ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ແມ່ຍິງລາວຖືກ ຜູ້ຊາຍຄົນຈີນຕີ ຈົນເກືອບ ສລົບ, ລາວ ເລັ່ງຄວບຄຸມ ອັຕຣາແລກປ່ຽນເງິນ ທີ່ຂຶ້ນສູງ, ສັດປ່າໃນລາວ ອາຈສູນພັນ ເພາະການລັກລ່າ ໄປຂາຍ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ " ແມ່ຍິງລາວຖືກ ຜູ້ຊາຍຄົນຈີນຕີ ຈົນເກືອບ ສລົບ "
“ຫລັງຈາກທີ່ລັດຖະບານລາວ ເປີດຕ້ອນຮັບການລົງທຶນແລະຄົນຈີນເຂົ້າມາລາວ ຢ່າງຫລວງຫລາຍ ກໍມີຄຳຂວັນຕາມມາວ່າ ລາວແລະຈີນ ມີພູຜາແມ່ນ້ຳ ທີ່ຕິດຈອດກັນ ເປັນບ້ານໃກ້ເຮືອນຄຽງທີ່ດີ ເປັນເພື່ອນມິດສະຫາຍທີ່ດີ ເປັນຄູ່ຮ່ວມມືທີ່ດີ. ນັ້ນກໍແມ່ນຄໍາຂວັນ ຂອງເຈົ້າຫນ້າທີ່ ຂັ້ນສູງທີ່ໄດ້ຮັບຜົນປະໂຫຍດຈາກການລົງທຶນຈີນ. ແຕ່ໃນພາກປະຕິບັດຕົວຈິງ ຂອງປະຊາຊົນລາວແລ້ວ ແມ່ນວ່າຄົນງານລາວ ຖືກເອົາລັດເອົາປຽບ ຄົນງານລາວ ບໍ່ໄດ້ຮັບເງິນເດືອນ ຄົນງານລາວ ຖືກສານເຄມີ ແຕ່ບໍ່ໄດ້ຮັບການປິ່ນປົວ ແມ່ຍິງລາວ ຖືກຫລອກໄປເປັນເມຍ ຫລື ບໍລິການທາງເພດ ໃຫ້ຊາຍຈີນ ຊຶ່ງພວກເຂົາເຈົ້າ ຖືກຜົວຈີນ ທຳຮ້າຍຮ່າງກາຍແລະຖືກຕີ. ແຕ່ປະຈຸບັນ ຜົວຈີນ ມາຕີເມຍຄົນລາວ ຢູ່ພາຍໃນປະເທດ ແຕ່ກໍບໍ່ໄດ້ຮັບໂທດຫຍັງ. ຄົນອັນນະພານ ຂອງຈີນ ເຂົ້າມາລາວ ຫລອກໃຫ້ ແມ່ຍິງລາວ ໄປຖ່າຍຮູບລາມົກ ອອກສົດທາງເຟດ. ບັນຫາທາງສັງຄົມແລະອາສຍາກັມ ທີ່ຊາວມາສ້າງ ຈັ່ງແມ່ນຫລວງຫລາຍແທ້ໆ. ຄົນລາວເຮົາ ຈະຊິຫນີໄປຢູ່ໃສເດ້ນໍ້ບັດນີ້.”
…
( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍ ເຫດ : ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!