ຂີ້ຝຸ່ນ,ຄວັນດໍາ ສ້າງບັນຫາ ຢູ່ ນະຄອນຫຼວງ
2018.03.13
ຊາວເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ຮັບຜົນກະທົບ ຈາກຂິ້ຝຸ່ນ ຢູ່ເສັ້ນທາງຈາກ ບ້ານໜອງບຶກ ໄປຫາ ບ້ານຕານມິໄຊ ແລະໄດັ ຮັບຜົນກະທົບ ຈາກຄວັນພິດ ທີ່ເກິດຈາກໄຟໄໝ້ ສນາມຂິ້ເຫຍື້ອ ຫລັກ 32 ແຕ່ອາທິດຜ່ານມາ.
ຊາວເມືອງໄຊທານີ ທ່ານນຶ່ງເວົ້າວ່າ ໃນໄລຍະທີ່ ເກີດເຫດນັ້ນ ນອກຈາກເຮັດໃຫ້ ຊາວບ້ານຫຼາຍຄົນ ມີອາການ ແສບໃນດັງ ປວດຊາຍນັສ ແລະມີອາການເຈັບຫົວ ທີ່ອາດເກີດຈາກ ຫາຍໃຈເອົາຄວັນພິດ ຈາກສນາມຂິ້ເຫຍື້ອ. ດັ່ງທ່ານ ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 12 ມີນາ ນີ້ວ່າ:
“ໄລຍະຄວັນໆນິ ມັນມັກເຈັບຫົວ ເຈັບແບບບໍ່ແມ່ນເຈັບ ມັນໜັກໆຫົວຊີ້ນະ ຜູ້ໃດກໍຜູ້ເວົ້າ ຄືກັນວ່າໜັກຫົວ ຄືແບບນອນບໍ່ໄດ້ ແລ້ວໄດ້ກິນຢາ ແກ້ປວດ ມັນກໍບໍ່ຂິວ ພໍວ່າປະມານດອກ ແຕ່ວ່າມັນມີຄວັນຫັ້ນແຫລະ ສິໄຂ້ ກໍບໍ່ເປັນໄຂ້ ແຕ່ວ່າໜັກຫົວຄືເວົ້າ ອ້າວ ມັນບໍ່ແມ່ນກະທົບ ນໍາອັນນີ້ຫວະ ແຕ່ກໍບໍ່ທັນແນ່ຊັດ ວ່າອັນໃດແດ່ຫັ້ນນະ.”
ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ກົມອະນາມັຍ ອະທິບາຍວ່າອາການເຈັບຫົວ ທີ່ປະຊາຊົນ ເປັນຢູ່ນັ້ນບໍ່ໄດ້ໝາຍຄວາມວ່າ ຈະເກີດກັບຝຸ່ນລະອອງ ໃນອາກາດພຽງຢ່າງດຽວ ອາດເກີດກັບບັນຫາ ເຈັບໄຂ້ ເປັນຫວັດ ທີ່ຕົວຜູ້ກ່ຽວ ເປັນຢູ່ກ່ອນແລ້ວ ປະຊາຊົນ ຄວນຫລີກລ່ຽງ ບໍຣິເວນທີ່ ສ່ຽງຕໍ່ມົລຜິດ ທ່ານວ່າ:
“ສ່ວນຫລາຍມັນກໍບໍ່ປານນັ້ນ ມັນຈະເຮັດໃຫ້ ເຮົາແບບວ່າ ເປັນຫວັດເປັນໄອ ສ່ວນຫລາຍ ມັນກ່ຽວກັບ ຣະບົບຫາຍໃຈຫຼາຍກວ່າ ເປັນ ພູມແພ້ ເປັນຫວັດເປັນໄອ ຖ້າເປັນຫວັດເປັນໄອ ບາງເທື່ອ ກໍມີໄຂ້ອິຫຍັງ ມັນກໍອາດຈະເຈັບຫົວ ແຕ່ຄັນວ່າເປັນ ຝຸ່ນລະອອງ ໂດຍກົງ ພາໃຫ້ເຈັບຫົວ ໜ້າຈະບໍ່ມີບັນຫາ ຄັນມີຝຸ່ນ ເຮົາເດິນທາງ ໄປມາ ເຮົາກໍປິດປາກ ດ້ວຍໜ້າກາກ ອະນາມັຍ ນັ້ນແຕ່ຖ້າເຮົາ ດໍາຣົງຊີວິດ ຢູ່ເຮືອນເຮົາ ກໍຫລີກລ່ຽງ ບໍ່ໄປສໍາພັດມັນ.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ໄດ້ວັດແທກ ປະຣິມານຄວັນພິດ ຂອງອາກາດຈາກເຫດການ ໄຟໄໝ້ ສນາມ ຂິ້ເຫຍື່້ອ ຫລັກ 32 ເມື່ອກາງສັປດາຜ່ານມາ ແລະພົບວ່າ ຄວັນນັ້ນ ມີພິດເກີນມາຕຖານ 1.39 ppm ຈາກມາຕຖານ ປົກກະຕິ 0.13 PPM.