ການ ຕໍ່ສູ້ ກັນຢູ່ ຣັຖສານ ຂອງ ພະມ້າ
2021.11.15

ມີປະຊາຊົນປະມານ 30 ພັນຄົນ ຈາກ 30 ບ້ານ ຢູ່ເມືອງ ດີພາວິນ ແລະ ອີກ 10 ພັນຄົນ ຢູ່ເມືອງປາກອນ ຣັຖສານ ປະເທດພະມ້າ ພັນກັນຫລົບໄພໜີການສູ້ຣົບກັນ ຍ້ອນວ່າ ຣັຖບານທະຫານພະມ້າ ໄດ້ປະຕິບັດການທາງທະຫານກວາດລ້າງກຸ່ມຕໍ່ຕ້ານໃນພື້ນທີ່ດັ່ງກ່າວ ໃນວັນທີ 8-9 ພຶສຈິກາ ອີງຕາມຂໍ້ມູນຈາກກຸ່ມກອງກຳລັງປ້ອງກັນຕົວຂອງປະຊາຊົນ.
ມີ 50 ໝູ່ບ້ານ ກາຍເປັນເປົ້າໂຈມຕີຂອງຝ່າຍທະຫານພະມ້າ ແລະ ຊາວບ້ານຫຼາຍຄົນ ກໍໜີ້ເຂົ້າປ່າໄປຮ່ວມກັບກຸ່ມກອງກຳລັງປ້ອງກັນຕົວເອງຂອງປະຊາຊົນ ຢູ່ເຂດຫ່າງໄກ ເພື່ອຕໍ່ສູ້ຕ້ານກັບທະຫານພະມ້າ ຫຼັງຈາກທະຫານພະມ້າເຂົ້າມາຢຶດອຳ ນາດໃນວັນທີ 1 ກຸມພາ ຈາກພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຂອງພະມ້າ.
ສະມາຊິກກອງກຳລັງປ້ອງກັນຕົວເອງຂອງເມືອງ Depavin ໄດ້ກ່າວຕໍ່ເອເຊັຽເສຣີຜແນກ ພາສາພະມ້າ ໃນວັນທີ 10 ພຶສຈິກາ ວ່າ: ທະຫານພະມ້າໄດ້ ບຸກໂຈມຕີດ້ວຍການຍິງປືນໃສ່ຫຼາຍໝູ່ບ້ານ ໃນຕອນເຊົ້າຂອງວັນທີອັງຄານ, ເຜົາບ້ານເຮືອນຂອງປະຊາຊົນ ແລະ ຈັບໂຕຊາວບ້ານເປັນໂຕປະກັນ.
ສະມາຊິກກອງກຳລັງປ້ອງກັນຕົວເອງຂອງໄດ້ ກ່າວວ່າ: ສິ່ງທີ່ເຮັດໃຫ້ພວກເຮົາກັງວົນ ກໍຄື ເຮືອນປະຊາຊົນທີ່ເຮັດດ້ວຍໄມ້ ແລະ ທັງມີນ້ຳມັນຢູ່ໃນເຮືອນ ຈຶ່ງເຮັດໃຫ້ເກີດໄຟໄໝ້ເຮືອນໄດ້ງ່າຍ.
ທ່ານ Ko Thukha ຜູ້ນຳກອງກຳລັງປ້ອງກັນຕົວເອງຂອງປະຊາຊົນ ໄດ້ກ່າວວ່າ ພວກທະຫານພະມ້າ ໄດ້ເລີ່ມຍິ່ງປືນມາໃສ່ໝູ່ບ້ານທີ່ຊື່ວ່າ Wunyan ແລະ ລາມໄປບ້ານໃກ້ຄຽງ ໃນການຍິງປະທະກັນໃນອັງຄານທີ່ຜ່ານມາ. ທ່ານ ກ່າວວ່າ ບ້ານເຮືອນຂອງປະຊາຊົນ ຢ່າງໜ້ອຍ 6 ຫຼັງ ຖືກພວກທະຫານພະມ້າເຜົາຖິ້ມ ແລະ ມີຜູ້ຍິງຢ່າງໜ້ອຍ 3 ຄົນ ຢູ່ໃນໝູ່ບ້ານ ຖືກຈັບເປັນຕົວປະກັນ.
ທະຫານພະມ້າ ຍອມຮັບວ່າ ໄດ້ບຸກໂຈມຕີຫຼາຍໝູ່ບ້ານ ຢູ່ເຂດພາກຕະເວັນຕົກຂອງເມືອງ Depavin ໃນວັນຈັນທີ່ຜ່ານມາ ຫຼັງຈາກທີ່ໄດ້ສົ່ງກຳລັງທະຫານ ພ້ອມໄດ້ດ້ວຍຍົນ 3 ລຳ ເຂົ້າໄປໃນເຂດດັ່ງກ່າວ.
ນອກຈາກນີ້, ທະຫານພະມ້າ ຍັງຄົງລະດົບຍິງປືນໃສ່ຄ້າຍກອງກຳລັງປ້ອງກັນຕົວເອງ ຂອງປະຊາຊົນ ຢູ່ເມືອງປາກັນ ໃນວັນຈັນທີ່ຜ່ານມາ ແລະ ຍິງປືນໃສ່ໝູ່ບ້ານ ລາຕູ ອີງຕາມຂໍ້ມູນຈາກ ກຸ່ມກອງກຳລັງປ້ອງກັນຕົວເອງຂອງ.
ຕົວແທນກຸ່ມກອງກຳລັງປ້ອງກັນຕົວເອງ ໄດ້ກ່າວວ່າ: ທະຫານພະມ້າ ໄດ້ລະດົບຍິງປືນໃຫຍ່ໃສ່ຄ້າຍທະຫານກອງກຳລັງປ້ອງກັນຕົວເອງ ທີ່ຢູ່ໃກ້ກັບໝູ່ບ້ານ ແລະ ທະຫານພະມ້າກໍພາກັນເຜົາເຮືອນຂອງປະຊາຊົນ.
ທ່ານ ກ່າວຕື່ມອີກວ່າ ບໍ່ຄິດວ່າ ຈະມີບ້ານເຮືອນປະຊາຊົນເຫຼືອຢູ່ ພວກເຮົາບໍ່ສາມາດເຂົ້າໄປໃກ້ໝູ່ບ້ານໄດ້ ນອກຈາກເບິ່ງຢູ່ໄກໆ.
ການຕໍ່ສູ້ກັນ ລະຫວ່າງ ທະຫານພະມ້າ ແລະ ກອງກຳລັງປ້ອງກັນຕົວເອງຂອງປະຊາຊົນ ເປັນໄປຢ່າງດຸເດືອດ ໃນເຂດພື້ນທີ່ດັ່ງກ່າວ ໂດຍ ທະຫານພະມ້າມີເປົ້າໝາຍທີ່ຈະຜັກດັນໃຫ້ທະຫານຝ່າຍກອງກຳລັງປ້ອງກັນຕົວເອງ ຖອຍອອກຈາກຄ້າຍ ຫຼື ຈຸດທີ່ໝັ້ນຂອງຕົນເອງ.
ແຕ່ໂຄສົກຂອງຣັຖບານທະຫານພະມ້າ ພົນຕຣີ ໂຊມິນ ຕັນ ກໍໄດ້ປະຕິເສດວ່າ ບໍ່ມີເຫດຜົລຫຍັງທີ່ຈະໄປເຜົາເຮືອນປະຊາຊົນ.
ທະຫານພະມ້າ ໄດ້ມີການຍິງປະທະກັນ ກັບ ກຸ່ມກອງກຳລັງປ້ອງກັນຕົວເອງ 15 ຄົນ ຢູ່ພາກຕາເວັນຕົກສ່ຽງໃຕ້ຂອງເມືອງ Pekon. ທະຫານພະມ້າ ໄດ້ຢຶດລູກປືນ ແລະ ສູນຝຶກແອບ ແລະ ເຕັ້ນນອນຂອງກຸ່ມກອງກຳລັງປ້ອງກັນຕົວເອງ.
ທ່ານ Aung Myo Min ຣັຖມົນຕຣີກະຊວງສິດທິມະນຸດຂອງຣັຖບານເງົາພະມ້າ ຈາກພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ໄດ້ກ່າວວ່າ ຖ້າມີການເຜົາບ້ານເຮືອນຂອງປະຊາຊົນ ຖືວ່າ ທະຫານພະມ້າລະເມີດສິດທິມະນຸດຢ່າງຮ້າຍແຮງ.
ທ່ານ ກ່າວຕື່ມອີກວ່າ: ພວກເຮົາ ໄດ້ຮັບຄຳຮ້ອງທຸກຫຼາຍພັນ ສະບັບ ກ່ຽວກັບບັນຫານີ້ ແຕ່ວ່າ ພວກເຮົາຈະຕ້ອງ ກວດສອບເບິ່ງທຸກຢ່າງ ກ່ອນທີ່ພວກເຮົາຈະດຳເນີນການຕາມກົດໝາຍ.
ກ່ອນໜ້ານີ້ ໃນເດືອນກັນຍາ ທີ່ຜ່ານມາ, ຕາງໜ້າໃຫ້ຣັຖບານເງົາຂອງພະມ້າ ຈາກພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ຊະນະການເລືອກຕັ້ງ ແລະ ເປັນຝ່າຍກົງກັນຂ້າມກັບທະຫານພະມ້າໄດ້ອອກຮຽນຮ້ອງໃຫ້ປະຊາຊົນພະມ້າທົ່ວປະເທດລຸກຂຶ້ນຕໍ່ສູ້ຕ້ານກັບຜະເດັດການທະຫານພະມ້າ.
ຕ່າງໜ້າໃຫ້ຣັຖບານເງົາຂອງພະມ້າ ໄດ້ກ່າວ ຕອນນຶ່ງວ່າ: ມື້ນີ້ ວັນທີ 7 ກັນຍາ 2021 ພວກເຮົາຮຽກຮ້ອງໃຫ້ປະຊາຊົນທົ່ວປະເທດ ໃຫ້ລຸກຂຶ້ນມາເຮັດການປະຕິວັດ ນີ້ແມ່ນການປະຕິວັດປະຊາຊົນ ຫຼື ປະຊາຊົນພະມ້າທົ່ວທຸກມຸມຂອງປະເທດ ລຸກຂຶ້ນມາຕໍ່ສູ້ກັບກັບທະຫານພະມ້າ ທີ່ນຳໂດຍມິນອອງລາຍ
ຫ້ອງການສະຫະປະຊາຊາດ ເພື່ອມະນຸດສທັມ ຫຼື OCHA ໄດ້ກ່າວໃນເດືອນກັນຍາ ທີ່ຜ່ານມາວ່າ ມີປະຊາຊົນຫຼາຍ 120,000 ຄົນ ຕ້ອງໜີຈາກຖິ່ນຖານ ຍ້ອນການສູ້ຮົບ ນັບແຕ່ເດືອນພຶສພາ ຢູ່ຣັຖ ກະຢາ ແລະ ພາກຕາເວັນອອກສ່ຽງໃຕ້ຂອງຣັຖສານ. ນອກຈາກນີ້ ຍັງມີປະຊາຊົນອີກຫຼາຍ 10 ພັນ ຄົນ ຢູ່ ຣັຖສິນ, ກາສິນ, ແລະ ກາຢິນ, ແລະ ເຂດເມກເວ ແລະ ສະກາງ ນຳອີກດ້ວຍ.
ໃນເດືອນສິ່ງຫາທີ່ຜ່ານມາ, ຫ້ອງການສະຫະປະຊາຊາດ ເພື່ອມະນຸດສທັມ ໄດ້ປະກາດວ່າ ຈຳນວນປະຊາຊົນທີ່ຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສທັມ ຢູ່ພະມ້າ ເພີ່ມຂຶ້ນເກືອບ 2 ລ້ານຄົນ ນັບແຕ່ມີການຣັຖປະຫານຢຶດອຳນາດເປັນຕົ້ນມາ. ໃນນັ້ນ 50 ພັນ ຄົນ ໜີໄພຈາກການສູ້ຮົບ ແລະ ເຂົ້າໄປຢູ່ໃນຄ້າຍຜູ້ອົພຍົບ ນັບແຕ່ມີຂໍ້ຂັດແຍ່ງກັນລະຫວ່າງທະຫານພະມ້າ ແລະ ກອງກຳລັງຊາດຕິພັນ ຫຼື ກຸ່ມຊົນຊາດຊົນເຜົ່າ.
ປະຊາຊົນຄົນໜຸ່ມສາວຂອງພະມ້າ ຫຼາຍພັນຄົນ ພາກັນໜີເຂົ້າປ່າຈັບອາວຸດຕໍ່ສູ້ ຕ້ານກັບທະຫານພະມ້າ.
ຕົວແທນຣັຖບານທະຫານພະມ້າຂອງພົນເອກມິນອອງລາຍ ຖືກນາໆ ຊາດຂວ້າມບາດຫຼາຍເວທີ.
ເມື່ອບໍ່ດົນມານີ້ ບັນດາປະເທດອາຊຽນ 9 ປະເທດ ບໍ່ເຊີນ ພົນເອກ ມິນອອງລາຍ ເຂົ້າຮ່ວມປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 38 ທີ່ຈັດຂຶ້ນແຕ່ວັນທີ 26-28 ຕຸລາ ທີ່ຜ່ານມາ ຍ້ອນວ່າ ທະຫານພະມ້າບໍ່ເຮັດຕາມຂໍ້ຮຽກຮ້ອງຂອງອາຊຽນໃນການເຮັດໃຫ້ສຖານະການປະເທດພະມ້າກັບເຂົ້າໄປສູ່ຄວາມສງົບ.
ນອກຈາກນີ້ ຢູ່ໃນກອງປະຊຸມຂອງສະຫະປະຊາຊາດ ວ່າດ້ວຍພາວະໂລກຮ້ອນ ຢູ່ເມືອງ Glasgow ປະເທດ Scotland ໃນອາທິດນີ້ ກໍບໍ່ອະນຸຍາດໃຫ້ໂຕແທນຈາກທະຫານພະມ້າເຂົ້າຮ່ວມ.
ນອກຈາກນີ້ ລະບົບທະນາຄານຂອງປະເທດພະມ້າຫລົ້ມ ນັບແຕ່ມີການຣັຖປະຫານໃນວັນທີ 1 ກຸມພາ ເຮັດໃຫ້ປະຊາຊົນໄປຝາກເງິນຢູ່ທະນາຄານກາງ ແລະ ທະນາຄານເອກະຊົນຂອງພະມ້າ ໜ້ອຍລົງ, ແຕ່ ມີຄົນພາກັນໄປຖອນເງິນຫລາຍຂຶ້ນ.
ທະນາຄານກາງຂອງພະມ້າ ປະສົບກັບບັນຫາເງິນທຶນບໍ່ພຽງພໍ ທີ່ຈະອອກໃຫ້ແກ່ທະນາຄານເອກະຊົນ ທີ່ຈະເອົາເງິນມາທົດແທນ ຈຳນວນເງິນທີ່ປະຊາຊົນຖອນອອກໄປໃນແຕ່ລະມື້.
ເປັນເວລາຫຼາຍເດືອນທີ່ມີການຣັຖປະຫານ, ປັດຈຸບັນ ທະນາຄານເອກະຊົນ ກຳລັງຈໍາກັດຈຳນວນເງິນທີ່ປະຊາຊົນຈະຖອນອອກ ຢູ່ຕູ້ເອທີເອມ ຊຶ່ງລູກຄ້າຄົນນຶ່ງຖອນບໍ່ໃຫ້ເກີນ 300,000 Kyat [ສະກຸນເງິນພະມ້າ] ຫລື ເທົ່າກັບ 128 ໂດລາ ຕໍ່ມື້ ແຕ່ກ່ອນທີ່ຈະມີຣັຖປະຫານ ລູກຄ້າທະນາຄານຄົນນຶ່ງສາມາດຖອນເງິນໄດ້ເຖີງ 1 ລ້ານ Kyat ຕໍ່ມື້.
ປັດຈຸບັນ ລູກຄ້າບາງຄົນບໍ່ສາມາດຖອນເງິນໄດ້ເລີຍ ຍ້ອນວ່າ ຕູ້ເອທີເອມ ບໍ່ມີເງິນສົດ. ແຕ່ລະມື້ ມີປະຊາຊົນຫລາຍ 100 ຄົນ ພາກັນໄປຢືນຖ້າລຽນແຖວຍາວ ເພື່ອໄປຖອນເງິນຈາກທະນາຄານ.
ເຈົ້າໜ້າທີ່ທະນາຄານເອກະຊົນ ທ່ານ ນຶ່ງ ໄດ້ກ່າວຕໍ່ວິທະຍຸເອເຊັຽເສຣີ ພະແນກພະສາພະມ້າ ວ່າ ບໍ່ມີໃຜເອົາເງິນໄປຝາກ ໃນທະນາຄານ, ມີແຕ່ຄົນໄປຖອນເງິນອອກ.
ເຈົ້າຂອງທຸລະກິດ ຜູ້ທີ່ມີເງິນຫລາຍ ບໍ່ໄດ້ເອົາເງິນໄປຝາກຢູ່ທະນາຄານອີກ ຍ້ອນວ່າ ເຂົາເຈົ້າເປັນຫ່ວງຄວາມປອດໄພ ແລະ ຍ້ອນເຫດນີ້ ທະນາຄານກໍບໍ່ມີເງິນສົດ.
ສ່ວນວ່າ ຣັຖບານທະຫານ ກ່າວວ່າ ຈຳເປັນຕ້ອງໄດ້ຢຶດອຳນາດ ຍານາງ ອອງ ຊານ ຊູ ຈີ ຫົວໜ້າພັກສັນນິບາດ ແຫ່ງຊາດເພື່ອປະທິປະໄຕ ທີ່ຊະນະການເລືອກຕັ້ງແບບເດັດຂາດ ຍ້ອນການໂກງເລືອກຕັ້ງ ແຕ່ ທະຫານພະມ້າ ຍັງບໍ່ມີຫຼັກຖານຢັ້ງຢືນ ແລະ ການຣັຖປະຫານ ໄດ້ສ້າງຄວາມບໍ່ສງົບໃນປະເທດພະມ້າ.
ການທີ່ຣັຖບານເງົາຂອງພະມ້າ ໄດ້ປະກາດແຜນການ ເພື່ອດຳນເນີນການວັນ ດີເດ ລຸກຮືຂຶ້ນ ດ້ວຍການສນັບສນູນຂອງເຄືອຂ່າຍ ກອງກຳລັງປົກປ້ອງກັນຕົວເອງປະຊາຊົນ ທີ່ຖືກສ້າງຕັ້ງຂຶ້ນປ້ອງປົກປ້ອງປະຊາຊົນ.
ນັບແຕ່ມີການຣັຖປະຫານຢຶດອຳນາດຢູ່ປະເທດພະມ້າ, ທະຫານພະມ້າໄດ້ຍິງປະຊາຊົນເສັຽຊີວິດໄປແລ້ວເກືອບ 1,000 ຄົນ ແລະ ຈັບກຸມປະຊາຊົນໄປແລ້ວຫຼາຍ 1,000 ຄົນ.
ໃນຂນະດຽວກັນ ຫ້ອງການຫຼາຍ 10 ແຫ່ງ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ກາຍເປັນເປົ້າໂຈມຕີ ແລະ ວາງລະເບີດ ນັບແຕ່ທະຫານພະມ້າໄດ້ຢຶດອຳນາດໃນເດືອນມົກກະຣາ ເປັນຕົ້ນມາ.
ທ່ານ Kyaw Htwe, ສະມາຊິກຄະນະກັມການພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕຂອງພະມ້າ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ມີເຫດການວາງລະເບີດ 44 ຄັ້ງ ຢູ່ໜ້າຫ້ອງການຂອງພັກ ໃນທົ່ວປະເທດ ນັບແຕ່ມີການຣັຖປະຫານເປັນຕົ້ນ.