ເສັ້ນທາງສາຍໄໝ ກະທົບສິ່ງແວດລ້ອມ, ວິຖີຊີວິດ

ສິດນີ້
2021.10.03
ເສັ້ນທາງສາຍໄໝ ກະທົບສິ່ງແວດລ້ອມ, ວິຖີຊີວິດ ຣັຖມົນຕຣີ ຕ່າງປະເທດຈີນ ລົງນາມ ສັນຍາ ໃນໂຄງການ Belt & Road ກັບປະເທດ ບອດສະວານາ ໃນວັນທີ 2 ມົກຣາ 2021.
Xinhua/Tshekiso Tebalo

ຣັຖບານຈີນ ໄດ້ສົ່ງເສີມ ການພັທນາ ເສຖກິດຜ່ານ ການລົງທຶນ ສ້າງໂຄງຮ່າງ ພື້ນຖານຖນົນຫົນທາງ, ຣົດໄຟຄວາມໄວສູງ, ທ່າເຮືອ, ເຂື່ອນໄຟຟ້າ ເຂດເສຖກິດພິເສດ ແລະ ອື່ນໆ ໃນຫຼາຍປະເທດໃນໂລກແລະ ໃນຂົງເຂດໃນໂຄງການເສຖກິດ ສາຍໄໝ, ນຶ່ງແຖບ-ນື່ງເສັ້ນທາງ ຫຼື One Belt One Road (B&R) ຫຼື The Belt and Road Initiative (BRI) ຂອງຈີນ ດ້ວຍການທຸ້ມເທ ງົປະມາຫຼາຍຕື້ໂດລ໌ຣາ ເພື່ອເຊື່ອມຕໍ່ກັບ ຫຼາຍປະເທດ ໃນໂລກ ແລະໃນຂົງ ເຂດ ທາງດ້ານເສຖກິດ ແລະ ການເມືອງ ຂອງຈີນ ໃນທົສວັດຕໍ່ໄປ ແຕ່ພຶດຕິກຳດັ່ງກ່າວ ຂອງຈີນບໍ່ໄດ້ຄຳນຶງ ເຖິງຜົລກະທົບ ຕໍ່ສິ່ງແວດລ້ອມແລະ ຊຸມຊົນ ໃນປະເທດເຈົ້າພາບ, ນັກວິຊາການຕ່າງຊາດ ທ່ານນຶ່ງກ່າວ ໃນບົດຣາຍງານ ວ່າງຫຼັງໆ ມານີ້.

ນັກວິຊາການ ທ່ານນັ້ນເວົ້າວ່າ ເຖິງແມ່ນໂຄງການ ດັ່ງກ່າວ ຈະສ້າງເສຖກິດ ໃນຫຼາຍປະເທດ ໃນໂລກ, ອີງຕາມ ການປະເມີນ ຂອງທະນາຄານໂລກ ຣະບຸວ່າ ບາງປະເທດ ທີ່ເຂົ້າຮ່ວມ ໃນໂຄງການ ເສຖກິດເຕີບໂຕ ຣະຫວ່າງ 3% ຫາ 3.5% ແຕ່ໃນທາງລົບ ໂຄງການ One Belt, One Road ຂອງຈີນ ສົ່ງຜົລກະທົບ ຕໍ່ຊຸຸມຊົນທ້ອງຖິ່ນ ໃນຫຼາຍປະເທດ ໃນໂລກ ທີ່ຖືກໂຍກຍ້າຍ ຈາກບ່ອນຢູ່ອາສັຍ, ທຳລາຍສິ່ງແວດລ້ອມ ປ່າໄມ້ແມ່ນ້ຳລຳທານ ແລະທຳຮ້າຍສັດປ່າ ນານາຊນິດ ໃນບາງປະເທດ ກໍມີການຕໍ່ສູ່ກັນ ຣະຫວ່າງ ກຸ່ມນາຍທຶນກັບ ຊົນເຜົ່າຕ່າງໆ ຍ້ອນພວກເຂົາເຈົ້າ ບໍ່ຢາກຍ້າຍຈາກ ບອ່ນຢູ່ອາສັຍ ຊຶ່ງໂຄງການດັ່ງກ່າວ ໃນຫຼາຍປະເທດ ຖືກອະນຸມັັດຈາກ ຣັຖບານ ປາສຈາກຄວາມເຫັນ ຂອງປະຊາຊົນທ້ອງຖິ່ນ ໃນປະເທດນັ້ນໆ.

ນອກຈາກນັ້ນ ໂຄງການ The Belt and Road Initiative ຂອງຈີນ ຍັງເຮັດໃຫ້ຫຼາຍ ປະເທດຕິດໜີ້ຈີນ ຈົນໃຊ້ບໍ່ໄດ້ ໃນບາງປະເທດ ດັ່ງນັກວິຊາການ ໃນຂົງເຂດທ່ານນຶ່ງກ່າວ ກ່ຽວກັບການຕິດໜີ້ ຈີນວ່າ:ທ່ານວ່າ ໃນໂຄງການ Belt & Road ຂອງຈີນ ໂດຍສເພາະ ປະເທດທຸກຍາກແລະ ປະເທດ ທີ່ກຳລັງພັທນາ ຕ່າງກໍພາກັນ ຮ້ອງຂໍໃຫ້ຈີນ ເລື່ອນເວລາການໃຊ້ໜີ້ອອກໄປ.

ອົງການ ປົກປ້ອງສິ່ງແວດລອ້ມ ແລະຊີວິດຊົນເຜົ່າ ໄດ້ສຶກສາຄົ້ນຄົ້ວ ກ່ຽວກັບໂຄງການ ເສຖກິດສາຍໄໝຫຼື Belt and Road ຂອງຈີນ ຣາຍງານວ່າ ໂຄງການພັທນາໂຄງຮ່າງ ພື້ນຖານຂອງຈີນ ໃນຫຼາຍປະເທດ ສົ່ງຜົລກະທົບຕໍ່ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ໂດຍສະເພາະຊົນເຜົ່າ ນອກຈາກນັ້ນ ຍັງສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ແມ່ນ້ຳລຳທານ, ປ່າໄມ້, ສັດປ່າ ປະມານ 60% ຂອງໂຄງການ ແຕ່ບໍ່ມີຣາຍງານ ໃຫ້ໂລກ ແລະປະເທດເຈົ້າພາບຮູ້.

ອີງຕາມ ການຄົ້ນຄົ້ວ ໃນຈຳນວນ 594 ໂຄງການ Belt and Road ຂອງຈີນໃນໂລກ ທີ່ລົງທືນ ໂດຍເງີນກູ້ ຂອງທະນາຄານ ຂາເຂົ້າ-ຂາອອກ ຂອງຈີນ ຣະຫວ່າງປີ 2008-2019 ພົບວ່າ ທະນາຄານ ດ່ັງກ່າວໄດ້ລົງທືນ ຫຼາຍຕື້ໂດລ໌ຣາສຫະຣັຖ ໃນບັນດາ 93 ປະເທດໃນໂລກ ໃນນັ້ນ ເຄິ່ງນຶ່ງແມ່ນລົງທຶນ ໃນປະເທດ ທີ່ມີຊັພຍາກອນ ທັມມະຊາດ ພູຝາປ່າໄມ້ ແລະສພາບສິ່ງແວດລ້ອມ ສວຍສົດງົດງາມ ຖືກທຳລາຍໝົດ ປ່າໄມ້ບາງແຫ່ງ ຖືກນາຍທຶນ ຕັດໄປເພື່ອໃຊ້ໜີ້ການລົງທຶນ.

ແລະໃນນັ້ນ ນຶ່ງໃນສາມ ໂຄງການໃນບາງປະເທດ ແມ່ນສ້າງໃສ່່ ປ່າສງວນແຫ່ງຊາດ, ແລະໃນບາງປະເທດ 1/4 ຂອງໂຄງການແມ່ນ ດິນຂອງຊົນເຜົ່າ ຕາມການຄົ້ນຄົ້ວ ພົບວ່າ ປະມານ 24% ຂອງໂຄງການແມ່ນສ້າງໃສ່ພື້ນທີ່ ທີ່ອຸດົມສົມບູນໄປດ້ວຍສັດປ່ານານາຊນິດເປັນຕົ້ນໃນປະເທດອາຟຣິກາແລະອາເມຣິກາໃຕ້.

ເຂດທີ່ມີຄວາມເສັຽຫາຍຫຼາຍກວ່າຫມູ່ ແມ່ນຢູ່ໃນປະເທດອາເມຣິກາໃຕ້, ອາໂຟຣິກາກາງແລະເອເຊັຽຕາເວັນອອກສ່ຽງໃຕ້, ປະເທດເບີນີນ, ໂບໂລເວັຽ ແລະມົງໂກເລັຽຊື່ງບາງປະເທດຍັງຕິດໜີ້ຈີນຢູ່ ໃນຫຼາຍໂຄງການ. ນອກຈາກນັ້ນ ກໍມີປະເທດ ອີທິອອຟເປັຽ ສປປລາວ ອາເຢັນຕີນາ ທີ່ຫຼາຍໂຄງການສ້າງຄວາມເຊື່ອມເສັຽຕໍ່ສິ່ງແວດລ້ອມ ປ່າໄມ້ ແມ່ນ້ຳລຳທານແລະຊີວິດປະຊາຊົນທ້ອງຖິ່ນ. ປະເທດປາກິສຖານຕິດໜີ້ຈີນໃນໂຄງການ BELT&ROAD ຫຼາຍຕື້ໂດຣາ ດັ່ງເຈົ້າໜ້າທີ່ປາກິສຖານກ່າວກ່ຽວກັບການຕິດໜີ້ຈິີນວ່າ:
ທ່ານວ່າ ຕາມການປະເມີນ ປາກິສຖານຕິດໜີ້ຕ່າງປະເທດ 1 ສ່ວນ 6 ແມ່ນຕິດໜີ້ຈີນ

ຜົລກະທົບຕໍ່ ຊີວິິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ໃນຫຼາຍປະເທດຈາກໂຄງການ Belt & Road ຂອງຈີນ ກໍແມ່ນການບັງຄັບ ໃຫ້ປະຊາຊົນໂຍກຍ້າຍ ຈາກພື້ນທີ່ສ້າງໂຄງການ, ດັ່ງການຂຸດຄົ້ນແຮ່ທາດ ການສ້າງເຂື່ອນ ແລະການສ້າງຖນົນຫົນທາງ ໃນໂຄງການນີ້ ເປັນຕົ້ນທີ່ ສປປ ລາວ ກໍແມ່ນໂຄງການສ້າງເຂື່ອນ 7 ເຂື່ອນໃສ່ແມ່ນ້ຳອູ່, ນ້ຳຄານ ແລະເຂື່ອນຕ່າງໆ ໃນລາວທີ່ຈີນລົງທືນແລະຈະລົງທຶນໃນອະນາຄົດ ດັ່ງເຂື່ອນນ້ຳຂອງ. ເຂື່ອນນ້ຳອູ່ ເຂື່ອນດຽວກໍໄດ້ ໂຍກຍ້າຍປະຊາຊົນ ຫຼາຍຮ້ອຍຄອບຄົວເທົ່າເຖິງປັດຈຸບັນ ຫຼາຍຄອບຄົວ ຍັງບໍ່ມີບ່ອນຢູ່ ແບບຖາວອນ ແລະບໍ່ມີທີ່ດິນທຳມາຫາກິນ.

ຈີນເປັນປະເທດ ທີ່ໃຫ້ເງິນກູ້ຣາຍໃຫຍ່ ໃນປະເທດທີ່ ຢາກພັທນາໃນ ໂຄງຮ່າງພື້ນຖານ, ໃນໂຄງການເສຖກິດ ສາຍໄຫມ ຂອງຈີນ ແຕ່ເງິນກູ້ດັ່ງກ່າວ ມີເງື່ອນໄຂ ທີ່ແຕກຕ່າງກັບ ສຖາບັນການເງີນ ຕ່າງໆ ໃນໂລກ ເປັນຕົ້ນ ທະນາຄານໂລກ ຊຶ່ງນັກວິເຄາະເວົ້າວ່າ ເປັນການເຮັດໃຫ້ ປະເທດດ້ອຍພັທນາ ຕິດກັບດັກໜີ້ ຂອງຈີນຫຼາຍກວ່າ ດັ່ງໂຕຢ່າງ ປະເທດ ສຣີລັງກາ ທີ່ສ້າງທ່າເຮືອແລ້ວ ຈ່າຍໜີ້ບໍ່ໄດ້ ຈີນຈື່ງຍຶດທ່າເຮືອໃນ ປະເທດດັ່ງກ່າວ ເປັນຂອງຈີນ.

ໃນສັດຕະວັດທີ່ 20 ຫຼາຍປະເທດປະນາມ ທະນາຄານໂລກວ່າ ໃນເງີນກູ້ໃນໂຄງການຕ່າງໆ ໃນໂລກ ທີ່ຫຼາຍໂຄງການ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແມ່ນ້ຳລຳທານ ແລະຊີວິດປະຊາຊົນ ທ້ອງຖິ່ນ ແຕ່ວ່າງ 30 ປີຜ່ານມາ ທະນາຄານໂລກ ກໍໄດ້ດັດແປງ ນະໂຍບາຍ ການໃຫ້ເງີນກູ້ ແກ່ປະເທດທີ່ ຕ້ອງການເງິນມາພັທນາປະເທດ ດ້ວຍການໃຊ້ກົດເກນ ໃຫ້ປະຕິບັດຕໍ່ສິ່ງແວດລ້ອມ ແລະຊີວິດການເປັນຢູ່ ຂອງປະຊາຊົນທ້ອງຖິ່ນ ບໍ່ໃຫ້ມີຜົລກະທົບ ໃຫ້ເປັນໂຄງການພັທນາ ທີ່ຍືນຍົງ ແລະໃນປີນີ້ ທະນາຄານໂລກ ກໍໄດ້ໃຫ້ເງິນກູ້ແບບເປັນມິດ ຕໍ່ສິ່ງແວດລ້ອມ ໃນສັນຍາການ ປົກປ້ອງສິ່ງແວດລ້ອມ ປາຣີ ໃນປີ 2023.

ຕັ້ງແຕ່ຈີນເຣິ່ມ ການເຕີບໂຕທາງດ້ານເສຖກິດ ຂອງຈີນໃນຊຸ່ມປີ 1980 ເປັນຕົ້ນມາ ຈີນເປັນນຶ່ງໃນບັນດາປະເທດ ທີ່ສ້າງຄວາມເຊື່ອມເສັຽ ຕໍ່ສິ່ງແວດລອ້ມຣາຍໃຫຍ່ ໃນໂລກ ໃນໂຄງການຕ່າງໆ ຂອງຈີນໃນຫຼາຍປະເທດທີ່ຈີນລົງທຶນ ຊື່ງໃນເວລານີ້ ຣັຖບານຈີນ ກໍພຍາຍາມປັບປຸງ ບັນຫາດັ່ງກ່າວ.

ໂຄງການ Belt & Road ຂອງຈີນເປັນໂຄງການ ໃຫຍ່ທີ່ຈະເຊື່ອມ ຕໍ່ກັບຫຼາຍປະເທດໃນໂລກ ດັ່ງນັກວິຊາການຕ່າງ ຊາດນາງນື່ງເວົ້າວ່າ:
ຍານາງວ່າ ເປັນໂຄງການເຊື່ອມຕໍ່ຂນາດ ໃຫຍ່ໃນໂລກ ຈະປ່ຽນຊິວິດ ປະຊາຊົນທົ່ວໂລກກວ່າ 6 ຕື້ຄົນ ໃນເອເຊັຽໃຕ້ ເອເຊັຽກາງ ແລະອາຟຣິກາ.

ໃນຕົ້ນປີນີ້ ຣັຖບານຈີນໄດ້ ສ້າງຕັ້ງໂຄງການ ປົກປອ້ງສິ່ງແວດລ້ອມ ໃນການພັທນາຕ່າງໆ ໃນຈີນ ແລະສັນຍາວ່າ ຈະເຮັດໃຫ້ກາຍເປັນ ປະເທດປອດ ຄາບອນ ໃນປີິ 2062 ແຕ່ຂາດການ ບັງຄັບໃຊ້ ໃນໂຄງການຕ່າງໆ ທີ່ຈີນລົງທຶນ ໃນຕ່າງປະເທດ ເປັນຕົ້ນໃນໂຄງການ Belt & Road.

ຖ້າຈະທຽບໃສ່ໂຄງການ ທີ່ລົງທຶນໂດຍທະນາຄານໂລກ, ການລົງທຶນຈາກທະນາຄານຈີນ  ຍັງສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແມ່ນ້ຳລຳທານ ປ່າໄມ້ ແລະຊີວິດການເປັນຢູຸ່ ຂອງປະຊາຊົນທ້ອງຖິນຫຼາຍຢຸູ່ ເປັນຕົ້ນການລົງທຶນ ທາງດ້ານ ພລັງງານ ການສ້າງເຂື່ອນ ແລະຂຸດຄົ້ນແຮ່ທາດ ໃນຫຼາຍປະເທດໃນໂລກ.

ນອກຈາກນັ້ນ ໂຄງການໃຫຍ່ໆ ທີຈີນລົງທຶນດັ່ງການສ້າງ ຖນົນຫົນທາງ ເຂດເສຖກິດພິເສດ ໂຮງຈັກໂຮງງານ ແລະ ຣົດໄຟຄວາມໄວສູງ ຍັງເປັນໂຄງການທີ່ສ່ຽງ ຕໍ່ການສູນເສັຽສິ່ງແວດລ້ອມ ແລະຊີວິດຂອງປະຊາຊົນ ທ້ອງຖິ່ນຜູ້ທີ່ ບໍ່ໄດ້ຮັບຜົລປະໂຍດ ຈາກໂຄງການດັ່ງກ່າວ.

ໃນປີ 2016 ຈີນໄດ້ລົງທຶນ ແລະໃຫ້ເງິນກູ້ ແກ່ປະເທດກົງໂກ ໃນໂຄງການ ສ້າງທາງດ່ວນ ຜ່ານປະເທດ ໃນນັ້ນຮ່ວມດ້ວຍ ທີ່ດິນຂອງຊົນເຜົ່າ ພື້ນເມືອງຫຼາຍແຫ່ງ ໄດ້ຮັບຜົລກະທົບຈາກໂຄງການ ເຮັດໃຫ້ກຸ່ມຊົນເຜົ່າບໍ່ດີິໃຈ ຈຶ່ງໄດ້ມີການປະທະກັນ ເກີດຂຶ້ນກັບນັກລົງທຶນ ແລະເຈົ້າໜ້າທີ່ຣັຖ.

ຈີນມີໂອກາດ ໃນໂຄງການເສຖກິດ ສາຍໄຫມ ຫຼື Belt & Road ຂອງຈີນໃນ ຫຼາຍປະເທດ ໃນການພັທນາ ທີ່ຍືນຍົງ ແຕ່ຈີນບໍ່ປະຕິບັດ ຕາມແຜນການດັ່ງກ່າວ ບົດຣາຍງານ ໄດ້ຮຽກຮ້ອງໃຫ້ ນັກລົງທຶນຈີນ ເຄົາຣົບ ປະເທດເຈົ້າພາບ ໃນການປົກປ້ອງ ສິ່ງແວດລ້ອມ ແລະຊີວິດຊົນເຜົ່າໃນໂຄງການຕ່າງໆ ທີ່ຈີນລົງທຶນ ແຕ່ພາກປະຕບັດ ໂຕຈິງ ຍັງບໍ່ເອົາໃຈໃສ່ເທົ່າທີ່ຄວນ:
ປະທານປະເທດຈີນ ທ່ານ ສີ ຈິນຜິງ (Xi Jinping) ໄດ້ປະກາດ ໃນວັນທີ 21 ກັນຍາປີ 2021 ໃນຄຳປາສັຍຕໍ່ສມັດຊາໃຫຍ່ ສຫະປະຊາຊາດ ວ່າ ຈີນຈະບໍ່ສ້າງໂຮງງານພລັງ ໄຟຟ້າຜລິດດ້ວຍຖ່ານຫີນຢູ່ຕ່າງປະເທດ ຈະຫັນມາສົ່ງເສີມ ປະເທດພັທນາຕ່າງໆ, ພັທນາພລັງງານສີຂຽວ ແລະຄາບອນໄດອອກໄຊຕ່ຳ.

ການປ່ຽນແປງດັ່ງກ່າວ ຂອງຈີນຖ້າເຮັດໄດ້ ຈະເຮັດໃຫ້ການຜລິດພລັງງານ ທາງເລືອກໃນຫຼາຍປະເທດທີ່ກຳລັງພັທນາໃນໂລກ ມີການປ່ຽນແປງ ແຕ່ຖ້າບໍ່ມີມາຕການ ປົກປ້ອງ ແລະຄຸ້ມກັນ ການຜລິດພລັງງານດັ່ງກ່າວ ຍັງຈະສົ່ງຜົລກະທົບ ຕໍ່ຊຸມຊົນ ແລະສິ່ງແວດລ້ອມຢູ່ ນັກຊ່ຽວຊານກ່າວ.

ນັກຊ່ຽວຊານດ້ານສິ່ງແວດລ້ອມ ເວົ້າວ່າ ພວກທ່ານເຊື່ອວ່າ ຈີນຄວນເອົາຄຳແນະນຳ ຈາກນັກຊ່ຽວຊານຕ່າງຊາດເຂົ້າໃນ ແຜນການພັທນາ ຂອງຈີນໃນທົສວັດຫນ້າ ກ່ຽວກັບການປົກປອ້ງ ຣະບົບນິເວດແລະສິ່ງແວດລ້ອມ ແລະຜົລກະທົບຕໍ່ຊຸມຊົນ ເຂົ້າໃນໂຄງການເສຖກິດສາຍໄໝ ຫຼື Belt & Road ຂອງຈີນໃນອະນາຄົດແລະໃນນະໂຍບາຍ ຂອງທະນາຄານຈີນ ທີ່ໃຫ້ເງິນກູ້ ແກ່ປະເທດຕ່າງໆ.

ໃນການລຸດຜ່ອນ ຄວາມສ່ຽງ ຕໍ່ສິ່ງແວດລ້ອມ ແລະຣະບົບນິເວດໃນການ ໂຄງການຕ່າງໆ ທີ່ຈີນລົງທຶນ ທ່ານເຊື່ອວ່າ ໂຄງການ Belt & Road ຂອງຈີນ ຈະເປັນໂຄງການ win-win ສຳລັບຈີນ ແລະປະເທດເຈົ້າພາບ ແລະເສຖກິດໂລກ.

ທີ່ ສປປ ລາວ ໂຄງການ Belt & Road ຂອງຈີນໃນລາວກໍແມ່ນ ໂຄງການຣົດໄຟ ລາວ-ຈີນ ແລະໂຄງການ ສ້າງເຂື່ອນໄຟຟ້າ ຫຼາຍແຫ່ງໃນລາວ ດັ່ງເຂື່ອນນ້ຳຄານ, ນ້ຳອູ່ ແລະເຂື່ອນນ້ຳຂອງ ທີ່ຈີນມີແຜນການຈະສ້າງ ນອກຈາກນັ້ນ ກໍມີໂຄງການພັທນາ ເຂດເສຖກິດພິເສດໃນລາວ ແລະໂຄງການສ້າງ ຖນົນຫົນທາງ ທີ່ລາວ ຕິດໜີ້ຈີນ ຢ່າງມະຫາສານ ອາດໃຊ້ເວລາຫຼາຍປີ ຈຶ່ງຈະສາມາດໃຊ້ຄືນໄດ້.

ນອກຈາກນັ້ນ ກໍມີຢູ່ປະເທດ ກຳພູຊາ, ພະມ້າ, ວຽດນາມ ຮ່ວມດ້ວຍ ມາເລເຊັຍ, ອິນໂດເນເຊັຽ ແລະ ຟິລິປິນ ຈີນກຳລັງ ຈະຂຍາຍໂຄງການດັ່ງກ່າວ ຂອງຈີນໃນຫຼາຍປະເທດໃນຂົງເຂດ ຢຸູ່ໃນອານາຄົດ ເປັນຕົ້ນ ໂຄງການຣົດໄຟຄວາມໄວສູງ ຂອງຈີນ.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.