ພາຍຫຼັງ ຣັຖປະຫານ 6 ເດືອນ, ຊາວພະມ້າ ຍັງປະສົບຄວາມລຳບາກ

ສິດ​ນີ
2021.08.08
ພາຍຫຼັງ ຣັຖປະຫານ 6 ເດືອນ, ຊາວພະມ້າ ຍັງປະສົບຄວາມລຳບາກ ຜູ້ປະທ້ວງ ໄດ້ຮັບບາດເຈັບ ຍ້ອນໜ່ວຍຮັກສາ ຄວາມປອດພັຍ ຂອງທະຫານ ຍິງໃສ່ ໃນການປະທ້ວງ ທີ່ນະຄອນຢ້າງກຸ້ງ, ວັນທີ 14 ມີນາ ປີ 2021.
AFP

6 ເດືອນ ຫຼັງຈາກ ການຣັຖປະຫານ ຈາກກຸ່ມຜເດັດການ ທະຫານພະມ້າ ທີ່ໂຄ່ນລົ້ມ ແລະ ຈັບກຸມ ຣັຖບານພົລເຮືອນ, ຍານາງ ອັອງຊານຊູຈີ, ຜູ້ຊນະ ການເລືອກຕັ້ງ ແບບປະຊາທິປະຕັຍ ຢ່າງຖ້ວມທົ້ນ ໃນເດືອນພຶສຈິກາ ຜ່ານມາ, ຊີວິດການເປັນຢູ່ ຂອງປະຊາຊົນ ຊາວພະມ້າ ປະສົບກັບ ຄວາມລຳບາກ ຫຼາຍກວ່າເກົ່າ ບໍ່ວ່າ ທາງດ້ານເສຖກິຈ, ການຄ້າ, ຄວາມປອດພັຍ ແລະ ການຢູ່ກິນ ໃນຄອບຄົວ ໃນແຕ່ລະມື້ ຍ້ອນພຶດຕິກັມ ຂອງກຸ່ມຜູ້ນຳ ຜເດັດການ ທະຫານ ສ້າງຂຶ້ນ, ອີງຕາມ ຖແລງການ ຈາກກຸ່ມນັກວິເຄາະ ທາງດ້ານການເມືອງ ໃນພະມ້າ ໃນອາທິດນີ້. ກຸ່ມດັ່ງກ່່າວ ເວົ້າວ່າ ການຍຶດອຳນາດ ທາງດ້ານການເມືອງ ຂອງຜູ້ນຳ ຜເດັດການ ທະຫານ ຍັງຈະບໍ່ຈົບລົງ ໂດຍງ່າຍ.

ຜູ້ນຳຜເດັດການທະຫານ ໄດ້ຍຶດອຳນາດ ຈາກຣັຖບານພົລເຮືອນ ຂອງຍານາງ ອັອງ ຊານ ຊູ ຈີ ດ້ວຍການຣັຖປະຫານ ໃນມື້ວັນທີ 1 ເດືອນກຸມພາ ຜ່ານມາ ດ້ວຍການກ່າວຫາວ່າ ຜົລຂອງ ການເລືອກຕັ້ງ ທີ່ພັກ ຂອງຍານາງ ຊນະຢ່າງຖົ້ວມທົ້ນນັ້ນ ເປັນການສໍ້ໂກງ ສຽງເລືອກຕັ້ງ ປາສຈາກ ຫຼັກຖານໃດ ມາອ້າງອີງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.