ພັຍແຫ້ງແລ້ງຈະກະທົບການ ລ້ຽງປາ

ສິດນີ
2014.04.10
f-fish-farm ໜອງລ້ຽງປາ ທີ່ ແຂວງວຽງຈັນ
kk farm

 

ເຈົ້າຫນ້າທີ່ ເວົ້າວ່າ ປັດຈຸບັນ ນ້ຳງື່ມ ເລີ້ມ ບົກລົງ ຫລາຍແລ້ວ ຫລັງຈາກ ທີ່ ຝົນ ບໍ່ຕົກ ເປັນເວລາ ດົນນານ ຖ້າ ສະພາບ ອາກາດ ຍັງ ຮ້ອນ ແລະ ຝົນ ຍັງບໍ່ຕົກ ອີກຕໍ່ໄປ ຫລາຍເດືອນ ການລ້ຽງ ປາກະຊັງ ຂອງ ຊາວບ້ານ ຈະໄດ້ຮັບ ຜົນກະທົບ ຢ່າງ ແນ່ນອນ:

"ປະກະຊັງ ລ້ຽງ ຜູ້ລະ 7-8 ກະຊັງ ຂະເຈົ້າລ້ຽງ ຢູ່ລຸ່ມພຸ້ນນະ ກ້ອງ ເຂື່ອນ ນ້ຳງື່ມ ແລະ ກ້ອງເຂື່ອນ ນ້ຳງື່ມ ນ້ຳມັນ ຊີ່ບົກ ແລ້ວ ຂະເຈົ້າ ມີຜົນ ກະທົບ ຕໍ່ ປາກະຊັງ ຂະເຈົ້າ ກໍຊີ່ຂື້ນ ມາຫາ ທາງຂແນງ".

ທ່ານກ່າວວ່າ ເຖິງແມ່ນວ່າ ບໍຣິເວນ ລຸ່ມເຂື່ອນ ນ້ຳງື່ມ ຈະມີນ້ຳ ຢູ່ຕຣອດ ຍ້ອນມີ ນ້ຳລີກໄຫລ ມາສົມທົບ ກໍຕາມ ແຕ່ການ ພຍາກອນ ອາກາດ ໃນປີນີ້ ບອກວ່າ ຈະແຫ້ງແລ້ງ ກວ່າ ປົກກະຕິ ອາດຈະສົ່ງ ຜົລກະທົບ ຕໍ່ ການລ້ຽງ ປາກະຊັງ ເນື່ອງຈາກ ວ່າ ເມື່ອ ນ້ຳບົກ ອຸນນະພູມ ນໍ້າ ຈະສູງຂຶ້ນ ເຮັດໃຫ້ປາ ຂາດ ອາກາດ ຫາຍໃຈ.

ທ່ານໄດ້ ແນະນຳ ຜູ້ລ້ຽງ ປາກະຊັງ ໃຫ້ສັງເກດ ຣະດັບ ນ້ຳ ເປັນພິເສດ ໃນ ແຕ່ລະມື້ ຖ້ານ້ຳບົກ ຕ້ອງຫລຸດ ຈໍານວນ ປາ ທີ່ລ້ຽງ ໃນ ກະຊັງ ລົງ ເພື່ອບໍ່ໃຫ້ ແອອັດ ຈົນ ເກີນໄປ ຮ່ວມທັງຫລຸດ ການໃຫ້ ອາຫານ ຖ້າໃຫ້ ອາຫານ ຫລາຍ ເກີນໄປ ປາກີນ ບໍ່ທັນ ຈະເຮັດ ໃຫ້ ເສດ ອາຫານ ລວມຕົວ ກັນກາຍ ເປັນແກສ ເຮັດໃຫ້ ປາຕາຍ ໄດ້.

ປັດຈຸບັນ ທີ່ ແຂວງວຽງຈັນ ມີຜູ້ລ້ຽງ ປາກະຊັງ ຢູ່ນ້ຳງື່ມ ປະມານ 10 ກວ່າ ຄອບຄົວ ສ່ວນໃຫຍ່ ລ້ຽງປາ ນິນ ແລະ ປາໂດ ໃນເຂດ ເມືອງ ແກ້ວອຸດົມ ແລະ ເມືອງ ທຸຣະຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.