ພົບ 5 ສົບນິຣະນາມ ຢູ່ພະມ້າ

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2021.08.02
ພົບ 5 ສົບນິຣະນາມ ຢູ່ພະມ້າ ຊາວບ້ານ ພົບສົບນິຣະນາມ 5 ສົບ ຢູ່ເຂດປ່າ ຢູ່ເມືອງການີ ປະເທດພະມ້າ ບ່ອນທີ່ມີການສູ້ຣົບກັນ, ວັນທີ 13 ກໍຣະກະດາ.
ນັກຂ່າວ ພົລເມືອງ

ປະຊາຊົນ ໄດ້ພົບ ສົບນິຣະນາມ 5 ສົບ ຢູ່ເຂດ ເມືອງຊາກັງ ຂອງພະມ້າ ຫຼັງຈາກ ຣັຖບານ ທະຫານພະມ້າ ໄດ້ຈັບຕົວ ປະຊາຊົນຫຼາຍຄົນ ຢູ່ໃນເຂດດັ່ງກ່າວ ຊຶ່ງເປັນບ່ອນ ທີ່ມີການ ຕໍ່ສູ້ກັນ ຢ່າງດຸເດືອດກັນ ເປັນເວລາຫຼາຍເດືອນ, ແລະ ຫຼັງຈາກ 2 ອາທິດຕໍ່ມາ ຊາວບ້ານ ກໍພົບສົບ ຫຼາຍ 10 ສົບ ຢູ່ເຂດປ່າໄມ້ ໃກ້ໝູ່ບ້ານ.

ປະຊາຊົນ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ຜແນກ ພາສາພະມ້າວ່າ ມີສົບຜູ້ຊາຍ ທີ່ເສັຽຊີວິດ ຖືກແຂວນ ຢູ່ເທິງຕົ້ນໄມ່ ຢູ່ປ່າ ນອກເມືອງ ໃນວັນອັງຄານ ທີ່ຜ່ານມາ ແລະ ສົບດັ່ງກ່າວ ຢູ່ໃກ້ ກັບຫຼຸມສົບ ທີ່ເຊື່ອກັນວ່າ ຢ່າງໜ້ອຍ ມີ 10 ຄົນ ທີ່ເສັຽຊີວິດ ຖືກຝັງ ຢູ່ທີ່ນັ້ນ.

ປະຊາຊົນ ຢູ່ເມືອງດັ່ງກ່າວ ໄດ້ກ່າວວ່າ: ຊາວບ້ານພົບສົບ ຜູ້ເສັຽຊີວິດ ໃນວັນອັງຄານ ທີ່ຜ່ານມາ ເປັນຜູ້ຊາຍ ຖືກມັດແຂວນ ຢູ່ເທິງຕົ້ນໄມ້. ຜູ້ເສັຽຊີວິດ ອາຍຸ 60 ປີ ຂຶ້ນໄປ.

ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ ຊາວບ້ານ ພົບ 4 ສົບ ຢູ່ເຂດ ຫຼຸມຝັງສົບ ແລະ ຍັງມີສົບ ອີກຈຳນວນນຶ່ງ ຖືກຂຸດຂຶ້ນມາ ແຕ່ປະຊາຊົນ ມີຄວາມຢ້ານກົວ ຍ້ອນຢ້ານວ່າ ຈະມີ ລະເບີດຝັງຢູ່ ໃນນັ້ນ ຊຶ່ງມີ ຄວາມຫຍຸ້ງຍາກ ທີ່ຈະນຳ ສົບຂຶ້ນມາ.

ແຫຼ່ງຂ່າວເຊື່ອວ່າ ຈາກການພົບສົບ ຜູ້ເສັຽຊີວິດ 5 ສົບ ຊຶ່ງສົບນັ້ນ ໄດ້ຖືກສັງຫານ ຢູ່ໃນພື້ນທີ່ ດັ່ງກ່າວ.

ຊາວບ້ານ ບໍ່ສາມາດ ລະບຸ ໄດ້ວ່າ ຜູ້ເສັຽຊີວິດນັ້ນ ແມ່ນໃຜ ແຕ່ວ່າ ແຫຼ່ງຂ່າວ ໄດ້ລະບຸວ່າ ໄດ້ມີ ການຍິງປະທະກັນ ຢູ່ເຂດດັ່ງກ່າວ ລະຫວ່າງ ທະຫານພະມ້າ ກັບ ສະມາຊິກ ກຸ່ມກອງກຳລັງ ປ້ອງກັນ ຕົວເອງ ທີ່ຊາວບ້ານ ໄດ້ພາກັນ ຈັດຕັ້ງຂຶ້ນມາ ນັບແຕ່ ມີການຣັຖປະຫານ ຢຶດອຳນາດ.

ນອກຈາກນີ້, ຊາວບ້ານ ຍັງກ່າວວ່າ ທະຫານພະມ້າ ໄດ້ຈັບ ຕົວປະຊາຊົນ ຢ່າງໜ້ອຍ 10 ຄົນ ຢູ່ໝູ່ບ້ານ ໃນເມືອງການີ ໃນວັນທີ 24 ກໍຣະກະດາ ຊຶ່ງປະຊາຊົນ ທີ່ຖືກຈັບ ໄດ້ພາກັນ ໄປລີ້ຢູ່ເຂດດັ່ງກ່າວ.

ເອເຊັຽເສຣີ ພຍາຍາມ ຕິດຕໍ່ຫາ ໂຄສົກ ຣັຖບານ ທະຫານພະມ້າ ພົນຕຣີ ຊໍມິນ ກ່ຽວກັບ ເຣື່ອງນີ້, ແຕ່ບໍ່ໄດ້ຮັບ ຄຳຕອບ ຈາກທ່ານ.

ນອກຈາກນີ້ ທະຫານພະມ້າ ຍັງຈັບຄົນ ທີ່ສົງໄສວ່າ ຕໍ່ຕ້ານ ຕົນເອງ ແລ້ວ ຕັດສິນ ປະຫານຊີວິດ ຫຼາຍຄົນ.

ໃນຈຳນວນນັ້ນ ຄື ລູກຊາຍຂອງ ນາງ ຊານ ຊານ ອາຍ 4 ຄົນ ຖືກທະຫານພະມ້າ ຈັບໂຕ ແລະ ຖືກສານທະຫານ ຕັດສິນ ປະຫານຊີວິດ.

ນາງ ຊານ ຊານ ອາຍ ໄດ້ກ່າວວ່າ: ມີຣົດ 3 ຄັນ ຂັບມາຈອດ ຢູ່ບ້ານ ຫຼັງຈາກ ປີໃໝ່ພະມ້າ ແລ້ວ ມີຄົນ [ທຫານ] ຖາມຫາລູກຂ້ອຍ ຜົວຂ້ອຍ ກໍບອກວ່າວ່າ ລູກຢູ່ເຮືອນ ແລະ ພວກຄົນ ທີ່ມານັ້ນ ມາເອົາລູກ ແລະ ໃສ່ກັບມື ລູກຂ້ອຍໄປ ໂດຍ ທີ່ເຂົາເຈົ້າ ບອກວ່າ ຈະເອົາລູກ ໄປສອບສວນ.

ການຕໍ່ສູ້ກັນ ລະຫວ່າງ ທະຫານພະມ້າ ແລະ ກອງກຳລັງ ປ້ອງກັນຕົວເອງ ຂອງປະຊາຊົນ ຢູ່ເມືອງການີ ໃນຫຼາຍເດືອນ ທີ່ຜ່ານມາ, ແລະ ປະຊາຊົນ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ ຊາວບ້ານ ໄດ້ພົບເຫັນ ສົບຜູ້ເສັຽຊີວິດ ທີ່ເປັນປະຊາຊົນ ຢ່າງໜ້ອຍ 15 ສົບ ຖືກຕີ ຢ່າງປ່າເຖື່ອນ ຢູ່ໃນປ່າ ທີ່ໃກ້ກັບ ບ້ານຢິນ ແລະ ບ້ານຄອນ ໃນວັນທີ 11-12 ກໍຣະກະດາ ຫຼັງຈາກ ທະຫານພະມ້າ ໄດ້ອອກຈາກ ໝູ່ບ້ານໄປ.

ຮູບພາບທີ່ ເອເຊັຽເສຣີ ໄດ້ມາ ໄດ້ສແດງ ໃຫ້ເຫັນວ່າ ສົບຜູ້ເສັຽຊີວິດ ນອນຂ້ວາມໜ້າ ຢູ່ໃນປ່າ ບາງຄົນ ກໍປະໂຕ ຫຼື ນຸ່ງເຄື່ອງ ທີ່ເປື້ອນດິນ.

ປະຊາຊົນ ກ່າວຕື່ມອີກວ່າ: ຜູ້ເຄາະຮ້າຍ ບໍ່ແມ່ນ ສມາຊິກ ກຸ່ມກອງກຳລັງ ປ້ອງກັນຕົວເອງ, ແຕ່ວ່າ ກຸ່ມປະຊາຊົນ ທີ່ມີອາຍຸ ແຕ່ໄວໜຸ່ມ ຫາ 60 ຂຶ້ນໄປ ຜູ້ທີ່ຖືກຈັບ ຫຼັງຈາກ ພຍາຍາມ ໜີ ຫຼັງຈາກ ທີ່ທະຫານພະມ້າ ເຂົ້າມາ ໃນວັນທີ 8 ກໍຣະກະດາ.

ກຸ່ມສິດທິມະນຸດ ໄດ້ເອີ້ນວ່າ ການສັງຫານ ປະຊາຊົນ ຢູ່ເມືອງການີ ເປັນຄວາມຜິດ ແລະ ເປັນອາສຍາກັມ ສົງຄາມ. 

ໃນວັນພຸດ ທີ່ຜ່ານມາ, ແຫຼ່ງຂ່າວ ກຸ່ມກອງກຳລັງ ປ້ອງກັນຕົວເອງ ຢູ່ເມືອງສາກາງ ໄດ້ກ່າວຕໍ່ ວິ​ທ​ຍຸ ເອເຊັຽ ເສ​ຣີ ວ່າ ທະຫານພະມ້າ ໄດ້ສັງຫານ ກຸ່ມກອງກຳລັງ ຝ່າຍຕໍ່ຕ້ານ ຫຼາຍກວ່າ 30 ຄົນ ຢູ່ເມືອງສາກາງ, ລວມທັງ ກຸ່ມກອງກຳລັງ ປ້ອງກັນຕົວເອງ ຢູ່ຣັຖມົນນີວາ ຢູ່ໃນການປະທະກັນ ຢູ່ເຂດໝູ່ບ້ານ ຊີພິນວິນ.

ແຫຼ່ງຂ່າວ ກ່າວຕື່ມອີກວ່າ ກຸ່ມກອງກຳລັງ ປ້ອງກັນຕົວເອງ ໄດ້ພາກັນ ໄປພື້ນທີ່ ຊາວບ້ານ ຮ້ອງຂໍ ຄວາມຊ່ວຍເຫຼືອ. ທັນທີທີ່ ເຂົາເຈົ້າ ຖືກສັງຫານ ຢູ່ໃນທົ່ງນາ. ພວກທະຫານ ໄດ້ໂຈມຕີ ທຸກຢ່າງທີ່ເຂົາມີ ລວມທັງອາວຸດໜັກ.

ປະຊາຊົນ ກ່າວວ່າ ເຂົາເຈົ້າ ໄດ້ພົບສົບ ໃນຄືນວັນຈັນ, ແຕ່ວ່າ ພວກເຮົາ ບໍ່ແນ່ໃຈເຖິງ ຊາຕາກັມເຂົາ. ເຂົາເຈົ້າ ຄິດວ່າ ເຂົາເຈົ້າ ຫຼົງທາງ ຢູ່ໃນປ່າ, ແຕ່ວ່າ ໃນວັນອັງຄານ ຊາວບ້ານບາງຄົນ ກ່າວວ່າ ພົບສົບຜູ້ເສັຽຊີວິດ ປະມານ 30 ສົບ.

ພົບສົບ ສມາຊິກ ກອງກຳລັງ ປ້ອງກັນຕົວເອງ 5 ສົບ ຊື່ວ່າ ຈັນມີຊໍ, ກວາງເຕດ, ເຕດເນງອູ, ກໍວັນເຕດ, ເນງ ເຢ ກັນ.

ໃນວັນທີ 1 ກຸມພາ ທະຫານພະມ້າ ຢຶດອຳນາດ ຈາກຍານາງ ອັອງ ຊານ ຊູ ຈີ ຫົວໜ້າ ພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ຊນະ ການເລືອກຕັ້ງ ແບບເບັດເສັດ ໃນເດືອນ ພຶສຈິກາ 2020 ໃນການເລືອກຕັ້ງ ທົ່ວໄປ ໂດຍອ້າງວ່າ ພັກຂອງຍານາງ ຊນະການເລືອກຕັ້ງ ດ້ວຍການໂກງ ການເລືອກຕັ້ງ ແຕ່ທະຫານ ບໍ່ມີຂໍ້ມູນ ມາພິສູດ.

ນອກຈາກນີ້ ຢູ່ປະເທດພະມ້າ ຍັງຄົງມີ ບັນຫາ ເຣື່ອງຄົນເສັຽຊີວິດ ຈາກການຣະບາດ ຂອງໂຄວິດ-19.

ປະຊາຊົນ ເມືອງກາເລ ໄດ້ກາວຕໍ່ ວິ​ທ​ຍຸເອເຊັຽເສຣີ ວ່າ ໃນຈຳນວນ ຜູ້ເສັຽຊີວິດ ເກືອບ 300 ຄົນ ເປັນຊົນເຜົ່າສິນ ແລະ ອີກຫຼາຍ 100 ຄົນ ເປັນຊົນເຜົ່າບາມາ ເຊິ່ງເປັນ ສມາຊິກ ຊົນເຜົ່າສ່ວນໃຫຍ່ ຂອງປະເທດ. ໃນ 5 ມື້ ທຳອິດ ຂອງເດືອນ ກໍຣະກະດາ, ມີປະຊາຊົນ 100 ປາຍຄົນ ເສັຽຊີວິດ.

ລະຫວ່າງ ວັນທີ 1 ແລະ ວັນທີ 6 ກໍຣະກະດາ, ຫຼຸມຝັງສົບ ຫຼື ປ່າຊ້າ ເຕັມໄປດ້ວຍ ສົບຄົນຕາຍ ຍ້ອນວ່າ ມີສົບຜູ້ເສັຽຊີວິດ ຫຼາຍກວ່າ 500 ສົບ ທີ່ນຳມາ ແຕ່ເຂດຊານເມືອງ.

ເຖິງວ່າ ບໍ່ມີ ການຢືນຢັນ ວ່າ ການເສັຽຊີວິດ ທັງໝົດ ຍ້ອນໂຄວິດ-19, ສາເຫດ ຂອງການເສັຽຊີວິດ ສ່ວນຫຼາຍ ມາຈາກ ການຣະບາດ ຂອງໂຄວິດ-19 ກ່ອນຈະເສັຽຊີວິດ ຜູ້ປ່ວຍ ມີອາການໄຂ້, ປຸ້ນທ້ອງ, ຮາກ, ອີງຕາມຂ້ມູນ ເຈົ້າໜ້າທີ່ ບັນເທົາທຸກ ແລະ ສມາຊິກ ຄອບຄົວ ຜູ້ເສັຽຊີວິດ ຍ້ອນໂຄວິດ-19.

ໃນວັນອັງຄານ ທີ່ຜ່ານມາ, ການປົງສົບ ຜູ້ເສັຽຊີວິດ ຢູ່ເມືອງກາເລ ຂອງພະມ້າ ເກີດຄວາມກົລຫົນ ເມື່ອມີ ການຂົນສົບ ຜູ້ເສັຽຊີວິດ 14 ສົບ ມາຮອດກ່ອນ ຕອນທ່ຽງວັນ.

ປະຊາຊົນ ເມືອງກາເລ ຂອງພະມ້າ ກ່າວຕໍ່ ເອເຊັຽເສຣີ ວ່າ: ມີ 10 ປາຍສົບ ຖືກນຳມາ ສຖານທີ່ນີ້ ແລະ ພິທີສົ່ງສະການ ບໍ່ສາມາດ ເຮັດໄດ້ພ້ອມກັນ.

ປະຊາຊົນ ທ່ານນີ້ ກ່າວວ່າ ມີສົບຜູ້ເສັຽ ຊີວິດມາອີກ. ເຂົາເຈົ້າ ເສັຽຊີວິດ ຢູ່ບ້ານ ແລະ ເສັຽຊີວິດ ຢູ່ໂຮງໝໍ, ບວກກັບ ຜູ້ເສັຽຊີວິດ ຢູ່ບ້ານໃກ້ຄຽງ ຈະຖືກນຳມາ ສົ່ງສະການ ຢູ່ທີ່ນີ້.

ອີງຕາມ ການປະເມີນ, ມີຍອດ ຜູ້ເສັຽຊີວິດ ຍ້ອນໂຄວິດ-19 ສເລັ່ຽ 20 ຄົນ ແລະ 30 ຄົນ ຕໍ່ມື້ ໃນເດືອນມິຖຸນາ ທີ່ຜ່ານມາ.

ປະຊາຊົນ ຢູ່ເມືອງກາເລ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ເວົ້າແທ້ໆ ສຖານະການໜ້າເປັນຫ່ວງຫຼາຍ. ຜູ້ປ່ວຍ ບໍ່ໄດ້ຮັບ ການປິ່ນປົວ. ສູນປິ່ນປົວ ໂຄວິດ ບໍ່ມີເຈົ້າໜ້າທີ່ ສາທາ ແລະ ອາສາສມັກ ພຽງພໍ.

ປະຊາຊົນ ເມືອງກາເລ ກ່າວວ່າ: ບໍ່ມີ ຖັງອົກຊີເຈນ ພຽງພໍ ສະນັ້ນ ພວກເຮົາ ຈະຕ້ອງຊອກຫາຊື້ ດ້ວຍຕົນເອງ ມີການສັກວັກຊິນ ເປັນບາງຄັ້ງຄາວ ແຕ່ກໍມີ ປະຊາຊົນ ຈຳນວນຫຼາຍ ປິ່ນປົວຢູ່ເຮືອນ.

ນອກຈາກນີ້, ລະບົບ ທະນາຄານ ຂອງປະເທດພະມ້າຫລົ້ມ ນັບແຕ່ ມີການຣັຖປະຫານ ໃນວັນທີ 1 ກຸມພາ ເຮັດໃຫ້ ປະຊາຊົນ ໄປຝາກເງິນ ຢູ່ທະນາຄານກາງ ແລະ ທະນາຄານ ເອກຊົນ ຂອງພະມ້າ ໜ້ອຍລົງ, ແຕ່ມີຄົນພາກັນ ໄປຖອນເງິນ ຫລາຍຂຶ້ນ. 

ທະນາຄານກາງ ຂອງພະມ້າ ປະສົບ ກັບບັນຫາ ເງິນທຶນ ບໍ່ພຽງພໍ ທີ່ຈະອອກ ໃຫ້ແກ່ ທະນາຄານ ເອກຊົນ ເພື່ອເອົາເງິນ ມາທົດແທນ ຈຳນວນເງິນ ທີ່ປະຊາຊົນ ຖອນອອກໄປ ໃນແຕ່ລະມື້.

ເປັນເວລາ 3 ເດືອນ ທີ່ມີ ການຣັຖປະຫານ, ປັດຈຸບັນ ທະນາຄານ ເອກຊົນ ກຳລັງ ຈໍາກັດຈຳນວນເງິນ ທີ່ປະຊາຊົນ ຈະຖອນອອກ ຢູ່ຕູ້ ເອທີເອມ (ATM) ຊຶ່ງລູກຄ້າ ຄົນນຶ່ງ ຖອນບໍ່ໃຫ້ເກີນ 300,000 Kyat [ສະກຸນ ເງິນພະມ້າ] ຫລື ເທົ່າກັບ 128 ໂດລາ ຕໍ່ມື້ ແຕ່ກ່ອນ ທີ່ຈະມີ ຣັຖປະຫານ ລູກຄ້າ ທະນາຄານ ຄົນນຶ່ງ ສາມາດ ຖອນເງິນໄດ້ ເຖyງ 1 ລ້ານ Kyat ຕໍ່ມື້. 

ປັດຈຸບັນ ລູກຄ້າ ບາງຄົນ ບໍ່ສາມາດ ຖອນເງິນ ໄດ້ເລີຍ ຍ້ອນວ່າ ຕູ້ເອທີເອມ ບໍ່ມີເງິນສົດ. ແຕ່ລະມື້ ມີປະຊາຊົນ ຫລາຍ 100 ຄົນ ພາກັນ ໄປຢືນ ຖ້າລຽນແຖວຍາວ ເພື່ອໄປຖອນເງິນ ຈາກທະນາຄານ. 

ເຈົ້າໜ້າທີ່ ທະນາຄານ ເອກຊົນ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຜແນກ ພາສາພະມ້າ ວ່າ ບໍ່ມີໃຜ ເອົາເງິນ ໄປຝາກ ໃນທະນາຄານອີກ, ມີແຕ່ຄົນ ໄປຖອນເງິນອອກ.

ເຈົ້າຂອງ ທຸຣະກິດ ຜູ້ທີ່ມີ ເງິນຫຼາຍ ບໍ່ໄດ້ເອົາ ເງິນໄປຝາກ ຢູ່ທະນາຄານອີກ ຍ້ອນວ່າ ເຂົາເຈົ້າ ເປັນຫ່ວງ ຄວາມປອດໄພ ແລະ ຍ້ອນເຫດນີ້ ທະນາຄານ ກໍບໍ່ມີເງິນສົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.