ຮຽກຮ້ອງ ໃຫ້ສືບສວນ ການລະເມີດສິດ ໃນຊິນຈຽງ
2021.08.29
ສມາຊິກ ອົງການສຫະປະຊາຊາດ 40 ປາຍປະເທດ ທີ່ນຳໂດຍ ການາດາ ໄດ້ຮຽກຮ້ອງ ໃຫ້ອົງການ ສຫະປະຊາຊາດ ດ້ານສິດທິມະນຸດ ເຂົ້າໄປສືບສວນ ກ່ຽວກັບ ການລະເມີດ ສິດທິມະນຸດ, ສິດທິ ທາງສາສນາ, ການທາຣຸນ ຜູ້ກັກຂັງ ແລະ ການລະເມີດ ທາງເພດ ຊາວວິເກີ ໃນທີ່ກັກຂັງ ທີ່ີຈີນ ເອີ້ນວ່າ “ສູນດັດສ້າງ” ທີ່ແຂວງຊີນຈຽງ ຂອງຈີນ.
ຍານາງ ເລັສລີ ນໍຣເຕິນ (Leslie Norton) ທູດການາດາ ປະຈຳ ອົງການ ສຫະປະຊາຊາດ, ໂຕແທນ ສມາຊິກ ອົງການ ສຫະປະຊາຊາດ ໃນບັນດາ 44 ປະເທດ ຮ່ວມດ້ວຍ ສຫະຣັຖ ໄດ້ອ່ານ ຖແລງການ ກ່ຽວກັບ ບົດຣາຍງານ ການລະເມີດ ສິດທິມະນຸດ, ການທາຣຸນ ນັກໂທດ, ແບບໄຮ້ ຄວາມເປັນທັມ, ການລົງໂທດ ແມ່ຍິງ ຊາວວີເກີ ໃຫ້ເຮັດໝັນ ການລະເມີດ ທາງເພດ, ການບັງຄັບ ໃຫ້ມີ ການແຕກແຍກ ຄອບຄົວ ຈາກເຈົ້າໜ້າທີ່ຈີນ ທີ່ແຂວງຊິນຈຽງ ກຸ່ມດ່ັງກ່າວ ເວົ້າວ່າ:
“ພວກເຮົາ ຢາກຮຽກຮ້ອງ ໃຫ້ຈີນ ອະນຸຍາດ ໃນທັນທີທັນໃດ ໃຫ້ຜູ້ສັງເກດການ ອົງການ ສຫະປະຊາຊາດ ເຂົ້າໄປ ສືບສວນ ໃນບັນຫາດັ່ງກ່າວ ຢ່າງເປັນທັມ ແລະ ໂປ່ງໄສ ທີ່ທາງການຈີນ ປະຕິບັດ ຕໍ່ຊາວວີເກີ ແບບບໍ່ຍຸດຕິທັມ ຢູ່ແຂວງຊີນຈຽງ.”
ໃນເດືອນ ສິງຫາ ປີ 2018 ຜ່ານມາ ອົງການ ສຫະປະຊາຊາດ ດ້ານສິດທິມະນຸດ ສະແດງ ຄວາມເປັນຫ່ວງ ຕໍ່ບົດຣາຍງານ ການຈັບກຸມຄຸມຂັງ ຊາວວີເກີ ຢ່າງຫຼວງຫຼາຍ, ການຈຳກັດ ການນັບຖື ສາສນາ, ການສິ້ງຊອມ ພຶດຕິກັມ ຊາວວີເກີ ແລະ ການລະເມີດສິດທິ ຕ່່າງໆ ຂອງຊາວວີເກີ ຮ່ວມດ້ວຍ ຊາວມຸສລີມ ຊົນກຸ່ມນ້ອຍອື່ນໆ ໃນທີ່ກັກຂັງ ທີ່ຈີນ ເອີ້ນວ່າ “ສູນດັດສ້າງ” ແຕ່ຊາວວິກເກີ ເວົ້າວ່າ ສູນລ້າງສມອງ. ນັກວິຊາການ ຕ່າງຊາດ ທ່ານນຶ່ງເວົ້າວ່າ:
“ອາດເປັນ ສູນກັກຂັງ ທີ່ໃຫຍ່ທີ່ສຸດ ຫຼັງຈາກ ເຫດການ ຂ້າລ້າງເຜົ່າພັນ ໂຮໂລຄອສ ໃນແຂວງຊິນຈຽງ ການສົ່ງ ປະຊາຊົນ ໄປປະຫານຊິວິດ ເປັນເຣື່ອງງ່າຍໆ.”
ໃນຖແລງການ ຍານາງ ນໍຣເຕິນ ຍັງໄດ້ສະແດງ ຄວາມເປັນຫວ່ງ ກ່ຽວກັບ ການລະເມີດ ສິດທິມະນຸດ ແລະ ສິດທິ ຕ່າງໆ ໃນເກາະຮົງກົງ ໃນກົດໝາຍ ປ້ອງກັນ ຄວາມປອດພັຍ ຂອງຈີນ ທີ່ມີຕໍ່ ຮົງກົງ ແລະ ການລະເມີດ ສິດທິມະນຸດ ແລະ ສິດທິ ທາງສາສນາ ໃນຕີເບດ ນຳອີກ ໂດຍເວົ້າວ່າ
“ພວກເຮົາ ຢາກຮຽກຮ້ອງ ໃຫ້ເຈົ້າໜ້າທີ່ຈີນ ປະຕິບັດ ຕາມມາຕຖານ ສາກົນ ກ່ຽວກັບ ສິດທິມະນຸດ ຂອງຊາວວິກເກີ ໃນແຂວງຊີນຈຽງ ຢ່າງເປັນທັມ ແລະ ໃນເຂດອື່ນໆ ທີ່ຈີນປົກຄອງ."
ໃນຂນະດຽວກັນ ທ່ານ ໂດລຄັນ ໄອຊາ (Dolkun Isa) ປະທານ ສພາຊາວວີເກີ ສາກົລ ກໍໄດ້ອອກມາ ສະແດງ ຄວາມຂອບໃຈ ທີ່ອົງການ ສຫະປະຊາຊາດ ໄດ້ອອກ ຖແລງການ ດັ່ງກ່າວ ໃນໂລກຮູ້ ກ່ຽວກັບ ບັນຫາ ຊາວເວິກເກີ ທີ່ຖືກຈີນ ກົດຂີ່ຂົ່ມເຫັງ ມາເປັນເວລາ ດົນນານ. ທ່ານເວົ້າວ່າ:
“ຂອບໃຈ ບັນດາປະເທດ ທີ່ສະແດງ ຄວາມເປັນຫວ່ງ ໃນອົງການ ສຫະປະຊາຊາດ ກ່ຽວກັບ ຈີນ ຢາກລຶບລ້າງ ເຜົ່າພັນຊາວວີເກີ ໃນຂນະຈີນ ພຍາຍາມ ປິດບັງ ໃນບັນຫາດັ່ງກ່າວ ມາເປັນເວລາຫຼາຍປີ ແຕ່ໃນທີ່ສຸດ ກໍບໍ່ສາມາດປິດບັງ ການກະທຳ ທີ່ໄຮ້ມະນຸດ ຂອງຈີນ ຕໍ່ຊາວວີເກີ ບໍ່ຢາກໃຫ້ ໂລກພາຍນອກ ຮູ້ໄດ້ ຈີນພຍາຍາມລຶບລ້າງ ວັທນະທັມ ແລະ ຄວາມເປັນມາ ຂອງຊາວວີເກີ ຈາກໂລກພາຍນອກ."
ຍານາງ ມິແຊວ ແບກເຊີເລັດທ໌ (Michelle Bachelet), ປະທານ ຄະນະ ກັມມາທິການ ດ້ານສິດທິມະນຸດ ອົງການ ສຫະປະຊາຊາດ ໄດ້ພຍາຍາມໃຫ້ ຈີນ ອະນຸຍາດ ໃຫ້ຍານາງ ແລະ ໜ່ວຍງານ ຂອງຍານາງ ເຂົ້າໄປສືບສວນ ກ່ຽວກັບ ບັນຫາດັ່ງກ່າວ ເປັນເວລາ 3 ປີ ແຕ່ບໍ່ສຳເຣັດ ຍານາງກ່າວ ໃນອາທິດ ນີ້ວ່າ ນາງຫວັງວ່າ ຈີນຈະ ອະນຸຍາດ ໃຫ້ ຍານາງ ເຂົ້າໄປ ໃນປີນີ້ ແຕ່ ກໍເປັນ ພຽງຄວາມຫວັງ.
...
(ເຊີນ ຟັງຣາຍລະອຽດ ເພີ່ມຕື່ມ ຕາມສຽງ ທີ່ໄດ້ບັນທຶກໄວ້)