ແນວທາງ ເໝົາ?
ກາຍສິດ
2021.08.19
2021.08.19

ກະບອກສຽງ ຢ່າງເປັນທາງການ ຂອງ ພັກຄອມມິວນິສຈີນ People’s Daily, ຮວມທັງ ແຫຼ່ງຂ່າວອື່ນໆ ໃນຈີນ, ໄດ້ຊີ້ແນະວ່າ ກຸ່ມ ທະລິບານ (Taliban) ຍຶດອໍານາດໃນ ອັຟການິສຖານ ໂດຍໃຊ້ ຍຸທວິທີ ທາງທະຫານ ຂອງ ເໝົາ ເຈິ໋-ຕຸງ ຜູ້ກໍ່ຕັ້ງ PRC ຊຶ່ງແນະນໍາ ໃຫ້ “ລ້ອມຮອບເມືອງຈາກຊົນບົດ” ແຕ່ຊາວເນັຕ (ກຸ່ມອອນລາຍ) ບາງກຸ່ມ ເວົ້າລົມກັນວ່າ ສາກລະຄອນ ໃນ ກຸງ ຄາບູລ (KABUL) ແມ່ນເລັງເນັ້ນ ໄປໃສ່ຄວາມຢ້ານ, ການກົດຂີ່, ແລະ ການທໍາລາຍລ້າງ ທີ່ເກີດຂຶ້ນໃນສັງຄົມ ຂອງ ເຂົາເຈົ້າ ໂດຍກຸ່ມ ທະລິບານ ໃນປີ 1990 ແລະ ພວກ ຄອມມິວນິສ ຂອງ ເໝົາ ເມື່ອ 4 ທົສວັດ ກ່ອນ.