ແມ່ນໍ້າເຊກອງຖືກທໍາລາຍ
2014.04.10

ໂຄງການ ສຳປະທານ ຕ່າງໆ ຂອງ ຣັຖບານ ທີ່ ແຂວງເຊກອງ ສ້າງຄວາມ ເສັຽຫາຍ ໃຫ້ແກ່ ແມ່ນ້ຳ ເຊກອງ ລາຍໃຫຍ່ ທັງ ສົ່ງຜົລ ກະທົບ ຕໍ່ຊີວິດ ຂອງຊາວ ເຊກອງ.
ອົງການ ແມ່ນ້ຳ ສາກົນ ຣາຍງານວ່າ ໃນຣະຍະ ທາງຍາວ ປະມານ 150 ກິໂລ ແມັດ ຕາມແຄມ ແມ່ນ້ຳ ເຊກອງ ຣະຫວ່າງ ເມືອງ ເຊກອງ, ກະລຶມ ແລະ ຕະໂອ້ຍ ພ້ອມທັງ ເນຶ້ອທີ່ ດິນ ອ້ອມແອ້ມ ແມ່ນ້ຳ ເຊກອງ ເຕັມໄປດ້ວຍ ບວກຫນອງ ຍ້ອນ ຣົຖບັນທຸກ ໄມ້ທ່ອນ ຈາກ ບໍຣິສັດ ທີ່ໄດ້ຮັບ ສຳປະທານ ຈາກ ຣັຖບານ ຂົນໄມ້ ໄປສູ່ ຊາຍແດນ ວຽດນາມ ໃນ ແຕ່ລະມື້.
ພຶ້ນທີ່ ດັ່ງກ່າວ ເປັນພຶ້ນທີ່ ການໃຫ້ ສຳປະທານ ຂອງ ຣັຖບານ ໃນ ຫລາຍ ໂຄງການ ດັ່ງການ ຕັດໄມ້ ທ່ອນ ຂອງ ກຸ່ມ ບໍຣິສັດ ພອນສັກ ຜູ້ທີ່ມີ ເສັ້ນສາຍ ກັບຜູ້ນຳ ພັກຣັຖ ບາງກຸ່ມ ນອກຈາກ ນັ້ນ ກໍຍັງມີ ບໍຣິສັດ ສຳປະທານ ສຳຣວດ ແລະ ຂຸດຄົ້ນ ແຮ່ທາດ ແລະ ບໍຣິສັດ ຄົ້ນຄວ້າ ພລັງງານ ຈາກ ນ້ຳຮ້ອນ ໃຕ້ດິນ ຮ່ວມທັງ ໂຄງການ ສຳປະທານ ສ້າງ ເຂື່ອນ ສີ່ ເຂື່ອນ ໃນແມ່ນ້ຳ ເຊກອງ ນຳອີກ.
ໃນໂຄງການ ສຳປະທານ ດັ່ງກ່າວ ກຸ່ມ ບໍຣິສັດ ຜູ້ ສຳປະທານ ເຫລົ່ານີ້ ໄດ້ທຳການ ໂຍກຍ້າຍ ປະຊາຊົນ ທ້ອງຖິ່ນ ຫລາຍພັນ ຄົນ ເພຶ່ອຫລີກລຽງ ການກໍ່ໍສ້າງ ແລະ ການ ດຳເນີນ ງານ ຂອງພວກຂ ະເຈົ້າ.
ໂຄງການ ສຳປະທານ ທັງຫມົດ ນີ້ ນອກຈາກ ສ້າງຄວາມ ເສັຫາຍ ຽຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ແລ້ວ ຍັງສ້າງ ຄວາມ ເຊື່ອມເສັຽ ຕໍ່ຣະບົບ ນິເວດ ແມ່ນ້ຳ ລຳທານ ບ່ອນຫາຢູ່ ຫາກິນ ຂອງ ປະຊາຊົນ ນຳອີກ ກຸ່ມ ດັ່ງກ່າວ ໄດ້ປ່ອຍ ນ້ຳເສັຽ ແລະ ສານພິດ ລົງໃສ່ແມ່ ເຊກອງ ຢ່າງ ຫລວງຫລາຍ ຈົນຊາວບ້ານ ແລະ ສິ່ງທີ່ມີ ຊີວີດ ບໍ່ສາມາດ ໃຊ້ນ້ຳໃນແມ່ນ້ຳ ສາຍນີ້ໄດ້.
ຣາຍງານ ວ່າ ກຸ່ມ ບໍຣິສັດ ພອນສັກ ຮ່ວມກັບ ບໍຣິສັດ PSI DRILLING ຂອງ ອິນໂດເນເຊັຽ ເຮັດວຽກ ກັບ ເຈົ້າຫນ້າທີ່ ລາວ ແລະ ກຸ່ມ ຕຳຣວດ ຕິດອາວຸດ ໄດ້ບີບ ບັງຄັບ ໂຍກຍ້າຍ ປະຊາຊົນ ທ້ອງຖິ່ນ ກວ່າ 8 ພັນຄົນ ຜູ້ ທີ່ອາສັຍ ຢູ່ຕາມ ແຄມ ແມ່ນ້ຳ ເຊກອງ ແລະ ຮ່ອມພູ ທີ່ ໃກ້ຄຽງ ໄປຕັ້ງ ຖິ່ນຖານ ຢູ່ແຄມ ຖນົນ ຂິ້ຝຸ່ນ ແລະ ຂິ້ຕົມ ທີ່ ກຸ່ມດັ່ງກ່າວ ສ້າງໃຫມ່.
ກຸ່ມ ສຳປະທານ ມີແຜນການ ຈະສ້າງ 10 ເຂື່ອນ ຕາມລຳ ແມ່ນ້ຳ ເຊກອງ ແລະ ຈະ ໂຍກຍ້າຍ ຊາວບ້ານ ທັງຫມົດ ທີ່ ອາສັຍ ຢູ່ຕາມ ແຄມ ແມ່ນ້ຳ ສາຍນີ້ ໃນຂນະ ດຽວກັນ ກໍມີ ແຜນ ຈະດືງດູດ ການ ລົງທຶນ ຈາກ ທະນາຄານ ຫລື ບໍຣິສັດ ຕ່າງ ປະເທດ ໂດຍ ບໍ່ຄໍຳນຶງ ເຖິງຜົລ ກະທົບ ຕໍ່ ສິ່ງແວດລ້ອມ ແລະ ວິຖິ ຊີວິດ ຂອງ ປະຊາຊົນ ທ້ອງຖິ່ນ.
ວ່າງ ຫລັງໆ ມານີ້ ບໍຣິສັດ ພລັງງານ interROA ຂອງ ຣັຖເຊັຽ ກໍໄດ້ ຕັດສິນໃຈ ໃນການ ສ້າງເຂື່ອນ ຫລາຍເຂື່ອນ ໃສ່ແມ່ນ້ຳ ເຊກອງ ໂດຍ ຈະຮ່ວມ ຫຸ້ນ ກັບ ບໍຣິສັດ ລາວແລະ ສະຖາບັນ ການເງິນ ຕ່າງ ປະເທດ ອຶ່ນໆ ທະນາຄານ ພັທນາ ເອເຊັຽ ກໍ ພິຈາຣະນາ ຈະໃຫ້ ເງິນກູ້ ໃນການ ສ້າງສາຍ ສົ່ງໄຟຟ້າ ຈາກ ເຂື່ອນ ເຊກອງ ໄປ ວຽດນາມ ແຕ່ຍັງມີ ຄວາມ ເປັນຫ່ວງ ກ່ຽວກັບ ຄວາມ ບໍ່ໂປ່ງໄສ ໃນ ມາຕຖານ ການ ປົກຄອງ ສິ່ງ ແວດລ້ອມ ແລະ ການເປັນຢູ່ ຂອງ ປະຊາຊົນ ໃນ ໂຄງການ ຢູ່.
ເຈົ້າຫນ້າທີ່ ຈາກ ອົງການ ແມ່ນ້ຳ ສາກົນ ໄດ້ເຂົ້າໄປ ທັສນະ ສຶກສາ ໃນເຂດ ດັ່ງກ່າວ ແບບລັບໆ ໄດ້ໂອ້ລົມ ກັບ ຊາວບ້ານ ແລະ ໄດ້ຮັບ ຄຳຕອບ ເປັນ ສຽງດຽວ ກັນວ່າ ພວກຂະເຈົ້າ ຫມົດຫວັງ ໃນຊິວິດ ມີຄວາມ ຢ້ານກົວ ທີ່ ຈະຖືກ ໂຍກຍ້າຍ ແຕ່ເມື່ອ ເບິ່ງ ສະພາບ ຄວາມ ເສັຽຫາຍ ແລ້ວ ຮູ້ສຶກວ່າ ປະຊາຊົນ ບໍ່ເຫລືອ ຫຍັງເລີຍ ບໍ່ມີບ່ອນ ທຳມາ ຫາກິນ ບໍ່ມີບອ່ນຢູ່ ຖາວອນ ແລະ ການ ຊ່ອຍເຫລືອ ແລະ ຄ່າຊົດເຊີຍ ກໍບໍ່ມີ ຂະເຈົ້າ ຢ້ານວ່າ ຂະເຈົ້າ ຈະອຶດ ຫິວຕາຍ ຍ້ອນ ໂຄງການ ສຳປະທານ ຂອງ ຣັຖບານ.
ບ່ອນຢູ່ໃຫມ່ ທີ່ ພວກຂະເຈົ້າ ຖືກ ບີບບັງຄັບ ໃຫ້ໄປຢູ່ ຕາມແຄມ ຖນົນ ສ້າງໃຫມ່ ໃນຍາມຝົນ ກໍມີ ຂິ້ຕົມ ຍາມແລ້ງ ກໍມີ ຂິ້ຝຸ່ນ ບໍ່ມີດິນ ສຳລັບ ປູກຝັງ ລ້ຽງສັດ ບໍ່ມີ ຫນອງນ້ຳ ສຳລັບ ຕຶກປາ ແລະ ບໍ່ມີບ່ອນ ທຳມາ ຫາກິນ ຢູ່ໃນເຮືອນ ທີ່ສ້າງ ສຳເຣັດຮູບ ເຮັດດ້ວຍ ກັກຕົ້ງ ຕິດກັນ ແບບສູນ ອົພຍົບ.
ໂຄງການ ເຂື່ອນ ເຊກອງ 3A ແລະ 3B ຂນາດ 205 ເມກາວັດ ຈະສ້າງ ໃກ້ກັບ ເມືອງ ກະລຶມ ຢ່່າງນ້ອຍ ມີອີກ ສອງຫມູ່ ບ້ານ ຈະຖືກ ໂຍກຍ້າຍ ຜູ້ທີ່ ອາສັຍ ຕາມແຄມນ້ຳ ໃກ້ເຂດ ດັ່ງກ່າວ, ດັ່ງ ບ້ານນາວາ ແລະ ແກ້ງຫລວງ ປະຊາຊົນ ໃນເຂດ ດັ່ງກ່າວ ກໍຖືກສັ່ງ ໃຫ້ ຕຽມການ ໂຍກຍ້າຍ ແລ້ວ. ເຂື່ອນ ເຊກອງ 4 ຂນາດ 600 ເມກາວັດ ຈະມີອ່າງ ເກັບນ້ຳ ຂນາດ ໃຫຍ່ ກວ້າງ ເຖິງ 170 ກິໂລແມັດ ມົນທົນ ຄວາມສູງ ຂອງເຂື່ອນ ປະມານ 169 ແມັດ ຈະສ້າງໃກ້ ບ້ານ ຕາລັກ. ເຂື່ອນ ເຊກອງ 5 ຂນາດ 400 ເມກາວັດ ຄວາມສູງ ຂອງ ເຂື່ອນ ປະມານ 200 ແມັດ ອ່າງນ້ຳ ຫນ້າເຂື່ອນ ກວ້າງ ປະມານ 33 ກິໂລແມັດ ມົນທົນ ຈະສ້າງເທີງ ເມືອງ ກະລຶມ.
ເຂື່່ອນ ດັ່ງກ່າວ ຈະເຮັດໃຫ້ ນ້ຳຖ້ວມ ໃນຫລາຍ ພຶ້ນທີ່ ໃນນັ້ນ ຮ່ວມດ້ວຍ ປ່າສງວນ ແຫ່ງຊາດ ເຊຊັບ ຊຶ່ງ ເປັນ ຢູ່ອາສັຍ ຂອງສັດປ່າ ນານາຊນິດ ແລະ ປ່າດົງດິບ ກຸ່ມ ດັ່ງກ່າວ ກໍຈະຕັດ ໃມ້ ຈາກເຂດ ດັ່ງກ່າວ ໄປຂາຍ ແລ້ວ ກໍເອົາເງີນ ມາສ້າງ ເຂຶ່ອນ. ດັ່ງເຈົ້າຫນ້າທີ່ ປ່າໄມ້ ແຂວງ ເຊກອງ ເວົ້າວ່າ: --ສຽງ--
ປະຊາຊົນ ທີ່ຖືກ ໂຍກຍ້າຍ ບອກວ່າ ພວກຂະເຈົ້າ ບໍ່ໄດ້ຮັບ ເງິນ ຊົດເຊີຍ ຈາກ ຣັຖບານ ຫລື ກຸ່ມຜູ້ ສຳປະທານ ເລີຍ ຮ່ວມທັງ ບໍ່ມີດີນ ທີ່ຈະໃຊ້ ໃນການ ທຳມາ ຫາກິນ ແລະ ປູກຝັງ ເພຶ່ອລ້ຽງ ຄອບຄົວ ເທົ່າກັບ ຄວາມ ເສັຽຫາຍ ທີ່ ຂະເຈົ້າ ໄດ້ຮັບ ຈາກ ການຢຶດ ເອົາດິນ ຂະເຈົ້າ ທັ້ງໆ ດຳຣັດ ນາຍົກ ຣັຖມົນຕຣີ ເລກທີ 192 ໃນປີ 2005 ຣະບຸ ຢ່າງ ຈະແຈ້ງວ່າ ໃຫ້ຈ່າຍ ຄ່າຊົດເຊີຍ ໃຫ້ແກ່ ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ຢ່າງ ສົມເຫດ ສົມຜົລ ແຕ່ ເທົ່າເຖິງ ປັດຈຸບັນ ບໍຣິສັດ ຜູ້ລົງທຶນ ຍັງບໍ່ໄດ ຈ່າຍ ໃຫ້ຂະເຈົ້າ ເລີຍ.
ບໍຣິສັດ ທີ່ໄດ້ຮັບ ສຳປະທານ ລາຍໃຫຍ່ ກໍແມ່ນ ບໍຣິສັດ ພອນສັກ ຮ່ວມກັບ ນັກລົງທຶນ ຕ່າງຊາດ ແລະ ສະຖາບັນ ການເງິນ ບາງແຫ່ງ ໃນໂຄງການ ສ້າງເຂື່ອນ ຂຸດຄົ້ນ ແຮ່ທາດ ແລະ ການລັກ ຕັດໄມ້ ໃນ ແຂວງ ເຊກອງ ນອກຈາກ ນັ້ນ ກໍມີ ບໍຣິສັດ ຈາກ ຣັຖເຊັຽ ແລະ ວຽດນາມ ໂດຍສະເພາະ ບໍຣິສັດ ຈາກ ວຽດນາມ ບໍ່ ປະຕິບັດ ຕາມ ກົດຫມາຍ ຂອງ ທາງການ ເລີຍ ໃຊ້ອຳນາດ ເກີນ ຂອບເຂດ ໃນການ ໃຊ້ ຊັພຍາກອນ ທັມຊາດ. ຮ້າຍໄປ ກວ່ານັ້ນ ເຈົ້າຫນ້າທີ່ ລາວ ທ່ານນື່ງ ເວົ້າວ່າ ທາງການ ລາວ ຍັງບໍ່ ສາມາດ ເຂົ້າໄປ ກວດກາ ບໍຣິສັດ ວຽດນາມ ໄດ້.
ປັດຈຸບ ນ້ຳໃນ ແມ່ນ້ຳ ເຊກອງ ຫລາຍແຫ່ງ ໃຊ້ການ ບໍ່ໄດ້ ຍ້ອນ ມົລພິດ ຈາກ ໂຄງການ ສຳປະທານ ດັ່ງກ່າວ ຂອງ ຣັຖບານ ປະຊາຊົນ ທີ່ ຖືກ ໂຍກຍ້າຍ ກໍສິ້ນຫວັງ ແລະ ຂາດການ ດູແລ ເອົາໃຈໃສ່ ຈາກ ຣັຖບານ.