ໂຮຈິມິນລ໊ອກດາວ ເພື່ອປ້ອງກັນ ໂຄວິດ-19

ອຸ່ນ​ແກ້ວ ສຸກ​ສະ​ຫວັນ
2021.09.05
ໂຮຈິມິນລ໊ອກດາວ ເພື່ອປ້ອງກັນ ໂຄວິດ-19 ທະຫານວຽດນາມພາຍປືນ ປະຕິບັດໜ້າທີ່ ໃນຂະນະທີ່ ລ໊ອກດາວ ເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19.
Reuters

ປັດຈຸບັນ ນະຄອນໂຮຈິມິນ ວຽດນາມ ໄດ້ລ໊ອກດາວເມືອງ ໃນວັນຈັນ ທີ່ຜ່ານມາ ໂດຍມີເຈົ້າໜ້າທີ່ ທະຫານ ພາຍປືນອາກ້າ ຫຼື AK49 ປະຈຳການ ຢູ່ຕົວເມືອງໃຫຍ່ໆ ໃນວຽດນາມ ເພື່ອຈຳກັດ ການເຄື່ອນໄຫວ ຂອງປະຊາຊົນ ແລະ ປະຊາຊົນ ກໍພາກັນ ຈົ່ມວ່າ ກ່ຽວກັບ ມາຕການຈຳກັດ ບໍລິເວນ ຂອງເຈົ້າໜ້າທີ່.

ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ໄດ້ກ່າວວ່າ: ທາງການວຽດນາມ ໄດ້ສົ່ງເຈົ້າໜ້າທີ່ ທະຫານ 35,000 ຄົນ ເພື່ອຊ່ວຍຄວບຄຸມ ການລ໊ອກດາວ ແລະ ບໍ່ໃຫ້ ການແຜ່ຣະບາດ ເປັນຂຍາຍ ວົງກວ້າງອອກໄປ ໂດຍສະເພາະ ຢູ່ນະຄອນໂຮຈິມິນ ທີ່ມີຊື່ເກົ່າ ເອີ້ນກັນວ່າ ເມືອງໄຊງ່ອນ. ປະຊາຊົນ ນະຄອນ ໂຮຈິມິນ ໄດ້ສແດງ ຄວາມເປັນຫ່ວງ ກ່ຽວກັບ ການຣະບາດ ທີ່ມີເຈົ້າໜ້າທີ່ ທະຫານຈັບປືນ ເພາະວ່າ ພາບດັ່ງກ່າວ ຍັງຝັງຢູ່ ໃນຄວາມຊົງຈຳ ຕອນທີ່ ມີທະຫານຈັບປືນ ຢູ່ຖນົນ ໃນວັນທີ 30 ເມສາ ປີ 1975 ໃນຕອນສິ້ນສຸດ ສົງຄາມວຽດນາມ.

ຊາວບ້ານ ໄດ້ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ໃນວັນຈັນ ທີ່ຜ່ານມາ ວ່າ: ມັນເປັນຕາຢ້ານ ທີ່ເຫັນ ທະຫານຖືປືນ AK47 ຍ້ອນວ່າ ມັນເປັນ ການນາບຂູ່ ປະຊາຊົນ ຫຼາຍກວ່າ ທີ່ຈະມາປົກປ້ອງ ປະຊາຊົນ. ຊາວບ້ານ ກ່າວອີກວ່າ: ໄວຣັສ ມັນບໍ່ຢ້ານປືນ AK47 ສນັ້ນ ມັນເປັນ ພາບການໃຊ້ ຄວາມຮຸນແຮງປາບປາມ ຫຼາຍກວ່າ ທີ່ຈະມາ ປົກປ້ອງກັນ.

ປະຊາຊົນ ອີກທ່ານນຶ່ງ ກ່າວວ່າ ທະຫານ ຖືປືນ ມາຍິງໄວຣັສ ຫຼື ຍິງຄົນ. ປະຊາຊົນ ຢູ່ນະຄອນ ໂຮຈິມິນ ໄດ້ພາກັນ ຢູ່ຢ່າງຢ້ານກົວ ເພາະເຂົາເຈົ້າ ຢ້ານວ່າ ມັນຈະເກີດ ຄວາມບໍ່ສງົບ ໂດຍສເພາະ ມີທະຫານຖືປືນ ຢູ່ໃນຕົວເມືອງ ມັນເຮັດໃຫ້ ການດຳລົງຊີວິດ ເກີດຄວາມເຄັ່ງຕຶງ.

ເຈົ້າໜ້າທີ່ ກັບປະຊາຊົນ ກໍມີປາກສຽງກັນ: ບາງກໍຣະນີ ເຈົ້າໜ້າທີ່ ກໍມີການຖຽງກັນກັບ ປະຊາຊົນ ຍ້ອນວ່າ ປະຊາຊົນ ບໍ່ມີເງິນ ຕ້ອງອອກໄປ ທຳມາຫາກິນ ໃນຂະນະທີ່ ເຈົ້າໜ້າທີ່ ກໍຫ້າມບໍ່ໃຫ້ ເຂົາເຈົ້າ ອອກໄປໃສ ປະຊາຊາຊົນ ບາງຄົນ ກໍກ່າວວ່າ ບໍ່ມີເງິນ ຊິຊື້ນົມ ໃຫ້ລູກກິນ. 

ປະເທດວຽດນາມ ພົບຜູ້ຕິດ ເຊື້ອສະສົມ 354,355 ກໍຣະນີ ນັບແຕ່ ວັນທີ 27 ເມສາ ເປັນຕົ້ນມາ ຈົນມາເຖິງ ປັດຈຸບັນ ແລະ ຍັງຈະມີຜູ້ຕິດ ເຊື້ອເພີ່ມຂຶ້ນ, ມີຜູ້ເສັຽຊີວິດ 8,666 ຄົນ ຍ້ອນໂຄວິດ-19.

ຢູ່ແຂວງ ບິນດວາງ ພາກໃຕ້ຂອງວຽດນາມ ໄດ້ຮັບ ຜົລກະທົບ ຈາກການຣະບາດ ຂອງໂຄວິດ-19 ໂດຍ ມີຜູ້ຕິດເຊື້ອ ເພີ່ມຂຶ້ນຫຼາຍ 1,000 ຄົນ ຕໍ່ມື້ ແລະ ເຈົ້າໜ້າທີ່ ທາງການ ໄດ້ຮຽກຮ້ອງ ຂໍເອົາ ເຈົ້າໜ້າທີ່ ສາທາຣະ​ນະ​ສຸ​ຂອີກ 6,000 ພັນຄົນ ເຂົ້າມາຊ່ວຍ ແກ້ໄຂບັນຫາ ການຕິດເຊື້ອ ທີ່ກຳລັງເພີ່ມຂຶ້ນ.

ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງ ໄດ້ຣາຍງານວ່າ: ຢູ່ແຂວງບິນດວາງ ມີຜູ້ຕິດເຊື້ອ ຫຼາຍກວ່າ 70,000 ຄົນ ແລະ ມີຜູ້ເສັຽຊີວິດ ເກືອບ 6,000 ຄົນ. ສູນກັກໂຕ ບໍ່ສາມາດ ຮອງຮັບ ຈຳນວນ ຜູ້ຕິດເຊື້ອໄດ້ ສນັ້ນ ເຈົ້າໜ້າທີ່ແຂວງ ຈຶ່ງແນະນຳ ຜູ້ຕິດເຊື້ອ ທີ່ບໍ່ສະແດງອາການ ໃຫ້ກັກໂຕ ຢູ່ເຮືອນຂອງຕົນ ຖ້າວ່າ ມີອາການໜັກ ຈຶ່ງໄປໂຮງໝໍ ພາກສນາມ.

ໄດ້ເກີດ ເຫດການ ຄວາມບໍ່ສງົບ ໃນສູນກັກຕົວ ຢູ່ບ້ານຕັນຢວານ ແຂວງບິນດວາງ ໃນອາທິດ ທີ່ຜ່ານມາ ຍ້ອນວ່າ ສູນດັ່ງກ່າວ ມີສະພາບແອອັດ ທ່າມກາງ ຂ່າວລືວ່າ ມີແມ່ຍິງຖືພາມານ ທີ່ຕິດເຊື້ອ ໄດ້ເສັຽຊີວິດ ຢູ່ໃນສູນ ດັ່ງກ່າວ ຫຼັງຈາກ ລາວຖືກນຳສົ່ງ ໄປໂຮງໝໍ ຊັກຊ້າ.

ປະຊາຊົນ ທີ່ເປັນແຫຼ່ງຂ່າວ ກ່າວວ່າ ຜູ້ຕິດເຊື້ອ ຈຳນວນນຶ່ງ ຖືກໂອນຍ້າຍໄປ ສູນກັກໂຕ ບ່ອນອື່ນ ທີ່ມີສິ່ງອຳນວຍ ຄວາມສດວກ ແລະ ຫົວໜ້າ ຜແນກ ສາທາຣະນະສຸຂ ກໍຖືກສັ່ງ ໃຫ້ໂຈະການເຮັດວຽກ ໃນວັນທີ 22 ສິງຫາ. ຊາວບ້ານບາງຄົນ ກໍບໍ່ຢາກເວົ້າ ຍ້ອນວ່າ ເຂົາເຈົ້າຢ້ານ.

ຄນະສເພາະກິຈ ຢູ່ ນະຄອນໂຮຈິມິນ ຊຶ່ງເປັນເມືອງ ທີ່ໃຫຍ່ ໃນວຽດນາມ ໄດ້ປະກາດ ບັງຄັບໃຊ້ ມາຕການ ຮັກສາໄລຍະຫ່າງ ທາງສັງຄົມ, ໂຈະການ ບໍຣິການ ຂາຍອາຫານ, ຂາຍຫວຍ ຢູ່ແຄມທາງ, ການບໍຣິການ ຣົດຈັກຮັບຈ້າງ, ການຂົນສົ່ງ ຜູ້ໂດຍສານ, ລວມທັງ ການບໍຣິການ ສາຍການບິນ ແຕ່ລະວັນ.

ເຈົ້າໜ້າທີ່ເມືອງ ໄດ້ຮຽກຮ້ອງ ໃຫ້ປະຊາຊົນ ພາກັນຢູ່ບ້ານ ແລະ ໃຫ້ອອກເຮືອນ ສະເພາະແຕ່ຊື້ອາຫານ ຊື້ຢາ ຫຼື ໄປປິ່ນປົວສຸກເສີນ ເທົ່ານັ້ນ. ທາງການ ອະນຸຍາດ ແຕ່ສະເພາະ ການບໍຣິການ ສົ່ງສິນຄ້າ ທີ່ຈໍາເປັນເທົ່ານັ້ນ.

ທາງການເມືອງ ໄດ້ອອກຄຳສັ່ງ ໃຫ້ຜແນກ ອຸດສາຫະກັມ ແລະ ການຄ້າ ໃຫ້ຄວບຄຸມ ລາຄາສິນຄ້າ ຢູ່ຕລາດ ເພື່ອຮັບປະກັນ ໃຫ້ສາມາດ ສນອງອາຫານ ໄດ້ພຽງພໍ ແກ່ປະຊາຊົນ ອີງຕາມ ການຣາຍງານ ຂອງສື່ທາງການ ວຽດນາມ.

ທ່ານ ບູ ຕາ ໂຮງ ວູ, ຜູ້ອຳນວນການ ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນໂຮຈິມິນ ໄດ້ກ່າວ ໃນອາທິດ ທີ່ຜ່ານມາວ່າ: ເຈົ້າໜ້າທີ່ ໄດ້ກວດກາ ການຈຳໜ່າຍ ສິນຄ້າ ທີ່ຈຳເປັນ ຢ່າງເປັນປົກຕິ ແລະ ອະນຸຍາດ ໃຫ້ຮ້ານສັພສິນຄ້າ, ຕລາດປະເພນີ, ແລະ ຮ້ານສະດວກຊື້ ເປີດເປັນປົກຕິ.

ຄນະສເພາະກິຈ ຢູ່ນະຄອນຮາໂນ້ຍ ປະເທດວຽດນາມ ທີ່ມີ ພົລເມືອງເກືອບ 5 ລ້ານຄົນ ໄດ້ໂຈະ ການບໍຣິການ ຂົນສົ່ງ ສາທາລະນະສຸ​ຂ 14 ແຂວງ ແລະ ເມືອງ ທີ່ມີ ການຣະບາດ ຂອງໂຄວິດ-19, ຫ້າມກິຈກັມ ກິລາກາງແປນ ແລະ ການອອກຳລັງກາຍ ຖ້າບໍ່ຈຳເປັນ ບໍ່ໃຫ້ອອກຈາກບ້ານ.

ຫຼັງຈາກ ມີຈຳນວນຜູ້ຕິດ ເຊື້ອສູງຂຶ້ນ, ວຽດນາມ ໃນຖານະເຈົ້າພາບ ຈັດງານ ແຂ່ງຂັນກິລາຊີເກມສ ໄດ້ຕັດສິນໃຈ ຍົກເລີກ ການຈັດງານ ແຂ່ງຂັນ ກິລາຊີເກມສ ຢູ່ນະຄອນຮ່າໂນ້ຍ ທີ່ມີກຳນົດຈັດ ໃນວັນທີ 2 ທັນວາ ປີ 2021 ຍ້ອນການແຜ່ຣະບາດ ຂອງໂຄວິດ-19. ອີງຕາມ ການຣາຍງານ ຂອງສຳນັກ ຂ່າວຣອຍເຕີ. ການແຂ່ງຂັນ ກິລາຊີເກມສ ຈະມີ ການແຂ່ງຂັນ ທັງໝົດ 40 ປະເພດ ກິລາຈາກ 11 ປະເທດ ໃນສມາຊິກ ຊາດເອເຊັຽຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ.

ແນ່ນອນວ່າ ການແຂ່ງຂັນ ກິລາຊີເກມສ ຄັ້ງທີ 31 ຈະບໍ່ຈັດ ໃນປີນີ້ ຕາມທີ່ໄດ້ກຳນົດ ໃນທ້າຍປີນີ້. ວຽດນາມ ຈະເລື່ອນ ການແຂ່ງຂັນ ກິລາຊີເກມສ ອອກໄປ ໃນເດືອນເມສາ ຫຼື ພຶສພາ ປີ 2022.

ໃນເວລາດຽວກັນ, ວຽດນາມ ກຳລັງວິ້ງເຕັ້ນ ສັ່ງເອົາ ວັກຊິນຕ້ານໂຄວິດ-19 ເພື່ອໃຫ້ສາມາດສັກ ໃຫ້ປະຊາຊົນ ໄດ້ 99 ລ້ານຄົນ. ໃນວັນທີ 8 ກໍຣະກະດາ 2021, ເຈົ້າໜ້າທີ່ ໄດ້ສັກວັກຊິນ ໃຫ້ປະຊາຊົນ 4 ລ້ານຄົນ ໃນທົ່ວປະເທດ ຈາກພົລເມືອງ ວຽດນາມ ທັງໝົດ 99 ລ້ານ, ອີງຕາມ ຂໍ້ມູນ ຂອງກະຊວງສາທາຣະນະສຸຂ ວຽດນາມ.

ໃນການໃຫ້ສັມພາດຕໍ່ ສື່ມວນຊົນວຽດນາມ, ທ່ານ ຟາມ ມິນ ວູ, ຮອງຣັຖມົນຕຼີ ກະຊວງ ຕ່າງປະເທດ ວຽດນາມ, ໄດ້ກ່າວວ່າ ປະເທດວຽດນາມ ຈະສືບຕໍ່ ຍຸທສາຕ ວັກຊີນ ທາງການທູດ ເພື່ອຮັບປະກັນ ໃຫ້ມີວັກຊີນ ພຽງພໍ ໃຫ້ປະຊາຊົນ ວຽດນາມ.

ເຈົ້າໜ້າທີ່ ວຽດນາມ ໄດ້ພຍາຍາມ ເຈຣະຈາ ກັບບໍຣິສັດ ຜລິດວັກຊີນ ເພື່ອສັ່ງຊື້ ວັກຊິນເພີ່ມເຕີມ ເພື່ອຮັບປະກັນ ໃຫ້ໄດ້ 30 ລ້ານໂດສ.

ຕຳຣວດໂຮຈິມິນ ໄດ້ອອກແຈ້ງການ ເຕືອນປະຊາຊົນ ກ່ຽວກັບວັກຊີນ ແລະ ເຣື່ອງອື່ນໆ ທີ່ບໍ່ເປັນຄວາມຈິງ ໃນຂນະທີ່ ປະຊາຊົນ ຕ້ອງການວັກຊີນ ຫຼາຍຂຶ້ນ ອີງຕາມ ການຣາຍງານ ຂອງສື່ມວນຊົນ ທາງການວຽດນາມ. 

ໃນເວລາດຽວກັນ ກໍມີ ພວກນັກຕົ້ມຕຸ໋ນ ໃສ່ຊຸດປ້ອງກັນ ໂຄວິດ ໄປຫາຊາວບ້ານ ຢູ່ເຮືອນແລ້ວ ຖາມຊັກວັກຊີນ ໃຫ້ຊາວບ້ານ ແຕ່ຊາວບ້ານ ຕ້ອງໄດ້ເສັຽເງິນ. ນັກຕົ້ມຕຸ໋ນ ບາງຄົນ ກໍໃສ່ຊຸດ ທ່ານໝໍ ຫຼື ປອມຕົວເປັນຕົວແທນ ບໍຣິສັດວັກຊີນ ມາບອກ ປະຊາຊົນ ໃຫ້ໂອນເງິນ ເຂົ້າບັນຊີໃຫ້ ເພື່ອແລກກັບ ການສັກວັກຊີນ.

ມີພວກນັກຕົ້ມຕຸ໋ນ ທາງອອນລາຍນ໌ ໄດ້ເຜີຍແຜ່ຂໍ້ມູນ ກ່ຽວກັບ ເຄືອຂ່າຍ ທາງສັງຄົມ ເພື່ອລະດົມທຶນ ຊ່ວຍເຫຼືອ ຜູ້ຕິດວິດ-19 ດ້ວຍການເອົາ ຂໍ້ມູນສ່ວນຕົວ ຂອງປະຊາຊົນ ໃນເວລາທີ່ ເຂົາເຈົ້າ ຂຽນແບບຟອມ ທາງເວັບໄຊທ໌.

ໃນປະເທດກັມພູຊາ ມີປະຊາຊົນ ເກືອບ 5 ລ້ານ ຄົນ ໄດ້ຮັບວັກຊີນ ປ້ອງກັນໂຄວິດ-19 ແລ້ວ ເຊິ່ງໃນນັ້ນ ມີ 3.5 ລ້ານ ຄົນ ໄດ້ຮັບວັກຊີນ ຄົບແລ້ວ ເຊິ່ງອັດຕາສະເລັ່ຽ ໃນການສັກວັກຊີນ ແມ່ນເກືອບ 50% ຂອງຈຳນວນ ປະຊາກອນ ຂອງກັມພູຊາ 10 ລ້ານຄົນ ແຕ່ວ່າ ຄົນກັມພູຊາ ກໍຍັງສົງໄສ ກ່ຽວກັບ ປະສິດທິພາບ ຂອງວັກຊີນຈີນ ຍ້ອນວ່າ ອັດຕາ ຜູ້ຕິດເຊື້ອ ຢູ່ປະເທດກັມພູຊາ ຍັງສູງຢູ່ ໃນຂນະທີ່ ຍັງບໍ່ມີ ການສຶກສາ ກ່ຽວກັບ ປະສິທິຜົນ ຂອງວັກຊີນ ດັ່ງກ່າວ.

ຕໍ່ກັບ ບັນຫາ ດັ່ງກ່າວ ປະເທດລາວ ຍັງມີ ຄວາມສ່ຽງສູງ ໃນຂນະທີ່ ປະເທດເພື່ອນບ້ານ ຂອງລາວ ຍັງຄົງປະເຊີນ ການບັນຫາ ການຕິດເຊື້ອ ໃນຊຸມຊົນ ແລະ ມີການໃຊ້ ມາຕການປ້ອງການ ຢ່າງເຄັ່ງຄັດ ດ້ວຍການປິດ ສຖານທີ່ ທຸຣະກິຈ ຢູ່ບາງແຂວງ ເຮັດໃຫ້ ຄົນງານລາວ ປະມານ 2 ແສນຄົນ ທີ່ເຮັດວຽກ ຢູ່ປະເທດເພື່ອນບ້ານ ພາກັນ ເດີນທາງກັບບ້ານ.

ເອກສານ ແຈ້ງການ ຍັງໄດ້ລະບຸວ່າ ທາງການລາວ ຍັງຄົງໃຊ້ ມາຕການ ປິດສຖານທີ່ບັນເທີງ ຫ້າມບໍ່ໃຫ້ ຫຼິ້ນກິລາ ແລະ ບໍ່ໃຫ້ມີ ການພົວພັນ ຢູ່ໃກ້ກັນ, ຫ້າມບໍ່ໃຫ້ ຈັດກິຈກັມ ທາງສັງຄົມ ແລະ ການໂຮງຊຸມນຸມ.

ແຕ່ວ່າ ຣັຖບານລາວ ກໍຍັງຜ່ອນຜັນ ມາຕການ ບາງຢ່າງ ເປັນຕົ້ນແມ່ນ ອະນຸຍາດ ໃຫ້ເປີດ ສູນສັພສິນຄ້າ, ຮ້ານຄ້າ, ຕລາດ, ແລະ ກິນເຂົ້າຢູ່ ໃນຮ້ານອາຫານ ຍ້ອນວ່າ ເຂົ້າເຈົ້າ ມີການຮັກສາ ໄລຍະຫ່າງທາງສັງຄົມ, ມາຕການ ກັນພຍາດ, ແລະ ກວດອຸນຫະພູມ ຮ່າງກາຍ.

ໃນວັນທີ 31 ສິງຫາ 2021 ປະເທດລາວ ຣາຍງານວ່າ ພົບຜູ້ຕິດເຊື້ອ 199 ຄົນ, ຕິດເຊື້ອສະສົມ ປະມານ 15,000 ຄົນ ປິ່ນປົວເຊົາ ປະມານ 10,000 ຄົນ, ກຳລັງປິ່ນປົວ ແລະ ຕິດຕາມ ອາການ ຢູ່ໂຮງໝໍ ເກືອບ 5,000 ຄົນ, ເສັຽຊີວິດ ສະສົມ 14 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.