ເຈົ້າໜ້າທີ່ແຂວງສວັນນະເຂດ ເລືອກ ປະຕິບັດ

ຈໍາປາທອງ
2014.04.17
F-logging ໄມ້ທີ່ຕັດ ຈາກ ແຜ່ນດິນລາວ
Citizen journalist

 

ຊາວບ້ານ ຢູ່ ບ້ານ ຫ້ວຍຊາຍ ເມືອງພິນ ແຂວງ ສວັນນະເຂດ ບໍ່ພໍໃຈ ນໍາ ເຈົ້າໜ້າທີ່ ບໍ່ ປະຕິບັດ ໜ້າທີ່ ຂອງຕົນ ໃນການ ປາບ ປາມ ການ ລັກລອບ ຕັດໄມ້ ແລະ ການຄ້າ ຢາເສບຕິດ.

ເຈົ້າໜ້າທີ່ ຕຳຫຣວດ ບໍ່ເຂົ້າມາ ປາບປາມ ການ ລັກລອບ ຕັດໄມ້ ຢູ່ເຂດບ້ານ ຫ້ວຍຊາຍ ຍ້ອນວ່າ ມີ ເຈົ້າໜ້າທີ່ ປົກຄອງ ເມືອງ ຮູ້ເຫັນ ເປັນໃຈ ນໍາ: ດັ່ງ ຊາວບ້ານ ທ່ານ ນຶ່ງກ່າວວ່າ:

"ໃຜຕັດ ບໍຣິສັດ ຕັດ ບໍຣິສັດ ມາຈາກໄສ ມາຈາກ ໂຮງເລື່ອຍ ມາຈາກນາຍ ນາຍມາຈາກ ຂັ້ນໃດ ມາຈາກ ຂັ້ນເມືອງ ປ່າໄມ້ ເມືອງ".

ບັນຫາ ທີ່ ເກີດຂຶ້ນ ຢູ່ເຂດ ບ້ານ ດັ່ງກ່າວ ແມ່ນຍ້ອນ ທີ່ຜ່ານມາ ມີພວກ ພໍ່ຄ້າໄມ້ ຮ່ວມກັບ ພວກ ນາຍທຶນ ແລະ ເຈົ້າໜ້າທີ່ ຣັຖ ຈຳນວນນຶ່ງ ເຂົ້າໄປ ຕັດໄມ້ຢູ່ ໃນເຂດ ດັ່ງກ່າວ ເພື່ອສົ່ງອອກ ໄປຂາຍ ໃຫ້ ປະເທດ ວຽດນາມ.

ເຈົ້າໜ້າທີ່ ຕຳຫຣວດ ເຂດ ແລະ ໜ່ວຍງານ ທີ່ ກ່ຽວຂ້ອງ ຂອງແຂວງ ບໍ່ໃຊ້ ມາຕການ ຫຍັງ ກັບຜູ້ທີ່ ກະທຳຜິດ ດັ່ງກ່າວ ແລະ ຍິ່ງໄປ ກວ່ານັ້ນ ເຈົ້າໜ້າທີ່ ຕຳຣວດ ໃນ ເຂດ ຈຳນວນ ນຶ່ງ ຍັງສົມ ຮູ້ຮ່ວມຄິດ ກັບພວກ ພໍ່ຄ້າ ໄມ້ ອີກ.

ຊາວບ້ານ ກ່າວຕື່ມ ອີກວ່າ ຢູ່ບ້ານ ດັ່ງກ່າວ ມີບັນຫາ ເຣື້ອງ ຂີ້ລັກ ງັດແງະ ແລະ ການຄ້າຂາຍ ຢາບ້າ ເກີດຂຶ້ນ ຢ່າງແຜ່ ຫລາຍ ແລະ ຊາວບ້ານ  ເອງ ກໍເຄີຍ ຕິດຕໍ່ ຫາ ເຈົ້າໜ້າທີ່ ຕຳຫຣວດ ເຂດ ໃຫ້ມາ ກວດກາ ແລະ ປາບປາມ ແຕ່ ເຈົ້າໜ້າທີ່ ບໍ່ລົງມາ ປະຕິບັດ ງານ ໂດຍ ອ້າງວ່າ ບໍ່ມີ ງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.