ຮ້ອຍເອກ ລີນເທສອອງ ໃຫ້ສັມພາດຕໍ່ ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າງຫຼັງໆ ມານີ້ວ່າ ຄາດວ່າ ມີທະຫານພະມ້າ ໂຕນທະຫານ 800 ປາຍຄົນ ເທົ່າກັບ ເຄິ່ງນຶ່ງກອງພົລນ້ອຍ ໃນກອງທັບ ພະມ້າ ເພື່ອເຂົ້າຮ່ວມ ຕໍ່ສູ້ກັບ ກອງທັບພະມ້າ ກັບປະຊາຊົນ ຜູ້ປະທ້ວງ. ທ່ານວ່າ ໃນຈຳນວນດັ່ງກ່າວ ປະມານ 100 ຄົນ ແມ່ນເຈົ້າໜ້າທີ່ ຝ່າຍທະຫານ ຜູ້ບັງຄັບກອງຮ້ອຍ ແລະ ກອງພັນ ທະຫານ ທີ່ໂຕນໜີ ແມ່ນມາຈາກ ທຸກພາກສ່ວນ ຂອງກອງທັບພະມ້າ ເປັນຕົ້ນ ທະຫານບົກ, ທະຫານນ້ຳ ແລະ ທະຫານອາກາດ, ທະຫານປືນໃຫຍ່ ແລະ ໜ່ວຍປ້ອງກັນ ຄວາມສງົບຕ່າງໆ.
ທ່ານກ່າວວ່າ ທະຫານ ທີ່ໂຕນໜີ ຈາກກົມກອງ ເມື່ອຂະເຈົ້າ ມາຮອດ ພື້ນທີ່ປົດປ່ອຍ ຫຼື ເຂດທີ່ຄວບຄຸມ ໂດຍກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ທີ່ເຂົ້າຮ່ວມ ການປະທ້ວງ ແລະ ຕໍ່ສູ້ກັບ ປະຊາຊົນ ຖືກຕ້ອນຮັບ ແລະ ຮັກສາ ຄວາມປອດພັຍ ໃຫ້ເປັນຢ່າງດີ. ປະຊາຊົນ ແລະ ກຸ່ມປະກອບ ອາວຸດ ຊົນກຸ່ມນ້ອຍ ໃຫ້ການຕ້ອນຮັບ ພວກຂະເຈົ້າ ແລະປົກປ້ອງ ຈາກການຕາມລ່າ ຈາກທະຫານ ຣັຖບານ.
ກຸ່ມທະຫານ ທີ່ໂຕນໜີ ສ່ວນຫຼາຍ ບໍ່ມີເງິນ ແລະ ສິ່ງທີ່ມີ ຄ່າຕິດໂຕ ມານຳ ກຸ່ມດັ່ງກ່າວ ໄດ້ຮັບການຊ່ອຍເຫຼືອ ທາງດ້ານອາຫານການກິນ ເຄື່ອງນຸ່ງຫົ່ມ ແລະອື່ນໆ ບໍ່ເປັນຫວ່ງ ແລ້ວຊ່ອຍກັນ ຕໍ່ສູ້ກັບ ກຳລັງ ທະຫານຣັຖບານ ດ້ວຍການຝຶກ ແບບປະຊາຊົນ ໃນການຕໍ່ສູ້.
ສ່ວນໃຫຍ່ ເປັນທະຫານ ທີ່ໜຸ່ມແໜ້ນ ບໍ່ມີຄອບຄົວ ສ່ວນບຸກຄົນ ທີ່ມີຄອບຄົວນັ້ນ ກໍບໍ່ເປັນຫວ່ງ ຍ້ອນ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ເບິ່ງແຍງຊ່ອຍຂະເຈົ້າ ແຕ່ສຳລັບ ຜູ້ທີ່ປະ ຄອບຄົວ ຢູ່ບ້ານ ຫຼື ຢູ່ກັບພໍ່ແມ່ ກໍເປັນຫ່ວງເລັກນ້ອຍ ຍ້ອນຢ້ານ ທະຫານ ຣັຖບານ ຕາມໄປຈັບ ພໍ່ແມ່ ແລະ ລູກເມັຽຂະເຈົ້າ ເປັນໂຕປະກັນ.
ທ່ານວ່າ ທະຫານ ທີ່ໂຕນໜີ ຮວມທັງທ່ານເອງ ສ່ວນໃຫຍ່ ມີຈຸດປະສົງ ເຂົ້າຮ່ວມ ການປະທ້ວງ ກັບປະຊາຊົນ ແລະ ຕໍ່ສູ້ກັບ ກຸ່ມທະຫານພະມ້າ ກັບປະຊາຊົົນ ບາງຄົນ ຖ້າບໍ່ຢາກຕໍ່ສູ້ ກັບກອງທັບ ພະມ້າ ກໍຊ່ອຍຝຶືກອົບຮົມ ຊາວບ້ານ ກ່ຽວກັບ ການໃຊ້ອາວຸດ ສົງຄາມ ແລະ ອື່ນໆ ທີ່ຂະເຈົ້າສາມາດ ໃນການຕໍ່ສູ້ ກັບກອງທັບພະມ້າ.
ປະຊາຊົນ ຜຸູ້ປະທ້ວງ ແລະ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ບາງຄັ້ງ ຍັງມີຄວາມສົງສັຍວ່າ ທະຫານ ໂຕນມາຮ່ວມ ການຕໍ່ສູ້ນັ້ນ ບາງຄົນ ອາດເປັນ ນັກສືບ ສຳລັບກອງທັບ ແຕ່ ໃນທີ່ສຸດ ຂະເຈົ້າ ກໍເຂົ້າໃຈ ເມື່ອເຮັດວຽກ ນຳກັນ ຊົ່ວໄລຍະນຶ່ງ. ດັ່ງຜູ້ໂຕນທະຫານ ທ່ານນຶ່ງກ່າວຕໍ່ ນັກຂ່າວຕ່າງຊາດວ່າ:
“ທ່ານວ່າ ຄັ້ງນຶ່ງ ລາວຖືກສົ່ງ ໄປສລາຍ ແລະ ຄວບຄຸມ ການປະທ້ວງ ກຸ່ມທະຫານ ໄດ້ຍິງລະເບີດນ້ຳຕາ ໃສ່ກຸ່ມປະທ້ວງ ເຮັດໃຫ້ລາວ ຄິດວ່າ ປະຊາຊົນ ຜູ້ປະທ້ວງ ທົນໄດ້ຢ່າງໃດ ຕໍ່ເຫດການຫຍຸ້ງຍາກ ແບບນີ້.”
ທ່ານວ່າ ເມື່ອມາຮ່ວມຣົບ ກັບປະຊາຊົນ ແລະ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍແລ້ວ ພວກທ່ານ ຈຶ່ງຮູ້ວ່າ ເປັນຫຍັງ ພວກຂະເຈົ້າ ຈຶ່ງກຽດຊັງ ກອງທັບພະມ້າ ແລະ ກຸ່ມຜູ້ນຳ ຜເດັດການ ພະມ້າ ຢ່າງແຮງ ແລະວ່າ ພວກເຮົາ ກໍເບື່ອໜ່າຍ ຜູ້ນຳຜເດັດການ ທະຫານ ເໝືອນກັບ ປະຊາຊົນ ຈຶ່ງໂຕນທະຫານ ສ່ຽງຕາຍ ມາເຂົ້າຮ່ວມ ການຕໍ່ສູ້ກັບ ພວກຂະເຈົ້າ ຖ້າຖືກຈັບໄດ້ ຕ້ອງຖືກຂ້າ ຢ່າງແນ່ນອນ ຍ້ອນຖືວ່າ ເປັນຂບົດຂອງຊາດ ແຕ່ຫຼາຍຄົນ ກໍສ່ຽງຮ່ວມ ທັງທ່ານເອງ.
ທ່ານ ຍັງບອກອີກວ່າ ໃນຂນະທີ່ ພວກເຮົາ ອາສັຍ ຢູ່ເຂດປົດປ່ອຍ ບໍ່ໄດ້ໝາຍຄວາມວ່າ ພວກເຮົາ ປອດພັຍ ທຸກຢ່າງ ຍັງມີ ການລະແວງສົງສັຍ ຫລາຍຢູ່ ໃນກຸ່ມທະຫານ ກັບປະຊາຊົນ ແລະ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ແຕ່ທຸກຄົນ ມີຈຸດມຸ້ງໝັ້ນ ດຽວກັນ ໃນການທັບມ້າງ ການປົກຄອງ ຂອງກຸ່ມຜູ້ນຳຜເດັດການ ທະຫານ ເຣື່ອງອື່ນໆ ເອົາໄວ້ ລົມກັນ ນຳຫຼັງ ຫຼັງຈາກ ໄຊຊະນະ.
ຕໍ່ຄຳຖາມ ທີ່ວ່າ ທ່ານຄິດວ່າ ຍັງມີທະຫານ ກອງທັບພະມ້າ ອີກຫລາຍບໍ່ ທີ່ຈະ ໂຕນທະຫານ ມາເຂົ້າຮ່ວມ ກຸ່ມປະທ້ວງ ແລະ ຕໍ່ສູ້ກັບ ກອງທັບພະມ້າ ແບບດຽວກັບ ທ່ານ.
ທ່ານຕອບວ່າ ການປ່ຽນຂ້າງ ເປັນຍຸທສາດ ອັນສຳຄັນ ໃນການປະຕິວັດ ທີ່ກຸ່ມທະຫານ ລົມກັນ ເບື້ອງຕົ້ນ ພວກທ່ານ ຄາດວ່າ ປະມານ 4 ພັນຄົນ ໃນຈຳນວນທະຫານ ໃນກອງທັບພະມ້າກວ່າ 4 ແສນຄົນຈະໂຕນທະຫານ ປ່ຽນຂ້່າງມາເຂົ້າກັບປະຊາຊົນ ແຕ່ໃນເວລານີ້ ທ່ານ ຄິດວ່າ ມີຫຼາຍກວ່າ 4 ພັນຄົນ ມີແຜນການ ຈະໂຕນໜີ ມາເຂົ້າຮ່ວມ ກັບປະຊາຊົນ ຕໍ່ສູ້ກັບ ກຸ່ມຜເດັດການ ທະຫານ.
ກ່ຽວກັບ ການຕໍ່ສູ້ ຮ່ວມກັບ ກຸ່ມປະກອບອາວຸດ ຊົນກຸ່ມນ້ອຍ ຫຼາຍກຸ່ມ ໃນພະມ້າ ຊື່ງເປັນກຸ່ມ ທີ່ຕໍ່ສູ້ກັບ ກອງທັບພະມ້າ ແລະ ທະຫານພະມ້າ ມາເປັນເວລາ ຫຼາຍປີນັ້ນ ທ່່ານວ່າ ພວກເຮົາ ມີຈຸດຢືນ ດຽວກັນ ຄືກຳຈັດ ກຸ່ມຜເດັດການ ທະຫານ ຫຼັງຈາກ ໄຊຊະນະ ກໍຈະຊ່ອຍ ພວກຂະເຈົ້າ ໃນຈຸດປະສົງ ທີ່ຂະເຈົ້າ ຕ້ອງການ ໃນການຕໍ່ສູ້ ແລະວ່າ ພວກເຮົາ ຊາວພະມ້າ ຈະບໍ່ເຫັນແກ່ໂຕ ຕ້ອງແກ້ໄຂ ບັນຫາ ຊົນກຸ່ມນ້ອຍ ຕາມທີ່ພວກຂະເຈົ້າ ຕ້ອງການ ແຕ່ບໍ່ແມ່ນ ແຍກດິນແດນ.
ກ່ຽວກັບ ການຊ່ອຍເຫຼືອ ຈາກກຸ່ມຕ່າງໆ ໃນພະມ້າ ເປັນຕົ້ນ ຣັຖບານເງົາ ພົລເຮືອນຫລື NUG national unity govt ທີ່ຫາກໍຕັ້ງ ຂຶ້ນມາໃໝ່ ທ່ານເວົ້າວ່າ ພວກເພິ່ນ ກໍເຮັດວຽກຢ່າງແຮງ ໃນການທ້ອນໂຮມຊາດ ໃນເວລາ ທີ່ຫຍຸ້ງຍາກ ແລະ ພວກເຮົາ ກໍໄດ້ຮັບ ຄວາມຮ່ວມມື ຈາກພວກເພິ່ນ ໃນຫຼາຍຢ່າງ ເປັນຕົ້ນ ໄດ້ຮັບການສນັບສນູນ ຢ່າງແຮງກ້າ ຈາກຣັຖບານ ພົລເຮືອນ ຂອງຍານາງ ອັອງຊານ ຊູຈີ ຊຶ່ງຍານາງເອງ ໃນປັດຈຸບັນ ກໍຖືກກັກຂັງ ແລະ ກຳລັງ ຢູ່ໃນຂັ້ນຕອນ ການພິຈາຣະນາ ຄະດີ ໃນສານພະມ້າຢູ່. ຜູ້ໂຕນທະຫາ ທ່່ານນັ້ນ ກ່າວຕຶ່ມວ່າ:
“ທ່ານວ່າ ຂ້າພະເຈົ້າ ຄິດບໍ່ຢຸດຢັ້ງວ່າ ເປັນຫຍັງ ຂ້າພະເຈົ້າ ຈຶ່ງຢູ່ຂ້າງ ທີ່ສ້າງ ອັນຕຣາຍ ໃຫ້ແກ່ປະຊາຊົນ ແລະ ຂ້າພະເຈົ້າ ເຮັດຫຍັງບໍ່ໄດ້ ຂ້າພະເຈົ້າ ຄິດສີ່ງນີ້ ໃນຣົດ ມື້ນຶ່ງ ເຮັດໃຫ້ ຂ້າພະເຈົ້າ ຮ້ອງໃຫ້ອອກມາ.”
ໃນຂະນະດຽວກັນ ໃນມື້ວັນພະຫັດ ທະນາຍຄວາມ ຂອງຍານາງ ອັອງຊານ ຊູຈີ ເວົ້າວ່າ ກຸ່ມຜ ເດັດການ ທະຫານພະມ້າ ປະຕິເສດ ທີ່ຈະອະນຍຸາດ ໃຫ້ຍານາງ ອັອງຊານ ຊູຈີ ຮັບເງິນຈາກ ຜູ້ບໍຣິຈາກ ໃນການໃຊ້ຈ່າຍຄ່າ ຕໍ່ສູ້ຄະດີ ຂອງນາງ ຫຼາຍຄະດີ ໃນສານພະມ້າ ແລະ ຄ່າໃຊ້ຈ່າຍ ອຶ່ນໆ ໃນທີ່ຍານາງ ຮັບພາຣະ ກ່ອນຈະຖືກກັກຂັງ ເປັນຕົ້ນ ຄົນຮັກສາບ້ານ ພະນັກງານ ໃນຫ້ອງການ ຂອງນາງ ຄົນຢາມບ້ານ ແລະ ອືນໆ ຫລັງຈາກ ຖືກຈັບ ແລະ ຖືກກັກຂັງ ເປັນເວລາ ເກືອບຮອດ 4 ເດືອນ.
ຍານາງ ອັອງຊານ ຊູຈີ ຖືກທະຫານ ກັກຂັງ ໃນສະຖານທີ່ ທີ່ບໍ່ເປີດເຜີຍ ຈາກກຸ່ມທະຫານ ຢູ່ ນະຄອນຫຼວງ ເນປາດໍ ຍານາງ ປະຕິເສດ ການຊ່ອຍເຫຼືອ ຈາກຜູ້ນຳຜເດັດການ ທະຫານ ຜູ້ທີ່ໂຄ່ນລົ້ມນາງ ດ້ວຍການຣັຖປະຫານ ໃນວັນທີ 1 ກຸ່ມພາຜ່ານມາ ອິງຕາມ ຄຳເວົ້າ ຂອງທະນາຍຄວາມ ຂອງນາງ. ທ່ານ ຊໍຊໍມີນ.
ກ່ອນການພິຈາຣະນາ ຄະດີ ໃນມື້ວັນທີ 7 ມິຖຸນາ ຜ່ານມາ ຍານາງ ອັອງຊານ ຊູຈີ ຖືກອະ ນຸຍາດ ໃຫ້ພົບປະ ກັບທະນາຍຄວາມ ຂອງນາງ ເປັນເທື່ອທຳອິດ ໃນເວລານັ້ນ ຍານາງ ໄດ້ຮ້ອງຂໍ ການຊ່ອຍເຫຼືອ ທາງດ້ານການເງິນ ໃນການຕໍ່ສູ້ ຄະດີ ຂອງນາງ ໃນສານ ຍ້ອນສະຖານະພາບ ທາງດ້ານການເງິນ ຂອງນາງ ມີບັນຫາ ຫຼັງຈາກ ຍານາງ ຖືກຈັບ ແລະ ຖືກກັກຂັງນາງ ບໍ່ສາມາດ ຕິດຕໍ່ ພາຍນອກໄດ້.
ຍານາງ ໄດ້ບອກກັບ ທະນາຍຄວາມ ຂອງນາງວ່າ ຍານາງ ບໍ່ສາມາດ ຈ່າຍໃຫ້ ຜູ້ຮັກສາບ້ານ, ຄົນສວນ ແລະ ຄົນດູແລຮັກສາ ສິ່ງຂອງຕ່າງໆ ຂອງນາງ ພາຍໃນບ້ານໄດ້ ຫຼັງຈາກ ນາງຖືກກັກຂັງ.
ຕຳຣວດ ທີ່ຄວບຄຸມນາງ ປະຕິເສດ ທີ່ຈະຮັບເອົາເງິນ ທີ່ທະນາຍຄວາມ ຂອງນາງ ບໍຣິຈາກ ໃຫ້ນາງ ເພື່ອໄປຈ່າຍ ໃຫ້ຜູ້ຮັກສາບ້ານ ແລະ ສິ່ງຂອງ ຂອງນາງ ໃນເຮືອນ ທີ່ຍານາງ ອາສັຍຢູ່.
ກຸ່ມທະນາຍຄວາມ ຂອງຍານາງ ພຍາຍາມ ຈະບໍຣິຈາກ 5 ລ້ານຈຽດ ຫຼື ປະມານ 3 ພັນໂດຣາ ສະຫະຣັດ ພ້ອມທັງ ເຂົ້າຂອງຕ່າງ ໃຫ້ແກ່ຄົນເຝົ້າບ້ານ ຂອງນາງ ຜ່ານເຈົ້າໜ້າທີ່ ຕຳຣວດ ຜູ້ຄວບຄົມນາງ ຫວ່າງອາທິດ ຜ່ານມາ ເພື່ອໃຫ້ນາງ ໄດ້ຈ່າຍ ຄ່າແຮງງານ ໃນການເຝົ້າ ແລະ ຮັກສາບ້ານ ຂອງນາງ ແຕ່ຖືກ ປະຕິເສດ ຈາກຕຳຣວດ ແລະ ໜ່ວຍຮັກສາຄວາມສງົບ ໃນເຂດ ບ້ານຂອງນາງ.
ທະນາຍຄວາມ ຂອງນາງເວົ້າວ່າ ທ່ານໄດ້ເອົາ ເຂົ້າສານ ນ້ຳມັນພືດ ແລະ ເກືອ ໄປໃຫ້ ຄົນຮັກສາ ບ້ານຂອງນາງ ສິ່ງຂອງ ດັ່ງກ່າວ ຕຳຣວດ ອະນຸຍາດ ແຕ່ບໍ່ອະນຸຍາດ ໃຫ້ເອົາເງິນ ໄປໃຫ້ ຂະເຈົ້າ.
ຍານາງ ອັອງຊານ ຊູຈີ ເວົ້າວ່າ ພະນັກງານ ຂອງນາງ ບາງຄົນ ມີບັນຫາ ທາງສຸຂພາບ ແລະ ສິ່ງຂອງ ທີ່ທະນາຍຄວາມ ສົ່ງໄປໃຫ້ ຂະເຈົ້ານັ້ນ ບາງຢ່າງ ຕົກໂໝະ ແລະ ຂາດຄຸນນະພາບ ຍ້ອນ ຕຳຣວດ ປະໄວ້ດົນ ກ່ອນຈະສົ່ງໃຫ້ ຂະເຈົ້າ.
ທະນາຍຄວາມ ຂອງນາງເວົ້າວ່າ ເງິນຈຳນວນ 5 ລ້ານຈຽດ ທີ່ລາວ ເອົາໄວ້ກັບ ຕຳຣວດ ຢາມບ້ານ ຂອງນາງນັ້ນ ຖືກສົ່ງຄືນ ໃນມື້ຕໍ່ມາ ຕຳຣວດ ເວົ້າວ່າ ເຂົາຕ້ອງໄດ້ ຄຳສັ່ງ ຈາກຂັ້ນເທິງ ກ່ອນນຳເງິນ ໄປໃຫ້ພະນັກງານ ແລະ ຄົນຮັກສາ ບ້ານຂອງນາງໄດ້.
ທ່ານ ຈີວີນ ນຶ່ງໃນບັນດາ ທະນາຍຄວາມ ຂອງນາງ ກ່າວວ່າ ກຸ່ມທະນາຍຄວາມ ຍັງໄດ້ຝາກເງິນໄວ້ ໃນຫ້ອງການສານ ທີ່ກຸງເນປານໍ ຈຳນວນນຶ່ງ ໃນກໍຣະນີ ທີ່ຍານາງ ອັອງຊານ ຊູຈີ ຕ້ອງການ ຈະໃຊ້ ແຕ່ຫອ້ງການສານ ປະຕິເສດ ທີ່ຈະຮັບເງິນ. ໃນທີ່ສຸດ ຜູ້ໂຕນທະຫານ ທ່ານນັ້ນເວົ້າວ່າ:
“ທ່ານວ່າ ນັ້ນເປັນການຕື່ນຕົວ ເທື່ອທຳອິດ ຂອງທ່ານ ໃນຕອນແລງ ທ່ານຮູ້ສຶກວ່າ ທ່ານໄດ້ຕັດສິນໃຈ ຈະໂຕນທະຫານ ເຂົ້າຮ່ວມ ການປະທ້ວງ ຕໍ່ສູ້ ກຸ່ມຜເດັດການ ກັບປະຊາຊົນ.”
ນອກຈາກນັ້ນ ຍັງມີປະຊາຊົນ ແລະ ໃຈບຸນຫຼາຍຄົນ ທີ່ຕ້ອງການ ຢາກສົ່ງເງິນ ແລະ ເຄື່ອງບໍຣິຈາກອື່ນໆ ໄປໃຫ້ຍານາງ ແຕ່ຍານາງ ປະຕິເສດ.
ອະດີດສມາຊິກ ພັກສັນນິບາດ ເພື່ອປະຊາທິປະຕັຍ ໃນພະມ້າ ຂອງຍານາງ ອັອງຊານ ຊູຈີ ເວົ້າວ່າ ຍານາງ ອັອງຊານ ຊູຈີ ໄດ້ຂໍ ຄວາມຊ່ອຍເຫຼືອ ຈາກທະນາຍຄວາມ ຂອງນາງເທື່ອນີ້ ຍ້ອນ ຄວາມຈຳເປັນ ແລະ ຍ້ອນວ່າ ນາງບໍ່ຕ້ອງການ ຄວາມຊ່ອຍເຫຼືອ ຈາກກຸ່ມຜເດັດການ ທະຫານ ທີ່ຈັບ ແລະ ກັກຂັງນາງ.
ແຕ່ການຮ້ອງຂໍ ການຊ່ອຍເຫຼຶອ ດັ່ງກ່າວ ເປັນສິ່ງ ທີ່ຍອມຮັບບໍ່ໄດ້, ປະຊາຊົນ ຜູ້ທີ່ ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວວ່າ ພວກທ່ານ ເປັນຫວ່ງ ໃນສພາບການ ຂອງຍານາງ ໃນສານພະມ້າ.
ຍານາງ ອັອງຊານ ຊູຈີ ຖືກຂໍ້ກ່າວຫາ ໃນຄະດີອາຍາ 7 ຄະດີ ເປັນຕົ້ນ ການລະເມີດ ຄວາມລັບ ຂອງຊາດ ໃນສມັຍ ເປັນອານານິຄົມ, ການສໍ້ຣາສບັງຫຼວງ, ການປຸກຣະດົມ, ການລະເມີດ ກົດໝາຍ ໂທຣະຄົມມະນາຄົມ, ການລະເມີດ ຂໍ້ຫ້າມນຳເຂົ້າ ວິທຍຸສື່ສານ ໃຫ້ກຸ່ມປະທ້ວງໃຊ້ ແລະ ສອງຄະດີ ກ່ຽວກັບ ການລະເມີດ ຂໍ້ຫ້າມ ໃນການປົກປ້ອງ ປະຊາຊົນ ໃນເຫດພັຍພິບັດ ເປັນຕົ້ນ ການແຜ່ຣະບາດ ໂຄວິດ-19 ໃນສມັຍ ຣັຖບານ ພົລເຮືອນ ຂອງຍານາງ.
ຍານາງ ອັອງຊານ ຊູຈີ, ວັຍ 76 ປີ, ໃນມື້ວັນເສົາ ອາທິດນີ້ ຖ້າສານຕັດສິນວ່າ ນາງມີຄວາມຜິດ ຍານາງ ອາດຖືກຄຸກ ເປັນເວລາ ກ່ວາ 20 ປີ ໃນຂະນະທີ່ ຍານາງ ຖືກກັກຂັງ ໃນຄຸກ ຫຼັງຈາກ ຣັຖປະຫານ ຍານາງ ບໍ່ສາມາດ ເຂົ້າເຖິງ ກຸ່ມນັກຂ່າວ ແລະ ຄວາມຄືບຫນ້າ ອຶ່ນໆ ຈາກໂລກພາຍນອກ ຍານາງ ຢູ່ໃນຄວາມມືດ ຕລອດເວລາ ຕໍ່ສພາບການ ພາຍນອກ.
ທະນາຍຄວາມ ຂອງຍານາງເວົ້າວ່າ ກຸ່ມຜູ້ນຳຜເດັດການ ທະຫານ ມີແຜນການ ຈະໃຊ້ເວລາ ໃຫ້ສານ ດຳເນີນຄະດີ ຂອງນາງ ໃຫ້ແລ້ວ ພາຍໃນ 6 ເດືອນ.
ເຈົ້າຫນ້າທີ່ ຝ່າຍທະຫານ ໄດ້ຈັດຕັ້ງ ການດຳເນີນຄະດີ ຂອງສານ ຢູ່ນະຄອນຫຼວງ ເນປາດໍ ຊຸດພິເສດຂຶ້ນ ສຳລັບ ການຕັດສິນຄະດີ ຂອງຍານາງ 6 ຄະດີ ໃນແຕ່ລະມື້ວັນຈັນ ແລະ ວັນອັງຄານ ທຸກທິດ ສ່ວນນຶ່ງຄະດີ ຊຶ່ງເປັນຄະດີ ທີ 7 ນັ້ນ ຈະຖືກຕັດສິນ ໃນສານ ຢຸູ່ນະຄອນຢ້າງກຸ້ງ.
ຍານາງ ອັອງຊານ ຊູຈີ, ປະທານາທິບໍດີ ວິນມີນ ແລະ ຜູ້ນຳພະມ້າ ຄົນອື່ນໆ ຈາກຣັຖບານ ພົລເຮືອນ ພະມ້າ ຜູ້ທີຖືກຈັບ ຫຼັງຈາກ ຣັຖປະຫານນັ້ນ ເປັນຂໍ້ກ່າວຫາ ຈອມປອມ ຈາກກຸ່ມຜເດັດການ ທະຫານພະມ້າ ກຸ່ມຜູ້ນຳ ຈາກຣັຖບານ ພົລເຮືອນ ທີ່ຫາກໍຕັ້ງຂື້ນໃໝ່ ກ່າວໃນຖແລງການ ໃນມື້ວັນພຸດ.
ກຸ່ມດັ່ງກ່າວ ເວົ້າວ່າ ທະຫານບໍ່ມີສິດ ທາງດ້ານກົດໝາຍ ທີ່ຈະເອົາ ຍານາງ ອັອງຊານ ຊູຈີ ແລະ ອະດີດ ຜູ້ນຳພົລເຮືອນ ພະມ້າ ຂຶ້ນສານ ເພາະພວກເພິ່ນ ບໍ່ມີຄວາມຜິດຫຍັງ ຊຶ່ງຄວາມຜິດ ຂອງພວກທ່ານ ແມ່ນຊະນະ ການເລືອກຕັ້ງ ທີ່ທະຫານ ບໍ່ຕ້ອງການ ຢາກໃຫ້ພວກທ່ານ ກັບຄືນມາ ໃໝ່ ເທົ່ານັ້ນ.
ກຸ່ມທະຫານປົກປ້ອງ ການຣັຖປະຫານ ຂອງຕົນ ດ້ວຍການກ່າວຫາວ່າ ການເລືອກຕັ້ງ ຖືກສໍ້ໂກງ ແຕ່ບໍ່ມີຫຼັກຖານ ໃດໆ ມາອ້າງອິງ ຈຶ່ງຫາເຣື່ອງໃສ່ ທາງອື່ນ ໃນການປາບປາມ ແລະ ເຂັນຂ້າ ປະຊາຊົນ ຜູ້ປະທ້ວງກ່ວາ 865 ຄົນ ແລ້ວມາຮອດ ປັດຈຸບັນ ແລະ ຫຼາຍພັນຄົນ ຖືກກັກຂັງ ແລະ ໄດ້ຮັບບາດເຈັບ ເພື່ອຄວາມຢາກຂຶ້ນ ກຳອຳນາດ ທີ່ປະຊາຊົນ ບໍ່ຕ້ອງການ ຂອງກຸ່ມຜເດັດການ ທະຫານນັ້ນເອງ. ຣັຖບານ ພົລເຮືອນ ທີ່ຫາກໍ່ຕັ້ງຂຶ້ນໃໝ່ ກ່າວໃນທີ່ສຸດ.
ສບາຍດີ.