໂຄງການພັທນາແນວໃດ ໃຫ້ແກ່ຊາວບ້ານໃກ້ຄຽງເທື່ອ.

ດັ່ງຍານາງ ກ່າວວ່າ:

“ບໍ່ເຫັນ ບໍ່ມີໃຜມາພັທນາເທື່ອດອກ ບໍ່ເຫັນ ບໍ່ມີ. ມີຢູ່ ມາຂຸດຄົ້ນນ່າ ອອກຈາກບ່ອນນາໝໍ້ ເຂົ້າໄປນີ້ ກໍປະມານ 18 ຫຼັກ 20 ຫຼັກໄດ໋ ຈຶ່ງຮອດບ້ານເຂົານ່າ.”

ແລະ ໃນຂະນະດຽວກັນ, ກໍມີຊາວບ້ານ ອີກຈຳນວນນຶ່ງ ໃນບາງພື້ນທີ່ ກໍເກີດມີຄວາມກັງວົນວ່າ ພວກເຂົາເຈົ້າ ຈະໄດ້ຮັບຜົລກະທົບ ຈາກໂຄງການຂຸດຄົ້ນແຮ່ທາດ ບາງແຫ່ງ ທີ່ມີແຜນຈະເຂົ້າມາສຳຣວດ ແລະ ຕັ້ງໂຮງງານ ໃນຂອບເຂດ ຂອງບ້ານ ເປັນຕົ້ນໂຄງການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ຄຳເຄົ້າ ຂອງບໍຣິສັດ ເຊໂປນ ມາຍນິ້ງ ຈຳກັດ ທີ່ມີແຜນຈະສຳຣວດ ແລະ ຕຣຽມຂຸດຄົ້ນແຮ່ດັ່ງກ່າວ ຢູ່ບ້ານໂພນໄຮ ແລະ ບ້ານແກ້ງຄືບ ເມືອງເຊໂປນ ແຂວງສວັນນະເຂດ, ແຕ່ຍັງບໍ່ທັນແຈ້ງເທື່ອວ່າ ຈະກວມເອົາດິນຊາວບ້ານ ຫຼາຍປານໃດ.

ດັ່ງຊາວບ້ານ ໃນພື້ນທີ່ດັ່ງກ່າວ ກ່າວວ່າ:

“ຍັງວ່າ ຈຸດທີ່ເພິ່ນສຳຣວດນີ້ ກະບໍ່ໄກໄດ໋ແຫຼະ ໃກ້ແຄມບ້ານ ປະມານ 200-300 ແມັຕ. ຈຸດທີ່ວ່າເພິ່ນສຳຣວດເບື້ອງຕົ້ນ, ຫັ້ນນ່າ ທີ່ເພິ່ນເຈາະດິນໄປປີກາຍນີ້ ຫັ້ນນ່າ, ແຕ່ວ່າເພິ່ນຊິຕັ້ງເປັນໂຮງງານເບາະ ເປັນຫຍັງ ທາງນີ້ຍັງບໍ່ຮູ້ຄືກັນ ບໍ່ເຫັນເພິ່ນແຈ້ງເຂົ້າມາເທື່ອ.”

ຢ່າງໃດກໍຕາມ, ມາຮອດປັດຈຸບັນ ບັນດາໂຄງການທີ່ໄດ້ຮັບອະນຸຍາດ ໃຫ້ລົງທຶນດ້ານແຮ່ທາດ ຫຼາຍໂຄງການ ກໍກຳລັງສືບຕໍ່ຂຸ້ນຂ້ຽວ ໃນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ເພື່ອສົ່ງອອກໄປຕ່າງປະເທດ ເປັນຕົ້ນ ຈີນ ແລະ ວຽດນາມ ຢູ່ເລື້ອຍໆ, ແຕ່ບາງໂຄງການ ກໍໄດ້ຫຼຸດຈຳນວນພະນັກງານ ແລະ ຄົນງານລົງ ເນື່ອງຈາກໄດ້ຫຼຸດຜ່ອນປະຣິມານ ການຂຸດຄົ້ນລົງຕື່ມ.

ດັ່ງພະນັກງານ ຢູ່ໂຄງການຂຸດຄົ້ນບໍ່ເຫຼັກ ແຫ່ງນຶ່ງ ໃນແຂວງໄຊສົມບູນ ກ່າວວ່າ:

“ເພິ່ນຍັງຜລິຕອອກຢູ່, ແຕ່ວ່າມັນກະຄືວ່າແຫຼະເນາະ ໄລຍະນີ້ມັນ ດຽວນີ້ເຂົາຍັງເອົາຣົຖແລ່ນ ຕ່າງແລ່ນຢູ່, ໄປວຽດນາມ ມັນຝົນບໍ່ຕົກເທື່ອ. ສົ່ງໄປປົກກະຕິ ເພາະວ່າທາງລາວ ເຂົາເຈົ້າກະແລ່ນປົກກະຕິນ່າ ທາງນີ້ນ່າ.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອສອບຖາມ ຂໍ້ມູນເພີ່ມຕື່ມ ກ່ຽວກັບບັນດາໂຄງການຕ່າງໆ ເປັນຕົ້ນ ແມ່ນໂຄງການລົງທຶນ ຂອງປະເທດໃດ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຂໍ້ມູນ ທາງໂທຣະສັບ.

ແຕ່ເຖິງຢ່າງໃດກໍຕາມ, ກ່ອນໜ້ານີ້ ເຈົ້າໜ້າທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ກ່າວວ່າ ໂຄງການລົງທຶນ ດ້ານແຮ່ທາດ ໃນລາວນັ້ນ ສ່ວນໃຫຍ່ ກໍມີກົດໝາຍ ແລະ ນິຕິກັມຄຸ້ມຄອງ ການດຳເນີນການຜລິຕແລ້ວ, ຍັງເຫຼືອແຕ່ການອອກນິຕິກັມຄຸ້ມຄອງ ໂຄງການປະເພດສຳຣວດ ແລະ ຂຸດຄົ້ນແຮ່ຫາຍາກ (Rare Earth), ເຊິ່ງຈະອອກ ແລະ ບັງຄັບໃຊ້ ພາຍໃນປີນີ້.

ດັ່ງທ່ານກ່າວວ່າ:

“ມີແຕ່ພະຍາຍາມ ຮ່າງດຳຣັດ ກ່ຽວກັບຄຸ້ມຄອງແຮ່ທາດຫາກຍາກ, ຊິອອກປີນີ້ແຫຼະ. ເຮົາຮ່າງສຳເຣັດແລ້ວໆ, ຄຸ້ມຄອງນີ້. ການປຸງແຕ່ງນີ້ແຫຼະ ຜລິຕພັນ ມີຫຍັງຕ່າງໆນີ້ແຫຼະ.”

ສຳລັບໂຄງການລົງທຶນ ດ້ານແຮ່ທາດ ທັງ 308 ໂຄງການດັ່ງກ່າວ ປະກອບດ້ວຍ ໂຄງການປົກກະຕິ 262 ໂຄງການ, ໂຄງການແຮ່ຫາຍາກ 8 ໂຄງການ ແລະ ໂຄງການທົດລອງ ອີກ 38 ໂຄງການ ໄດ້ແກ່ ໂຄງການແຮ່ເຫຼັກ 31 ໂຄງການ, ຫິນອ່ອນມາໂບລ້ 2 ໂຄງການ, ຄຳເຄົ້າ 4 ໂຄງການ ແລະ ຄຳຕົກຂ້ອນ 1 ໂຄງການ.

ກ່ອນໜ້ານີ້, ໃນວັນທີ 21 ມິຖຸນາ ປີ 2021, ສຳນັກງານນາຍົກຣັຖມົນຕຣີ ກໍໄດ້ອອກຂໍ້ຕົກລົງ ວ່າດ້ວຍການກຳນົດເງື່ອນໄຂ ໃນການເຈຣະຈາ ສັນຍາຂຸດຄົ້ນ,​ ປຸງແຕ່ງ ແລະ ສົ່ງອອກ ແຮ່ເຫຼັກ ໃນໄລຍະທົດລອງ, ເຊິ່ງໄດ້ອະນຸຍາດ ໃຫ້ຄົ້ນຄວ້າ ພິຈາຣະນາ ອະນຸຍາດລົງທຶນ ໂຄງການຂຸດຄົ້ນ ໄລຍະທົດລອງ ທັງໝົດ 31 ໂຄງການ, ສາມາດສ້າງລາຍຮັບ ເຂົ້າງົບປະມານ ຂອງຣັຖ ຈຳນວນ 36.53 ລ້ານໂດ່ລ້າຣ໌ສະຫະຣັຖ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງເສຖກິຈ-ການເງິນ, ອີງຕາມຂໍ້ມູນ ຈາກກະຊວງແຜນການ ແລະ ການລົງທຶນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.