ອອງຊານ ຊູຈີ ຖືກນໍາຂຶ້ນສານ ເນປາດໍ້
2021.06.19

ທີ່ປຶກສາແຫ່ງຣັຖມຽນມາ ຍານາງ ອອງຊານ ຊູຈີ ແລະ ປະທານາທິບໍດີ Win Myint, ອະດີດຜູ້ນຳພະມ້າ ທີ່ຖືກໂຄ່ນລົ້ມ ໃນການກໍ່ ຣັຖປະຫານ ໃນວັນທີ 1 ກຸມພາ ຖືກດຳເນີນຄະດີ ຢູ່ນະຄອນຫຼວງເນປາດໍ້ ໃນມື້ວັນຈັນ ໂດຍກຸ່ມສິດທິມະນຸດ ເວົ້າວ່າ ການກ່າວຫາ ຕໍ່ສອງຜູ້ນຳດັ່ງກ່າວ ເປັນ "ຄວາມໂກດແຄ້ນ" ແລະ ເປັນເຫດຜົນ ທາງການເມືອງຫຼາຍກວ່າ.
ທະນາຍຄວາມ ຂອງຍານາງອອງຊານ ຊູຈີ ທ່ານ Min Min Soe ກ່າວຕໍ່ບັນດານັກຂ່າວ ຫຼັງຈາກມື້ພິຈາຣະນາຄະດີ ໃນສານ ວ່າ: ສານພະມ້າ ຕັ້ງຂໍ້ກ່າວຫາ ຕໍ່ອະດີດຜູ້ນຳພົລເຮືອນ ພະມ້າ ໃນສາມກະໂທງ ໃນເບື້ອງຕົ້ນ ດັ່ງການຣະເມີດກົດໝາຍ ວ່າດ້ວຍການ ປົກປ້ອງປະຊາຊົນ ຈາກເຫດພັຍພິບັດ, ກົດໝາຍວ່າດ້ວຍ ການໂທຣະຄົມມະນາຄົມ ແລະກົດໝາຍ ວ່າດ້ວຍ ການນຳເຂົ້າ-ສົ່ງອອກ ສິນຄ້າທີ່ຕ້ອງຫ້າມ ແລະ ອື່ນໆ ໃນສມັຍຣັຖບານພົລເຮືອນ.
ທ່ານວ່າ ການພິຈາຣະນາຄະດີ ໄດ້ເຣີ້ມຂຶ້ນ ໃນເວລາປະມານ 10:20 ຕອນເຊົ້າ ຂອງມື້ວັນຈັນ ສານໄດ້ອ່ານຄຳກ່າວຫາ ຕໍ່ອະດີດ ຜູ້ນໍາພົລເຮືອນ ພະມ້າ ພາຍໃຕ້ມາດຕຣາ 25 ຂອງກົດໝາຍ ວ່າດ້ວຍ ການຄວບຄຸມ ພັຍພິບັດທັມມະຊາດ ແລະ ຂໍ້ກ່າວຫາຕ່າງໆ ໃນເວລາຕໍ່ມາ ໂດຍໃຊ້ຄຳເວົ້າທີ່ຮຸນແຮງ ຕໍ່ອະດີດຜູ້ນຳ ປະຊາທິປະຕັຍ ມຽນມາ ຍານາງ ອອງຊານ ຊູຈີ ແລະທ່ານ ວິນມີນ. ຊຶ່ງ ການພິຈາຣະນາ ຄະດີ ແມ່ນຖືກປິດ ຈາກສື່ມວນຊົນ ແລະປະຊາຊົນຊາວພະມ້າເຂົ້າຮ່ວມ. ທະນາຍຄວາມ ຂອງຍານາງ ອອງຊານ ຊູຈີ ກ່າວວ່າ:
“ພວກເຮົາບໍ່ມີເວລາພຽງພໍ ໃນການປຶກສາຫາລືກັນ ໃນຄະດີຕ່່າງໆ ຍ້ອນຕຳຣວດ ກັກຕົວນາງໄວ້ໃນທີ່ກັກຂັງ.”
ທ່ານ Min Min Soe ກ່າວວ່າ ຫຼັງຈາກພັກຜ່ອນຊົ່ວໄລຍະນຶ່ງ, ການພິຈາຣະນາຄະດີ ກໍໄດ້ເຣີ່ມຂຶ້ນມາໃໝ່ ໃນເວລາ 1:45 ຕອນ ບ່າຍ ໂດຍມີເຈົ້າໜ້າທີ່ຕຳຣວດ ຊັ້ນຮ້ອຍເອກ ນາຍ Kyi Lwin ໃຫ້ການຕໍ່ສານ ກ່ຽວກັບຂໍ້ກ່າວຫາພາຍໃຕ້ມາດຕຣາ 67 ວ່າດ້ວຍ ການຣະເມີດກົດໝາຍ ໂທຣະຄົມມະນາຄົມ ຂອງອະດີດຜູ້ນຳທັງສອງ ຕໍ່ມາກໍມີເຈົ້າໜ້າທີ່ພະມ້າ ຄົນອຶ່ນໆ ອ່ານຂໍ້ກ່າວຫາ ກ່ຽວກັບ ການຣະເມີດກົດໝາຍ ວ່າດ້ວຍ ການປົກປ້ອງ ປະຊາຊົນ ຈາກເຫດ ພັຍພິບັດທັມມະຊາດ ແລະ ກົດໝາຍ ວ່າດ້ວຍ ການນຳເຂົ້າ ສົ່ງອອກ ພາຍໃຕ້ມາຕຣາ 8 ຂອງກົດໝາຍອາຍາ.
ທະນາຍຄວາມ ຂອງຍານາງ ອອງຊານ ຊູຈີ ກ່າວຕື່ມວ່າ "ການພິຈາຣະນາຄະດີໃນມື້ນີ້ ມີພຽງແຕ່ມາຟັງ ຄຳຕູ່ຫາ ຈາກພະຍານ ຂອງຝ່າຍໂຈດເທົ່ານັ້ນ ແລະວ່າ ຄະດີຈະດຳເນີນຕໍ່ໄປ ໃນວັນອັງຄານ.
ທ່ານ Phil Robertson ຮອງຜູ້ອຳນວຍການ ອົງການສີ້ງຊອມ ດ້ານສິດທິມະນຸດ ຫຼື Human Rights Watch ປະຈຳພາກພື້ນ ເອີ້ນການກ່າວຫາ ໃນຄະດີອາຍາ ຂອງທາງການພະມ້າ ຕໍ່ຍານາງ ອອງຊານ ຊູຈີ ຜູ້ນຳພັກສັນນິບາດ ເພື່ອປະຊາທິປະຕັຍ ຂອງ ພະມ້າ ວ່າ "ເປັນການກ່າວຫາຈອມປອມ ແລະ ມີແຮງຈູງໃຈ ທາງການເມືອງ ຍ້ອນຄວາມຕັ້ງໃຈ ທີ່ຈະລຶບລ້າງ ໄຊຊະນະໃນການ ເລືອກຕັ້ງ ຂອງຍານາງ ໃນເດືອນພຶສຈິກາ ປີ 2020 ແລະ ເພື່ອປ້ອງກັນ ບໍ່ໃຫ້ທ່ານນາງ ກັບມາຮັບຕຳແໜ່ງອີກເທື່ອນຶ່ງ.”
ເຈົ້າໜ້າທີ່ຕ່າງຊາດ ທ່ານນຶ່ງເວົ້າວ່າ:
“ຍານາງ ອອງຊານ ຊູຈີ ຖືກຂໍ້ຫາໃນຫຼາຍຄະດີ ຮ່ວມດ້ວຍການສໍ້ຣາຊບັງຫຼວງແລະ ຣະເມີດຄວາມລັບຂອງຊາດ.”
ທ່ານ Robertson ກ່າວໃນຖແລງການ ໃນວັນຈັນ ຜ່ານມາວ່າ ຍານາງອອງຊານ ຊູຈີ ຄວນຖືກປ່ອຍຕົວທັນທີ ປາສຈາກເງື່ອນໄຂ ໃດໆ ແລະ ຂໍ້ກ່າວຫາທັງໝົດ ຕໍ່ຍານາງນັ້ນ ຕ້ອງຖືກຍົກເລີກ:
"ແຕ່ໜ້າເສັຽດາຍ ທີ່ຍັງມີຂໍ້ຈຳກັດ ໃນການເຂົ້າເຖິງ ທະນາຍຄວາມ ຂອງຍານາງ ແລະ ຄະດີ ທີ່ໄດ້ຮັບການໄຕ່ສວນ ຢູ່ຕໍ່ໜ້າສານ ຝ່າຍດຽວ ທີ່ຖືກຄວບຄຸມຢ່າງເຕັມທີ່ ຈາກຣັຖບານທະຫານ, ມີຄວາມເປັນໄປໄດ້ໜ້ອຍ ທີ່ຍານາງ ອອງຊານ ຊູຈີ ຈະໄດ້ຮັບ ການ ດຳເນີນຄະດີ ຢ່າງຍຸຕິທັມ,"
ແລະວ່າ ການພິຈາຣະນາ ຄະດີນີ້ ແມ່ນການເປີດກວ້າງ ຢ່າງຈະແຈ້ງ ໃນຍຸທສາດຮວມ ສຳລັບຍານາງ ຊູຈີ ແລະ ພັກສັນນິບາດ ເພື່ອປະຊາທິປະຕັຍ ທີ່ຈະເປັນແຮງດັນ ໃນການທ້າທາຍ ການປົກຄອງຂອງທະຫານ ໃນອະນາຄົດ.
ນອກຈາກນີ້ ຍານາງ ອອງຊານ ຊູຈີ ຍັງຖືກຂໍ້ກ່າວຫາ ໃນຄະດີ ອື່ນໆອີກ ໃນ 5 ຄະດີ ທີ່ກຸງເນປາດໍ ແລະ ນຶ່ງຄະດີ ຢູ່ນະຄອນ ຢ້າງກຸ້ງ ໃນຂໍ້ຫາ ຣະເມີດກົດໝາຍ ທີ່ເປັນຄວາມລັບ ຂອງອານານິຄົມ ຮ່ວມດ້ວຍ ຄະດີ ການໃຫ້ສິນບົນ, ການປຸກຣະດົມ ແລະ ຊັກຊວນ, ການຣະເມີດກົດໝາຍ ດ້ານໂທຣະຄົມ ມະນາຄົມ, ການຄອບຄອງ ແລະ ການນຳເຂົ້າສິນຄ້າຕ້ອງຫ້າມ ດັ່ງວິທຍຸສື່ສານ ຣະຫວ່າງມວນຊົນ ແລະ ການຣະເມີດກົດໝາຍ ການຄວບຄຸມ ແລະ ປ້ອງກັນການຣະບາດໂຄວິດ-19 ທີ່ທາງການ ໄດ້ວາງນະໂຍ ບາຍໄວ້.
ເຈົ້າໜ້າທີ່ຕ່າງຊາດອີກທ່່ານນຶ່ງເວົ້າວ່າ:
“ເວົ້າຮວມແລ້ວ ກຸ່ມທະຫານຕ້ອງການ ຢາກໃຫ້ຍານາງ ອອງຊານ ຊູຈີ ມີຄວາມຜິດ ໃນຄະດີໃດຄະດີນຶ່ງ ເພື່ອເປັນຂໍ້ອ້າງ ໃນການ ຈັບກຸມ ແລະ ກັກຂັງນາງ.”
ການກ່າວຫາ ທີ່ຮ້າຍແຮງທີ່ສຸດ ຕໍ່ຜູ້ທີ່ໄດ້ຮັບຣາງວັນ ໂນເບວ ອາຍຸ 75 ປີ ຍານາງ ອອງຊານ ຊູຈີ ກໍແມ່ນການກ່າວຫາ ຣະເມີດ ກົດໝາຍ ວ່າດ້ວຍ ຄວາມລັບຂອງທາງການ, ຖ້າສານຕັດສິນ ວ່າມີຄວາມຜິດ ນາງ ຈະຖືກລົງໂທດ ຈຳຄຸກສູງສຸດ 14 ປີ.
ກຸ່ມທະຫານພະມ້າ ໄດ້ປ້ອງກັນ ການຣັຖປະຫານຂອງຕົນ, ປາສຈາກຫຼັກຖານ ທີ່ຈະມາອ້າງອີງ ວ່າໄຊຊະນະ ຂອງພັກສັນນິບາດ ເພື່ອປະຊາທິປະຕັຍ ຫຼື NLD ໃນການເລືອກຕັ້ງ ເດືອນ ພຶສຈກາຜ່ານມາ ແມ່ນຜົນມາຈາກ ການສໍ້ໂກງບັດເລືອກຕັ້ງ ທີ່ເຮັດໃຫ້ ກຸ່ມະຫານຕອບໂຕ້ ຕໍ່ການປະທ້ວງ ຂອງປະຊາຊົນຢ່າງໂຫດຫ້ຽມ ຈົນເຮັດໃຫ້ມີຜູ້ເສັຽຊີວິດ 850 ກວ່າຄົນ.
ໃນວັນຈັນ, ທະນາຍຄວາມ ຂອງທ່ານ Nathan Maung, ນັກຂ່າວ ສະຫະຣັດ ທີ່ຖືກຈັບເມື່ອສາມເດືອນກ່ອນ ໃນປະເທດມຽນມາ ໃນຂນະທີ່ ເຮັດວຽກດ້ານຂ່າວ ຜ່ານທາງ ອິນເຕີເນັດທ້ອງຖິ່ນ ສານໄດ້ປ່ອຍຕົວທ້າວ ນາຕານ Maung ແລະ ຍົກເລີກຂໍ້ກ່າວຫາ ທັງໝົດຕໍ່ລາວແລ້ວ.
ທະນາຍຄວາມ ຂອງລາວ ນາຍ Tin Zar Oo ກ່າວວ່າ ນາຍ Maung ຈະຖືກເນຣະເທດອອກຈາກມຽນມາ ໃນວັນອັງຄານ. ທ່ານ ກ່າວໃນມື້ວັນຈັນ.
ແຕ່ນາຍ Hanthar Nyein ນັກຂ່າວສັນຊາດມຽນມາ, ເພື່ອນຮ່ວມງານທີ່ຖືກຈັບ ກັບທ້າວ Maung, ແລະທ້າວ Danny Fenster, ນັກຂ່າວສະຫະຣັດແລະ ຜູ້ບັນນາທິການ ວາຣະສານ online ໜັງສືພິມ Frontier ຍັງຖືກຄຸມຂັງຢູ່ໃນຄ້າຍທະຫານຢູ່.
ນັກຊ່ຽວຊານພະມ້າ ນາງນຶ່ງເວົ້າວ່າ:
“ນາງບໍ່ຄິດວ່າ ຍານາງ ອອງຊານ ຊູຈີ ຈະໄດ້ຮັບຄວາມເປັນທັມ ຈາກການຕັດສິນ ຂອງສານພະມ້າ.”
ໃນຂນະດຽວກັນ ກຸ່ມປົກປ້ອງສິດທິມະນຸດ ແລະ ອົງການສະຫະປະຊາຊາດ ກ່າວວ່າ ກຸ່ມທະຫານ ພະມ້າ ປັດຈຸບັນ ໄດ້ປ່ຽນທ່າທີ ແນວການປາບປາມ ໃສ່ກຸ່ມຊາວນຸ່ມ ໃນພະມ້າ ຫຼາຍຂຶ້ນ ນອກຈາກປະຊາຊົນທັມດາ ຊາວນຸ່ມຜູ້ປະທ້ວງ ຫຼາຍຄົນຖືກຈັບ ຖືກຂ້າ ແລະ ຫາຍສາບສູນ ຍ້ອນກຸ່ມດັ່ງກ່າວ ມີກຳລັງແຮງ ໃນການຕໍ່ຕ້ານ ຣັຖບານທະຫານ.
ອົງການ UNICEF ຖແລງວ່າ ຊາວນຸ່ມ ຫຼາຍຮ້ອຍຄົນ ໃນມຽນມາ ຖືກຈັບກຸມ ໃນການປາບປາມ ການປະທ້ວງ ຕໍ່ຕ້ານຣັຖບານ ທະຫານພະມ້າ ແລະ ຖືກກ່າວຫາ ຄັດຄ້ານ ກຸ່ມປົກຄອງທະຫານ ຕາມກົດໝາຍ ມາຕຣາ 505 (a) ຂອງກົດໝາຍອາຍາ ຂອງ ມຽນມາ, ແລະ ຫຼາຍຄົນໄດ້ຖືກທໍຣະມານ ໃນທີ່ຄຸມຂັງ.
ອົງການສະຫະປະຊາຊາດ ທີ່ຮັບຜິດຊອບ ໃນການໃຫ້ການຊ່ອຍເຫຼືອ ດ້ານມະນຸສທັມ ແລະ ການພັທນາ ແກ່ເດັກນ້ອຍໃນທົ່ວໂລກ ຮ່ວມດ້ວຍພະມ້າ ກ່າວວ່າ, ຊາວນຸ່ມ ໃນມຽນມາ ຖືກຂ້າຕາຍ ຫຼາຍຄົນ.
ໃນຈຳນວນຊາວນຸ່ມທີ່ຖືກຈັບ ແລະ ຂ້າຕາຍນັ້ນ ມີເດັກນ້ອຍ 53 ຄົນ ທີ່ມີອາຍຸຕ່ຳກວ່າ 18 ປີ, ໃນນັ້ນ ມີເດັກນ້ອຍແມ່ຍິງ 7 ຄົນ ຖືກຂ້າຕາຍ ຫຼັງຈາກການຣັຖປະຫານເປັນຕົ້ນມາ, ແລະຢ່າງໜ້ອຍຊາວໜຸ່ມກວ່າ 1,000 ຄົນຍັງຖືກຄຸມຂັງ ໂດຍບໍ່ມີການອະນຸຍາດ ໃຫ້ການເຂົ້າເຖິງ ທະນາຍຄວາມ ຫຼືຄອບຄົວຂອງພວກເຂົາເຈົ້າ,
ທ່ານ Marc Rubin, ທີ່ປຶກສາດ້ານສຸກເສີນ ໃນພາກພື້ນອາຊີຕາເວັນອອກແລະ ປາຊີຟິກ ອົງການ UNICEF ກ່າວຜ່ານ ອີມຽວ ຂອງທ່ານວ່າ:
" ອົງການ UNICEF ມີຄວາມເປັນຫວ່ງຢ່າງໜັກ ຕໍ່ຄວາມປອດພັຍ ຂອງເດັກນ້ອຍໃນພະມ້າ ແລະ ການໃຫ້ການບໍຣິການ ຕໍ່ ເດັກນ້ອຍ ແລະ ຊາວນຸ່ມໃນພະມ້າ ຖືກທຳລາຍ ຈາກກຸ່ມທະຫານ ຢ່າງໜັກ."
ແລະວ່າ
"ປາສຈາກພຶຕິກັມຢ່າງຮີບດ່ວນ ໃນການສະກັດກັ້ນ ກຸ່ມຜເດັດການທະຫານ ເດັກນ້ອຍເຫຼົ່ານີ້ ຈະໄດ້ຮັບຜົລກະທົບທາງລົບ ຫຼາຍຢ່າງ ທາງດ້ານຮ່າງກາຍ, ຈິດໃຈ, ອາລົມ, ການສຶກສາ ແລະ ເສຖກິຈ ເປັນເວລາຍາວນານ,".
ທ່ານ Nickey Diamond ຈາກອົງການ ປົກປ້ອງສິດທິມະນຸດ Fortify ກ່າວວ່າ ກຸ່ມຜູ້ນຳທະຫານ ເບິ່ງຄືວ່າ ມີຄວາມຢ້ານກົວ ຕໍ່ ຊາວນຸ່ມ ຍ້ອນການຕໍ່ຕ້ານ ຢ່າງແຂງແຮງ ຂອງພວກເຂົາເຈົ້າ ເພື່ອໃຫ້ຣັຖບານພົລເຮືອນ ທີ່ຖືກເລືອກຕັ້ງ ຢ່າງປະຊາທິປະຕັຍ ທີ່ ຖືກໂຄ່ນລົ້ມ ຈາກກຸ່ມທະຫານ ໄດ້ກັບຄືນມາໃໝ່:
“ພວກຊາວນຸ່ມ ມີຄວາມກ້າຫານ ໃນການຕໍ່ສູ້ ກັບກຸ່ມຜເດັດທະຫານ. ສະນັ້ນ ທະຫານ ຕ້ອງຂົ່ມຂູ່ຊາວນຸ່ມເຫຼົ່ານີ້ ນັ້ນແມ່ນເຫດຜົນ ທີ່ພວກເຂົາຕັ້ງເປົ້າໝາຍຈັບກຸມຊາວນຸ່ມ, " ທ່ານວ່າ ສິ່ງນີ້ຈະເຮັດໃຫ້ຊາວນຸ່ມ ຍິ່ງມີຄວາມສາມັກຄີ, ແລະ ພວກເຂົາຈະຊອກຫາ ວິທີການໃໝ່ ເພື່ອເອົາຊະນະ ສັຕຣູຂອງພວກເຂົາໄດ້."
ເຈົ້າໜ້າທີ່ຈາກອົງການຕ່າງຊາດ ທ່ານນຶ່ງເວົ້າວ່າ:
“ກາຍໂຈມຕີ ຍານາງ ອອງຊານ ຊູຈີ ເປັນການໂຈມຕີ ຣະບອບປະຊາທິປະຕັຍໃນພະມ້າ ທີ່ຊາວພະມ້າ ຕໍ່ສູ້ມາຫຼາຍທົດສວັດ.”
ຊາວນຸ່ມຫຼາຍຄົນ ຖືກຈັບ ແລະ ຖືກກັກຂັງ ເປັນເວລາຫຼາຍເດືອນ ຫຼາຍຄົນຖືກຂ້າ ແລະ ຫາຍສາບສູນ ປາສຈາກການບອກເລົ່າ ໃຫ້ພໍ່ແມ່ ແລະ ຜູ້ປົກຄອງ ຂອງພວກຂະເຈົ້າຮູ້ ຫຼາຍຄົນ ຊາກສົບຂອງພວກເຂົາ ກໍບໍ່ຖືກສົ່ງກັບບ້ານ ເພື່ອທຳພິທີທາງສາສນາ.
ສຳລັບການຕັດສິນຄະດີ ຂອງຍານາງ ອອງຊານ ຊູຈີ ແລະ ຜູ້ນຳພົລເຮືອນ ພະມ້າ ບາງຄົນນັ້ນ ໃນປັດຈຸບັນ ຍັງບໍ່ສິ້ນສຸດເທື່ອ ແລະ ຈະສືບຕໍ່ໄປ ໃນອາທິດໜ້າ ສາກົລ ກຳລັງເບິ່ງການຕັດສິນ ຄະດີ ຂອງນາງ ຈາກສານພະມ້າ ທີ່ຖືກຄວບຄຸມ ໂດຍທະຫານ ຢ່າງບໍ່ລົດລະ ແລະ ຫຼາຍພາກສ່ວນ ຄິດວ່າ ຍານາງ ຈະບໍ່ໄດ້ຮັບຄວາມເປັນທັມ ຈາກສານພະມ້າ ຍ້ອນເປັນການຕັດສິນ ແລະ ຕູ່ຫາ ຈາກຝ່າຍດຽວ.
ນັກເຄື່ອນໄຫວ ເພື່ອປະຊາທິປະຕັຍ ໃນພະມ້າ ອີກທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ໃນປັດຈຸບັນ ຍຸທການຕໍ່ສູ້ກັບ ກຸ່ມຜເດັດການທະຫານພະມ້າ ແບ່ງອອກເປັນສອງແງ່ ຫຼືສອງພວກ ນຶ່ງແມ່ນ ການປະທ້ວງຈາກປະຊາ¬ຊົນ ຮ່ວມກັບກຸ່ມປະກອບອາວຸດຊົນກຸ່ມນ້ອຍ ແລະ ສອງ ແມ່ນກຸ່ມທະຫານ ຕໍ່ສູ້ກັນເອງ. ສ່ວນກຸ່ມຊາວນຸ່ມນັ້ນ ຂະເຈົ້າມີຍຸທສາດ ໃນການຕໍ່ສູ້ຢ່າງຮຸ່ນແຮງ ແລະ ຫ້າວຫານ ໂດຍບໍ່ຢ້ານຄວາມຕາຍ.
ນັກສັງເກດການ ທ່ານນຶ່ງເວົ້າວ່າ ຖ້າຍານາງ ອອງຊານ ຊູຈີ ຖືກສານຕັດ ວ່າຜິດ ແລະ ຖືກຈຳຄຸກເປັນເວລາຫຼາຍປີ ເຫດຄວາມ ວຸ້ນວາຍ ໃນມຽນມາ ແຮ່ງຈະເພີ້ມ ຄວາມຮຸນແຮງ ຂຶຶ້ນຫຼາຍກວ່ານີ້ ອາຈເກີດສົງຄາມກາງເມືອງຂຶ້ນ ໃນພະມ້າ ກໍເປັນໄດ້.