ປະຊາຊົນ ຢູ່ແຂວງ ອຸດົມໄຊ ເປັນຈຳນວນ ຫລວງຫລາຍ ໄດ້ຮັບ ຜົລກະທົບ ໃນດ້ານ ສຸຂພາບ ຍ້ອນຂາດ ນ້ຳສະອາດ ໃຊ້.
ເຈົ້າຫນ້າທີ່ ສາທາຣະນະສຸຂ ແຂວງອຸດົມໄຊ ທ່ານນື່ງ ເວົ້າວ່າ ປັດຈຸບັນ ມີປະຊາຊົນ ພາຍໃນແຂວງ ຈຳນວນ ຫລວງຫລາຍ ໂດຍສະເພາະທີ່ບ້ານຮຸມມີສຸຂພາບຊຸດໂຊມ ຍ້ອນຂາດນ້ຳສະອາດ ກິນແລະໃຊ້ ພວກຂະເຈົ້າຕ້ອງໄດ້ເອົານ້ຳຈາກຫ້ວຍຫນອງ ຄອງບຶງ ມາກີິນແລະໃຊ້ ໃນແຕ່ລະວັນ ຈົນເຮັດໃຫ້ເກີດ ໂຣຄຖອກທ້ອງ ໂຣຄຜິວຫນັງ ແລະໂຣຄອື່ນໆຕາມມາ ຊຶ່ງເປັນບັນຫາ ທີ່ຮ້າຍແຮງ ທີ່ສຸດ ໃນເວລານີ້. ດັ່ງທ່ານ ກ່າວວ່າ:
"ນ້ຳກິນນ້ຳໃຊ້ ອັນນີ້ແຫລະ ໂຕບັນຫາ ຫລັກ ເຂດທີ່ວ່າ ຢູ່ຫ່າງໄກ ສອກຫລີກ ຢູ່ພູຢູ່ດົງ ໂຕນີ້ນະ ຂະເຈົ້າ ກໍຂາດແຄນ ນ້ຳນີ້ ມີແຕ່ມັນ ບໍ່ສະອາດ ແລະເຮັດ ໃຫ້ຂະເຈົ້າ ເວົ້າເຣື້ອງ ການຮັກສາ ອະນາມັຍ ເວົ້າເຣື້ອງ ຄວາມສະອາດ ຫັ້ນນະ ມັນກໍຈະນ້ອຍ ທີ່ສຸດ ເຫັນຄວາມຫຍຸ້ງຍາກ ຂອງຂະເຈົ້າ".
ນາງກ່າວຕື່ມວ່ານ້ຳຈາກຫ້ວຍທີ່ຊາວບ້ານເອົາມາກິນ ຫລືໃຊ້ນັ້ນ ບາງຄັ້ງ ປົນເປື້ອນ ໄປດ້ວຍ ສານເຄມີ ຕ່າງໆ ເພາະເຄີຍໄດ້ຍີນ ຊາວບ້ານ ເວົ້າວ່າ ຊາວກະສິກອນ ສວນຢາງພາລາ ຫຼືວ່າກຸ່ມ ທີ່ເຮັດສວນ ພາກັນສີດຢາ ຂ້າຫຍ້າ ຂ້າສັດຕຣູພືດ ແລະ ສານເຄມີ ດ່ັງກ່າວ ກໍຈະໄຫລ ລົງສູ່ແຫລ່ງ ນ້ຳຫ້ວຍ ຂອງ ຊາວບ້ານ ເຮັດໃຫ້ຊາວບ້ານ ເຈັບໂຊ ຖ້າດື່ມນ້ຳ ນັ້ນເຂົ້າໄປ ແຕ່ຍັງບໍ່ມີ ການ ຢືນຢັນ ເທື່ອວ່າ ຊາວສວນ ເຮັດແບບນັ້ນ ແທ້ຫລືບໍ.
ນາງວ່າ ຈາກປີ ທີ່ຜ່ານມາ ຮອດປັດຈຸບັນ ຜແນກສາທາຣະນະສຸຂ ປະຈຳແຂວງ ຍັງບໍ່ໄດ້ຮັບລາຍງານຈຳນວນໂຕເລກ ຂອງຄົນຜູ້ທີ່ເປັນ ໂຣຄຖອກທ້ອງ ແລະ ໂຣຄຜິວຫນັງ ຢ່າງເປັນ ທາງການເທື່ອ ແຕ່ພົບວ່າເປັນບັນຫາ ທີ່ເກີດຂື້ນແທ້ຕອນລົງໄປ ພື້ນທີ່ປີ່ນປົວ ຊາວບ້ານ.
ການຂາດນ້ຳສະອາດ ບໍ່ພຽງແຕ່ ຈະສົ່ງຜົລກະທົບ ຕໍ່ປະຊາຊົນເທົ່ານັ້ນ ແຕ່ຍັງສ້າງຄວາມເສັຽຫາຍ ໃຫ້ແກ່ສຸຂສາລາຕ່າງໆ ໃນການປີ່ນປົວ ປະຊາຊົນ ຍ້ອນບໍ່ມີ ນ້ຳສະອາດໃຊ້ ໃນການ ປີ່ນປົວ.