ລາວ ໂຈະການອອກໃບອະນຸຍາດ ຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນ ແຮ່ທາດ
2025.03.04
“ຈົກແລ້ວກະຈົກອີກ ຈົກໄປເລື່ອຍໆ ບາງຄອບຄົວ ບໍ່ມີດິນທຳການຜະລິດເລີຍ ຕໍ່ກັບບັນຫານີ້ ຈະມີວິທີແກ້ໄຂ ແນວໃດ.”
ສຽງສະທ້ອນ ຈາກສະມາຊິກສະພາແຫ່ງຊາດ ທີ່ອອກມາເວົ້າ ເຖິງເລື່ອງ ການອະນຸຍາດໃຫ້ນັກລົງທຶນ ທັງຈາກພາຍໃນ ແລະຕ່າງປະເທດ ຂຸດຄົ້ນແຮ່ທາດ ແລະຄຳຕົກຂ້ອນ ແບບຊະຊາຍ ຈົນສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງໜັກ, ປະເທດເສຍຜົນປະໂຫຍດ.
ຫຼ້າສຸດ ໃນມື້ວັນທີ 28 ກຸມພາ 2025 ນີ້ ກະຊວງພະລັງງານ ແລະບໍ່ແຮ່ ແຈ້ງການ ໃຫ້ໂຈະຊົ່ວຄາວ ໃນການອອກໃບອະນຸຍາດ ດຳເນີນກິດຈະການ ຊື້-ຂາຍ ແຮ່ທາດ ແລະຜະລິດຕະພັນ ແຮ່ທາດ ຈົນກວ່າ ຈະມີຄຳສັ່ງປ່ຽນແປງ ຍ້ອນການຄຸ້ມຄອງວຽກງານ ໃນປັດຈຸບັນ ຍັງບໍ່ຮັດກຸມ ແລະບໍ່ມີປະສິດທິພາບ ເທົ່າທີ່ຄວນ, ດັ່ງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ມີນາ ນີ້ວ່າ:
“ເພິ່ນກະຊິໂຈະ ແຕ່ໂຕອອກໃໝ່ຫັ້ນ ແລ້ວເນາະ, ກະທົບທວນຄືນຫັ້ນແລ້ວ ວ່າໂຕທີ່ອະນຸຍາດໄປແລ້ວ ມັນຈະມີປະສິດທິພາບ - ປະສິດທິຜົນບໍ່? ເຂົາຈັດຕັ້ງປະຕິບັດ ໄດ້ດີບໍ່? ເທົ່ານັ້ນຊື່ໆ.”
ສຳລັບໃບອະນຸຍາດ ທີ່ໄດ້ອອກໄປແລ້ວ
ສ່ວນໂຄງການ ທີ່ໄດ້ອອກໃບອະນຸຍາດ ໄປກ່ອນໜ້ານີ້ ແມ່ນຈະຕິດຕາມ-ກວດກາ ເພື່ອປະເມີນຄືນທັງໝົດ ຫາກເຫັນວ່າ ສ້າງຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຈະໃຫ້ປັບປຸງຄືນ ຈົນກວ່າຈະໄດ້ມາດຕະຖານ.
ຂະນະທີ່ ຊາວລາວ ທ່ານໜຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ເຫັນດີ ກັບແຈ້ງການດັ່ງກ່າວ ເພາະປັດຈຸບັນ ມີຫຼາຍໂຄງການ ຂຸດຄົ້ນແຮ່ທາດ ໄດ້ສ້າງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຢ່າງໜັກ ໂດຍສະເພາະ ເລື່ອງເສັ້ນທາງເປ່ເພ, ການປ່ອຍນ້ຳເປື້ອນ-ນ້ຳເສຍ ຫຼື ສານເຄມີ ລົງສູ່ແຫຼ່ງນ້ຳທຳມະຊາດ ແລະ ການຍາດແຍ່ງເອົາທີ່ດິນ ຂອງຊາວບ້ານ, ດັ່ງຊາວລາວ ທ່ານນີ້ ກ່າວວ່າ:
“ນັບມື້ ນັບເຮັດ ນັບສ້າງ ບໍ່ເງິນ ບໍ່ຄຳ ຈັກທໍ່ໃດບໍ່ ຂຸດຄົ້ນໄປ ແທນທີ່ ຈະຮັ່ງຈະມີນີ້ ປະຊາຊົນກະຍັງທຸກຢູ່ ເອີ່ ຜົນເສຍມັນຫຼາຍກວ່າ.”
ຊາວລາວ ອີກທ່ານໜຶ່ງ ຢູ່ແຂວງບໍລິຄຳໄຊ ກ່າວວ່າ ບໍ່ຕ້ອງການ ໂຄງການຂຸດຄົ້ນແຮ່ທາດ ເພາະປັດຈຸບັນ ກໍມີຈຳນວນຫຼາຍແລ້ວ, ຫາກອອກໃບອະນຸຍາດຕື່ມອີກ ຈະເຮັດໃຫ້ຊາວລາວ ຈຳນວນບໍ່ໜ້ອຍ ຂາດເຂີນບ່ອນທຳການກະເສດ ໃນຕໍ່ໜ້າ, ດັ່ງຊາວລາວ ທ່ານນີ້ ກ່າວວ່າ:
“ບໍ່ຍາກໄດ້ປານໃດ໋ແຫຼະ ມັນບໍ່ມີບ່ອນເຮັດນາ ມັນບໍ່ເໝາະສົມນ່າ ບໍ່ມີດິນແດ່ ກະຍັງໜ້ອຍດິນຫັ້ນນ່າ ກະແມ່ນ ທາງບໍລິສັດເອົາໝົດແຫຼະ.”
ຂ່າວ ກ່ຽວກັນ
ການຂຸດຄົ້ນແຮ່ທາດ ຍັງສືບຕໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນ
ຊາວບ້ານ ໃນເມືອງວຽງໄຊ ເດືອດຮ້ອນ ຍ້ອນບໍລິສັດບໍ່ແຮ່ ຫວຽດນາມ ປ່ອຍນໍ້າເສຍ ລົງລຳນໍ້າ
ນໍ້າຊັນ ຂຸ່ນແດງ, ຊາວບ້ານສົງໄສ ຍ້ອນປົນເປື້ອນ ຈາກການຂຸດແຮ່ທາດ
ເມື່ອປີ 2024 ຜ່ານມາ ທ່ານ ຄຳພັນ ພົມມະທັດ ປະທານອົງການ ກວດກາແຫ່ງລັດ ໄດ້ເວົ້າຢູ່ກອງປະຊຸມ ສະພາແຫ່ງຊາດ ວ່າ ຄວາມເສຍຫາຍ ທີ່ເກີດຂຶ້ນ ຕໍ່ສະພາບແວດລ້ອມ-ສັງຄົມ ແມ່ນໜັກໜ່ວງຫຼາຍ ຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ສາມາດ ຕິດຕາມ-ກວດກາ ຢ່າງໃກ້ຊິດ ຈົນກາຍເປັນບັນຫາ ແລະ ນັບມື້ ຈະຮຸນແຮງຂຶ້ນ:
“ໃນການຕິດຕາມ ຄຸ້ມຄອງ ດຳເນີນການຂຸດຄົ້ນໂຕຈິງ ຈຶ່ງບໍ່ສາມາດຮັບປະກັນຄວາມໂປ່ງໃສ ທັງກາຍເປັນຊ່ອງຫວ່າງ ເປີດທາງ ໃນການຕົກລົງ ຂຸດຄົ້ນບາງແຮ່ທາດ ແບບຊະຊາຍ ຈົນຄວບຄຸມບໍ່ໄດ້ ສ້າງຜົນກະທົບໃຫຍ່ຫຼວງ ຕໍ່ສິ່ງແວດລ້ອມ ຄຸມເຄືອຊັບພະຍາກອນ ທີ່ມີຄ່າຂອງຊາດ.”
ສະພາບການຂຸດຄົ້ນແຮ່ທາດ ໃນປັດຈຸບັນນີ້
ມາຮອດປີ 2024 ນີ້ ລັດຖະບານລາວ ໄດ້ອະນຸຍາດ ໃຫ້ບໍລິສັດລົງທຶນດ້ານບໍ່ແຮ່ ເຊັນສັນຍາ ວ່າດ້ວຍ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ໃນຂອບເຂດທົ່ວປະເທດ ມີທັງໝົດ 244 ບໍລິສັດ, 378 ກິດຈະການ, ສ່ວນຂັ້ນທ້ອງຖິ່ນ ໄດ້ອອກໃບອະນຸຍາດ ໃນຂອບເຂດທົ່ວປະເທດ ຈຳນວນ 719 ບໍລິສັດ, 700 ປາຍກິດຈະການ.
ຢ່າງໃດກໍຕາມ ຍັງມີບໍລິສັດ ຂຸດຄົ້ນບໍ່ແຮ່ຈໍານວນຫຼາຍ ໃນປະເທດລາວ ບໍ່ສາມາດເຮັດການຂຸດຄົ້ນບໍ່ແຮ່ ໃຫ້ເປັນໄປຕາມສັນຍາສໍາປະທານໄດ້, ຫຼາຍບໍລິສັດ ມີການຂຸດຄົ້ນ ທີ່ບໍ່ໄດ້ມາດຕະຖານ ຂາດເຂີນຜູ້ຊ່ຽວຊານດ້ານເຕັກນິກ, ອຸປະກອນ ແລະທຶນ ໃນການຂຸດຄົ້ນ.