ແມ່ຍິງ 58 ຄົນ ຖືກຊ່ອຍ ຈາກການຄ້າມະນຸສ

0:00 / 0:00

ໃນ​ປີ 2021 ກົມຕຳ​ຣວດ​ສ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ຊ່ອຍ​ເຫຼືອແມ່​ຍິງ, ເດັກ​ຍິງ​ຕ່າງ​ປະ​ເທດ, ແມ່​ຍິງ ແລະ ເດັກ​ຍິງ​ລາວ ທີ່​ຖືກ​ເຄາະ​ຮ້າຍ ​ຈາກ​ການ​ຄ້າ​ມະ​ນຸສ ໄດ້ 58 ຄົນ.

ເຈົ້າ​ໜ້າ​ທີ່ ໄດ້ແກ້​ໄຂ​ຄະ​ດີຄ້າ​ມະ​ນຸສໄດ້ 25 ເຣື່ອງ ແລະ ​ໄດ້​ຮັບ​ແຈ້ງ​ຄະ​ດີ​ການ​ຄ້າ​ມະ​ນຸສ 78 ຄັ້ງ​.

ເຈົ້າ​ໜ້າ​ທີ່ໄດ້​ຈັບ​ຜູ້​ຕ້ອງ​ຫາ 40 ຄົ​ນ ເປັນ​ຍິງ 24 ຄົນ ທີ່ ເປັນ​ຄົນ​ສັນ​ຊາດ​ສິງ​ກະ​ໂປ ເຊື້ອ​ສາຍ​ຈີນ, ຄົນ​ໄທ​ຍ, ຄົນ​ລາວ ແລະ ຄົນ​ຣັສ​ເຊັຽ ແລະ ເຂົາ​ເຈົ້າ​ທັງ​ໝົດ ຖືກ​ດໍ​າ​ເນີນ​ຄະ​ດີ ໃນ​ຂໍ້​ຫາ​ຄ້າ​ມະ​ນຸສ, ການ​ເປັນ​ນາຍ​ໜ້າຈັດ​ຫາ​ແມ່​ຍິງ ແລະ ເດັກ​ຍິງໄປ​ຄ້າ​ປະ​ເວ​ນີ ແລະ​ ເປັນ​ຜູ້​ຄ້າ​ມະ​ນຸສເຮັດ​ໃຫ້​ແມ່​ຍິງ ແລະ ເດັກຍິງ​ຕົກ​ເປັນ​ຜູ້​ເຄາະ​ຮ້າຍ. ປັດ​ຈຸ​ບັນ ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ສົ່ງ​ສຳ​ນວນ​ຄະ​ດີ​ທັງ​ໝົດ ໃຫ້​ອັຍ​ການ ເພື່ອ​ດຳ​ເນີນ​ຄະ​ດີ​ຕາມ​ກົດ​ໝາຍ.

ເຈົ້າ​ໜ້າ​ທີ່​ ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 5 ເມ​ສາ ວ່າ:

" 25 ຄະ​ດີ ອັນ​ນີ້ ເຮົາ​ມີນີ້ ມັນ​ຈະ​ມີ​ຄົນ​ຣັສ​ເຊັຽ​ແດ່ ມີ​ຄົນ​ໄທ​ຍ​ແດ່ ລ້າ​ສຸດນີ້ ອາ​ທິດ​ກ່ອນນີ້ ມີ​ຄົນ​ສິງ​ກະ​ໂປ​ແດ່ ມັນ​ກໍ​ມີ​ທັງ​ນາຍ​ໜ້າ​ນຳ ແລະ ມັນ​ກໍ​ມີ​ທັງ​ຜູ້​ຄ້າ​ນຳ ຈັ່ງ​ຊີ້ ຫັ້ນ​ແຫຼະມັນ​ກໍ​ຫຼາຍ​ຜູ້​ກະ​ທຳ​ຜິດ ລວມ​ກັນ​ຫັ້ນ​ແຫຼະ ສ່ວນ​ຫຼາຍ ເຮົາ​ກໍ​ສ​ລຸບ​ໃຫ້ ອັຍ​ການ​ໝົດ​ແລ້ວ ສ່ວນວ່າ ຂບວນ​ການ​ຕໍ່​ໄປ ມີ​ແຕ່​ທາງ​ອັຍ​ການ ທາງ​ສານ ເພິ່ນ​ດຳ​ເນີນ​ການ​ທາງ​ຣະ​ບຽບ​ກົດ​ໝາຍ​ແຫຼະ​ເຈົ້າ."

ທ່ານ ກ່າວ​ຕື່ມ​ວ່າ ເມື່ອ​ ​ອັຍ​ການ​ຮັບ​ສຳ​ນວນການ​ຟ້ອງ​ຮ້ອງ ເພື່ອ​ເຂົ້າ​ສູ່​ຂບວນ​ການ​ພິ​ຈາ​ຣະ​ນາ ​ຄະ​ດີ​ໃນ​ຊັ້ນ​ສານ​ແລ້ວ ທາງ​ເຈົ້າ​ໜ້າ​ທີ່ຕຳ​ຣວດ ກໍ​ຄື ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ ຍັງ​ບໍ່​ທັນ​ຮູ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ລົງ​ໂທດ ​ຕໍ່​ຜູ້​ຕ້ອງ​ຫາທັງ​ໝົດ​ແຕ່​ຢ່າງ​ໃດ.

ໃນ​ຈຳ​ນວນ 58 ຄົນ ທີ່​ຊ່ອຍ​ເຫຼືອ​ອອກ​ມາ​ໄດ້ ລວມ​ມີ ເປັນ​ຄົນ​ລາວ 11 ຄົນ ແລະ​ ຄົນ​ຕ່າງ​ປະ​ເທດ 47 ຄົນ ເຊິ່ງ ຖືກ​ຕົວະ​ໃຫ້​ມາ​ເຮັດ​ວຽກ ແລະ ຖືກ​ບັງ​ຄັບ​ໃຫ້​ຂ​າຍ​ບໍ​ຣິ​ການ​ທາງ​ເພດ ຢູ່ຄາ​ຊິ​ໂນ ຄິງ​ສ໌ໂຣ​ມັນສ໌ ພາຍ​ໃນ​ເຂດ​ເສ​ຖ​ກິ​ຈ ​ພິ​ເສດ​ສາມ​ຫລ່ຽມ​ຄຳ, ເມືອງ​ຕົ້ນ​ເຜິ້ງ ແຂວງບໍ່​ແກ້ວ. ປັດ​ຈຸ​ບັນ ຜູ້​ທີ່​ຖືກ​ເຄາະ​ຮ້າຍ 58 ຄົນ ຖືກ​ສົ່ງ​ກັບ​ຄືນ​ຫາ​ຄອບ​ຄົວ​ແລ້ວ ຫຼັງ​ຈາກ​ໄດ້​ຮັບ​ການ​ຟື້ນ​ຟູ​ຈິດ​ໃຈ ແລະ ໄດ້​ຮັບ​ການສຶກ​ສາ​ອົບ​ຮົມ.

ເຈົ້າ​ໜ້າ​ທີ່ ​ກົມ​ຕຳ​ຣວດ​ສ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ໄດ້​ກ່າວ​ໃນ​ວັນ​ທີ 5 ເມ​ສາ ວ່າ:

" ຄົນ ​ໄທ​ຍ ແລະ ກໍ​ຄົນ​ວຽດ ແລະ ກໍ​ຄົນ​ຣັສ​ເຊັຽ ສິງ​ກະ​ໂປ ຈີນ ທີ່​ເຮົາ​ສົ່ງ​ກັບ ຄືນ​ປະ​ເທດ, ຈຳ​ນວນ​ນຶ່ງ ຄົນ​ລາວ ກໍ​ແມ່ນ ຖື​ວ່າ ບຳ​ບັດ​ທາງ​ດ້ານ​ຮ່າງ​ກາຍ ຈິດ​ໃຈ ກ່ອນ​ຈະ​ກັບ​ຄືນ​ສູ່​ສັງ​ຄົມ, ຮູບ​ແບບ​ຂອງ​ເພິ່ນ ກໍ​ຕົວ​ມາ​ອອກ​ແຮງ​ງານ ແຕ່​ສ່ວນ​ຫຼາຍ ຖືກ​ບັງ​ຄັບ​ຄ້າ​ປະ​ເວ​ນີ ຢູ່ ແຂວງບໍ່​ແກ້ວ ພຸ້ນ."

ອີງ​ຕາມ​ຂໍ້​ມູນ ຈາກ​ຜູ້​ທີ່​ຖືກ​ຕົວະ​ໄ​ປ​ເຮັດ​ວຽກ​ຢູ່​ ຄາ​ຊິ​ໂນຄິງ​ສ໌ໂຣ​ມັນສ໌, ປັດ​ຈຸ​ບັນ ຍັງ​ມີ​ແມ່​ຍິງ​ລາວ ແລະ ໄທ​ຍ ທີ່​ຖືກ​ຕົວະ​ໄປ​ເຮັດ​ວຽກ​ຢູ່ ເຂດ​ດັ່ງ​ກ່າວ ແລະ ຍັງ​ອອກ​ມາບໍ່​ໄດ້ ໂດຍສະ​ເພາະ​ການ​ເຮັດ​ວຽກ​ຕອບ​ແຊັດ, ແຕ່ ຖ້າ​ເຮັດ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ ເຂົາ​ເຈົ້າ​ກໍ​ຈະ​ຖືກ​ລົງ​ໂທດ​ ດ້ວຍ​ການແລ່ນ​ຂາ​ດຽວ, ລຸກ​ຢືນ ລຸກ​ນັ່ງ 100-200 ຄັ້ງ ລວມ​ເຖິງ​ການ​​ຂາຍ​ບໍ​ຣິ​ການ​ທາງ​ເພດ.

ແມ່​ຍິງ​ຈາກ​ແຂວງ​ບໍ​ຣິ​ຄຳ​ໄຊ ທີ່​ເຄີຍຖືກ​ຕົວະ​ໄປ​ເຮັດ​ວຽກ ຢູ່ ຄາ​ຊິ​ໂນຄິງ​ສ໌ໂຣ​ມັນສ໌ ໄດ້​ກ່າວ​ວ່າ ໃນ​ວັນ​ທີ 5 ເມ​ສາ ວ່າ:

" ໄປ ​ຮອດ​ກໍ​ວ່າ ໃຫ້​ເຮົາ​ຫັ້ນ ໄປ​ຕົວະ​ຄົນ ໃຫ້​ເຂົາ​ເຈົ້າ​ມາ​ລົງ​ທຶນ​ມາ ​ອີ່​ຫຍັງຫັ້ນ​ແຫຼະ ຖ້າ​ເຮົາ ເຮັດ​ບໍ່​ໄດ້ ກໍ​ຖືກ​ທຳ​ໂທດ ໃຫ້​ເຮົາ​ເຕັ້ນ​ກົບ ແລະ ກໍ​ໃຫ້​ເຮົາ​ອັນ ແລ່ນ​ຂາ​ດຽວ ຫຼື​ວ່າ ລຸກ​ຢືນ ລຸກ​ນັ່ງ 100-200 ເທື່ອ ຫັ້ນ​ນ່າ, ຜູ້​ອື່ນ ກໍ​ສ່ວນ​ຫຼາຍ ພວກ​ຜູ້​ສາວ ເຂົາ​ເຈົ້າ ກໍ​ເຕັມ​ໃຈ​ໄປ​ແດ່​ແຫຼະ ຕາມ​ເອື້ອຍ​ຕິດ​ຫັ້ນ ຢູ່​ໃນ​ຫັ້ນ ມັນ​ກໍ​ເວົ້າ​ເຣື່ອງ​ເງິນ​ ຂອງ​ເຂົາ​ເຈົ້າ​ໄປ​ຮອດ​ແລ້ວ ບາງ​ທີ ເຂົາ​ຫຼິ້ນ​ເບື່ອແລ້ວ ເຂົາ​ກໍ​ຂາຍ​ຕໍ່​ໃຫ້​ຜູ້​ໃໝ່."

ກໍຣະ​ນີ ເຈົ້າ​ໜ້າ​ທີ່​ໄດ້​ຮັບ​ແຈ້ງ​ ຄະ​ດີ​ການ​ຄ້າ​ມະ​ນຸສ 78 ເທື່ອ​ນັ້ນ ຈະ​ຕ້ອງ​ມີ​ການກວດ​ກາ ຫຼັກ​ຖານ​ຢ່າງ​ລະ​ອຽດກ່ຽວ​ກັບຜູ້​ທີ່​ຖືກ​ເຄາະ​ຮ້າຍ.

ເຈົ້າ​ໜ້າ​ທີ່​ຕຳ​ຣວດ ກົມ​ໃຫຍ່ຕຳ​ຣວດ ໄດ້​ກ່າວ​ໃນ​ວັນ​ທີ 5 ເມ​ສາ ວ່າ:

" ບໍ່ ​ແມ່ນ​ວ່າ​ພວກ​ເອື້ອຍ​ ຈະ​ຊ່ວຍ​ໄດ້​ສ​ເມີ​ຫັ້ນ​ນ່າ ມັນ​ກໍ​ຕ້ອງ​ຂຶ້ນ​ກັບ​ຂໍ້​ມູນ ຫຼັກ​ຖານ ອີ່​ຫຍັງ​ຕ່າງໆ ບໍ່​ແມ່ນ​ວ່າ ເອີ ເຮົາໄດ້​ຂໍ້​ມູນ​ມາ​ແນວນີ້ ແປ​ວ່າ ຕ້ອງ​ໄດ້​ເດີ ພວກ​ເອື້ອຍ ກໍ​ຕ້ອງ​ຊອກ​ຄື ກັນ​ວ່າ ມັນ​ມີ​ຂໍ້​ມູນມາ​ແທ້ບໍ່ ຖືກ​ຕ້ອງບໍ່ ແມ່ນ​ເປັນ​ໃຜ​ແທ້​ເນາະ​ ຂຶ້ນ​ຢູ່ ກັບ​ຜູ້ໃຫ້​ຂໍ້​ມູນ​ທີ່​ຊັດ​ເຈນ ຂໍ້​ມູນ​ຫຼັກ​ຖານ​ມີ​ອີ່​ຫຍັງ​ແດ່ ສາ​ມາດ​ສົ່ງ​ໃຫ້​ເພິ່ນ​ໄດ້ ເອກ​ສານບໍ່ ອີ່​ຫຍັງ, ອີ່​ຫຍັງ ຖືກ​ຕົບ ຖືກ​ຕີ ຫຼື​ວ່າ ເປັນ​ຮູບ ອີ່​ຫຍັງ ອີ​ຫຍັງ ສຸດ​ແລ້ວ​ແຕ່​ເນາະ."

ບາງ​ກໍ​ຣະ​ນີ ​ຜູ້​ໃດ​ຕ້ອງ​ການ​ໃຫ້​ເຈົ້າ​ໜ້າ​ທີ່ ​ຊ່ອຍ​ອອກ​ຈາກ​ສາມ​ຫລ່ຽມຄຳ ຕ້ອງ​ຈ່າຍ​ຄ່າ​ດໍ​າ​ເນີນ​ການ ໃຫ້​ເຈົ້າ​ໜ້າ​ທີ່ 5,000 ຢວນ ເພື່ອ​ໃຫ້​ຊ່ອຍ​ອອກ​ມາ.

ແມ່​ຍິງ​ລາວ ຈາກ​ແຂວງ​ບໍ​ຣິ​ຄຳ​ໄຊ ທີ່​ຖືກ​ຕົວະ​ໄປ​ເຮັດ​ວຽກ ຢູ່ ຄາ​ຊິ​ໂນຄິງ​ສ໌ໂຣ​ມັນສ໌ ຜູ້​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ:

" ໄປ ​ເອີ້ນ ເຈົ້າ​ໜ້າ​ທີ່​ມາ ແລ້ວ ກໍ​ແຈ້ງ​ເບີ​ຫ້ອງ ເອີ​ຫຍັງ ຫັ້ນ​ແຫຼະ ແລະ ກໍ​ຈ່າຍ​ໃຫ້​ເຂົາ​ເຈົ້າ ຈ່າຍ​ໃຫ້​ອັນ ພວກ​ເຂົາ​ເຈົ້າ ໄປ​ຮັບ​ເຮົາ​ຫັ້ນ​ແຫຼະ ຄັນ​ຄົນ​ຊິ​ອອກ 5,000 ຢວນ ໃຫ້​​ເຂົາ​ກໍ​ວ່າ ຊ່ວຍ​ລ້າ​ຫັ້ນ​ແຫຼະ ແຕ່​ວ່າ ຕ້ອງ​ໄດ້​ເສັຽ​ເງິນ ເຮົາ​ກໍ​ເວົ້າ​ບໍ່​ໄດ້ ເຂົາ​ວ່າ ມາ​ຊ່ວຍ​ເຮົາລ້າ​ຫັ້ນ​ແຫຼະ ແຕ່​ວ່າ ອອກ​ມາ ເຂົາ​ກໍ​ຕ້ອງ​ເອົາ ຄ່າ​ນ້ຳ​ມູກ​ນ້ຳ​ມັນ ຄ່າ​ເຂົາ​ໄປ​ສົ່ງ ໄປ​ຮັບ​ເຮົາ ຄ່າ​ຈ່າຍ​ນັ້ນ ຈ່າຍນີ້ ໃຫ້​ເຮົາ ຫັ້ນ​ແຫຼະ ຄວາມ​ໝາຍ​ນ່າ."

ທິດ​ທາງ​ແຜນ​ການ ປີ 2022 ຂອງ​ກົມ​ຕຳ​ຣວດ​ສະ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ຍັງ​ຄົງ​ສຸມ​ໃສ່​ໂຄ​ສະ​ນາ ປູກ​ຈິດ​ສຳ​ນຶກ ກ່ຽວ​ກັບສ​ຖານ​ທີ່ ມີ​ຄວາມ​ສ່ຽງ ພ້ອມ​ທັງ​ສ້າງ​ສ​ປອຣ໌ດ​ໂຄ​ສ​ນາ, ບົດ​ເພງ, ຖ່າຍ​ທຳ​ຈຳ​ລອງ​ເຫດ​ການ​ ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະ​ນຸສ, ສ້າງ​ຊ່ອງ​ທາງ​ການ​ໂຄ​ສ​ນາ ຜ່ານ​ແອບ​ຕິກ​ຕອກ, ເຟ​ສ​ບຸກຄ໌, ຢູ​ທູບ, ເວບ​ໄຊທ໌, ວິ​ທະ​ຍຸ.

ນອກ​ຈາກນີ້ ກົມ​ຕຳ​ຣວດ ສະ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ຍັງ​ມີ​ແຜນ​ຜັກ​ດັນ​ໃຫ້​ເອົາ​ບົດ​ຮຽນ​ ການ​ຄ້າ​ມະ​ນຸສ ເຂົ້າ​ໃນ​ຫຼັກ​ສູດ​ການ​ສຶກ​ສາ​ພາກ​ບັງ​ຄັບ ແຕ່​ຊັ້ນ​ປະ​ຖົມ​ສຶກ​ສາປີ​ທີ 3 ເຖິງ​ຊັ້ນ​ມັທ​ຍົມ​ສຶກ​ສາ​ຕອນ​ປາຍ​ນຳ​ດ້ວຍ.

ເຈົ້າ​ໜ້າ​ກົມ​ຕໍາ​ຣວດ​ສ​ກັດ​ກັ້ນ ແລະ ຕ້ານ​ການ​ຄ້າ​ມະ​ນຸສ ຜູ້​ດຽວ​ກັນ​ນີ້ ໄດ້​ກ່າວ​ວ່າ:

" ປັດ ​ຈຸ​ບັນ ພວກ​ເຮົາ ກຳ​ລັງ ປະ​ຕິ​ບັດ​ຕາມ​ວຽກ​ງານ ແຫ່ງ​ຊາ​ດ​ເດ້ ວ່າ ດ​ວ້ຍ​ການ​ຕ້ານ​ຄ້າ​ມະ​ນຸສ ທັງ​ວຽກ​ງານ ໂຄ​ສ​ນາແດ່ ທັງ​ວຽກ​ງານ ປູກ​ຈິດ​ສຳ​ນຶກ ໃຫ້​ປະ​ຊາ​ຊົນ ຮັບ​ຮູ້ຜົ​ລ​ຮ້າຍ​ຂອງ​ການ​ຄ້າ​ມະ​ນຸສ ນີ້​ແດ່ ທັງ​ມີ​ບົດ​ລະ​ຄອນ ທັງ​ພວກ​ເຮົາ ມີ​ການ​ຕໍ​າ​ຣາ ຫຼັກ​ສູດ ການ​ຮຽນ-ການ​ສອນ ເຂົ້າ​ໃນ​ແຕ່​ລະ​ຊັ້ນ​ ປ.3 ຂຶ້ນ​ມາ​ຊັ້ນ​ມັ​ທ​ຍົມ​ປາຍ ພວກ​ເຮົາ​ແຮ່ງ​ມີ​ຕຳ​ຣາ​ສິດ​ສອນ​ຢູ່​ແລ້ວ."

ນອກ​ຈາກນີ້ ເຈົ້າ​ໜ້າ​ທີ່​ຍັງ​ມີ​ການ​ລະ​ດົມ​ທຶນ ​ຈາກ​ພາກ​ຣັ​ຖ ສ້າງ​ສູນ​ຕ້ອ​ນ​ຮັບ​ຊົ່ວ​ຄາວ ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະ​ນຸສ ຢູ່​ແຂວງ​ຫລວງ​ນ້ຳ​ທາ ໄດ້ 11 ພາກ​ສ່ວນ ແລະ ເອກ​ຊົນ ໄດ້ 38 ພາກ​ສ່ວນ ເຊິ່ງ​ສ້າງ​ສຳ​ເລັດ​ແລ້ວ 95 ເປີ​ເຊັນ.