30 ປີ ຂໍ້ຕົກລົງ ສັນຕິພາບປາຣີສ ຖືກເມີນເສີຍ

ພູວົງສ໌
2021.11.01
30 ປີ ຂໍ້ຕົກລົງ ສັນຕິພາບປາຣີສ ຖືກເມີນເສີຍ ທີ່ສະຖານທູຕຝຣັ່ງເສສ ໃນນະຄອນຫຼວງພນົມເປັນ, ຕຳຣວດກັມພູຊາ ປະເຊີນໜ້າກັບຜູ້ມາປະທ້ວງ ເພື່ອຮຽກຮ້ອງໃຫ້ຣັຖບານ ເຄົາລົບ ແລະ ປະຕິບັດ ຕາມຂໍ້ຕົກລົງສັນຕິພາບປາຣີສ ຄົບຮອບ 30 ປີ
RFA

ເມື່ອວັນທີ 23 ຕຸລາ ທີ່ຜ່ານມານີ້, ຖືເປັນມື້ຄົບຮອບ 30 ປິ ຂອງຂໍ້ຕົກລົງສັນຕິພາບປາຣີສ ປີ 1991 ກ່ຽວກັບການຍຸຕິບັນຫາ ໃນປະເທດກັມພູຊາ ທີ່ກຸ່ມການເມືອງ 4 ຝ່າຍ ຫຼືຍຸກຂເມນ 4 ຝ່າຍ ໄດ້ກໍ່ສົງຄາມກາງເມືອງ ລະຫວ່າງກັນ ມາຢ່າງຍາວນານ. ໃນຂໍ້ຕົກລົງສບັບດັ່ງກ່າວນີ້, ຣັຖບານລາວ ກໍຖືເປັນ 1 ໃນ 19 ປະເທດ ທີ່ຮ່ວມເປັນພາຄີນຳດ້ວຍ.

ແນ່ນອນ, ເມື່ອຄົບຮອບ 30 ປີ ຂອງເຫດການອັນສຳຄັນນີ້, ປະຊາຊົນຊາວກັມພູຊາ ແລະ ບັນດາກຸ່ມອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ຮັກຫອມສັນຕິພາບ, ເສຣີພາບ ແລະ ປະຊາທິປະຕັຍ ຕ່າງກໍອອກມາສະແດງສັນຍາລັກ ເພື່ອໃຫ້ທຸກພາກສ່ວນ ຮູ້ວ່າ ສັນຕິພາບ, ເສຣີພາບ ແລະ ປະຊາທິປະຕັຍ ຄືສິ່ງທີ່ສຳຄັນ ຕາມທີ່ຂໍ້ຕົກລົງສັນຕິພາບປາຣີສ ໄດ້ລະບຸໄວ້ ໃຫ້ຄົນກັມພູຊາ ແລະ ປະຊາຄົມໂລກ ໄດ້ຮັບຮູ້ ແລະ ປະຕິບັດຮ່ວມກັນ.

ໃນມື້ດັ່ງກ່າວ ກໍເກີດການປະທ້ວງຂນາດນ້ອຍ, ເຊິ່ງເປັນກຸ່ມພະລະຍາ ຂອງບັນດານັກການເມືອງ ທີ່ຖືກຕຳຣວດ ຈຳຄຸກ ໃນນະຄອນຫຼວງພນົມເປັນ ໃນຂະນະທີ່ ຊາວກັມພູຊາພັດຖິ່ນ ຫຼາຍຮ້ອຍຄົນ ກໍໄດ້ລວມໂຕກັນ ໃນນະຄອນຫຼວງວໍຊິ່ງຕັ້ນ ດີ່ຊີ່ ໃນວັນສຸກ ວັນທີ 22 ທີ່ຜ່ານມາ, ໂດຍຮຽກຮ້ອງໃຫ້ຣັຖບານ ຂອງພວກເຂົາ ຮັກສາຈຸດປະສົງ ແລະ ຄຳໝັ້ນສັນຍາ ຂອງຂໍ້ຕົກລົງສັນຕິພາບປາຣີສ ປີ 1991 ທີ່ຍຸຕິສົງຄາມໃນປະເທດ ແລະ ໄດ້ໃຫ້ຄຳໝັ້ນວ່າ ຈະເຮັດໃຫ້ປະເທດກັມພູຊາ ມີເສຣີພາບ ໃນລະບອບປະຊາທິປະຕັຍ ແລະ ເຄົາລົບສິດທິມະນຸດ.

ໃນມື້ວັນທີ 23 ຕຸລາ 2021 ນີ້, ເພື່ອຮ່ວມສະແດງຄວາມສຳຄັນ ຂອງມື້ຄົບຮອບ 30 ປີ ຂອງຂໍ້ຕົກລົງສັນຕິພາບປາຣີສ ປີ 1991 ກໍມີຜູ້ຍິງ 20 ຄົນ ພາກັນໄປປະທ້ວງ ທີ່ສະຖານເອກອັຄຣັຖທູຕຝຣັ່ງເສສ ໃນນະຄອນຫຼວງພນົມເປັນ ຮຽກຮ້ອງໃຫ້ຣັຖບານຝຣັ່ງ ໃນຖານະເປັນເຈົ້າພາບ ຂໍ້ຕົກລົງສັນຕິພາບປາຣີສ ກົດດັນນາຍົກຣັຖມົນຕຣີ, ທ່ານ ຮຸນ ເຊນ ແລະ ຣັຖບານຜະເດັດການ ຂອງທ່ານ ທີ່ນັບມື້ນັບມີອຳນາດເພີ່ມຂຶ້ນນີ້ ໃຫ້ກັບໄປປະຕິບັດຕາມ ຂໍ້ຕົກລົງສັນຕິພາບ.

“ຜູ້ລົງນາມໃນສົນທິສັນຍາ ສັນຕິພາບປາຣີສ ສັນຍາວ່າ ຈະປົກປ້ອງ ແລະ ເສີມສ້າງປະຊາທິປະຕັຍ ໃນກັມພູຊາ, ແຕ່ໃນທຸກມື້ນີ້, ກັມພູຊາສູນເສັຽປະຊາທິປະຕັຍ ແລະ ຫຼັກການ ໃນການຍຶດຖືສຽງສ່ວນຫຼາຍ ໄປຢ່າງສົມບູນແລ້ວ.”, ນຶ່ງໃນແມ່ຍິງ 20 ຄົນ ໄດ້ກ່າວຕໍ່ນັກຂ່່າວວິທຍຸເອເຊັຽເສຣີ ຜແນກພາສາຂແມ ໃນມື້ດັ່ງກ່າວ.

ຜູ້ຍິງທັງ 20 ຄົນ ແມ່ນເປັນສ່ວນນຶ່ງ ຂອງກຸ່ມທີ່ຮຽກໂຕເອງວ່າ: “ສະຕຣີ ວັນສຸກ”, ເຊິ່ງມັກກ້າປະຕິບັດ ຕໍ່ຕຳຣວດ ຢ່າງກ້າຫານ ເພື່ອປະທ້ວງ ການປ່ອຍໂຕສາມີ ຂອງພວກເຂົາ ແລະ ລູກຊາຍ ຂອງພວກເຂົາ ທີ່ຖືກຄຸມຂັງ, ເຊິ່ງຜູ້ທີ່ຖືກຄຸມຂັງນັ້ນ ຕົກເປັນເຫຍື່ອ ຂອງການປາບປາມຢ່າງຮຸນແຮງ ຕໍ່ພັກກູ້ຊາຕກັມພູຊາ ຫຼື (CNRP) ທີ່ເປັນຝ່າຍຄ້ານ ແລະ ສ່ວນໃຫຍ່ ເປັນຜູ້ທີ່ເຮັດວຽກ ໃນພາກປະຊາສັງຄົມ.

ຕຳຣວດກັມພູຊາ, ເຊິ່ງມີຈຳນວນຫຼາຍກວ່າແມ່ຍິງ 5 ຕໍ່ 1 ໄດ້ບຶດປ້າຍ ຍູ້ແມ່ຍິງບາງຄົນ ລົ້ມລົງພື້ນ ແລະ ຢຽບເຂົາເຈົ້ານຳ ຈົນເຮັດໃຫ້ຫຼາຍຄົນ ໄດ້ຮັບບາດເຈັບ, ອີງຕາມພາບຈາກວີດິໂອ ໃນມື້ເກີດເຫດ. ຂະນະທີ່ໂຄສົກ ສຳນັກງານຕຳຣວດແຫ່ງຊາຕ ຊາຍ ຄິມ-ຄອຍ ປະຕິເສດທີ່ຈະສະແດງຄວາມເຫັນ ກ່ຽວກັບເຫດການທີ່ເກີດຂຶ້ນ.

ການສລາຍການປະທ້ວງ, ເຊິ່ງຄວນໄດ້ຮັບການຄຸ້ມຄອງ ໂດຍຂໍ້ຕົກລົງສັນຕິພາບປາຣີສ ເປັນພຽງຫຼັກຖານອັນຫຼ້າສຸດ ທີ່ສະແດງໃຫ້ເຫັນວ່າ “ຣັຖບານ ຂອງທ່ານ ຮຸນ ເຊນ ໄດ້ຫຼຸດລະດັບການຮັບປະກັນ ເສຣີພາບເຫຼົ່ານັ້ນ ຈົນບໍ່ເຫຼືອຫຍັງເລີຍ.”, ອີງຕາມທ່ານ ຟີລ ໂຣເບີດຊັ້ນ, ຮອງຜູ້ອຳນວຍການ ປະຈຳພາກພື້ນເອເຊັຽ ຂອງອົງການ Human Rights Watch ທີ່ມີສຳນັກງານ ໃນນະຄອນນິວຢ໋ອກ ກ່າວ.

ທ່ານກ່າວອີກວ່າ “ເສຣີພາບ ຂອງພົລເມືອງ ແລະ ການເມືອງຂັ້ນພື້ນຖານ ກຳລັງຕົກຢູ່ໃນອັນຕະລາຍ ທົ່ວປະເທດ ແລະ ທ່ານ ຮຸນ ເຊນ ໄດ້ຫຼຸດຄວາມສຳຄັນ ຂອງຂໍ້ຕົກລົງສັນຕິພາບປາຣີສ ລົງເຫຼືອພຽງແຕ່ເງົາ ຂອງສິ່ງທີ່ຄວນຈະເປັນ, ໂດຍພວມເຮັດໃຫ້ປະເທດກັມພູຊາ ກາຍເປັນປະເທດ ທີ່ບໍ່ເປັນປະຊາທິປະຕັຍ ຫຼືບໍ່ເຄົາລົບສິດທິມະນຸດ.”, ທ່ານກ່າວໃນຖແລງການ.

ສ່ວນໃນນະຄອນຫຼວງວໍຊິ່ງຕັ້ນ ດີ່ຊີ່, ຜູ້ຄົນປະມານ 200 ຄົນ ມາລວມໂຕກັນ ທີ່ Capital Hill ຫຼືຫໍສະພາແຫ່ງຊາຕ ສະຫະຣັຖອາເມຣິກາ ເພື່ອລຳລຶກເຖິງການລົງນາມ ໃນປີ 1991. ພວກເຂົາຮຽກຮ້ອງໃຫ້ທ່ານ ຮຸນ ເຊນ ເຄົາລົບຂໍ້ຕົກລົງດັ່ງກ່າວ ແລະ ຍັງໄດ້ຮຽກຮ້ອງ ໃຫ້ສະພາແຫ່ງຊາຕສະຫະຣັຖ ປະກາດຂວ້າມບາດ ຕໍ່ລະບອບການປົກຄອງ ຂອງທ່ານ ຮຸນ ເຊນ.

ການເລືອກຕັ້ງ ໃນປີ 1993, ເຊິ່ງຈັດຂຶ້ນພາຍໃຕ້ການສນັບສນູນ ຂອງໜ່ວຍງານສະເພາະກິຈ ແຫ່ງສະຫະປະຊາຊາຕ ຫຼື (UNTAC) ຖືກຕອບຮັບເປັນຢ່າງດີ ແລະ ມີພັກການເມືອງຫຼາຍພັກ ເຂົ້າຮ່ວມແຂ່ງຂັນ. ສ່ວນການເລືອກຕັ້ງ ຄັ້ງຫຼ້າສຸດໃນປີ 2018 ມີຂຶ້ນ 1 ປີ ຫຼັງຈາກທີ່ສານສູງສຸດ ຂອງກັມພູຊາ ທີ່ເປັນໃຈໃຫ້ແກ່ທ່ານ ຮຸນ ເຊນ ສັ່ງຫ້າມພັກ CNRP ລົງແຂ່ງຂັນ ແລະ ພັກຣັຖບານ ຂອງທ່ານ ຄືພັກປະຊາຊົນກັມພູຊາ ຈຶ່ງຊະນະການເລືອກຕັ້ງ ໄດ້ຜູ້ແທນທັງໝົດ 125 ຄົນ ໃນສະພາແຫ່ງຊາຕກັມພູຊາ.

ຕໍ່ກັບເຣື່ອງດັ່ງກ່າວ, ມັນສໍ່ສະແດງໃຫ້ເຫັນວ່າ ປະເທດກັມພູຊາ ບໍ່ມີປະຊາທິປະຕັຍ ແລະ ປາສະຈາກ ການເລືອກຕັ້ງທີ່ເສຣີ, ຍຸຕິທັມ ແລະ ມີຫຼາຍພັກການເມືອງ ເຂົ້າແຂ່ງຂັນ. “ກັມພູຊາ ເປັນປະເທດທີ່ບໍ່ສາມາດ ຖືກເວົ້າໄດ້ວ່າ ເປັນປະຊາທິປະຕັຍ ແບບມີຫຼາຍພັກການເມືອງ ໄດ້ອີກຕໍ່ໄປແລ້ວ.”, ທ່ານ ຊໍຣປົງ ແປ່ອູ່, ນັກວິຊາການຊາວກັມພູຊາ ຈາກມະຫາວິທຍາລັຍ Ryerson ຂອງປະເທດກ່ານ່າດ້າ ກ່າວກັບຄະນະຜູ້ອະພິປາຍ ທີ່ສະຖາບັນສັນຕິພາບ ແຫ່ງສະຫະຣັຖ, ເຊິ່ງເປັນສະຖາບັນ ທີ່ໄດ້ຮັບທຶນສນັບສນູນ ຈາກສະພາແຫ່ງຊາຕ ສະຫະຣັຖ. “ມີການປ່ຽນແປງ ໄປສູ່ລະບອບປະຊາທິປະຕັຍ ແບບພັກດຽວ ທີ່ມີການເລືອກຕັ້ງ ໂດຍບໍ່ມີພັກຝ່າຍຄ້ານ ທີ່ໜ້າເຊື່ອຖື ໃນການເລືອກຕັ້ງຄັ້ງຫຼ້າສຸດນັ້ນ.”, ທ່ານກ່າວເພີ່ມ.

ຍານາງ Ariel Eckblad, ຮອງຜູ້ຊ່ອຍຣັຖມົນຕຣີຕ່າງປະເທດສະຫະຣັຖອາເມຣິກາ ຝ່າຍປະຕິບັດການ ດ້ານຄວາມຂັດແຍ້ງ ແລະ ການຮັກສາສະຖຽນລະພາບ ກ່າວໃນກອງປະຊຸມ ທີ່ຈັດຂຶ້ນໃນນະຄອນຫຼວງວໍຊິ່ງຕັ້ນ ດີ່ຊີ່ ເມື່ອບໍ່ດົນມານີ້ວ່າ “ປະເທດກັມພູຊາ ປະສົບຄວາມສຳເຣັດ ໃນການພັທນາເສຖກິຈ ແລະ ສັງຄົມ ຢ່າງໂດດເດັ່ນ, ແຕ່ຄວາມຄືບໜ້າສ່ວນໃຫຍ່ ໃນດ້ານອື່ນໆ ທີ່ລະບຸໄວ້ ພາຍໃຕ້ຂໍ້ຕົກລົງສັນຕິພາບປາຣີສ ປີ 1991 ດັ່ງກ່າວນັ້ນ, ພັດໄດ້ຂາດຫາຍໄປ ໃນໄລຍະບໍ່ເທົ່າໃດປີ ທີ່ຜ່ານມາ.”, “ແທນທີ່ຈະເອົາໃຈໃສ່ ເຖິງການແຂ່ງຂັນແບບຫຼາຍພັກ ໃນລະບອບປະຊາທິປະຕັຍ ທີ່ເຄີຍຈິນຕະນາການໄວ້ ເມື່ອ 30 ປີກ່ອນ. ປັດຈຸບັນ, ກັມພູຊາ ກຳລັງປະສົບກັບການປາບປາມ ແລະ ການເນຣະຄຸນ ຕໍ່ລະບອບປະຊາທິປະຕັຍ ທີ່ເພີ່ມຂຶ້ນ.”, ຍານາງກ່າວ.

Chum Sounry, ເອກອັຄຣັຖທູຕກັມພູຊາ ປະຈຳສະຫະຣັຖອາເມຣິກາ ກ່າວໃນກອງປະຊຸມດຽວກັນ ໃນນະຄອນຫຼວງວໍຊິ່ງຕັ້ນ ດີ່ຊີ່ ວ່າ “ກັມພູຊາ ດຳເນີນໄປໄດ້ດ້ວຍດີ ນັບຕັ້ງແຕ່ພາຣະກິຈ ຂອງ UNTAC ສິ້ນສຸດລົງ ໃນປີ 1993.”

ທ່ານປະຕິເສດວ່າ ຣັຖບານ ຂອງທ່ານ ຮຸນ ເຊນ ຈຳກັດສິດທິພົລເມືອງ ແລະ ສິດທິທາງການເມືອງ, ໂດຍກ່າວວ່າ “ພື້ນທີ່ສຳລັບສະພາບແວດລ້ອມທາງການເມືອງ ທີ່ມີເສຣີພາບ ໃນກັມພູຊານັ້ນ ຍັງຄົງມີຢູ່ໃນກັມພູຊາ ສຳລັບພົລເມືອງ ທີ່ເຄົາລົບກົດໝາຍ.”

ໃນປີ 1993.” ນອກຈາກນີ້, ສະມາຊິກວຸດທິສະພາສະຫະຣັຖ, ທ່ານ Ed Markey, ຜູ້ຮ່ວມສນັບສນູນ ການລົງມະຕິ ກ່າວວ່າ ສະຫະຣັຖ ຕ້ອງເປັນຜູ້ນຳ ເພື່ອ “ຢຸດການໂຈມຕີ ປະຊາທິປະຕັຍ ທີ່ເກີດຂຶ້ນ ໃນກັມພູຊາ ແລະ ຮຽກຮ້ອງໃຫ້ນາຍົກຣັຖມົນຕຣີ ຮຸນ ເຊນ ຈັດການເລືອກຕັ້ງຢ່າງເສຣີ ແລະ ຍຸຕິທັມ ພ້ອມທັງຍົກເລີກຂໍ້ກ່າວຫາ ທີ່ມີແຮງຈູງໃຈທາງການເມືອງ ຕໍ່ຝ່າຍກົງກັນຂ້າມ ທາງການເມືອງ ແລະ ເຄົາລົບຣັຖທັມມະນູນ ຂອງກັມພູຊາ ທີ່ມຸ່ງໝັ້ນ ສູ່ຄວາມເປັນກາງ.”

ທ່ານ Sophal Ear ແຫ່ງມະຫາວິທຍາລັຍ Thunderbird School of Global Management ທີ່ຣັຖ ອ່າຣິໂຊ່ນ້າ ກ່າວວ່າ ກັມພູຊາ ສົມຄວນໄດ້ຮັບຄະແນນ ທີ່ໜ້າຜິດຫວັງ ຕໍ່ການດຳເນີນ ຂໍ້ຕົກລົງສັນຕິພາບປາຣີສ ແລະ ທ່ານຍັງກ່າວອີກວ່າ “ທຸກມື້ນີ້ ກັມພູຊາ ຢູ່ຫ່າງໄກ ຈາກວັດຖຸປະສົງ ຂອງຂໍ້ຕົກລົງສັນຕິພາບປາຣີສ ຫ່າງຫຼາຍກວ່າປີ 2013 ຫຼືປີ 1993.”

ສົນທີສັນຍາ ສັນຕິພາບປາຣີສ,​ ເຊິ່ງລົງຕາມໂດຍສະຫະປະຊາຊາຕ ແລະ 19 ປະເທດ ເມື່ອວັນທີ 23 ຕຸລາ ປີ 1991 ໄດ້ຍຸຕິສົງຄາມກັມພູຊາ-ຫວຽດນາມ ແລະ ຊ່ອຍສ້າງປະເທດ ທີ່ຖືກທຳລາຍລ້າງ ດ້ວຍຄວາມຂັດແຍ້ງທາງການເມືອງ ແລະ ການປົກຄອງ ຂອງຂເມນແດງ ໃນໄລຍະປາຍທົສວັຕ 1970. ໃນຂະນະດຽວກັນ, ກໍໄດ້ຈັດໃຫ້ມີການປົກຄອງ ແບບປະຊາທິປະຕັຍ ພາຍໃຕ້ຣັຖທັມມະນູນ ແລະ ຈັດໃຫ້ມີການເລືອກຕັ້ງ ແລະ ຂໍ້ຕົກລົງດັ່ງກ່າວ ຍັງຕັ້ງສານລະຫວ່າງປະເທດຂຶ້ນ ເພື່ອສອບສວນຜູ້ນຳຂເມນແດງ ໃນຂໍ້ຫາຂ້າລ້າງເຜົ່າພັນ ແລະ ອາຊຍາກັມອື່ນໆນຳດ້ວຍ.

ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.