ເຣື້ອງທີ່ເກັບບັນທຶກໄວ້
2021-11-20
ທາງການ ກັມພູຊາ ໄດ້ປ່ອຍໂຕ ນັກເຄື່ອນໄຫວ ທາງດ້ານການເມືຶອງ ແລະ ສິ່ງແວດລ້ອມ ໂດຍ ນັກໂທດ ເຫຼົ່ານັ້ນ ໄດ້ຖືກຈັບ ຂັງຄຸກ ຕອນທີ່ ຣັຖບານ ໄດ້ທໍາການ ກວາດລ້າງ ພັກຝ່າຍຄ້ານ ຂອງກັມພູຊາ ແລະ ຜູ້ວິຈານ ຣັຖບານ ໃນປີ 2017.
2021-11-15
ມີປະຊາຊົນຢ່າງໜ້ອຍ 40 ພັນຄົນ ອົພຍົບໜີການສູ້ຣົບ ລະຫວ່າງ ທະຫານພະມ້າ ແລະ ກຸ່ມກອງກຳລັງປ້ອງກັນຕົວ ຢູ່ເຂດ ຣັຖສານ ຂອງພະມ້າ.
2021-11-01
ຄົບຮອບ 30 ປີ ຂອງຂໍ້ຕົກລົງສັນຕິພາບປາຣີສ ກ່ຽວກັບບັນຫາ ໃນກັມພູຊາ, ແຕ່ຊາວກັມພູຊາສ່ວນຫຼາຍ ເຫັນວ່າ ຂໍ້ຕົກລົງດັ່ງກ່າວ ບໍ່ໄດ້ຮັບການປະຕິບັດ ຢ່າງຮອບດ້ານ ແລະ ຖືກເມີນເສີຍຈາກຣັຖບານ ທີ່ກຳອຳນາດ ໃນປັດຈຸບັນ
2021-10-26
ສຽງສ່ວນຫຼາຍ ຂອງບັນດາຣັຖມົນຕຣີການຕ່າງປະເທດອ່າຊ້ຽນ ເຫັນດີໃຫ້ເຊີນ ຜູ້ທີ່ບໍ່ມີສ່ວນກ່ຽວຂ້ອງ ທາງການເມືອງພະມ້າ ເຂົ້າຮ່ວມກອງປະຊຸມສຸດຍອດອ່າຊ້ຽນ ຄັ້ງທີ 38 ທີ່ມີກຳນົດຈັດຂຶ້ນ 26-28 ຕຸລາ 2021 ນີ້, ຂະນະທີ່ໂຕແທນ ຂອງຜູ້ນຳຣັຖປະຫານພະມ້າ ຜິດຫວັງຢ່າງຍິ່ງ ຕໍ່ການຕັດສິນໃຈດັ່ງກ່າວ
2021-10-03
ເສັ້ນທາງ ສາຍໄໝ ຫຼື The Belt and Road Initiative (BRI) ເປັນໂຄງທີ່ ສົ່ງຜົລກະທົບຫຼາຍດ້ານ ແທນຜົລດີ ທີ່ ປະຊາຊົນ ໃນປະເທດນັ້ນໆ ຈະໄດ້ຮັບ ແລະ ອີກຢ່າງນຶ່ງກໍ່ເປັນໂຄງການທີ່ ສ້າງໜີ້ ໃຫ້ແກ່ປະເທດຕ່າງໆ ທີ່ກູ້ເງີນຈາກປະເທດຈີນໃນໂຄງການ.
2021-09-27
ຍ້ອນບໍ່ມີ ວຽກເຮັດງານທຳ ພຽງພໍ ເພື່ອລ້ຽງຊີວິດ ໃນປະເທດ ບ້ານເກີດ ເຖິງແມ່ນວ່າ ພະຍາດ ໂຄວິດ-19 ຍັງລະບາດຫຼາຍ ໃນປະເທດໄທຍ ແຕ່ກໍ່ຍັງພໍຫາເງີນເພື່ອ ປະຄອງຊີວິດ ຈຶ່ງຈຳເປັນຕ້ອງໜີກັບເຂົ້າ ປະເທດໄທຍ ຫຼັງຈາກກັບຄືນບ້ານເກີດໄປແລ້ວ.
2021-09-05
ນະຄອນໂຮຈິມິນ ຂອງວຽດນາມ ລ໊ອກດາວ ໂດຍມີເຈົ້າໜ້າທີ່ ທະຫານພາຍປືນ ປະຈຳການ ຕາມຕົວເມືອງໃຫຍ່ ເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19.
2021-08-29
ນາໆຊາດ ຮຽກຮ້ອງໃຫ້ ອົງການ ສຫະປະຊາຊາດ ສືບສວນ ກ່ຽວກັບ ການລະເມີດ ສິດທິມະນຸດ, ສິດທິ ທາງສາສນາ, ການທາຣຸນ ຜູ້ທີ່ ຖືກກັກຂັງ ແລະ ການລະເມີດ ທາງເພດແມ່ຍິງ ຊາວວິກເກີ ໃນສູນດັດສ້າງ ຂອງເຈົ້າໜ້າທີ່ຈີນ ທີ່ແຂວງຊິນຈຽງ.
2021-08-22
ໂຄງການ ເຂື່ອນໄຟຟ້າ ຂນາດໃຫຍ່ ເຊສານ 2 ທີ່ສ້າງ ໂດຍຈີນ ໃນກັມພູຊາ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ເສຖກິຈ, ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ສ່ວນໃຫຍ່ ແມ່ນຊົນເຜົ່າ ຢ້າງໃຫຍ.
2021-08-19
ກະບອກສຽງ ຢ່າງເປັນທາງການ ຂອງ ພັກຄອມມິວນິສຈີນ People’s Daily, ຮວມທັງ ແຫຼ່ງຂ່າວອື່ນໆ ໃນຈີນ, ໄດ້ຊີ້ແນະວ່າ ກຸ່ມ ທະລິບານ (Taliban) ຍຶດອໍານາດໃນ ອັຟການິສຖານ ໂດຍໃຊ້ ຍຸທວິທີ ທາງທະຫານ ຂອງ ເໝົາ ເຈິ໋-ຕຸງ ຜູ້ກໍ່ຕັ້ງ PRC ຊຶ່ງແນະນໍາ ໃຫ້ “ລ້ອມຮອບເມືອງ ຈາກຊົນບົດ” ແຕ່ຊາວເນັຕ (ກຸ່ມອອນລາຍ) ບາງກຸ່ມ ເວົ້າລົມກັນວ່າ ສາກລະຄອນ ໃນ ກຸງ ຄາບູລ (KABUL) ແມ່ນເລັງເນັ້ນ ໄປໃສ່ຄວາມຢ້ານ, ການກົດຂີ່, ແລະ ການທໍາລາຍລ້າງ ທີ່ເກີດຂຶ້ນໃນສັງຄົມ ຂອງ ເຂົາເຈົ້າ ໂດຍກຸ່ມ ທະລິບານ ໃນປີ 1990 ແລະ ພວກ ຄອມມິວນິສ ຂອງ ເໝົາ ເມື່ອ 4 ທົສວັດ ກ່ອນ.
2021-08-15
ຈີນ ພຍາຍາມລຶບລ້າງ ພາສາ, ວັທນະທັມ ແລະ ຮີດຄອງ ປະເພດນີ ຂອງຊົນເຜົ່າ ກຸ່ມນ້ອຍ ທີ່ຈີນປົກຄອງ ເປັນຕົ້ນ ຊາວຕິເບດ, ວິກເກີ, ມົງໂກເລັຽ ແລະ ກຸ່ມ ອື່ນໆ ດ້ວຍການບັງຄັບ ໃຫ້ໂຮງຮຽນ ສອນເດັກນ້ອຍ ພາສາຈີນ ເຣີ່ມແຕ່ ຊັ້ນອະນຸບານ.
2021-08-08
6 ເດືອນ ຫຼັງຈາກ ການຣັຖປະຫານ ຊີິວິດ ຂອງປະຊາຊົນ ຊາວພະມ້າ ປະສົບກັບ ຄວາມລຳບາກ ຫຼາຍດ້ານ ບໍ່ວ່າ ທາງດ້ານເສຖກິຈ, ການຄ້າ, ຄວາມປອດພັຍ ແລະ ຊິວິດປະຈຳວັນ ໃນຄອບຄົວ ຍ້ອນພຶດຕິກັມ ຂອງຜູ້ນຳ ຜເດັດການທະຫານ.
2021-08-02
ປະຊາຊົນ ພົບສົບເສັຽຊີວິດ ຢູ່ເຂດຊານເມືອງ ຂອງພະມ້າ ແລະ ເຂົາເຈົ້າ ເຊື່ອວ່າ ສົບເຫຼົ່ານັ້ນ ຖືກທະຫານພະມ້າ ສັງຫານ ແລະ ນອກຈາກນີ້ ສານທະຫານພະມ້າ ຍັງສັ່ງ ຕັດສິນ ປະຫານຊີວິດ ປະຊາຊົນ ທີ່ຄັດຄ້ານ ຕົນເອງ.
2021-08-01
ກຸ່ມຜູ້ນຳ ຜເດັດການ ທະຫານພະມ້າ ໄດ້ລຶບລ້າງ ຜົລການເລືອກຕັ້ງ ໃນເດືອນພຶສຈິກາ ຜ່ານມາ ທີ່ພັກສັນນິບາດ ເພື່ອປະຊາທິປະຕັຍ ຍານາງ ອອງ ຊານ ຊູ ຈີ ຊນະ ໃຫ້ເຫດຜົລວ່າ ເປັນການສໍ້ໂກງ ສຽງເລືອກຕັ້ງ ແຕ່ຄວາມເປັນຈິງ ແມ່ນເພື່ອການຣັຖປະຫານ ຫຼາຍກວ່າ.
2021-07-28
ຈີນ ໄດ້ເນຣະເທດ ຊາວເກົາຫຼີເໜືອ 50 ຄົນ ເມື່ອວັນທີ 14 ກໍຣະກະດາ, ໂດຍໄດ້ສົ່ງ ຄົນກຸ່ມນຶ່ງ ທີ່ມີທັງນັກບິນ ກອງທັບອາກາດ ແລະ ຜູ້ປະກອບການ, ແລະ ຊາວອົພຍົບ ທີ່ຫິວໂຫຍ ຂ້າມຊາຍແດນ ແມ່ນໍ້າຢາລູ (Yalu) ຂອງພັນທະມິດ ຄອມມິວນິສ ໄປສູ່ຊະຕາກັມ ທີ່ອາດຈະມີການ ລົງໂທດຢ່າງໜັກ, ເຖິງຂັ້ນ ປະຫານຊີວິດ, ສໍາລັບການຫຼົບໜີ ຈາກບ້ານເກີດ ເມືອງນອນ.