ທະຫານພະມ້າ ລຶບລ້າງ ການເລືອກຕັ້ງ

ສິດ​ນີ
2021.08.01
ທະຫານພະມ້າ ລຶບລ້າງ ການເລືອກຕັ້ງ ເຈົ້າໜ້າທີ່ ຄວບຄຸມການເລືອກຕັ້ງ ພະມ້າ ເບິ່ງບັດ ເລືອກຕັ້ງ ໃນບ່ອນປ່ອນບັດ ຫຼັງຈາກ ປິດການປ່ອນບັດ ໃນເຂດການຄ້າ ຢູ່ນະຄອນຢາງກຸ້ງ, ວັນທີ 8 ພຶສຈິກາ ປີ 2020
AFP

ກຸ່ມຜູ້ນຳຜເດັດການ ທະຫານພະມ້າ ໄດ້ລຶບລ້າງ ຜົລຂອງການເລືອກຕັ້ງ ໃນເດືອນພຶສຈິກາ ປີ 2020 ທີ່ພັກສັນນິບາດ ເພື່ອປະຊາທິປະຕັຍ ຂອງຍານາງ ອອງ ຊານ ຊູ ຈີ ຊນະ ຢ່າງຖ້ວມ​ທົ້ນ ຊຶ່ງຝ່າຍທະຫານ ກ່າວ​ຫາ ການເປັນເລືອກຕັ້ງ ມີການສໍ້ໂກງ ຈຶ່ງບໍ່ເຄົາຣົບ ການເລືອກຕັ້ງ ດັ່ງກ່າວ.

ຄນະ ກັມມະການ ຄວບຄຸມ ການເລືອກຕັ້ງ ທີ່ກຸ່ມທະຫານ ແຕ່ງຕັ້ງຂຶ້ນເອງ ໄດ້ປະກາດ ໃນມື້ວັນຈັນ ຕອນແລງ ອາທິດນີ້ວ່າ ສຽງເລືອກຕັ້ງ ຈຳນວນ 11 ລ້ານ 3 ແສນຄົນ ບໍ່ເຄົາຣົບ ແລະ ບໍ່ເຫັນພ້ອມ ຈາກກຸ່ມທະຫານ ຍ້ອນວ່າ ມີການສໍ້ໂກງ ແລະ ປະຕິບັດ ແບບບໍ່ເປັນໄປ ຕາມກົດລະບຽບ ການເລືອກຕັ້ງ ໃນວັນທີ 8 ພຶສຈິກາ ຜ່ານມາ.

ໃນບັນດາ ຜົລຂອງການເລືອກຕັ້ງ ທີ່ບໍ່ເປັນໄປ ຕາມກົດໝາຍ ທີ່ກຸ່ມທະຫານ ກ່າວຫານັ້ນ ຄນະ ກັມມະການ ຄວບຄຸມ ການເລືອກຕັ້ງ ຝ່າຍທະຫານ ເວົ້າວ່າ ຣັຖບານ ພົລເຮືອນ ຂອງຍານາງ ອັອງ ຊານ ຊູ ຈີ ໄດ້ແຕ່ງຕັ້ງ ສະມາຊິກພັກ ລົງໄປ ຄວບຄຸມ ການເລືອກຕັ້ງ ເຂດທ້ອງຖິ່ນ ຕາມແຂວງຕ່າງໆ ແລະ ໄດ້ບອກໃຫ້ ເຈົ້າໜ້າທີ່ ຄວບຄຸມ ການເລືອກຕັ້ງ ຂັ້ນທ້ອງຖິ່ນ ອະນຸຍາດ ໃຫ້ຜູ້ບໍ່ມີ ບັດປະຈຳໂຕ ສາມາດ ປ່ອນບັດໄດ້ ແລະ ບາງຄົນ ກໍປ່ອນບັດ ຫຼາຍເທື່ອ ໃນຊື່ດຽວ ແລະ ເຈົ້າໜ້າທີ່ ຄນະກັມມະການ ຄວບຄຸມ ການເລືອກຕັ້ງ ເປັນຜູ້ຮວບ​ຮວມ ຜົລຂອງ ການເລືອກຕັ້ງ ດ້ວຍຕົນເອງ ກ່ອນສິ້ນສຸດ ການປ່ອນບັດ.

ການປະກາດ ກ່ຽວກັບ ຜົລຂອງ ການເລືອກຕັ້ງ ສໍ້ໂກງ ຈາກກຸ່ມທະຫານ ໄດ້ອອກ ໃນເວັບ​ໄຊ​ທ໌ ຂອງໜ່ວຍງານ ດ້ານການຂ່າວ ຂອງຄະນະ ກັມມະການ ເລືອກຕັ້ງ ກຸ່ມທະຫານ ທີ່ເປັນປະທານ ໂດຍ ທ່ານ ທິນ ໂຊ ໃນມື້ວັນຈັນ.

ກຸ່ມຜູ້ນຳ ຜເດັດການ ທະຫານພະມ້າ ໄດ້ຍຶດອຳນາດ ດ້ວຍການຣັຖປະຫານ ໃນມື້ວັນທີ 1 ກຸມພາ ຜ່່ານມາ ຈັບຍານາງ ອັອງ ຊານ ຊູ ຈີ ແລະ ກຸ່ມຜູ້ນຳ ພົ​ລເຮືອນ ຫຼາຍຄົນ ຍ້ອນເຫດຜົລ ດັ່ງກ່າວ.

ແຕ່ອົງການຊ່ອຍເຫຼຶອ ນັກໂທດການເມືອງ ໃນພະມ້າ ທີ່ມີ ສູນກາງ ຢູ່ບາງກອກ ປະເທດໄທຍ ກ່າວວ່າ  ກຸ່ມຜຸ້ນຳ ຜເດັດການ ທະຫານພະມ້າ ບໍ່ມີ ຫຼັກຖານ ໃນການອ້າງອິງ ດັ່ງກ່າວ ແຕ່ຢ່າງໃດ ເປັນການກ່າວອ້າງ ເພື່ອເຮັດ ຣັຖປະຫານ ທີ່ເຂັນຂ້າ ປະຊາຊົນ ກວ່າ 934 ຄົນ ແລະ ຈັບກຸມ ຂັງຄຸກ ເຖິງ 5 ພັນປາຍຄົນແລ້ວ ໃນການຍຶດ ອຳນາດຄືນ ຂອງກຸ່ມທະຫານ. ກ່ຽວກັບ ການເຂັນຂ້າ ປະຊາຊົນ ຜູ້ປະທ້ວງ ນັກວິຊາການ ພະມ້າ ທ່ານນຶ່ງ ເວົ້າວ່າ:

“ນັກສຶກສາ, ພົລເຮືອນ ແລະ ປະຊາຊົນ ຜູ້ປະທ້ວງ ຫຼາຍພັນຄົນ ຖືກຍິງ, ຖືກຂ້າ ແລະ ຖືກຄຸກ ຫຼາຍຄົນ ກໍໂຕນໜີ ຈາກປະເທດ ສ່ວນໃຫຍ່ ຈະໄປຊາຍແດນ ຕິດກັບ ປະເທດໄທຍ.”

ຫຼັງຈາກ ການປະກາດ ດັ່ງກ່າວ ໃນມື້ວັນຈັນ ບັນດາ ພັກການເມືອງຕ່າງໆ ໃນພະມ້າ ຜູ້ທີ່ຊນະ ການເລືອກຕັ້ງ ແບບເປັນທັມ ຕ່າງກໍພາກັນ ປະນາມ ການກະທຳ ຂອງກຸ່ມທະຫານວ່າ ເປັນການລົບລູ່ ສິດທິປະຊາຊົນ ຜູ້ອອກສຽງເລືອກຕັ້ງ ແລະ ຜູ້ຊນະ ການເລືອກຕັ້ງ ແບບເສຣີ ແລະ ເປັນທັມ ເທື່ອນີ້

ຜູ້ສມັກແຂ່ງຂັນ ການເລືອກຕັ້ງ ນອກຈາກ ພັກສັນນິບາດ ເພື່ອປະຊາທິປະຕັຍ ຂອງຍານາງ ອັອງ ຊານ ຊູ ຈີ ແລ້ວ ກໍຍັງມີອີກ ພັກເລັກພັກນ້ອຍ ຈຳນວນ 10 ພັກ ຊນະທີ່ນັ່ງ ໃນສພາພະມ້າ ໃນສຽງສ່ວນຫຼາຍ 396 ທີ່ນັ່ງ ແບບຂາວສະອາດ ແລະ ໂປ່ງໄສ.

ທ່ານ ພູ ພູ ທິນ, ສມາຊິກ ສພາພັກສັນນິບາດ ເພື່ອປະຊາທິປະຕັຍ ແລະ ກໍເປັນປະທານ ສພາເງົາ ຣັຖບານ ພົລເຮືອນ ພະມ້າ ກ່າວຕໍ່ເອເຊັຽເສຣີ ຜແນກພາສາ ພະມ້າວ່າ ຜົລຂອງ ການເລືອກຕັ້ງ ໃນເດືອນພຶສຈິກາ ຜ່ານມາ ກຸ່ມທະຫານ ບໍ່ສາມາດ ລຶບລ້າງ ດ້ວຍຕົນເອງໄດ້ ຕ້ອງໄດ້ຜ່ານ ຄນະກັມມະການ ຄວບຄຸມ ການເລືອກຕັ້ງ ທີ່ສພາພະມ້າ ແຕ່ງຕັ້ງຂຶ້ມາກ່ອນ.

“ປະຊາຊົນ ຊາວພະມ້າ ແລະ ຊາວໂລກ ກໍຮູ້ດີວ່າ ເຫດຜົລ ທີ່ກຸ່ມທະຫານ ກ່າວຫາວ່າ ຜົລຂອງການເລືອກ ຕັ້ງຖືກ ສໍ້ໂກງນັ້ນ ເປັນຂໍ້ກ່າວຫາ ທີ່ກຸ່ມຜເດັດການ ທະຫານ ຢາກເຮັດ ຣັຖປະຫານ ເພື່ອຍຶດອຳນາດຄືນ ຈາກຣັຖບານພົລເຮືອນ ທີ່ຊອບທັມ ຂອງປະຊາຊົນ ຊຶ່ງປະກາດ ດັ່ງກ່າວ ຈະບໍ່ມີ ຜູ້ໃດ ຍອມຮັບ ຢ່າງແນ່ນອນ.”

ແລະວ່າ ພວກເຮົາ ກຳລັງເຮັດວຽກ ຮ່ວມກັນກັບ ກຸ່ມປະກອບ ອາວຸດ ຊົນກຸ່ມນ້ອຍ ກຸ່ມຕ່າງໆ ໃນພະມ້າ ແລະ ອົງການ ຈັດຕັ້ງ ທາງສົງຄົມ ຫຼາຍອົງການ ເພື່ອລຶບລ້າງ ການປົກຄອງ ຂອງກຸ່ມຜູ້ນຳ ຜເດັດການ ທະຫານ ໃຫ້ໝົດໄປ ໃນພະມ້າ ດັ່ງນັ້ນ ການປະກາດ ດັ່ງກ່າວ ບໍ່ມີຜູ້ໃດ ສົນໃຈ ແລະ ເຊື່ອທະຫານ ອີກແລ້ວ.

ທ່ານ ເຊ ນາຍ ວິນ, ປະທານຊົນຊາດ ກະຣ່ຽງ ແລະ ກໍເປັນ ສມາຊິກ ພັກສັນນິບາດ ແຫ່ງ​ຊາດ ເພື່ອປະຊາທິປະຕັຍ ໃນພະມ້າ ກ່າວວ່າ ສມາຊິກ ຊົນຊາດ ກະຣ່ຽງ ຊນະການເລືອກຕັ້ງ ຄັ້ງນີ້ ໃນຈຳນວນ 42 ທີ່ນັ່ງ ໃນສພາແບບເປັນທັມ ແລະ ໂປ່ງໄສ ບໍ່ໄດ້ສໍ້ໂກງ ແບບກຸ່ມຜເດັການ ທະຫານກ່າວ​ຫາ ແຕ່ຢ່າງໃດ ສາມາດ ພິສູດໄດ້.

“ພວກເຮົາ ບໍ່ມີສ່ວນພົວພັນ ເປັນການສ່ວນຕົວ ກັບຄນະກັມມະການ ຄວບຄຸມ ການເລືອກຕັ້ງ ແລະ ເຈົ້າໜ້າທີ່ ຄວບຄຸມ ການເລືອກຕັ້ງ ໃນເຂດທ້ອງຖີິ່ນ ແຕ່ຢ່າງໃດ ຮ່ວມດ້ວຍ ເຈົ້າໜ້າທີ່ ຄວບຄຸມ ໜ່ວຍປ່ອນບັດ ມີແຕ່ ກັບປະຊາຊົນ ຊາວກະ​ຣ່ຽງ ຜູ້ທີ່ມາ ອອກສຽງ ເທົ່ານັ້ນ ເປັນຜູ້ຕັດສິນໃຈ ເອງ ວ່າ ຈະເລືອກໃຜ.”

ແລະວ່າ ຖ້າຊາວກະຣ່ຽງ ຜູ້ໃດ ບໍ່ຢາກປ່ອນບັດ ເອົາສມາຊິກພັກ ຊາວກະຣ່ຽງ ກໍສາມາດ ປ່ອນເອົາ ພັກອື່ນໄດ້ ພວກເຮົາ ມີຄວາມເສັຽໃຈຫຼາຍ ທີ່ກຸ່ມທະຫານ ຍົກເລີກ ການເລືອກຕັ້ງ ທີ່ພັກປະ ຊາຊົນ ຊາວກະ​ຣ່ຽງ ຊນະຕັ່ງນັ່ງ ໃນສພາ 1 ສ່ວນ 3 ຂອງຕັ່ງ ທັງໝົດ ໃນການເລືອກຕັ້ງ ເທື່ອນີ້ ພວກເຮົາ ບໍ່ເຫັນພ້ອມ ໃນການຍົກເລີກ ແລະ ການກ່າວຫາ ດັ່ງກ່່າວ ແລະ ຈຳນວນຕັ່ງ ທີ່ຊາວກະ​ຣ່ຽງ ໄດ້ຮັບ ໄຊຊນະນັ້ນ ເປັນສມາຊິກ ມາຈາກ ພັກການເມືອງ ທັງໝົດ.

ເປັນແບບດຽວກັນ ກັບພັກກອບກູ້ ຊາດຊາວອາຣາກັນ ຊຶ່ງເປັນ ໂຕແທນ ຂອງຊາວໂຣຮີຢາ ຢູ່ ແຄວ້ນຣາໄຄ່ ທີ່ຊນະຕັ່ງ ໃນສພາ ຫຼາຍເໝືອນກັນ ໃນການເລືອກຕັ້ງ ຄັ້ງນີ້, ຫົວໜ້າ ພັກດັ່ງກ່າວ ທ່ານ ເພ ທານ ກ່າວວ່າ: ກຸ່ມທະຫານ ປະກາດ ຍົກເລີກ ຜົລຂອງ ການເລືອກຕັ້ງ ແມ່ນເພື່ອຢາກເຮັດ ຣັຖປະຫານ ຍຶດອຳນາດຄືນ ຕ່າງຫາກ.

“ພວກເຮົາ ຮູ້ດີວ່າ ກຸ່ມຜູ້ນຳ ຜເດັດການ ທະຫານ ວາງແຜນ ມາແຕ່ຕົ້ນ ແລະ ຍັງຮູ້ອີກວ່າ ພວກທະຫານ ຢາກລຶບລ້າງ ພັກສັນນິບາດ ເພື່ອປະຊາທິປະຕັຍ ຂອງຍານາງ ອັອງ ຊານ ຊູ ຈີ ອອກຈາກ ເວທີການເມືອງ ໃນພະມ້າ ກຸ່ມທະຫານ ຈຶ່ງທຳທຸກຢ່າງ ເພື່ອໂຄ່ນລົ້ມ ຍານາງ ແຕ່ເຖິງຢ່າງ ກໍຕາມ ການປະກາດ ຍົກເລີກ ຂອງທະຫານ ບໍ່ມີຜູ້ໃດ ສົນໃຈດອກ ປະຊາຊົນ ຈະເປັນ ຜູ້ຕັດສິນເອງ ບໍ່ແມ່ນ ທະຫານ ຝ່າຍດຽວ.”

ແລະວ່າ ທ່ານບໍ່ເຊື່ອວ່າ ການປະກາດ ຍົກເລີກ ຜົລຂອງການເລືອກຕັ້ງ ຂອງກຸ່ມທະຫານ ປະຊາຊົນ ໝົດທຸກຄົນ ໃນພະມ້າ ຈະຖືວ່າ ເປັນເຫດຜົລ ທີ່ຖືກຕ້ອງ ຖ້າວ່າ ກຸ່ມທະຫານ ເຫັນວ່າ ໜ່ວຍເລືອກຕັ້ງ ບ່ອນໃດ ເຂດໃດສໍ້ໂກງ ກໍຄວນຍົກເລີກ ແຕ່ເຂດດັ່ງກ່າວ ບໍ່ແມ່ນ ຍົກເລີກ ທັງໝົດ ທົ່ວປະເທດ. ກ່ຽວກັບ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ນັກວິຊາການ ພະມ້າ ອີກທ່ານນື່ງ ເວົ້າວ່າ:

“ກຸ່ມປະກອບ ອາວຸດ ຊົນກຸ່ມນ້ອຍ ມີຫຼາຍກຸ່ມ ເບິ່ງບໍ່ເຫັນ ອະນາຄົດ ກັບກຸ່ມຜູ້ນຳ ຜເດັດການ ທະຫານ ຈຶ່ງເກີດ ສົງຄາມກາງເມືອງ ຂຶ້ນ ແລະ ສົງຄາມ ການເມືອງ ດັ່ງກ່າວນີ້ ຍັງມີ ການຕໍ່ສູ້ກັນ ຮອດທຸກມື້ນີ້.”

ທ່ານ ຍັງບອກອີກວ່າ ການຍົກເລີກ ຜົລຂອງການເລືອກຕັ້ງ ທົ່ວປະເທດ ເປັນການປະຕິບັດ ທີ່ຂາດ ເຫດຜົລ ຜູ້ຊນະ ການເລືອກຕັ້ງ ແບບເປັນທັມ ແລະ ໂປ່ງໄສ ກໍຖືກ ຍົກເລີກໝົດ ເປັນ ການກະທຳ ທີ່ໄຮ້ຄວາມຄິດ.

ສ່ວນຝ່າຍທະຫານ ສມາຊິກພັກ ຝ່າຍທະຫານ ຊນະການເລືອກຕັ້ງ ພຽງແຕ່ 71 ທີ່ນັ່ງ ເປັນສຽງສ່ວນນ້ອຍ ໃນສພາ ຈຶ່ງເຮັດໃຫ້ ກຸ່ມທະຫານ ບໍ່ພໍໃຈ ໃນການເລືອກຕັ້ງ ເທື່ອນີ້ ຍ້ອນທະຫານ ບໍ່ສາມາດ ຕັ້ງຣັຖບານໄດ້.

ສມາຊິກພັກ ທະຫານສ່ວນໃຫຍ່ ຈະມີ ແຕ່ບັນດາ ນາຍທະຫານ ຜູ້ອາວຸໂສ ສມັກເຂົ້າ ແຂ່ງຂັນ ການເລືອກຕັ້ງ ກຸ່ມດັ່ງກ່າວ ບໍ່ພໍໃຈ ໃນຜົລ ການເລືອກຕັ້ງ ຄັ້ງນີ້ ຈຶ່ງຊັກຊວນ ໃຫ້ທະຫານ ເຮັດຣັຖປະທານ ເພື່ອລຶບລ້າງ ຜົລຂອງ ການເລືອກຕັ້ງ ທີ່ເປັນທັມ ແລະ ກຸ່ມຜູ້ນຳ ຜເດັດການ ທະຫານ ບອກວ່າ ຈະມີ ການເລືອກຕັ້ງໃໝ່ ໃນປີໜ້າ ແຕ່ຍັງ ບໍ່ແນ່ວ່າ ຈະມີແທ້ ຫຼືບໍ່.

ໃນຂະນະດຽວກັນ ສພາບການ ຄວາມຮຸ່ນແຮງ ໃນພະມ້າ ມາຮອດ ປັດຈຸບັນ ກໍຍັງ ບໍ່ມີ ວີ່ແວວວ່າ ຈະຫຼຸດລົງ ແຕ່ຢ່າງໃດ ກຸ່ມທະຫານ ຍັງເຂັນຂ້າ ປະຊາຊົນ ຜູ້ປະທ້ວງ ຢ່າງຕໍ່ເນື່ອງ ບໍ່ເຊື່ອຟັງ ຄຳແນະນຳ ຈາກນາໆຊາດ ແລະ ອົງການ ຈັດຕັ້ງສາກົນ ຮ່ວມດ້ວຍ ອົງການ ສຫະປະຊາຊາດ ໃຫ້ມີ ການປະນິປະນອມ ຫັນໜ້າ ຫາກັນ ເພື່ອແກ້ໄຂ ບັນຫາ ເທົ່າເຖິງ ປັດຈຸບັນ ກຸ່ມຜເດັດການ ທະຫານ ພະມ້າ ໄດ້ເຂັນຂ້າ ປະຊາຊົນ ຜູ້ປະທ້ວງແລ້ວ ກວ່າ 900 ປາຍຄົນ ຮ່ວມດ້ວຍ ຜູ້ຮັບບາດ ເຈັບ, ຈັບກຸມ ແລະ ຂັງຄຸກ ກວ່າ 5 ພັນຄົນ, ໃນນັ້ນ ຮ່ວມດ້ວຍ ເຍົາວະຊົນເດັກນ້ອຍ ເສັຽຊີວິດ 100 ປາຍຄົນ ທີ່ຕໍ່ສູ້ ຮ່ວມກັບ ປະຊາຊົນ ຖືກທະຫານ ຍິງຕາຍ.

ນຶ່ງໃນນັ້ນ ແມ່ນນັກສຶກສາ ຈາກມະຫາວິທຍາລັຍ ແພດສາດ ປີສຸດທ້າຍ ເຮັດໃຫ້ ພໍ່ແມ່ ແລະ ຄອບຄົວ ຜູ້ທີ່ສົ່ງລູກ ມາຮຽນໝໍ ເພື່ອຍົກຣະດັບ ຊີວິດການເປັນຢູ່ ຂອງຍາດພີ່ນ້ອງ ໝົດຫວັງ ແລະ ກຳລັງ ເສົ້າໂສກ ເສັຽໃຈ ຈົນຮອດ ທຸກມື້ນີ້ ຈາກເຫດການ ຂອງກຸ່ມຜູ້ນຳ ຜເດັດການ ທະຫານ. ປະຊາຊົນ ຜູ້ປະທ້ວງ ຊາວພະມ້າ ເວົ້າພາສາໄທຍ ຕໍ່ນັກຂ່າວໄທຍ ກ່ຽວກັບ ຜູ້ນຳຜເດັດການ ທະຫານພະມ້າວ່າ

“ລາວເວົ້າວ່າ ຜູ້ນຳ ຜເດັດການ ທະຫານ ມັນເຮັດຢ່າງໃດ ກໍໄດ້ກັບປະຊາຊົນ ເພາະມັນ ມີປືນຢູ່ ໃນມື ມັນບໍ່ສົນ ກັບປະຊາຊົນ ມັນຕ້ອງການ ແຕ່ອຳນາດ ເທົ່ານັ້ນ.”

ເຫດການ ອື່ນໆເກີດຂຶ້ນ ໃນພະມ້າ ໃນອາທິດ ຜ່ານມາ ກໍແມ່ນວ່າ ກຸ່ມນັກໂທດ ການເມືອງ ຫຼື ນັກໂທດ ຈິດສຳນຶກ ໃນຄຸກ ອິນເຊັນ ຊຶ່ງເປັນຄຸກໃຫຍ່ ໃນນະຄອນຢ້າງກຸ້ງ ພາກັນ ປະທ້ວງ ກຸ່ມຜເດັດການ ທະຫານພະມ້າ ກ່ຽວກັບ ມາຕການ ທີ່ໂຫດຫ້ຽມ ໃນການກັກຂັງ ພວກຂະເຈົ້າ ຊຶ່ງໃນປັດຈຸບັນ ກຳລັງ ທະຫານພະມ້າ ກໍເຂົ້າໄປ ໃນຄຸກດັ່ງກ່າວ ຄາດວ່່າ ນັກໂທດ ຫຼາຍຄົນ ອາດຖືກ ທໍຣະມານ ຈາກການປະທ້ວງ ຄັ້ງນີ້.

ກຸ່ມນັກໂທດ ການເມືອງ ຫຼື ນັກໂທດ ຈິດສຳນຶກ ກຸ່ມນີ້ ສ່ວນໃຫຍ່ ເປັນນັກຕໍ່ສູ້ ເພື່ອປະຊາທິປະຕັຍ, ສິດທິມະນຸດ ແລະ ຄວາມຍຸດຕິທັມ ໃນພະມ້າ. ສ່ວນຫຼາຍ ເປັນນັກວິຊາການ ມີຄວາມຮູ້ສູງ ບໍ່ມັກ ການປົກຄອງ ຂອງທະຫານ ແບບດຽວກັນກັບ ໃນຫຼາຍປະເທດ ໃນອາຊຽນ ໃນນັ້ນ ຮ່ວມດ້ວຍ ປະເທດເພື່ອນບ້ານ ພະມ້າ ບາງປະເທດ.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.