ນໍ້າເຊກອງ ເປັນມົລພິດ


2013.06.17
f-sekong ນໍ້າເຊກອງ
Internaional River

 

ຊາວ ກຳພູຊາ ຮຽກຮ້ອງ ໃຫ້ ຣັຖບານ ສປປ ລາວ ແກ້ໄຂ ບັນຫາ ຄວາມເປິເປື້ອນ ໃນ ແມ່ນ້ຳ ເຊກອງ. ເຈົ້າຫນ້າທີ່ ສິ່ງແວດລ້ອມ ກຳພູຊາ ເວົ້າວ່າ ສິ່ງທີ່ ຊາວບ້ານ ແຂວງ ຣັດຕະນະຄີຣີ ພາກເຫນືອ ກຳພູຊາ ທີ່ ຕິດກັບ ແຂວງ ອັດຕະປື ຕ້ອງການ ນັ້ນ ກໍຄືຢາກໃຫ້ ຣັຖບານ ສປປລາວ ແກ້ໄຂ ບັນຫາ ນ້ຳເປື້ອນ ໃນ ນ້ຳເຊກອງ ຍ້ອນວ່າ ການສ້າງເຂຶ່ອນ ໃສ່ນ້ຳເຊກອງ ແລະ ເຊກະຫມານ ໄດ້ສົ່ງ ຜົລກະທົບ ມາຮອດ ປະເທດ ກຳພູຊາ. ດັ່ງທ່ານ ເວົ້າເປັນ ພາສາລາວ ວ່າ:

"ຈຸດສຳຄັນ ກໍຄືແມ່ນ້ຳ 3 ເຊເນາະ ຣັຖບານລາວ ກຳລັງສ້າງ ເຂຶ່ອນໄຟຟ້າ ບັນຫາ ມີ່ສ້າງ ເຂື່ອນ ໄຟຟ້າ".

ທ່ານເວົ້າ ຕໍ່ໄປວ່າ ປັດຈຸບັນ ກຳພູຊາ ກຳລັງ ມີການຮ່ວມກຸ່ມ ນັກ ສິ່ງແວດລ້ອມ ເພື່ອປົກປ້ອງ ແມ່ນ້ຳ 3 ເຊ ຄື: ເຊຊານ ເຊປົກ ແລະ ເຊກອງ ຊຶ່ງ ນ້ຳເຊກອງ ມີຈຸດ ກຳເນີດ ມາຈາກ ປະເທດລາວ ແລະ ໃນປັດຈຸບັນ ມີຄວາມເປິເປື້ອນ ຫລາຍຍ້ອນ ການສ້າງເຂຶ່ອນ ໄຟຟ້າ ຮ່ວມດ້ວຍ ການຂຸດຄົ້ນ ແຮ່ທາດ.

ທ່ານວ່າ ບັນຫາ ດ່ັງກ່າວ ໄດ້ເກີດຂຶ້ນ ມາດົນແລ້ວ ເຄີຍໄດ້ ຮຽກຮ້ອງ ໄປຍັງ ຣັຖບານ ສປປລາວ ໃຫ້ແກ້ໄຂ ແຕ່ບັນຫາ ກໍຍັງຢູ່ ບໍ່ມີການ ແກ້ໄຂເລີຍ ນ້ຳ ເຊກອງ ຍັງເປື້ອນ ຢູ່ຄືເກົ່າ ເຮັດໃຫ້ຊາວບ້ານ ຢ້ານ ແລະ ບໍ່ກ້າທີ່ຈະ ເອົານ້ຳເຊກອງ ມາກິນ ມາໃຊ້. ເຂຶ່ອນ ທີ່ ກຳລັງ ກໍ່ສ້າງ ໃນນ້ຳເຊກອງ ແລະ ເຊກະຫມານ ໃນເວລານີ້ ມີຫລາຍ ເຂຶ່ອນ ດັ່ງເຂຶ່ອນ ເຊກອງ4 ເຊກະຫມານ1 ແລະ ກະຫມານ3 ຮ່ວມທັງເຂື່ອນ ຂນາດນ້ອຍ ອີກຫລາຍເຂື່ອນ. ນອກຈາກເຂຶ່ອນ ໄຟຟ້າ ແລ້ວ ກໍຍັງຈະມີ ການຂຸດຄົ້ນ ແຮ່ທາດ ຄຳ ລິກໄນ ແລະ ເງິນ ໃນພື້ນທີ່ ແຄມເຊກອງ ແລະ ເຊກະຫມານ ນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.