ຊາວນະຄອນຫຼວງ ປະເຊີນບັນຫາມົລພິດ ທາງອາກາດ

ຈຳປາທອງ
2022.04.04
ຊາວນະຄອນຫຼວງ ປະເຊີນບັນຫາມົລພິດ ທາງອາກາດ ການໃຊ້ຣົຖ, ໃຊ້ຖະນົນ ຂອງຊາວນະຄອນຫຼວງວຽງຈັນ ສັນຈອນໄປ-ມາຕາມທ້ອງຖະນົນ ໃນນະຄອນຫຼວງວຽງຈັນ ໃນແຕ່ລະມື້.
RFA

ຢູ່ນະຄອນຫລວງວຽງຈັນ ໃນປີ 2021 ໃນຈໍານວນ 365 ມື້ ມີປະມານ 180 ມື້ກວດພົບວ່າ ຄຸນນະພາບອາກາດ ສົ່ງຜົລບໍ່ດີຕໍ່ສຸຂພາບ ຂອງກຸ່ມຄົນທີ່ມີຄວາມສ່ຽງ, ປະມານ 100 ມື້ ຄຸນນະພາບອາກາດ ສົ່ງຜົນບໍ່ດີສໍາລັບທຸກຄົນ ແລະມີ 10 ມື້ ທີ່ອາກາດເປັນພິດ, ອີງຕາມຜົນການກວດວັດແທກ ຄຸນນະພາບອາກາດຈາກສະຖານີວັດແທກ ຢູ່ຫ້ອງການໂຄງການເພື່ອການພັທນາ ຂອງສະຫະປະຊາຊາດ ຫລື UNDP ປະຈໍາ ປະເທດລາວ.

ຊາວບ້ານບ້ານໂຄກສວ່າງ ເມືອງໄຊທານີ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ເມສານີ້ວ່າ ດຽວນີ້ ມົລພິດທາງອາກາດ ຢູ່ນະຄອນຫລວງວຽງຈັນ ຍັງເປັນບັນຫາ ທີ່ແກ້ບໍ່ທັນຕົກ ແລະສົ່ງຜົນກະທົບຕໍ່ສຸຂພາບຂອງປະຊາຊົນ ໃນວົງກວ້າງ, ໃນຂະນະທີ່ໜ່ວຍງານທີ່ກ່ຽວຂ້ອງ ໄດ້ແຕ່ອອກແຈ້ງການເຕືອນໃຫ້ປະຊາຊົນ ປ້ອງກັນຕົນເອງ ແລະຄອບຄົວ.

ສໍາລັບມາຕການຊ່ວຍເຫລືອນີ້ນໍ ສໍາລັບປະເທດລາວເຮົານີ້ ໃນຄວາມຄຶດສ່ວນຕົວຂອງເອື້ອຍຄື ເພິ່ນຍັງບໍ່ທັນມີຫຍັງຊ່ວຍເຫລືອເທື່ອ ມີແຕ່ທາງກົມອຸຕຸເພິ່ນກໍແຈ້ງເຕືອນວ່າ ເອີ ໃຫ້ຮັກສາສຸຂພາບ ພະຍາຍາມຫລີກລ່ຽງກິຈກັມກາງແຈ້ງ ໃຫ້ພາກັນຢູ່ພາຍໃນອາຄານຈັ່ງຊີ້ນ່າ ແລວກໍປະຊາຊົນເຮົາ ກໍຕ້ອງໄດ້ສຶກສາຂໍ້ມູນ ແລ້ວກໍທໍາຄວາມເຂົ້າໃຈ ແລ້ວກໍປ້ອງກັນຕົວເອງເອົາ.

ນາງເວົ້າຕື່ມວ່າ ຝຸ່ນລະອອງ PM 2.5 ຢູ່ເຂດນະຄອນຫລວງວຽງຈັນ ສ່ວນຫລາຍຈະເກີດຂຶ້ນໃນໄລຍະເດືອ ມິນາ ຫາ ເດືອນເມສາ ແລະຈະມີປະມານ 1 ຫາ 2 ສັບປະດາ ທີ່ກົມອຸຕຸນິຍົມວິທຍາ ແລະອຸທົກກະສາດ ອອກແຈ້ງເຕືອນວ່າ ມີຄ່າຝຸ່ນລະອອງ PM 2.5 ສູງກວ່າ 100 ໄມຄຣອນ, ເຮັດໃຫ້ຄົນໃນຄອບຄົວ ເປັນຕົ້ນຜູ້ເຖົ້າ ແລະເດັກນ້ອຍ ໄດ້ຮັບຜົນກະທົບທາງດ້ານສຸຂພາບໂດຍກົງ. ແຕ່ເຖິງຢ່າງໃດກໍຕາມ ຫາກມີຝົນຕົກລົງມາ ກໍຈະຊ່ອຍໃຫ້ບັນຫາດັ່ງກ່າວ ຫລຸດຜ່ອນລົງໄດ້ ໂດຍທີ່ໜ່ວຍງານທີ່ກ່ຽວຂ້ອງ ບໍ່ມີມາຕການແນວໃດຊ່ອຍເຫລືອ.​ ແລະຊາວບ້ານນາສາລາ ເມືອງໄຊທານີຜູ້ນຶ່ງ ກໍເວົ້າວ່າ ນະຄອນຫລວງວຽງຈັນ ຖືໄດ້ວ່າເປັນພື້ນທີ່ ທີ່ມີຄວາມແອອັດ ຂອງເຮືອນປະຊາຊົນ ແລະໂຮງງານອຸດ ສາຫະກັມຕ່າງໆ ທີ່ມັກສ້າງມົລພິດທາງອາກາດ ຊຶ່ງຜູ້ໄດ້ຮັບຜົນກະທົບໂດຍກົງ ກໍແມ່ນຜູ້ທີ່ຢູ່ໃນເຂດໃກ້ຄຽງກັບໂຮງງານ ຮວມໄປເຖິງຜູ້ທີ່ຢູ່ຫ່າງໄກອອກໄປນໍາດ້ວຍ ຍ້ອນອາກາດເຄື່ອນຍ້າຍ ໄປຕາມທິດທາງລົມ ໃນຂະນະທີ່ໜ່ວຍງານທີ່ກ່ຽວຂ້ອງ ຍັງບໍ່ເຄີຍລົງມາກວດກາ ຫລືສອບຖາມເຖິງຜົນກະທົບ ທີ່ປະຊາຊົນໄດ້ຮັບນັ້ນແນວໃດ.

ດັ່ງທີ່ທ່ານກ່າວວ່າ:

ບໍຣິສັດທີ່ຈະສ້າງຕັ້ງໂຮງງານ ກໍຕ້ອງໄດ້ມາປີນຶ່ງ ຫລືວ່າ 6 ເດືອນ ຕ້ອງໄດ້ໃຫ້ມາເຮັດ ສຸຂພາບປະຊາຊົນຢູ່ເຂດໃຫ້ ທີ່ໄດ້ຮັບຜົນກະທົບ ໂຕເມືອງນະຄອນຫລວງ ກໍເວົ້າເຣື່ອງຄວາມແອອັດ ມົລພິດທີ່ເພິ້ນສ້າງຕັ້ງໂຮງງານ ມັນກໍໄກກັນປະມານ 30 ໂລເນາະ ເອີ້ນວ່າເປັນເຂດເສຖກິດ ກະສິກັມ ອຸດສາຫະກັມ ແຕ່ວ່າມົລພິດມັນກໍຈະມາເຖິງໄດ້ ໄລ່ສເລັ່ຽກໍປະມານ 90% ກໍບໍ່ເຫັນເພິ່ນລົງມາ.

ໃນປະມວນກົດໝາຍອາຍາ ມາຕຣາ 364 ວ່າດ້ວຍການກໍ່ໃຫ້ເກີດມົລພິດທາງອາກາດ ຣະບຸໄວ້ວ່າ ບຸກຄົນໃດຫາກໄດ້ປ່ອຍຄັວນ, ຝຸ່ນລະອອງ, ສານພິດ, ຣັງສີ ຫລືອົງປະກອບອື່ນ ທີ່ເປັນອັນຕະລາຍຂຶ້ນສູ່ອາກາດ ໃນສັດສ່ວນທີ່ເກີນກວ່າມາຕຖານກໍານົດໄວ້ ຊຶ່ງກໍ່ໃຫ້ເກີດຄວາມເສັຽຫາຍຮ້າຍແຮງ ຈະຖືກລົງໂທດຕັດອິສຣະພາບ ແຕ່ 6 ເດືອນຫາ 3 ປີ ຫລືຖືກດັດສ້າງໂດຍບໍ່ຕັດອິສຣະພາບ ແລະຈະຖືກປັບໃໝແຕ່ 5 ລ້ານກີບ ຫາ 50 ລ້ານກີບ. ແລະຫາກພະນັກງານຜູ້ໃດ ໄດ້ປະລະໜ້າທີ່ຂອງຕົນ ໂດຍເຈຕນາ ຊຶ່ງເປັນການກໍ່ຄວາມເສັຽຫາຍ ແກ່ການເຄື່ອນໄຫວວຽກງານຂອງຣັຖ ຫລືສັງຄົມ ແລະຫາກພະນັກງານຜູ້ໃດ ບໍ່ປະ ຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ແລະຂາດຄວາມເອົາໃຈໃສ່ ກໍ່ໃຫ້ເກີດຄວາມເສັຍຫາຍແກ່ຜົລປໂຍດຂອງຣັຖ, ສັງຄົມ ແລະຜົລປະໂຫຍດຂອງພົລເມືອງ ຈະຖືກລົງໂທດຕັດອິສຣະພາບແຕ່ 3 ເດືອນຫາ 3 ປີ ຫລືຖືກດັດສ້າງໂດຍບໍ່ຕັດອິສຣະພາບ ແລະຈະຖືກປັບໃໝແຕ່ 1 ລ້ານກີບຫາ 10,000,000 ກີບ ຕາມທີ່ຣະບຸໄວ້ໃນມາຕຣາ 367 ແລະມາຕຣາ 368.

ກ່ອນໜ້ານີ້ ຄືເມື່ອວັນທີ 29 ມົກກະຣາທີ່ຜ່ານມາ ເກີດເຫດໄຟໄໝ້ຢູ່ສນາມກໍາຈັດຂີ້ເຫຍື້ອ ຫລັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫລວງວຽງຈັນ ມີເນື້ອທີ່ກວ້າງປະມານ 48 ເຮັກຕາ ຍ້ອນໄຟທີ່ເກີດຈາກແກັສຢູນີເທນ ທີ່ສະສົມໃນຂີ້ເຫຍື້ອເປັນເວລາດົນ. ໃນນັ້ນຖືກໄຟໄໝ້ປະມານ 70% ຂອງເນື້ອທີ່ທັງໝົດ ຊຶ່ງໄດ້ເຮັດໃຫ້ເກີດມົລພິດທາງອາກາດ ປົກຄຸມຫລາຍ 10 ​ບ້ານ.

ດັ່ງຊາວບ້ານ ບ້ານຜາສຸກຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ເມສານີ້ວ່າ:

ເອີ ແມ່ນໆ ຖ້ຽວກ່ອນ ສນາມຂີ້ເຫຍື້ອ ສູນບໍາບັດຂີ້ເຫຍື້ອມັນໄໝ້ ອ່າໂຕນີ້ນີ້ ເກືອບ 2 ອາທິດພຸ້ນແຫລະ ແມ່ນລະ ຕອນນີ້ມັນເຊົາ ເຊົາແລ້ວ ເພາະວ່າຝົນຕົກໃສ່ແນ່ ມັນກໍບໍ່ມີແລ້ວຫັ້ນນ່າ.

ໃນໄລຍະນັ້ນ ທາງໜວຍງານດ້ານສິ່ງແວດລ້ອມ ໄດ້ໄປຕິດຕາມສະພາບໝອກຄັວນ ແລະຕິດຕັ້ງເຄື່ອງວັດແທດຄຸນນະພາບອາກາດ ແລະຄວາມເຂັ້ມຂຸ້ນຂອງຝຸ່ນລະອອງໃນອາກາດ ຢູ່ 3 ຈຸດຄື ຈຸດທີ 1 ຢູ່ບ້ານຜາສຸກ ບໍຣິເວນສນາມຂີ້ເຫຍື້ອ ມີຄ່າຝຸ່ນລະອອງ PM 2.5  ສະເລັ່ຽ 101 ໄມຄຣອນ. ຈຸດທີ 2​ ຢູ່ບ້ານປາກຊາບເກົ່າ ມີຄ່າຝຸ່ນລະອອງ ສູງ 110 ໄມຄຣອນ ແລະຈຸດທີ 3 ຢູ່ບ້ານໂນນສະອາດ ມີຄ່າຝຸນລະອອງ ສູງສຸດ 121 ໄມຄຣອນ. 

ໄຟໄໝ້ສນາມຂີ້ເຫຍື້ອດັ່ງກ່າວ ເກີດຂຶ້ນເປັນຄັ້ງທີ 2 ຊຶ່ງຄັ້ງທໍາອິດເກີດຂຶ້ນໃນປີ 2018 ໂດຍໃຊ້ເວລາຫລາຍ 10 ມື້ຈຶ່ງສາມາດມອດໄຟໄດ້.

ເຣື່ອງຝຸ່ນລະອອງ ແລະມົລພິດທີ່ເກີດຂຶ້ນ ແລະສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງຊາວ ນະຄອນຫລວງວຽງຈັນ ຢ່າງຕໍ່ເນື່ອງນັ້ນ, ເຈົ້າໜ້າທີ່ດ້ານ ການແກ້ໄຂມົລພິດທາງອາກາດ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ເມສານີ້ວ່າ ແມ່ນເປັນຍ້ອນການໃຊ້ຍານພາຫານະຫລາຍ ແລະການຈູດປ່າເຮັດໄຮ່ ຂອງປະຊາຊົນ.

ເກີດຈາກ transportation ຖ້າຢູ່ໃນຕົວເມືອງ ຊຸມຊົນແອອັດເນາະ. ນອກນັ້ນກໍຈະມີພວກ head pollution ເນາະ ເຮົາເອີ້ນວ່າມົລພິດຂ້າມຜ່ານຊາຍແດນ ເວົ້າວ່າທາງຝັ່ງເບື້ອງນັ້ນເພິ່ນຈູດ ຊ່ວງເພິ່ນຈູດເນາະ ກໍອາຈເປັນຊ່ວງຈູດປ່າອ້ອຍບໍ່ ຊ່ວງຈູດອີ່ຫຍັງແລ້ວກໍຈະຂ້າມມາທາງນີ້ ອີ່ຫຍັງປະມານນີ້ຫັ້ນນ່າ ມັນກໍຂ້າມໄປຂ້າມມາແຖວໆ ນີ້ແຫລະ. 

ທ່ານເວົ້າຕື່ມວ່າ ຢູ່ພາກເໜືອຂອງລາວ ຖືໄດ້ວ່າ ມີມົລພິດທາງອາກາດ ທີ່ເກີດຈາກການຈູດປ່າເຮັດໄຮ່ ຫລາຍກວ່າໝູ່ ຊຶ່ງໃນໄລຍະຣະດູແລ້ງຂອງແຕ່ລະປີ ຊາວກະສິກອນລາວກໍຈະຈູດປ່າເຮັດໄຮ່ ເຊັ່ນດຽວກັນກັບຊາວກະສິກອນໄທຍ, ວຽດນາມ ແລະພະມ້າ ເຮັດໃຫ້ເກີດຝຸ່ນລະອອງ ແລະມົລພິດທາງອາກາດ ປິວຂ້າມໄປມາ ລະຫວ່າງຊາຍແດນ ແລະທີ່ຜ່ານມາ ທາງໜ່ວຍງານທີ່ກ່ຽວຂ້ອງ ຂອງແຕ່ລະປະເທດ ກໍໄດ້ເຈຣະຈາເພື່ອຫາແນວທາງແກ້ໄຂ ບັນຫາດັ່ງກ່າວຮ່ວມກັນ ໃນເວທີການຮ່ວມມື ຂອງອາຊຽນ ມາໄດ້ຫລາຍປີແລ້ວ.

ກ່ອນໜ້ານີ້ ໃນປີ 2018 ປະເທດລາວ ເປັນປະເທດ ທີ່ມີອາກາດ ເປັນມົລພິດຫລາຍທີ່ສຸດ ຢູ່ພາກພື້ນເອເຊັຽຕາເວັນອອກສ່ຽງໃຕ້ ແລະຖືກຈັດໃຫ້ຢູ່ໃນອັນດັບທີ 173 ໃນຈໍານວນ 180 ປະເທດທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.